ຂະແໜງຈັດຕັ້ງທຸກຂັ້ນ ຈົ່ງສືບຕໍ່ບຸກບືນກ້າວຂຶ້ນ ແລະ ມີຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ

ຂະແໜງຈັດຕັ້ງທຸກຂັ້ນ ຈົ່ງສືບຕໍ່ບຸກບືນກ້າວຂຶ້ນ ແລະ ມີຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ

ຂະແໜງຈັດຕັ້ງທຸກຂັ້ນ ຈົ່ງສືບຕໍ່ບຸກບືນກ້າວຂຶ້ນ ແລະ ມີຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ
ວຽກງານການຈັດຕັ້ງ ແລະ ວຽກງານພະນັກງານ ເປັນວຽກໜຶ່ງທີ່ພັກເຮົາ ໃຫ້ຄວາມສຳຄັນ.ພາຍຫຼັງທີ່ພັກເຮົາ ໄດ້ສ້າງຕັ້ງຂຶ້ນ ຈາກນັ້ນພຽງ 3 ວັນ ຄືວັນທີ 25 ມີນາ 1955 ກໍໄດ້ມີການປະກາດສ້າງຕັ້ງຫ້ອງການໜຶ່ງຂອງພັກ

ຂຶ້ນທີ່ເອີ້ນວ່າ; ຫ້ອງການພະນັກງານທົ່ວປະເທດຂອງສູນກາງພັກ ແລະ ໄດ້ກາຍເປັນຄະນະຈັດຕັ້ງສູນກາງພັກ (ຄຈສພ) ໃນໄລຍະຕໍ່ມາຈົນເຖິງປັດຈຸບັນ. ເຫດການດັ່ງກ່າວ, ໄດ້ສະແດງເຖິງການໃຫ້ຄວາມສຳຄັນເປັນແຖວໜ້າຂອງສູນກາງພັກ ຕໍ່ກັບວຽກງານການຈັດຕັ້ງ ແລະ ວຽກງານພະນັກງານແຕ່ຫົວທີຂອງພັກເຮົາ ກໍຄືຄວາມເອົາໃຈໃສ່ເປັນພິເສດ ຕໍ່ກັບວຽກງານນີ້ ຂອງປະທານໄກສອນ ພົມວິຫານ ແລະ ບັນດາສະຫາຍການນຳຮຸ່ນກໍ່ຕັ້ງຂອງພັກເຮົາ.

ໃນພິທີສະເຫຼີມສະຫຼອງ 70 ປີ, ວັນສ້າງຕັ້ງ ຄຈສພ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ກ່າວສູນທອນພົດ ເມື່ອອາທິດຜ່ານມາ ໂດຍໄດ້ກ່າວຊົມເຊີຍຕໍ່ຜົນສຳເລັດຂອງ ຄຈສພ ໃນຕະຫຼອດ 70 ປີຜ່ານມາ ແລະ ເນັ້ນໜັກບາງຈຸດສຳຄັນ ທີ່ຂະແໜງຈັດຕັ້ງທຸກຂັ້ນຕ້ອງ ໄດ້ເອົາໃຈໃສ່ໃນຕໍ່ໜ້າ ເພື່ອສືບຕໍ່ບຸກໜ້າບືນຕົວກ້າວຂຶ້ນ ແລະ ມີຜົນງານໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ.

70 ປີ ແຫ່ງການສ້າງຕັ້ງ ຄຈສພ ເປັນ 70 ປີ ແຫ່ງຄວາມພາກພູມໃຈຕໍ່ຄວາມເຕີບໃຫຍ່ຂອງພັກເຮົາ ແລະ ຂອງຜູ້ປະຕິບັດໜ້າທີ່ໃນວຽກງານຈັດຕັ້ງ, ພະນັກງານທີ່ຖືກມອບໝາຍ. ການນຳ ແລະ ພະນັກງານທຸກຂັ້ນ, ທຸກໆຄົນ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການປະຕິບັດວຽກງານສ້າງພັກ, ສ້າງພະນັກງານ ແລະ ວຽກງານປັບປຸງບູລະນະການຈັດຕັ້ງໃຫ້ພັກ - ລັດ ຂອງປະເທດເຮົາ ໃນທຸກຍຸກ ທຸກສະໄໝ. ໃນເວລາດຽວກັນ, ກໍເປັນ 70 ປີ ແຫ່ງການສະສົມບົດຮຽນ ແລະ ປະສົບການການນໍາພາຂອງວຽກງານຈັດຕັ້ງ ແລະ ພະນັກງານຂອງພັກເຮົາ ໃນພາລະກິດບູລະນະແນວທາງພະນັກງານ, ປັບປຸງການຈັດຕັ້ງ ໃຫ້ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງແນວທາງປ່ຽນແປງໃໝ່ຮອບດ້ານແລະ ມີຫຼັກການຂອງພັກເຮົາ.

ຜົນງານ ແລະ ໄຊຊະນະຂອງວຽກງານຈັດຕັ້ງ-ພະນັກງານ ໃນ 70 ປີຜ່ານມາ ແມ່ນເປັນທຶນຮອນອັນມະຫາສານ, ເປັນການສ້າງໄດ້ພື້ນຖານແຫ່ງກຳລັງແຮງ ໃຫ້ແກ່ພັກເຮົາ ເພື່ອເປັນແປ້ນຢັນໃຫ້ບາດກ້າວເດີນຂອງພັກ ໃນອະນາຄົດ. ດັ່ງນັ້ນ, ວຽກງານຈັດຕັ້ງ ແລະ ພະນັກງານຂອງພັກ ຍັງມີພາລະກຳອັນໃຫຍ່ຫຼວງໃນຕໍ່ໜ້າເຊັ່ນ: ພວກເຮົາ ຍັງມີເວລາພຽງແຕ່ 30 ປີ, ພັກເຮົາ ຈະມີອາຍຸຄົບ 100 ປີ ໃນປີ 2055 ແລະ ອາຍຸຂອງ ຄຈສພ ກໍຈະຄົບຮອບ 100 ປີ. ດັ່ງນັ້ນ, ການເປັນເສນາທິການໃຫ້ພັກ ໃນວຽກງານຈັດຕັ້ງ-ພະນັກງານນັ້ນ, ສະຫາຍ ທອງລຸນ ສີສຸລິດ ຢາກໃຫ້ຜູ້ເຮັດວຽກຈັດຕັ້ງ ຕ້ອງໄດ້ຄິດວາດພາບເອົາໄວ້ວ່າ: 100 ປີ ຂອງພັກ ແລະ 100 ປີ ຂອງຄຈສພ ຈະເຮັດໃຫ້ພັກເຮົາ, ລັດເຮົາ ມີຮູບຮ່າງໜ້າຕາຄືແນວໃດ ເມື່ອເຖິງມື້ນັ້ນ. ເຖິງວ່າພວກເຮົາ, ກຳລັງສ້າງໂຄງການການເມືອງສະບັບທີ III ຂອງພັກເຮົາ ຂຶ້ນທີ່ຈະກຳນົດວິໄສທັດໄລຍະກາງ ແລະ ໄລຍະຍາວ ການກ້າວຂຶ້ນຂອງປະເທດຊາດເຮົາເພື່ອຈະໄດ້ຮັບຮອງເອົາໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຕ່ພວກເຮົາ ກໍຍັງມີເວລາຈຳນວນໜຶ່ງສຳລັບການພິນິດພິຈາລະນາຕຶກຕອງສຳລັບຜູ້ເຮັດວຽກຈັດຕັ້ງ.

ເຖິງວ່າວຽກງານຈັດຕັ້ງຂອງພວກເຮົາ ສາມາດບັນລຸໄດ້ຜົນງານອັນໃຫຍ່ຫຼວງ ໃນ 70 ປີຜ່ານມາກໍຕາມ, ແຕ່ພວກເຮົາ ກໍຕ້ອງຮັບຮູ້ນຳກັນວ່າ: ວຽກງານຈັດຕັ້ງ-ພະນັກງານ ຍັງຕ້ອງໄດ້ປັບປຸງປ່ຽນແປງຫຼາຍດ້ານ ເພື່ອຮັບມືກັບສະພາບການໃໝ່ ແລະ ຄວາມຮຽກຮ້ອງຕ້ອງການໃໝ່ ເປັນຕົ້ນ ການຍົກສູງຄວາມຮັບຜິດຊອບການເມືອງ ເພື່ອກໍ່ສ້າງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ການເລືອກເຟັ້ນ, ກໍ່ສ້າງ-ບຳລຸງ ແລະ ນຳໃຊ້ພະນັກງານໃຫ້ຖືກຄົນ, ຖືກວຽກ ແລະ ຖືກຈຸດ ທັງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນແຕ່ລະເງື່ອນໄຂ. ການປັບປຸງກົງຈັກການຈັດຕັ້ງ ໃນລະບົບການເມືອງ ໃຫ້ຮັດກຸມ, ກະທັດຮັດ ແລະ ມີປະສິດທິພາບ, ການບັນຈຸຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ເຂົ້າໃນທາດແທ້ຂອງສະມາຊິກພັກ-ພະນັກງານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນສະເພາະໜ້າ ແລະ ຍາວນານຂອງພັກ ຍັງແມ່ນພາລະໜ້າທີ່ທີ່ຈະຕ້ອງໄດ້ຕັ້ງໜ້າດຳເນີນການປັບປຸງປ່ຽນແປງຕໍ່ໄປຢ່າງຈິງຈັງ.

ສະນັ້ນ, ຂະແໜງຈັດຕັ້ງທຸກຂັ້ນ ຈົ່ງສືບຕໍ່ບຸກໜ້າບືນຕົວກ້າວຂຶ້ນ ແລະ ມີຜົນງານໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ ໂດຍເອົາໃຈໃສ່ບາງຈຸດສຳຄັນທີ່ ສະຫາຍ ເລຂາທິການໃຫຍ່ ໄດ້ເນັ້ນໜັກດັ່ງນີ້:

1). ພັກປະຊາຊົນປະຕິວັດລາວ ຍາມໃດກໍໃຫ້ຄວາມສໍາຄັນ ຕໍ່ການຈັດຕັ້ງຮາກຖານພັກສະເໜີມາແລະ ຖືເອົາການກໍ່ສ້າງ, ປັບປຸງການຈັດຕັ້ງຮາກຖານພັກ ເປັນໜ້າທີ່ຍຸດທະສາດຍາວນານ, ພົວພັນເຖິງການຄົງຕົວ, ການຂະຫຍາຍຕົວຂອງພັກ ແລະ ຂອງລະບອບການເມືອງຢູ່ປະເທດເຮົາ. ດັ່ງນັ້ນ, ການເອົາໃຈໃສ່ຊີ້ນໍາປັບປຸງເນື້ອໃນ, ວິທີການໃນການກໍ່ສ້າງ, ປັບປຸງການຈັດຕັ້ງຮາກຖານພັກ ຢ່າງຕໍ່ເນື່ອງ ເພື່ອສ້າງໃຫ້ການຈັດຕັ້ງຮາກຖານພັກ ມີຄວາມໜັກແໜ້ນ, ເຂັ້ມແຂງ, ສາມາດດໍາລົງບົດບາດເປັນແກນນໍາໃນລະບົບການເມືອງຢູ່ຂັ້ນຮາກຖານ ເພື່ອນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຮາກຖານ ໃຫ້ປະກົດຜົນເປັນຈິງ. ພັກເຮົາ ໄດ້ວາງຍຸດທະສາດໃນການກໍ່ສ້າງ-ປັບປຸງໜ່ວຍພັກ ເປັນແຕ່ລະໄລຍະ ຊຶ່ງປັດຈຸບັນ, ທົ່ວພັກ ພວມນໍາພາຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ສະນັ້ນ, ຄະນະພັກ, ຂະແໜງຈັດຕັ້ງທຸກຂັ້ນ ຕ້ອງໄດ້ອອກແຮງສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມ ໃນຕະຫຼອດໄລຍະ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ, ຍົກສູງຄວາມສາມາດໃນການເຄື່ອນໄຫວ ຢ່າງຫ້າວຫັນກວ່າ, ມີປະສິດທິຜົນກວ່າ ແມ່ນມີຄວາມສຳຄັນທີ່ສຸດ. ຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່ ບໍ່ອະນຸຍາດໃຫ້ພັກເຮົາ, ພະນັກງານເຮົາ ຢູ່ໃນສະພາບຢ້ຳເທົ່າ ຫຼືຖອຍຫຼັງໄດ້. ຍົກສູງຄວາມຮັບຜິດຊອບໃນການປະຕິບັດພາລະບົດບາດກ່ຽວກັບວຽກງານກໍ່ສ້າງພັກ ໂດຍສະເພາະ ການກໍ່ສ້າງພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕ້ອງບໍ່ແລ່ນນໍາປະລິມານ, ແຕ່ຖືຄຸນນະພາບເປັນກົກ. ອັນນີ້ ຍັງແມ່ນເປັນຫົວໃຈສຳຄັນໃນການປ່ຽນແປງໃໝ່ ກ່ຽວກັບວຽກງານຈັດຕັ້ງ ແລະ ພະນັກງານໃນຕໍ່ໜ້າ.

2). ພະນັກງານ ແມ່ນກໍາລັງການເມືອງຫຼັກແຫຼ່ງ ໃນພາລະກິດປະຕິວັດຂອງພັກເຮົາ, ເປັນຜູ້ຕັດສິນຜົນໄດ້-ຜົນເສຍ ຂອງການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ ແລະ ລັດ. ດັ່ງນັ້ນ, ການອົບຮົມບົ່ມເພາະຈາກພັກ ໃຫ້ເປັນຜູ້ຈົງຮັກພັກດີ, ຮັບໃຊ້ປະຊາຊົນ ແລະ ປະເທດຊາດ ດ້ວຍຄວາມບໍລິສຸດໃຈ ຍັງເປັນພາລະໜ້າທີ່ສຳຄັນຂອງວຽກງານຈັດຕັ້ງ ແລະ ພະນັກງານ. ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິິ່ງ ວຽກງານພະນັກງານ ຕ້ອງຕິດພັນກັບການແກ້ໄຂບັນຫາຢ່າງເປັນລະບົບ ນັບແຕ່ການຫຼຸດຜ່ອນຈໍານວນພະນັກງານດ້ວຍຫຼາຍວິທີ, ມີກົນໄກທີ່ສອດຄ່ອງ, ປັບປຸງກົງຈັກການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ລັດວິສາຫະກິດ, ການເມືອງ, ສັງຄົມ ແລະ ເປັນທັນສະໄໝ. ຍົກສູງຄວາມຮັບຜິດຊອບການເມືອງ, ຄວາມຮັບຜິດຊອບດ້ານວິໄນຂອງພະນັກງານທຸກລະດັບ, ທຸກພາກສ່ວນ. ເດັດດ່ຽວແກ້ໄຂບັນຫາການເສື່ອມຖອຍດ້ານມານະຈິດປະຕິວັດ, ທາດແທ້ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ການຫັນປ່ຽນດ້ວຍຕົນເອງ ຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກໍາລັງປໍລະປັກ ທີ່ສົ່ງຜົນກະທົບ ຕໍ່ຄວາມໝັ້ນຄົງຂອງຊາດ, ຂອງລະບອບການເມືອງ.

ສະນັ້ນ, ວຽກພະນັກງານ ແມ່ນຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກແຕ່ລະຂັ້ນ, ຕ້ອງຮັບປະກັນຫຼັກການລວມສູນປະຊາທິປະໄຕ ຕໍ່ກັບບັນຫາພະນັກງານ ແນໃສ່ຄັດຈ້ອນໃຫ້ໄດ້ຄົນດີ, ຄົນເກັ່ງ,ຜູ້ທີ່ມີຄວາມເສຍສະຫຼະ ເພື່ອວຽກງານ ເພື່ອສ່ວນລວມ. ເດັດດ່ຽວແກ້ໄຂປະກົດການຂອງລັດທິເອກະຊົນ, ອັດຕະວິໄສ, ພັກພວກ, ຈຸ້ມເຈື້ອ, ທ້ອງຖິ່ນ ແລະ ກຸ່ມຜົນປະໂຫຍດ. ໃນເວລາດຽວກັນ, ກໍເດັດດ່ຽວແກ້ໄຂຄວາມມີອະຄະຕິຕໍ່ພະນັກງານ... ສ້າງໃຫ້ພະນັກງານຮູ້ເສຍສະຫຼະເພື່ອສ່ວນລວມ, ນັບຖືກົດເກນເຂົ້າ-ອອກ, ຂຶ້ນ-ລົງ ໃຫ້ກາຍເປັນສະພາບປົກກະຕິ ແລະ ຕ້ອງເປັນໄປ.

3). ບັນດາສະຫາຍ ທີ່ເຮັດວຽກຈັດຕັ້ງ ແລະ ພະນັກງານ ເວລານີ້ຍິ່ງກວ່າເວລາໃດໝົດ ຕ້ອງເພີ່ມທະວີການປະສານສົມທົບ ຢ່າງແໜ້ນແຟ້ນ ລະຫວ່າງ ອົງການຂອງພັກ ກັບອົງການຈັດຕັ້ງລັດ, ອົງການຈັດຕັ້ງມະຫາຊົນ; ລະຫວ່າງອົງການຂອງສູນກາງ ແລະ ທ້ອງຖິ່ນ ສຸມໃສ່ປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍເອົາການຜັນຂະຫຍາຍບັນດາມະຕິຂອງພັກ, ກົດໝາຍ ແລະ ນິຕິກໍາຂອງລັດ ກ່ຽວກັບວຽກງານປັບປຸງສັບຊ້ອນ ແລະ ຈັດວາງພະນັກງານ ໃຫ້ຮັບປະກັນປະສິດທິພາບ, ກະທັດຮັດ, ຮັດກຸມ ຕິດພັນກັບສະພາບຕົວຈິງ ແລະ ຕອບສະໜອງໄດ້ ຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່. ສ້າງກົນໄກ ແລະ ລະບຽບການຢ່າງເຂັ້ມງວດໂປ່ງໃສ ແລະ ຍຸຕິທຳ ເພື່ອສະກັດກັ້ນ ແລະ ແກ້ໄຂການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານ.

ມະຕິຂອງຄະນະບໍລິຫານງານສູນກາງພັກ ກຳນົດອອກຕໍ່ວຽກງານປັບປຸງກົງຈັກການຈັດຕັ້ງ, ວຽກງານປັບປຸງລະບົບການປົກຄອງທ້ອງຖິ່ນຄືນໃໝ່ ແລະ ວຽກງານສັບຊ້ອນ ຈັດວາງພະນັກງານຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ ເປັນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນພາວະວິໄສ ເພື່ອແກ້ໄຂບັນຫາຂອງພັກ ຂອງຊາດ.

ດັ່ງນັ້ນ, ຈຶ່ງເປັນພາລະໜ້າທີ່ຂອງທຸກການຈັດຕັ້ງ-ພະນັກງານ, ສະມາຊິກພັກທຸກຄົນ ຕ້ອງໄດ້ມີພັນທະເຂົ້າຮ່ວມໃນການຈັດຕັ້ງປະຕິບັດ. ທັງນີ້ ກໍເພື່ອສ້າງຂະບວນການນຳໄປສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຮົາ ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.

ໂດຍ: ສ.ບຸດປະຊາ

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ