ຄະນະຜູ້ແທນອົງການກວດສອບແຫ່ງລັດ ເດີນທາງພົບປະກັບສານກວດສອບບັນຊີຝຣັ່ງ 

ຄະນະຜູ້ແທນອົງການກວດສອບແຫ່ງລັດ ເດີນທາງພົບປະກັບສານກວດສອບບັນຊີຝຣັ່ງ 
ຫວ່າງບໍ່ດົນມານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດພ້ອມຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ກັບສານກວດສອບບັນຊີຝຣັ່ງ ແລະ ໃຫ້ກຽດຕ້ອນຮັບໂດຍ ທ່ານ ປີແອ ມົດສະໂກວິຊີ (Pierre Moscovici) ປະທານສານກວດສອບບັນຊີຝຣັ່ງ ທີ່ ນະຄອນຫຼວງປາຣີ ປະເທດຝຣັ່ງ.
ການເຄື່ອນໄຫວ ແລະ ເຮັດວຽກຢູ່ຝຣັ່ງຄັ້ງນີ້ ຄະນະຜູ້ແທນອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມ ແລະ ທັດສະນະສຶກສາ ໃນຫົວຂໍ້: ການຄວບຄຸມ ແລະ ຮັບປະກັນຄຸນນະພາບການກວດສອບ ຊຶ່ງເປັນກິດຈະກໍາທີ່ຈັດຕັ້ງປະຕິບັດໂດຍສານກວດສອບບັນຊີຝຣັ່ງ ແລະ ການສະໜັບສະໜູນໂດຍສະຫະພາບເອີຣົບ ພາຍໃຕ້ການສະໜັບສະໜູນຂອງແຜນງານການຊ່ວຍເຫຼືອທາງດ້ານວິຊາການ ແລະ ການແລກປ່ຽນຄວາມຮູ້ (Technical Assistance and Information Exchange ຫຼື TAIEX) ຂອງປະເທດທີ່ເປັນສະມາຊິກສະຫະພາບເອີຣົບ.
ໃນກອງປະຊຸມພົບປະສອງຝ່າຍຄັ້ງນີ້ ທັງສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ເຄື່ອນໄຫວທີ່ພົ້ນເດັ່ນຂອງວຽກງານການກວດສອບ, ພ້ອມທັງທົບທວນຜົນສໍາເລັດ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ຊຶ່ງທັງສອງຝ່າຍໄດ້ເອກະພາບກັນດັ່ງນີ້: 1). ສືບຕໍ່ແລກປ່ຽນການຢ້ຽມຢາມພົບປະສອງຝ່າຍໃນລະດັບການນໍາຂັ້ນສູງ 2). ຮ່ວມກັນຄົ້ນຄວ້າທ່າແຮງໃນການຈັດຕັ້ງປະຕິບັດໂຄງການ ແລະ ກິດຈະກໍາຮ່ວມກັນ 3). ສືບຕໍ່ໃນການສ້າງຄວາມເຂັ້ມແຂງ ວຽກງານການກວດສອບໃຫ້ແກ່ພະນັກງານຫຼັກແຫຼ່ງຂອງອົງການກວດສອບແຫ່ງລັດ ສປປ ລາວ 4). ໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີສາກົນ.
ໂອກາດດັ່ງກ່າວ, ທ່ານ ວຽງທະວີສອນ ເທບພະຈັນ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງສານກວດສອບບັນຊີຝຣັ່ງ ທີ່ໄດ້ໃຫ້ການສະໜັບສະໜູນແກ່ອົງການກວດສອບແຫ່ງລັດ ສປປ ລາວ ຕະຫຼອດມາ ແລະ ຈະສືບຕໍ່ການຮ່ວມມືໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ນັກກວດສອບຂອງອົງການກວດສອບແຫ່ງລັດ ສປປ ລາວ ໃນຕໍ່ໜ້າ ແລະ ໃນໂອກາດທີ່ມີຄວາມໝາຍດັ່ງກ່າວ, ທ່ານ ປີແອ ມົດສະໂກວິຊີ ກໍໄດ້ສະແດງຄວາມຍິນດີ ແລະ ເຊື່ອໝັ້ນວ່າອົງການກວດສອບແຫ່ງລັດ ສປປ ລາວ ແລະ ສານກວດສອບບັນຊີຝຣັ່ງ ຈະສືບຕໍ່ສະໜັບສະໜູນອົງການກວດສອບແຫ່ງລັດ ສປປ ລາວ ແລະ ຈະເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງສະຖາບັນກວດສອບສູງສຸດ ໃຫ້ກ້າວໜ້າຂຶ້ນເລື້ອຍໆ. ຈາກນັ້ນທັງສອງຝ່າຍກໍໄດ້ລົງນາມບົດບັນທຶກວ່າດ້ວຍການຮ່ວມມື ໃນຂົງເຂດການກວດສອບແຫ່ງລັດ.
ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສານກວດສອບບັນຊີຝຣັ່ງໃນຄັ້ງນີ້ ແມ່ນໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີ ແລະ ຄວາມຮັບຜິດຊອບສູງ ທີ່ຈະເສີມຂະຫຍາຍສາຍພົວພັນຮ່ວມມືຊຸກຍູ້ຊ່ວຍເຫຼືອ ແລະ ສະໜັບສະໜູນ ຊຶ່ງກັນ ແລະ ກັນ ເພື່ອພັດທະນາຂະແໜງການກວດສອບແຫ່ງລັດ ຂອງສອງປະເທດ ໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ, ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄືການເສີມຂະຫຍາຍສາຍພົວພັນທາງການທູດ ຄົບຮອບ 70 ປີ (22/10/1953-22/10/2023)  ທີ່ໃກ້ຈະມາເຖິງນີ້. ໂອກາດດັ່ງກ່າວ, ທ່ານ ວຽງທະວີສອນ ເທບພະຈັນ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງສານກວດສອບບັນຊີຝຣັ່ງ ທີ່ໄດ້ໃຫ້ການສະໜັບສະໜູນແກ່ອົງການກວດສອບແຫ່ງລັດ ສປປ ລາວ ຕະຫຼອດມາ ແລະ ຈະສືບຕໍ່ການຮ່ວມມືໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ນັກກວດສອບຂອງອົງການກວດສອບແຫ່ງລັດ ສປປ ລາວ ໃນຕໍ່ໜ້າ ແລະ ໃນໂອກາດທີ່ມີຄວາມໝາຍດັ່ງກ່າວ, ທ່ານ ປີແອ ມົດສະໂກວິຊີ ກໍໄດ້ສະແດງຄວາມຍິນດີ ແລະ ເຊື່ອໝັ້ນວ່າອົງການກວດສອບແຫ່ງລັດ ສປປ ລາວ ແລະ ສານກວດສອບບັນຊີຝຣັ່ງ ຈະສືບຕໍ່ສະໜັບສະໜູນອົງການກວດສອບແຫ່ງລັດ ສປປ ລາວ ແລະ ຈະເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງສະຖາບັນກວດສອບສູງສຸດ ໃຫ້ກ້າວ              ໜ້າຂຶ້ນເລື້ອຍໆ. ຈາກນັ້ນທັງສອງຝ່າຍກໍໄດ້ລົງນາມບົດບັນທຶກວ່າດ້ວຍການຮ່ວມມື ໃນຂົງເຂດການກວດສອບແຫ່ງລັດ.
ຈາກນັ້ນ, ຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ  ລາວ ກໍໄດ້ຢ້ຽມຢາມ ແລະ ທັດສະນະສຶກສາ ກ່ຽວກັບປະຫວັດຄວາມເປັນມາ ແລະ ພາລະບົດບາດຂອງສານກວດສອບບັນຊີຝຣັ່ງ ຢູ່ (Palais Cambon) ແລະ ສານກວດສອບປະຈໍາເຂດແຄ້ວນ (Ile de France). 
                                            ຂ່າວ-ພາບ: ອົງການກວດສອບແຫ່ງລັດ

ຄໍາເຫັນ

ຂ່າວການຮ່ວມມື

ຮ່ວມກັນສ້າງຕົວແບບການຮ່ວມມື ລາວ-ຈີນ ໃນການເປັນດ່ານປ້ອງກັນສີຂຽວປະຊາຄົມຮ່ວມຊາຕາກຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ຮ່ວມກັນສ້າງຕົວແບບການຮ່ວມມື ລາວ-ຈີນ ໃນການເປັນດ່ານປ້ອງກັນສີຂຽວປະຊາຄົມຮ່ວມຊາຕາກຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ເອກະສານ​ສະບັບ​ນີ້ ເປັນ​ໝາກຜົນ​ໄລຍະ​ໜຶ່ງຂອງໂຄງການ​ທົ່ວ​ໄປ “ການ​ຄົ້ນຄວ້າ​ປະດິດ​ສ້າງ​ໃໝ່​ຂອງ​ກົນ​ໄກ​ການ​ປະສານ​ງານ ແລະ ພັດທະນາ​ຄວາມ​ປອດ​ໄພ​ຂອງ​ລະບົບ​ນິເວດ​ໃນ​ເຂດ​ແຄວ້ນ​ລະຫວ່າງ ແຂວງ​ຢູນ​ນານ ສປ ຈີນ ກັບ ‘ຫວຽດນາມ, ລາວ, ມຽນ​ມາ’ ” ຂອງ​ສະ​ຖາ​ບັນ​ວິທະຍາສາດ​ປັດ​ສະ​ຍາ​ສັງຄົມ​ແຂວງ​ຢູນ​ນານ.
ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ໃນວັນທີ 22-23 ທັນວາຜ່ານມາ, ທີ່ຫໍພິພິຕະພັນບັ້ນຮົບລາມເຊິນ 719 ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດງານພົບປະມິດຕະພາບແລກປ່ຽນກິດຈະກຳສິລະປະວັນນະຄະດີຮ່ວມກັນລະຫວ່າງຊາວໜຸ່ມເຍົາວະຊົນຂອງ ແຂວງສະຫວັນນະເຂດ ສປປ ລາວ ແລະ ກວາງຈິ ສສ ຫວຽດນາມ, ພາຍໃຕ້ຫົວຂໍ້
ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ໃນວັນທີ 25 ທັນວານີ້, ທີ່ຫ້ອງວ່າການສູນກາງພັກ,ໄດ້ຈັດຕັ້ງປາຖະກະຖາ“ ເນື້ອໃນຈິດໃຈ ກອງປະ ຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ” ໂດຍ ມີ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຮັບຟັງ.
ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ເພີ່ມເຕີມ