![]() |
ການຢ້ຽມຢາມເມືອງໂຂງ ແຂວງຈໍາປາສັກຄັ້ງນີ້, ຈຸດປະສົງຫຼັກ ກໍເພື່ອມອບເງິນສົມທົບທຶນຈຳນວນທັງໝົດ 11.000 ເອີໂຣ ຫຼືປະມານ 200 ລ້ານກວ່າກີບ ນຳໃຊ້ເຂົ້າໃນການປະກອບສ່ວນກໍ່ສ້າງ ຫໍພັກຄູ-ນັກຮຽນ ຢູ່ໂຮງຮຽນມັດທະຍົມສົມບູນບ້ານ ຂີ້ນາກ ທີ່ຂຶ້ນກັບກຸ່ມກະດັນ, ເຂົ້າຮ່ວມພິທີຄັ້ງນີ້, ມີທ່ານ ຈັນເພັງ ສຸດທິວົງ ອະດີດຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ໜູແສງ ຜຸຍບັນດິດ ຮອງປະທານຄະນະກຳມະການປົກຄອງເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ວິສິດ ຈັນທະພິມ ຫົວໜ້າໜ່ວຍງານບໍລິຫານ, ສະຖິຕິ ແລະ ແຜນການຫ້ອງການສຶກສາທິການ ແລະ ກິລາ ເມືອງໂຂງ ລາຍງານໂດຍສັງເຂບວ່າ: ໂຮງຮຽນມັດທະຍົມສົມບູນຂີ້ນາກ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1990, ຕັ້ງຢູ່ບ້ານຂີ້ນາກປະກອບມີອາຄານ 7 ຫຼັງ. ໃນນີ້, ນຳໃຊ້ເປັນຫ້ອງຮຽນ 5 ຫຼັງ, ຫ້ອງການ 1 ຫຼັງ ແລະ ສະໂມສອນ 1 ຫຼັງ. ຊຶ່ງເປັນກຸ່ມໂຮງຮຽນປະກອບມີ: ມຕ ບຸ່ງ, ມຕ ຫາດຊາຍຄູນ, ມຕ ແກ້ງກຸ່ມ, ມຕ ໂສດ ແລະ ສຳລັບເຂດບໍລິການໂຮງຮຽນແມ່ນມີບ້ານກະດັນ, ຂີ້ນາກ, ຊົນລະວຽງ, ກຸ່ມສົມ ແລະ ກຸ່ມໂສດ. ໃນປັດຈຸບັນ ມີຄູອາຈານທັງໝົດ 23 ຄົນຍິງ 13 ຄົນ, ມີນັກຮຽນ 463 ຄົນຍິງ 257 ຄົນ.
![]() |
ທ່ານ ຈູມຄຳ ຫຼວງວັນ ຄະນະກຳມະການສູນກາງແນວລາວສ້າງຊາດ ປະຈຳປະເທດຝຣັ່ງ, ປະທານສຳພັນຄົນລາວຢູ່ປະເທດຝຣັ່ງ ຍົກໃຫ້ເຫັນຕື່ມວ່າ: ເງິນຈຳນວນ 11.000 ເອີໂຣ ທີ່ໄດ້ນຳມາມອບໃນຄັ້ງນີ້ ແມ່ນໄດ້ມາຈາກການລະດົມທຶນ ດ້ວຍນ້ຳໃຈອັນສູງສົ່ງຂອງບັນດາ ພີ່ນ້ອງຊາວລາວທີ່ດຳລົງຊີວິດ, ເຮັດທຸລິກິດ ແລະ ປະກອບວຽກງານຢູ່ປະເທດຝຣັ່ງ, ເພື່ອປະກອບສ່ວນໃຫ້ແກ່ການກໍ່ ແລະ ສ້ອມແປງໂຮງຮຽນ ມ.ສ ຂີ້ນາກ ໃຫ້ມີຄວາມສົມບູນຂຶ້ນ ແລະບ່ອນພັກເຊົາທີ່ດີໃຫ້ແກ່ຄູ-ອາຈານ ແລະ ນັກຮຽນ.
(ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ)


ຄໍາເຫັນ