ກຜທ ໄດ້ຮັບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ

ຄະນະຊາວໜຸ່ມ ກຜທ ໄດ້ຮັບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ

ຄະນະຊາວໜຸ່ມ ກຜທ ໄດ້ຮັບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ
ຄະນະຊາວໜຸ່ມ ກະຊວງແຜນການ ແລະ ການລົງທຶນ (ກຜທ) ໄດ້ຮັບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4ບຸກຄັ້ງທີII, ຫຼຽນຊາວໜຸ່ມຕະລຸມບອນ,ຫຼຽນກາລະນຶກວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 65ປີ

 

ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານຂອງຊາວໜຸ່ມປະຊາຊົນປະຕິວັດລາວໃນວັນທີ 15ມັງກອນນີ້ ທີ່ສະໂມສອນຂອງກະຊວງດັ່ງກ່າວ, ພາຍໃຕ້ການເປັນປະທານ ຂອງທ່ານ ເພັດພົມພິພັກກຳມະການສູນການພັກເລຂາຄະນະພັກລັດຖະມົນຕີກະຊວງແຜນການແລະການລົງທຶນ, ທ່ານ ນວນທອງ ສຸວັນວິໄຊ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະບໍລິຫານງານຊາວໜຸ່ມຂອງກະຊວງ ແລະ ສະມາຊິກຊາວໜຸ່ມຂອງກະຊວງຜທ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະ, ທ່ານ ອຸຕະແກ້ວ ແກ້ວດວງສິນ ກໍາມະການຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ຫົວໜ້າຫ້ອງການກຜທ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງໃນຕໍ່ໜ້າ ແລະ ຍົກໃຫ້ເຫັນຜົນງານການຈັດຕັ້ງປະຕິບັດໃນ 10ມາດຖານຂອງ ຄຊປປລ 4ບຸກ ພິເສດໜ່ວຍຊາວໜຸ່ມທີ່ຂຶ້ນກັບຄະນະບໍລິຫານງານຊາວໜຸ່ມກຜທ ປະກອບມີ 17ໜ່ວຍ, ໄດ້ຮັບການປະເມີນຢັ້ງຢືນ 4 ບຸກ ເທົ່າກັບ 100%;ມີກອງຊາວໜຸ່ມຕະລຸມບອນ 1 ກອງ ຊຶ່ງປະກອບມີບັນດາສະຫາຍສະມາຊິກຊາວໜຸ່ມອ້ອມຂ້າງກະຊວງເພື່ອເຄື່ອນໄຫວວຽກງານຂະບວນການຕ່າງໆໃຫ້ຟົດຟື້ນແລະຊ່ວຍເຫຼືອສັງຄົມໃນເວລາມີຄວາມຈຳເປັນອັນຮີບດ່ວນ;ຄະນະບໍລິຫານງານກະຊວງ ຜທມີເງິນຄັງຊາວໜຸ່ມທັງໝົດ113,284,666ກີບ;ໄດ້ເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານ3ສ້າງຂອງກະຊວງຜທກໍຄືການປະກອບສ່ວນເຂົ້າໃນຄະນະກອງເລຂາວຽກງານ3ສ້າງຂອງກະຊວງ; ໄດ້ເອົາໃຈໃສ່ປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານປ້ອງກັນເວນຍາມສໍານັກງານໃຫ້ມີຄວາມສະຫງົບ ແລະ ປອດໄພໂດຍສະເພາະໃນວັນສຳຄັນຕ່າງໆຂອງພັກ, ຂອງຊາດແລະກອງປະຊຸມທີ່ສຳຄັນທີ່ກະຊວງຈັດຂຶ້ນ ແລະ ວຽກງານອື່ນໆ. ຈາກນັ້ນ ຍັງໄດ້ຮັບຟັງການປະກອບຄຳຄິດເຫັນຕໍ່ບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4ບຸກ, ຂໍ້ຕົກລົງຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວ່າດ້ວຍການຮັບຮອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກຜທ ເປັນຄະນະຊາວໜຸ່ມປະຊາຊົນປະຕິວັດລາວ 4 ບຸກ, ຂໍ້ຕົກລົງ ວ່າດ້ວຍການມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ,ຂໍ້ຕົກລົງຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວ່າດ້ວຍການມອບຫຼຽນຊາວໜຸ່ມຕະລຸມບອນ.ນອກນີ້ ໃນພິທີ, ໄດ້ມອບໃບຢັ້ງຢືນ 4 ບຸກ, ມອບທຸງໄຊນຳໜ້າ 4 ບຸກ, ມອບຫຼຽນຊາວໜຸ່ມຕະລຸມບອນໃຫ້ຄະນະນໍາກະຊວງແລະຄະນະບໍລິຫານງານຊາວໜຸ່ມກຜທ, ມອບຫຼຽນກາລະນຶກ 65 ປີວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.

ໃນຕອນທ້າຍຂອງພິທີ, ທ່ານ ເພັດພົມພິພັກຍັງໄດ້ໃຫ້ກຽດໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການເຄື່ອນໄຫວນໍາພາ-ຊີ້ນໍາວຽກງານຕະຫຼອດໄລຍະທີ່ຜ່ານມາ ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກຜທ ແລະ ພ້ອມນີ້ຍັງມີຄໍາເຫັນຕໍ່ບັນດາສະຫາຍໃນຄະນະບໍລິຫານງານຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມ ຈົ່ງພ້ອມກັນມີຄວາມຮັບຜິດຊອບສູງຕໍ່ກັບໜ້າທີ່ວຽກງານການເມືອງທີ່ໄດ້ຮັບມອບໝາຍຢ່າງຕັ້ງໜ້າ ໂດຍສະເພາະແມ່ນການເປັນເສນາທິການຊ່ວຍຄະນະພັກ-ຄະນໍາກະຊວງ ຜທ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານການຄົ້ນຄວ້າ, ວິເຄາະ-ວິໄຈສະພາບເສດຖະກິດ, ວຽກງານປະເມີນຜົນ, ວຽກງານສະຖິຕິ, ວຽກງານການສົ່ງເສີມ ແລະ ດຶງດູດການລົງທຶນທັງພາຍໃນ-ຕ່າງປະເທດ, ວຽກງານດຶງດູດການຊ່ວຍເຫຼືອເພື່ອການພັດທະນາ, ລວມທັງການເປັນໃຈກາງໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ທ່ານ ຍັງໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງ 9ບາດອີກດ້ວຍ.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ