![]() |
ທ່ານ ທອງໃບ ສຸທຳມະວົງ ຮອງປະທານສານປະຊາຊົນແຂວງວຽງຈັນ ໄດ້ຂຶ້ນບົດສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ປະຈຳປີ 2025 ແລະ ທິດທາງແຜນການຈັດຕັ້ງປະຕິບັດວຽກງານອະໄພຍະໂທດປີ 2026 ບາງຕອນວ່າ: ສໍາລັບແຂວງວຽງຈັນ, ມີນັກໂທດທີ່ໄດ້ສະເໜີໃຫ້ອະໄພຍະໂທດຕາມລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ປະຈຳປີ 2025 ທັງໝົດ 189 ຄົນ ຍິງ 17 ຄົນ. ໃນນີ້, ມີ 2 ປະເພດ ຄື: ນັກໂທດທີ່ໄດ້ຮັບສະເໜີໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ມີຈຳນວນທັງໝົດ 160 ຄົນ, ຍິງ 16 ຄົນ ແລະ ນັກໂທດທີ່ໄດ້ຮັບສະເໜີໃຫ້ອະໄພຍະໂທດປ່ອຍຕົວ ຈໍານວນ 29 ຄົນ ຍິງ 1 ຄົນ.
ທ່ານ ບຸນຄ້ຳ ທຳມະວົງ ໄດ້ຜ່ານ ລັດຖະດຳລັດ ຂອງປະທານປະເທດ ສະບັບເລກທີ 304/ປປທ, ລົງວັນທີ 20 ພະຈິກ 2025 ວ່າດ້ວຍການໃຫ້ອະໄພຍະໂທດແກ່ນັກໂທດທີ່ມີຄວາມກ້າວໜ້າ ໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ 2025 ຄົບຮອບ 50 ປີ. ປະທານປະເທດ ອອກລັດຖະດຳລັດ ຕົກລົງ ໃຫ້ອະໄພຍະໂທດແກ່ນັກໂທດ ຈຳນວນ 2,858 ຄົນ ຍິງ 362 ຄົນ ແລະ ຕ່າງປະເທດ 59 ຄົນ ຍິງ 7 ຄົນ.
ໃນພິທີຄັ້ງນີ້, ຍັງໄດ້ມີການມອບໃບຢັ້ງຢືນໃຫ້ແກ່ນັກໂທດທີ່ໄດ້ຮັບການອະໄພຍະໂທດ ແລະ ປ່ອຍຕົວ ໂດຍການມອບຂອງ ທ່ານ ດາວເຮືອງ ນັນທາວົງ.
(ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ