ງານບຸນອອກພັນສາປະວໍຣະນາ

ຂາຍກະໂທງ-ໝາກເບັງ ໃນງານບຸນອອກພັນສາປະວໍຣະນາ ໄດ້ຂາຍດີ

ຂາຍກະໂທງ-ໝາກເບັງ ໃນງານບຸນອອກພັນສາປະວໍຣະນາ ໄດ້ຂາຍດີ
ຂາຍກະໂທງ-ໝາກເບັງ ໃນງານບຸນອອກພັນສາປະວໍຣະນາ ໄດ້ຂາຍດີ, ທ່ານ ນາງ ແສງຈັນ ຄໍາພັງທອງ ແມ່ຄ້າຂາຍໝາກເບັງ ຢູ່ແຄມທາງໃຫຍ່ຂ້າງວັນທາດຫຼວງໃຕ້

 ເມືອງໄຊເສດຖາ ນະ ຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມ ປະຊາຊົນ ໃນວັນທີ 17 ຕຸລາ ນີ້ວ່າ: ເມື່ອຮອດມື້ຂຶ້ນ 15 ຄໍ່າ ເດືອນ 11 ແມ່ນມື້ບຸນອອກພັນສາປະວໍຣະນາ ແລະ ໃນຕອນຄໍ່າຂອງມື້ນີ້ ກໍຈະມີພິທີລອຍກະໂທງ ຢູ່ສະຖານທີ່ຕ່າງໆຕາມຄວາມເໝາະສົມ ເປັນຕົ້ນຢູ່ແຄມຂອງ ທ່າວັດຈັນ ນະຄອນຫຼວງວຽງຈັນ ຊຶ່ງປະເພນີລອຍກະໂທງ ກໍເປັນໜຶ່ງໃນຮີດຄອງປະເພນີລາວ ທີ່ຈັດຂຶ້ນໃນໂອກາດບຸນອອກພັນສາປະວໍຣະນາ ຊຶ່ງເປັນພິທີທີ່ມີຄວາມໝາຍສໍາຄັນຂອງຊາວພຸດ. ການລອຍກະໂທງ ຕາມຄວາມເຊື່ອຂອງຊາວພຸດທີ່ວ່າ: ເມື່ອຮອດມື້ຂຶ້ນ 15 ຄໍ່າ ເດືອນ 11 ຂອງທຸກໆປີ ຈະຕ້ອງໄດ້ມີພິທີລອຍກະໂທງ ເພື່ອຂໍອະໂຫຊິກໍາ, ສົມມາຄາລະວະ ຈາກແມ່ນໍ້າທີ່ເຮົາໃຊ້, ເຮົາອາບ ແລະ ຂໍພອນນໍ້າແມ່ນໍ້າຄົງຄາຕ່າງໆ ເພື່ອໃຫ້ຕົນເອງ ແລະ ຄົນໃນຄອບຄົວມີສຸຂະພາບທີ່ແຂງແຮງ, ມີຄວາມສຸກໃນການດຳລົງຊີວິດ ແລະ ປັດເປົ່າເອົາສິ່ງທີ່ບໍ່ດີບໍ່ງາມໃຫ້ຖິ້ມໄປ, ໄຫຼ່ໄປກັບກະໂທງ ທີ່ລອຍໄປຕາມແມ່ນໍ້າ ແລະ ອື່ນໆ.

ທ່ານ ນາງ ແສງຈັນ ຄໍາພັງທອງ ຍັງກ່າວຕື່ມວ່າ: ມື້ນີ້ ກໍໄດ້ນໍາເອົາກະໂທງຫຼາຍຂະໜາດມາວາງຂາຍ-ຈໍາໜ່າຍມີທັງຂະໜາດນ້ອຍ, ໃຫຍ່ ຊຶ່ງມີທັງໝົດ 60 ອັນ ໃນຄາລາເລີ່ມຕົ້ນ 20 ພັນກີບ ຫາ 50 ພັນກີບ ເພື່ອໃຫ້ມວນຊົນໄດ້ກາຍໄປ-ມາ ໄດ້ຈັບຈ່າຍ, ເລືອກຊື້ຕາມໃຈມັກ. ໃນນັ້ນ, ຍັງມີບໍລິການຂາຍໝາກເບັງຫຼາຍປະເພດເຊັ່ນ: ໝາກເບັງ 9 ກີບ ມີ 80 ອັນ, 5 ກີບ 100 ອັນ, 3 ກີບ 120 ອັນ. ນອກນັ້ນ, ຍັງຂາຍດອກໄມ້ບູຊາເຊັ່ນ: ຂັນຫ້າ, ດອກໄມ້, ຂາຍທູບທຽນ, ເຂົ້າໜົມ, ໝາກກ້ວຍ ແລະ ອື່ນໆ ຕື່ມອີກ.

ສໍາລັບກະໂທງ ແລະ ໝາກເບັງ ທີ່ນໍາມາວາງຂາຍ-ຈໍາໜ່າຍ ວັດຖຸດິບແມ່ນໄດ້ຊື້ຈາກບ່ອນອື່ນ ເປັນຕົ້ນດອກດາວເຮືອງ, ໃບຕອງ, ຕົ້ນກ້ວຍ. ຈາກນັ້ນ, ເຮົາຈະນໍາວັດຖຸດິບມາປະດິດເອງ, ຫຍິບເອງ ຈຶ່ງຂາຍໃນລາຄາບໍ່ແພງ ຊຶ່ງເຫັນວ່າປີນີ້ໄດ້ຂາຍດີພໍສົມຄວນ.

ແມ່ຄ້າຂາຍໝາກເບັງ ຍັງຝາກເຖິງທຸກຄົນທີ່ໄດ້ກາຍໄປ-ມາທາງໃຫຍ່ ເບື້ອງທາດຫຼວງໃຕ້ ກໍສາມາດມາແວ່ຊື້ກະໂທງ-ໝາກເບັງໄດ້. ສໍາລັບໝາກເບັງ, ດອກໄມ້ບູຊາຕ່າງໆ ບໍ່ພຽງແຕ່ຂາຍໃນໂອກາດງານບຸນຕ່າງໆເທົ່ານັ້ນ, ທຸກວັນສິນໃຫຍ່ 15 ຄໍ່າ ແລະ ສິນ 8 ຄໍ່າກໍຂາຍ ເປັນປະຈໍາ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສູນຝຶກຄົນພິການເປັນສ່ວນໜຶ່ງທີ່ສຳຄັນທາງສັງຄົມທີ່ປັກກິ່ງ

ສູນຝຶກຄົນພິການເປັນສ່ວນໜຶ່ງທີ່ສຳຄັນທາງສັງຄົມທີ່ປັກກິ່ງ

ຄົນປົກກະຕິທຸກຄົນອາດຈະຂາດບາງຢ່າງໃນຊີວິດມັນກໍ່ເປັນເລື່ອງທຳມະດາ ແຕ່ສິ່ງທີ່ຄົນພິການບໍ່ເຄີຍຂາດຄື “ຄວາມຝັນ ແລະ ກຳລັງໃຈ” ໃນໂລກທີ່ເຕັມໄປດ້ວຍອຸປະສັກ ແລະ ຄວາມບໍ່ເທົ່າທຽມ ຄົນພິການຫຼາຍຄົນກໍ່ຍັງຢືນຢັນວ່າ “ຄວາມພິການ” ບໍ່ແມ່ນກຳແພງກັ້ນຄວາມຝັນ ແຕ່ເປັນພຽງບົດຮຽນທົດສອບໃນຊີວິດທີ່ເຮັດໃຫ້ພວກເຂົາເຂັ້ມແຂງກວ່າເກົ່າ.
ຊີວະປະຫວັດ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ຊີວະປະຫວັດ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ສະຖານທີ່ເກີດ ນະຄອນຫຼວງບາງກອກ ປະເທດໄທ ການສຶກສາ: ປະລິນຍາຕີ ສາຂາ ວິສະວະກຳອຸດສາຫະກຳ, ມະຫາວິທະຍາໄລ Hofstra ນິວຢອກ ສະຫະລັດອາເມຣິກາ ສາສະໜາ: ພຸດ ປະຫວັດທາງອາຊີບ
ບໍລິສັດໄຟຟ້ານໍ້າເທີນ 2 ຈັດກິດຈະກໍາວັນແຫ່ງຄວາມປອດໄພປະຈໍາປີ 2025.

ບໍລິສັດໄຟຟ້ານໍ້າເທີນ 2 ຈັດກິດຈະກໍາວັນແຫ່ງຄວາມປອດໄພປະຈໍາປີ 2025.

ພິທີສະເຫຼີມສະຫຼອງ ວັນແຫ່ງຄວາມປອດໄພ (SAFETY DAY)ປະຈໍາປີ ຂອງບໍລິສັດໄຟຟ້ານໍ້າເທີນ 2 ໄດ້ຈັດຂຶ້ນ ໃນວັນ 15 ຕຸລານີ້ ທີ່ເຮືອນຈັກເຂື່ອນໄຟຟ້ານໍ້າເທີນ 2 ເມືອງຍົມມະລາດ ແຂວງຄໍາມ່ວນ, ໃຫ້ກຽດເຂົ້າຮ່ວມ ເປັນປະທານ ໂດຍ ທ່ານ ມາກ ອັງຕວນຣຸບ ຜູ້ອຳນວຍການບໍລິສັດ ໄຟຟ້ານໍ້າເທີນ 2, ມີບັນດາທ່ານໃນຄະນະບໍລິຫານງານຂອງບໍລິສັດ, ພ້ອມດ້ວຍແຂກຖືກເຊີນຈາກພະແນກການຂັ້ນແຂວງ, ເມືອງນາກາຍ, ຍົມມະລາດ ແລະ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະ ກວທສ ປະຈຳປີ 2025

ກອງປະຊຸມຄົບຄະນະ ກວທສ ປະຈຳປີ 2025

ກອງປະຊຸມຄົບຄະນະກຳມາທິການວັດທະນະທຳ-ສັງຄົມ (ກວທສ) ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ຜ່ານມາ ທີ່ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ, ເຂົ້າຮ່ວມໂອ້ລົມໂດຍທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ມີບັນດາທ່ານປະທານ-ຮອງປະທານກຳມາທິການ, ຮອງເລຂາທິການ ແລະ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ບັນດາທ່ານຮອງລັດຖະມົນຕີ, ສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການສັງກັດ ກວທສ, ຮອງປະທານອົງການກາແດງລາວ, ຫົວໜ້າຫ້ອງການຄະນະກໍາມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນຈາກ ສພຊ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄະນະກໍາມະການຄຸ້ມຄອງໄພພິບັດແຂວງ ມອບຮັບເຂົ້າສານໃຫ້ເມືອງສິງ

ຄະນະກໍາມະການຄຸ້ມຄອງໄພພິບັດແຂວງ ມອບຮັບເຂົ້າສານໃຫ້ເມືອງສິງ

ໃນຕອນເຊົ້າວັນທີ 14 ຕຸລາຜ່ານມານີ້ ຢູ່ທີ່ຫ້ອງການເມືືອງສິງ ແຂວງຫຼວງນໍ້າທາ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ນໍາເອົາເຂົ້າສານມອບໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດເມືອງສິງ, ໂດຍການເຂົ້າຮ່ວມຂອງທ່ານ ກອນແກ້ວ ບັນນະວົງ ຮັກສາການ ຮອງປະທານຄະນະກໍາມະການ ປົກຄອງເມືອງ ປະທານແນວລາວສ້າງຊາດເມືອງສິງ, ທ່ານ ຊຽງວັນ ສົມລັດທອງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຄະນະກໍາມະການໄພພິບັດຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ໜ່ວຍຊາວໜຸ່ມ ສານປະຊາຊົນພາກເໜືອ

ມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ໜ່ວຍຊາວໜຸ່ມ ສານປະຊາຊົນພາກເໜືອ

ເມື່ອບໍ່ດົນຜ່ານມານີ້, ທີ່ສານປະຊາຊົນພາກເໜືອ ແຂວງຫຼວງພະບາງ ໄດ້ມີພິທີມອບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ຄັ້ງທີ III ປະຈຳປີ 2024, ປະດັບຫຼຽນກາລະນຶກ 65 ປີ ແລະ ມອບໃບຍ້ອງຍໍ ໂດຍເປັນປະທານຂອງ ທ່ານ ສົມໃຈ ຢາທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ, ມີຄະນະນຳສານປະຊາຊົນພາກເໜືອ, ເລຂາ, ຮອງເລຂາ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນໜ່ວຍຮາກຖານ ແລະແຂກຮັບເຊີນ ເຂົ້າຮ່ວມ.
ຂົງເຂດທະນາຄານ ແລະ ສະຖາບັນການເງິນ 3 ແຂວງ ໄດ້ຮັບການຍົກລະດັບວິຊາສະເພາະ

ຂົງເຂດທະນາຄານ ແລະ ສະຖາບັນການເງິນ 3 ແຂວງ ໄດ້ຮັບການຍົກລະດັບວິຊາສະເພາະ

ວັນທີ 14 ຕຸລານີ້ ທີ່ສະໂມສອນໃຫຍ່ ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສຳມະນາວຽກງານວິຊາສະເພາະ ໃຫ້ກັບວິຊາການຂະແໜງທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານຈາກ 3 ແຂວງ ຄື: ແຂວງໄຊຍະບູລີ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ, ໂດຍເປັນປະທານຂອງ ທ່ານ ວາລະສິນ ດາລາພອນ ຮອງຫົວໜ້າ ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ.
ເມືອງສິງ ປະຖະກະຖາສອງວັນປະຫວັດສາດ

ເມືອງສິງ ປະຖະກະຖາສອງວັນປະຫວັດສາດ

ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດພິທີປະຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ຂຶ້ນໃນວັນ 14 ຕຸລາ 2025 ຢູ່ທີສະໂມສອນຂອງເມືອງສິງ, ໂດຍການເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສີງໄຊ ກໍາມະການພັກແຂວງ ເລຂາພັກເມືອງ ຜູ້ຊີ້ນວຽກງານ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ
ປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ

ປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ

ກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມແລກປ່ຽນປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ໂດຍການເປັນປະທານຮ່ວມຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ), ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ແລະ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງລັດ ຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ມີບັນດາຜູ້ຕາງໜ້າຈາກອົງການໄອຍະການປະຊາ ຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງປ້ອງກັນປະເທດ ແລະ ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດເຂົ້າຮ່ວມ.
ມອບເງິນສະໜັບສະໜູນກອງປະຊຸມໃຫຍ່ອົງຄະນະພັກອົງການກາແດງແຫ່ງຊາດລາວ

ມອບເງິນສະໜັບສະໜູນກອງປະຊຸມໃຫຍ່ອົງຄະນະພັກອົງການກາແດງແຫ່ງຊາດລາວ

ໃນຕອນເຊົ້າວັນທີ 14 ຕຸລາ ນີ້ ທີ່ສຳນັກງານອົງການກາແດງແຫ່ງຊາດລາວ, ພາກສ່ວນທະນາຄານ ແລະ ບໍລິສັດຫຼາຍແຫ່ງໄດ້ຮ່ວມມອບເງິນສະໜັບສະໜູນໃຫ້ແກ່ອົງການກາແດງແຫ່ງຊາດລາວ ເພື່ອສະໜັບສະໜູນການຈັດກອງປະຊຸມໃຫຍ່ສະມາຊິກພັກຂອງອົງຄະນະພັກອົງການກາແດງແຫ່ງຊາດລາວທີ່ຈະຈັດຂຶ້ນໃນໄວໆນີ້.
ເພີ່ມເຕີມ