![]() |
ທ່ານ ກົງແກ້ວ ມີວໍລະຈັກ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້, ເປັນກອງປະຊຸມທ້າຍສະໄໝ ເພື່ອເປັນການທົບທວນຄືນການປະຕິບັດພາລະບົດບາດຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ຊຶ່ງພວກເຮົາຈະໄດ້ສຸມໃສ່ຮັບຟັງການລາຍງານ ແລະພິຈາລະນາຮັບຮອງເອົາບັນດາເນື້ອໃນຕົ້ນຕໍຈໍານວນໜຶ່ງ ເປັນຕົ້ນ: ພິຈາລະນາ ແລະຮັບຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານ 5 ປີ(2021-2025) ຂອງຄະນະສະມາຊິກສະພາແຫ່ງຊາດ ເຂດທີ 13 ແລະທິດທາງແຜນການເຄື່ອນໄຫວວຽກງານຮອດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X; ຮັບຟັງການລາຍງານຄືນຈາກທ່ານຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ ຕາມມະຕິກອງປະຊຸມ ຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ວ່າດ້ວຍການຮັບຮອງເອົາບົດລາຍງານ ກ່ຽວກັບການຂຸດຄົ້ນແຮ່ທາດທົດລອງພາຍໃນແຂວງສະຫວັນນະເຂດ ແລະກ່ຽວກັບການຈັດຕັ້ງປະຕິບັດໂຄງການກໍ່ສ້າງໄຟຟ້າຈາກພະລັງງານລົມຢູ່ແຂວງສະຫວັນນະເຂດ; ຮັບຟັງການລາຍງານຄືນຈາກທ່ານຫົວໜ້າພະແນກກະສິກຳ ແລະສິ່ງແວດລ້ອມແຂວງ ກ່ຽວກັບການຈັດຕັ້ງປະຕິບັດການຈັດສັນ ແລະການຄຸ້ມຄອງ 3 ປະເພດປ່າພາຍໃນແຂວງ.
ຈາກນັ້ນ, ທ່ານ ຄໍາຜັນ ຄູນສະຫວັນ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ກໍ່ໄດ້ຜ່ານບົດສະຫຼຸບການຈັດຕັ້ງ ແລະການເຄື່ອນໄຫວວຽກງານ 5 ປີ ປະຈໍາປີ 2025 ແລະທິດທາງແຜນການຈົນຮອດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ X.
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ