ຫວນຄືນມູນເຊື້ອວັນສ້າງຕັ້ງອົງການໄອຍະການປະຊາຊົນ

ແຂວງວຽງຈັນ ຫວນຄືນມູນເຊື້ອວັນສ້າງຕັ້ງອົງການໄອຍະການປະຊາຊົນ

ແຂວງວຽງຈັນ ຫວນຄືນມູນເຊື້ອວັນສ້າງຕັ້ງອົງການໄອຍະການປະຊາຊົນ
ແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງອົງການໄອຍະການປະຊາຊົນແຫ່ງ ສປປ ລາວ ຄົບຮອບ 35 ປີ (9/1/1990-9/1/2025) ຂຶ້ນໃນວັນທີ 7 ມັງກອນ 2025 ນີ້ ໂດຍໄດ້ເລີ່ມຈາກການວາງກະຕ່າຍດອກໄມ້ຢູ່ອານຸສອນສະຖານປະທານໄກສອນ ພົມວິຫານ

ຂອງແຂວງ ນຳພາໂດຍ ທ່ານ ບຸນຄ້ຳ ທຳມະວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງວຽງຈັນ, ພ້ອມດ້ວຍຄະນະຕະຫຼອດຮອດພະນັກງານວິຊາການອົງການໄອຍະການປະຊາຊົນແຂວງ ແລະ ເຂດເຂົ້າຮ່ວມ. ຈາກນັ້ນ, ຈຶ່ງໄດ້ມີພິທີປາຖະກະຖາ ວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 35 ປີ ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງຫ້ອງວ່າການເມືອງວຽງຄໍາ ໂດຍການເປັນປະທານ ແລະ ປາຖະກະຖາຂອງທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຊຶ່ງທ່ານ ໄດ້ຍົກໃຫ້ເຫັນເຖິງສະພາບແວດລ້ອມຂອງການກໍາເນີດ ແລະ ສ້າງຕັ້ງອົງການໄອຍະການ, ທາດແທ້ ແລະ ມູນເຊື້ອຂອງອົງການໄອຍະການປະຊາຊົນ ໂດຍສັງເຂບ

(ພາບ-ຂ່າວ: ບຸນມາ ແກ້ວບຸດດາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແຂ່ງຂັນກິລາເປຕັງ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະະພັກ ສານປະຊາຊົນສູງສຸດ ຄັ້ງທີ V

ແຂ່ງຂັນກິລາເປຕັງ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະະພັກ ສານປະຊາຊົນສູງສຸດ ຄັ້ງທີ V

ສານປະຊາຊົນສູງສຸດ ໄດ້ສ້າງຂະບວນການແຂ່ງຂັນກິລາເປຕັງ ເພື່ອຕ້ອນຮັບກອງປະຊຸມໃຫຍ່ສະມາຊິກພັກຂອງອົງຄະນະະພັກ ສານປະຊາຊົນສູງສຸດ ຄັ້ງທີ V ແລະ ຂໍ່ານັບຮັບຕ້ອນວັນສ້າງຕັ້ງສານປະຊາຊົນ ຄົບຮອບ 43 ປີ ຊີງຂັນລາງວັນ ປະທານສານປະຊາຊົນສູງສຸດ ຊຶ່ງຂະບວນການດັ່ງກ່າວຈັດຂຶ້ນໃນວັນທີ 7 ສິງຫາ ຜ່ານມາ ທີ່ສານປະຊາຊົນສູງສຸດ (ສປສສ), ໂດຍການເປັນກຽດເຂົ້າຮ່ວມພິເປີດຂອງທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ, ມີຮອງປະທານ, ຜູ້ພິພາກສາ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ພະນັກງານ-ລັດຖະກອນ ອ້ອມຂ້າງສານປະຊາຊົນ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ບໍລິສັດຈະເລີນພັດທະນາ ມອບເງິນຊ່ວຍເຫຼືອໄພພິບັດແຂວງຄຳມ່ວນ

ບໍລິສັດຈະເລີນພັດທະນາ ມອບເງິນຊ່ວຍເຫຼືອໄພພິບັດແຂວງຄຳມ່ວນ

ວັນທີ 8 ສິງຫານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ບໍລິສັດ ຈະເລີນພັດທະນາ ໄດ້ມອບເງິນຊ່ວຍເຫຼືອໄພພິບັດແຂວງຄຳມ່ວນ ຈຳນວນ 20 ລ້ານກີບ ມອບໂດຍທ່ານ ພົງສະຫວັນ ໄຊຍະແສງ ປະທານບໍລິສັດ ຈະເລີນພັດທະນາ ແລະ ຮັບໂດຍທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ສື່ມວນຊົນ ຕ້ອງຍົກສູງຄວາມຮູ້-ຄວາມສາມາດຂອງຕົນໃຫ້ທັນຍຸກທັນສະໄໝ

ສື່ມວນຊົນ ຕ້ອງຍົກສູງຄວາມຮູ້-ຄວາມສາມາດຂອງຕົນໃຫ້ທັນຍຸກທັນສະໄໝ

ສື່ມວນຊົນ ຕ້ອງໄດ້ຍົກສູງຄວາມຮູ້-ຄວາມສາມາດຂອງຕົນໃຫ້ທັນຍຸກ, ທັນສະໄໝ, ເນື່ອງໃນໂອ ກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13/8/1950-13/8/2025) ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ສິງຫາຜ່ານມາວ່າ: ວັນທີ 13 ສິງຫາ ແມ່ນວັນທີ່ມີຄວາມໝາຍສໍາຄັນຫຼາຍສໍາລັບທຸກຄົນໃນວົງການສື່ມວນຊົນ ແລະ ການພິມຈໍາໜ່າຍທີ່ພວກເຮົາຈະໄດ້ຫວນຄືນເຖິງຜົນງານການເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະ ແລະ ພ້ອມກັນປຶກສາຫາລືບັນຫາປິ່ນອ້ອມວຽກງານສື່ມວນຊົນ.
ໄຊສົມບູນ ປະກາດການຈັດຕັັ້ງພະແນກການ ແລະ ໂອນວຽກເຂົ້າກັນ

ໄຊສົມບູນ ປະກາດການຈັດຕັັ້ງພະແນກການ ແລະ ໂອນວຽກເຂົ້າກັນ

ແຂວງໄຊສົມບູນ ໄດ້ປະກາດການຈັດຕັັ້ງພະແນກການ, ອົງການຂັ້ນແຂວງ ທີ່ຖືກໂຮມ, ໂອນວຽກເຂົ້າກັນ, ພິທີດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ.
ການນໍາເມືອງປາກກະດິງ ລົງກວດກາຜົນເສຍຫາຍຈາກໄພນ້ຳຖ້ວມຢູ່ 4 ບ້ານ

ການນໍາເມືອງປາກກະດິງ ລົງກວດກາຜົນເສຍຫາຍຈາກໄພນ້ຳຖ້ວມຢູ່ 4 ບ້ານ

ເມື່ອບໍ່ດົນມານີ້, ທ່ານ ດາວ ດວງພະຈັນ ຮັກສາການຮອງເຈົ້າເມືອງປາກກະດິງ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລົງຕິດຕາມສະພາບຜົນເສຍຫາຍຈາກໄພນ້ຳຖ້ວມຢູ່ ບ້ານນາເຄືອໃນ, ນາຫີນ, ໂພນທອງ ແລະ ບ້ານ ນາສັງ.
ເປີດບັ້ນດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກແຂວງຊຽງຂວາງ

ເປີດບັ້ນດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກແຂວງຊຽງຂວາງ

ໃນວັນທີ 7-9 ສິງຫານີ້ ທີ່ຫ້ອງວ່າການແຂວງຊຽງຂວາງ, ຄະນະບໍລິຫານງານພັກແຂວງຊຽງຂວາງໄດ້ເປິດບັ້ນດຳເນີນຊີວິດການເມືອງທ້າຍສະໄໝສະໄໝທີ VIII ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີຄະນະບໍລິຫານງານພັກແຂວງ ແລະ ການນຳຈາກສູນກາງເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ໄຊສົມບູນ ສະຫຼຸບວຽກງານຮອບດ້ານ ປະຈໍາ 6ເດືອນ ຕົ້ນປີ

ອົງການໄອຍະການປະຊາຊົນ ໄຊສົມບູນ ສະຫຼຸບວຽກງານຮອບດ້ານ ປະຈໍາ 6ເດືອນ ຕົ້ນປີ

ກອງປະຊຸມສະຫຼຸບວຽກງານອົງການໄອຍະການປະຊາຊົນ ທົ່ວແຂວງໄຊສົມບູນ ປະຈໍາ 6 ເດືອນຕົ້ນປີ 2025 ແລະ ວາງທິດທາງແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2025 ໄດ້ຈັດຂຶ້ນໃນວັນທີ 7 ສິງຫານີ້ ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ.
ການທົດລອງຄັ້ງສຸດທ້າຍ ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025

ການທົດລອງຄັ້ງສຸດທ້າຍ ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025

ສູນສະຖິຕິແຫ່ງຊາດ, ກະຊວງການເງິນໄດ້ດຳເນີນຈັດຕັ້ງປະຕິບັດການທົດລອງຄັ້ງສຸດທ້າຍສຳລັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025 ເພື່ອກວດກາຄວາມພ້ອມຮອບດ້ານກ່ອນການເດີນສຳຫຼວດເກັບກຳຂໍ້ມູນພາກສະໜາມຕົວຈິງ ໃນຂອບເຂດທົ່ວປະເທດໃນ ວັນທີ 3 ພະຈິກ 2025.
ອັດຕະປື ເຊັນບົດບັນທຶກຄວາມເຂົ້າໃຈໂຄງການກະສິກຳ ປູກພືດ-ລ້ຽງສັດ

ອັດຕະປື ເຊັນບົດບັນທຶກຄວາມເຂົ້າໃຈໂຄງການກະສິກຳ ປູກພືດ-ລ້ຽງສັດ

ແຂວງອັດຕະປື ແລະ ບໍລິສັດ ໂກເບັນດອກຄຳ ພະລັງງານສີຂຽວ-ກະສິກຳ ກຣຸບ ຈຳກັດ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໂຄງການກະສິກຳ ປູກພືດ-ລ້ຽງສັດ ໃນຮູບແບບ 2+3 ແລະ 1+4 ໃນເນື້ອທີ່ດິນ 13,502 ເຮັກຕາ ຢູ່ 24 ບ້ານຂອງ 3 ເມືອງຄື: ເມືອງສາມັກຄີໄຊ, ໄຊເສດຖາ ແລະ ເມືອງຊານໄຊ.
ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການກະສິກໍາເຊື່ອມສານເພື່ອປັບປຸງວຽກງານໂພຊະນາການ

ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການກະສິກໍາເຊື່ອມສານເພື່ອປັບປຸງວຽກງານໂພຊະນາການ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ແລະ ກອງປະຊຸມລິເລີ້ມໂຄງການກະສິກໍາ ເຊື່ອມສານເພື່ອປັບປຸງວຽກງານດ້ານໂພຊະນາການ ເມືອງມະຫາໄຊ ແລະ ເມືອງເຊບັ້ງໄຟ ໄລຍະທີ 2 ໄດ້ຈັດຂຶ້ນໃນ ວັນທີ 7 ສິງຫານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ມີທ່ານ ນາງ ອີແດລໄວສ໌ ຊີລານ (Ms. Edelweiss Silan) ຜູ້ອໍານວຍການ ອົງການສຸພະນິມິດສາກົນ ປະຈໍາ ສປປ ລາວ, ຕະຫຼອດເຖິງຄູ່ຮ່ວມງານຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.
ເພີ່ມເຕີມ