ຂັບຮ້ອງເພງເລື່ອງລາວການຮ່ວມມື ໜຶ່ງແລວ-ໜຶ່ງເສັ້ນທາງງານມະໂຫລານບົດເພງພື້ນບ້ານແບບໃໝ່ ກ້າວສູ່ປະເທດລາວ

ຂັບຮ້ອງເພງເລື່ອງລາວການຮ່ວມມື ໜຶ່ງແລວ-ໜຶ່ງເສັ້ນທາງງານມະໂຫລານບົດເພງພື້ນບ້ານແບບໃໝ່ ກ້າວສູ່ປະເທດລາວ
ບໍລິສັດທາງລົດໄຟລາວ-ຈີນຈຳກັດຮ່ວມກັບໂທລະພາບກວາງຊີ ສປ ຈີນໄດ້ຮ່ວມກັນຈັດກິດຈະກຳງານດົນຕີໂດຍມີການສະແດງສິລະປະພື້ນເມືອງອັນຈົບງາມເຊັ່ນ:ບົດຟ້ອນຈາກນັກຮຽນເຍົາວະຊົນລາວ, ນັກຮ້ອງສິລະປິນຊື່ດັງຂອງລາວແລະຈີນ ຈຳນວນຫຼວງຫຼາຍມາບັນເລງຄວາມມ່ວນຊື່ນຢູ່ຫ້ອງລໍຖ້າ ສະຖານີລົດໄຟລາວ-ຈີນ ມີພະນັກງານທາງລົດໄຟຮ່ວມສະແດງນຳ ສ້າງຄວາມມ່ວນຊື່ນໃຫ້ຜູ້ໂດຍສານ, ເຖິງບາງຄົນຈະບໍ່ໄດ້ຂຶ້ນລົດໄຟເພື່ອຊົມການສະແດງ ແຕ່ກໍຍັງໄດ້ຮັບຊົມການສະແດງຢູ່ໃນຫ້ອງລໍຖ້າ ສະຖານີລົດໄຟລາວ-ຈີນຢ່າງໃກ້ຊິດ ອັນເປັນການສ້າງຄວາມມ່ວນຊື່ນແລະ ຄວາມຕື່ນເຕັ້ນໃຫ້ແກ່ຜູ້ໂດຍສານຢູ່ພາຍໃນຫ້ອງລໍຖ້າໄດ້ເປັນຢ່າງດີຊຶ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນໃນວັນທີ 25 ມັງກອນຜ່ານມາຢູ່ຫ້ອງລໍຖ້າ ສະຖານີລົດໄຟລາວ-ຈີນ ນະຄອນຫຼວງວຽງຈັນ.
ກິດຈະກໍາສະແດງໂຊດົນຕີ,ຮ່ວມດື່ມນໍ້າສາຍດຽວກັນ, ຮ່ວມຂັບຮ້ອງບົດເພງດຽວກັນສອງປະເທດຈີນ-ລາວ ຮ່ວມດື່ມນໍ້າສາຍດຽວກັນ, ມີຊາຕາກໍາທີ່ເຊື່ອມໂຍງກັນ. ບົດເພງທີ່ສະແດງໃນຄັ້ງນີ້ ແມ່ນຮຽບຮຽງໃໝ່ຈາກບົດເພງຄຣາສສິກພື້ນບ້ານຂອງເຜົ່າຈວ້າງຈີນ ບົດເພງພື້ນບ້ານປຽບດັ່ງສາຍນໍ້າໃນລະດູໃບໄມ້ປົ່ງ, ໄດ້ມີການປະສົມປະສານລະຫວ່າງອົງປະກອບດົນຕີ ຫູກະດູກມ້າ ແລະ ແຄນລາວ, ຊາວໜຸ່ມຂອງສອງປະເທດລາວ-ຈີນ ນໍາໃຊ້ສຽງເພງ ເພື່ອເຮັດໃຫ້ມິດຕະພາບທີ່ລາວ-ຈີນຍິ່ງເລິກເຊິ່ງແລະປີ 2024 ແມ່ນປີແລກປ່ຽນວັດທະນະທໍາລະຫວ່າງຈີນ-ອາຊຽນ, ແມ່ນປີແຫ່ງການສ້າງຕັ້ງສາຍພົວພັນການທູດຈີນ-ລາວ ຄົບຮອບ 63 ປີ ແລະ ການເປີດນໍາໃຊ້ລົດໄຟລາວ-ຈີນ ຄົບຮອບ 3 ປີ.ງານມະໂຫລານບົດເພງພື້ນບ້ານແບບໃໝ່ ກ້າວສູ່ປະເທດລາວ, ຈັບມືກັບບັນດາຜູ້ກໍ່ສ້າງທາງລົດໄຟລາວ-ຈີນ, ການສະແດງດົນຕີແບບທີ່ທັນສະໄໝ ແລະ ແປກໃໝ່, ໃຊ້ບົດເພງພື້ນບ້ານແບບໃໝ່ ຂັບຮ້ອງເລື່ອງລາວການຮ່ວມມື ໜຶ່ງແລວ-ໜຶ່ງເສັ້ນທາງ, ສົ່ງຕໍ່ການອວຍພອນໄຊ ແລະ ຄວາມມຸ່ງຫວັງ ເນື່ອງໃນໂອກາດບຸນປີໃໝ່ຈີນ.
ຂ່າວ-ພາບ:ບຸນຕອມ

ຄໍາເຫັນ

ຂ່າວການຮ່ວມມື

ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ)ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ(BEQUAL)ໄດ້ເລີ່ມດຳເນີນການຄົ້ນຄວ້າໃໝ່ ກ່ຽວກັບປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນໂດຍສະເພາະແມ່ນກຸ່ມນັກຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນຫຼັກຢູ່ໃນຄອບຄົວ. ການຄົ້ນຄວ້າໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດໂດຍສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຮ່ວມກັບແຜນງານບີຄວາ (BEQUAL).
ເປີດນຳໃຊ້ສູນຝຶກ ຮັບປະກັນການບິນຮ່ວມສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ

ເປີດນຳໃຊ້ສູນຝຶກ ຮັບປະກັນການບິນຮ່ວມສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ

ພິທີເປີດນຳໃຊ້ສູນຝຶກ ແລະ ຮັບປະກັນການບິນຮ່ວມ ສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 29 ກັນຍາຜ່ານມາ, ໂດຍມີສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ແລະ ຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນຈີນເຂົ້າຮ່ວມ.
ສໍາມະນາກ່ຽວກັບ “ການປັບປຸງການປົກຄອງໃຫ້ທັນສະໄໝຂອງບັນດາປະເທດອາຊຽນ”

ສໍາມະນາກ່ຽວກັບ “ການປັບປຸງການປົກຄອງໃຫ້ທັນສະໄໝຂອງບັນດາປະເທດອາຊຽນ”

ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າຮ່ວມສໍາມະນາ ພາຍໃຕ້ຫົວຂໍ້: “ການປັບປຸງການປົກຄອງໃຫ້ທັນສະໄໝຂອງບັນດາປະເທດອາຊຽນ” ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໃຫ້ກຽດເຂົ້າຮ່ວມເປັນປະທານປິດໂດຍ ທ່ານ ນາງ ຈ້າວ ເຈີ້ນ (Dr. Zhao Zhen) ຮອງຫົວໜ້າສະຖາບັນການພັດທະນາຜູ້ບໍລິ ຫານ, ການຈັດສໍາມະນາຫົວຂໍ້ດັ່ງກ່າວໄດ້ຈັດຂຶ້ນເເຕ່ວັນທີ 3-23 ກັນຍາ ຜ່ານມາ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ຊຶ່ງຈັດໂດຍກະຊວງການຄ້າ ເເຫ່ງ ສປ ຈີນ ຮ່ວມກັບມະຫາວິທະຍາໄລເສດຖະກິດ ແລະ ທຸລະກິດສາກົນ (UIBE), ມີສໍາມະນາກອນຈາກ 5 ປະເທດຄື: ສປປ ລາວ, ຣາຊະອານາຈັກກໍາປູເຈຍ, ຣາຊະອານາຈັກໄທ, ອິນໂດເນເຊຍ ແລະ ມາເລເຊຍ (ກອງເລຂານຸການອາຊຽນ) ເຂົ້າຮ່ວມທັງໝົດ 25 ທ່ານ ຍິງ 9 ທ່ານ.
ສຸສານຈີນ ທີ່ແຂວງອຸດົມໄຊ ແລະ ຊຽງຂວາງ: ສັນຍາລັກແຫ່ງນ້ຳໃຈສາກົນກຳມາຊີບຂອງນັກຮົບວິລະຊົນຈີນ ທີ່ມີຕໍ່ພາລະກິດຕໍ່ສູ້ກູ້ຊາດຂອງປະເທດຊາດ ແລະ ປະຊາຊົນລາວຢ່າງບໍ່ມີວັນລືມ

ສຸສານຈີນ ທີ່ແຂວງອຸດົມໄຊ ແລະ ຊຽງຂວາງ: ສັນຍາລັກແຫ່ງນ້ຳໃຈສາກົນກຳມາຊີບຂອງນັກຮົບວິລະຊົນຈີນ ທີ່ມີຕໍ່ພາລະກິດຕໍ່ສູ້ກູ້ຊາດຂອງປະເທດຊາດ ແລະ ປະຊາຊົນລາວຢ່າງບໍ່ມີວັນລືມ

ເມື່ອ​ຫວນ​ຄືນ​ໃນ​ເດືອນ​ສິງຫາ ປີ 2014, ອົງການ​ນິຕິບັນຍັດ​ຈີນ ໄດ້​ຜ່ານ​ມະ​ຕິ​ກຳນົດ​ເອົາ​ວັນ​ທີ 30 ກັນ ຍາ​ຂອງ​ທຸກໆ​ປີ ເປັນ​ວັນ​ລະນຶກວິ ລະ​ຊົນ​ຜູ້​ເສຍສະຫຼະ​ຊີວິດ​ແຫ່ງ​ຊາດ​ຈີນ. ຄື​ກ່ອນ​ວັນຊາດ​ຈີນ​ວັນ​ທີ 1 ຕຸລາ​ ພຽງ 1 ວັນ ​ແລະ​ ນັບ​ແຕ່​ມີ​ນິ ຕິບັນຍັດ​ນັ້ນ​ເປັນຕົ້ນ​ມາ, ລັດຖະ ບານ​ຈີນ​ກໍ​ຄື​ປະຊາຊົນ​ຜູ້​ຮັກຫອມ​ສັນຕິພາບ​ໃນ​ທົ່ວ​ໂລກ​ກໍ​ໄດ້​ຈັດ​ກິດ ຈະກຳ​ລະນຶກ​ເຖິງ​ວິລະ​ຊົນ​ຈີນ​ຜູ້​ເສຍສະຫຼະ​ຊີວິດ ​ໃນ​ວັນ​ທີ 30 ກັນ ຍາ​ຂອງ​ທຸກໆ​ປີ ເພື່ອ​ສະແດງ​ຄວາມ ເຄົາລົບ​ນັບຖື ແລະ ຮູ້​ບຸນຄຸນ​ຕໍ່​ວິລະ​ຊົນ​ນັກຮົບ​ຈີນ​ທີ່​ມີ​ນ້ຳໃຈສາກົນ​ກຳ​ ມາຊີບ​ເສຍສະຫຼະ​ຊີວິດ ​ເພື່ອ​ສັນຕິ ພາບ​ໃນ​ທົ່ວ​ໂລກ, ທັງ​ເປັນການຈາລຶກ ​ບຸນຄຸນ ແລະ ເຮັດ​ໃຫ້​ນ້ຳໃຈ​ວິລະ​ຊົນ​ສະຫຼັກໄວ້​ໃນ​ດວງ​ໃຈ​ຂອງ​ຊົນ​ຊາດ​ຈີນ​ ແລະ​ ປະຊາຊົນ​ຜູ້​ຮັກຫອມ​ສັນ ຕິພາບ​ໃນ​ທົ່ວ​ໂລກ​ຕະຫຼອດ​ໄປ.
ຫົວໜ້າ ຄຕພ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ຫົວໜ້າ ຄຕພ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ໃນວັນທີ 28 ກັນຍາ ນີ້ ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 27-28 ກັນຍາ 2026.
ຄລທ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທີ່ນະຄອນພະນົມເປັນ

ຄລທ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທີ່ນະຄອນພະນົມເປັນ

ໃນລະຫວ່າງວັນທີ 21-25 ກັນຍາຜ່ານມານີ້, ຄະນະຜູ້ແທນ ນໍາໂດຍ ທ່ານ ວັນທະນາ ບໍລິນທາ ກຳມະການ ຜູ້ປະຈຳການ ຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ(ຄລທ), ພ້ອມດ້ວຍຄະນະຕາງໜ້າຈາກ ກະຊວງການເງິນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ໃນຫົວຂໍ້: ວຽກງານສົ່ງເສີມການລົງທຶນ ແລະ ການພັດທະນາຂະແໜງອຸດສາຫະກຳຜະລິດ ແລະ ປະກອບລົດຍົນ ຢູ່ ປະເທດກຳປູເຈຍ.
ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ 77 ປີ ທີ່ຫຼວງພະບາງ

ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ 77 ປີ ທີ່ຫຼວງພະບາງ

ໃນວັນທີ 25 ກັນຍາ ຜ່ານມາ, ວິທະຍຸໂທລະພາບສູນຈີນ (CMG) ປະຈຳລາວ ຮ່ວມກັບກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງຈັດງານສາຍຮູບເງົາສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດປະຊາຊົນຈີນ ຄົບຮອບ 77 ປີ ຂຶ້ນທີ່ໂຮງລະຄອນແຂວງຫຼວງພະບາງ, ໂດຍການເຂົ້າຮ່ວມຂອງທ່ານ ບຸນໄຫຼ ດວງເດືອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຈ່າງ ເຊີ້ຜິງ ຫົວໜ້າສະຖານກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກຮຽນເຂົ້າຮວ່ມຫຼາຍຮ້ອຍຄົນ.
ເປີດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27

ເປີດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27

ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27 (27th SCI) ຊຶ່ງຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 28-29 ກັນຍາ ນີ້ ທີ່ ນະຄອນຫຼວງວຽງຈັນ.
ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ຈັດງານລ້ຽງສະຫຼອງວັນຊາດ ຈີນ ຄົບຮອບ 77 ປີ

ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ຈັດງານລ້ຽງສະຫຼອງວັນຊາດ ຈີນ ຄົບຮອບ 77 ປີ

ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນຊາດຈີນ ວັນທີ່ 1 ຕຸລາ ຄົບຮອບ 77 ປີ, ໃນວັນທີ 25 ກັນຍາຜ່ານມາ ທີ່ ແຂວງຫຼວງພະບາງ ໂດຍມີ ທ່ານ ຈ່າງ ເຊີຜິງ (Zhang Sheping) ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ພ້ອມດ້ວຍ ການນຳຂັ້ນສູງຂອງບັນດາແຂວງພາກເໜືອ, ນັກທຸລະກິດຊາວຈີນ ເຂົ້າຮ່ວມ.
ປິດຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ການພັດທະນາອຸດສາຫະກຳສື່ໃໝ່

ປິດຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ການພັດທະນາອຸດສາຫະກຳສື່ໃໝ່

ພາຍຫຼັງດຳເນີນມາເປັນເວລາ 14 ວັນ ບັນດານັກສຳມະນາກອນຈາກ ລາວ, ໄທ, ກຳປູເຈຍ ແລະ ມຽນມາ ໄດ້ຮ່ວມແລກປ່ຽນບົດຮຽນ, ຄວາມຮູ້ ແລະ ປະສົບການດ້ານສື່ໃໝ່ ຈາກພາກສ່ວນຂອງ ສປຈີນ, ຊຶ່ງປະກອບ ສ່ວນສ້າງພື້ນຖານໃໝ່ໃຫ້ການຮ່ວມມືສື່ຈີນ-ອາຊຽນໃນຍຸກດີຈີຕອນ. ໄດ້ປິດລົງໃນວັນທີ 28 ກັນຍາ 2026 ນີ້ ທີ່ນະຄອນຫຼວງປັກກິ່ງ ສປຈີນ ໃຫ້ກຽດເຂົ້າຮ່ວມປິດໂດຍທ່ານ ເຫີ້ ຕົ່ງໂປ໋ (He DONGBO) ຮອງຜູ້ຈັດການໃຫຍ່ ບໍລິສັດຮ່ວມມືສາກົນດ້ານເສດຖະກິດ ແລະ ເຕັກນິກວິທະຍຸ-ໂທລະພາບຈີນ (CBIC) ຊຶ່ງຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນນັບແຕ່ວັນທີ 15-28 ກັນຍາ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ຈັດໂດຍກະຊວງການຄ້າແຫ່ງ ສປ ຈີນ ຮ່ວມກັບສູນວິທະຍຸກະຈາຍສຽງຈີນ ຮ່ວມມືດ້ານເສດຖະກິດ-ເຕັກໂນໂລຊີສາກົນ (CBIC) ໂດຍມີນັກສຳມະນາຈາກ 4 ປະເທດອາຊຽນເຂົ້າຮ່ວມ.
ເພີ່ມເຕີມ