ແຂວງວຽງຈັນ ປະເມີນຄືນວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ

ແຂວງວຽງຈັນ ປະເມີນຄືນວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ

ແຂວງວຽງຈັນ ປະເມີນຄືນວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ
ໃນວັນທີ 14-15 ກໍລະກົດ 2025, ຢູ່ທີ່ຫ້ອງປະຊຸມພະແນກການເງິນ ແຂວງວຽງຈັນ, ຄະນະຮັບຜິດຊອບປະເມີນການຈັດຕັ້ງປະຕິບັດບັນດາຫົວໜ່ວຍ ຜູ້ພັດທະນາລະບົບໂປຣມແກຣມບັນຊີທີ່ພົວພັນກັບການເຊື່ອມຕໍ່ໃບເກັບເງິນກັບລະບົບ Taxrisຂອງຂະແໜ່ງສວຍສາອາກອນ ໄດ້ລົງຕິດຕາມ, ກວດກາ ແລະ ການຈັດຕັ້ງປະຕິບັດກ່ຽວກັບວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ, ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ (POS) ຢູ່ແຂວງວຽງຈັນ ນຳພາໂດຍ ທ່ານ ສຸພັນ ວິລາວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ພ້ອມດ້ວຍຄະນະ, ມີທ່ານ ສັງທອງ ມິດດາວົງ ຮອງຫົວໜ້າພະແນກການເງິນແຂວງວຽງຈັນ, ພ້ອມດ້ວຍຜູ້ປະກອບການເຂົ້າຮ່ວມ.
ແຂວງວຽງຈນ ປະເມນຄນວຽກງານຄມຄອງ ແລະ ນຳໃຊໃບເກບເງນ - image 1
 

ທ່ານ ສຸພັນ ວິລາວົງ ກ່າວວ່າ: ການລົງມາຄັ້ງນີ້ ຈະໄດ້ສົມທົບກັບສ່ວຍສາອາກອນປະຈຳແຂວງວຽງຈັນ ປະເມີນຄືນກ່ຽວກັບວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ, ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ (POS) ຢູ່ແຂວງວຽງຈັນ; ພ້ອມນີ້ຈະໄດ້ມີການເຜີຍແຜ່ແນະນຳບັນດານິຕິກຳຕ່າງໆ ທີ່ກ່ຽວຂ້ອງ ໃຫ້ບັນດາຫົວໜ່ວຍວິສາຫະກິດ, ພະນັກງານ, ລັດຖະກອນ ແລະ ຂະແໜງການທີ່ກ່ຽວຂ້ອງຂອງລັດ ໄດ້ນຳໄປຈັດຕັ້ງຜັນຂະຫຍາຍ; ພ້ອມທັງລົງກວດກາໃບເກັບເງິນຂອງບັນດາຫົວໜ່ວຍວິສາຫະກິດ; ເກັບກຳຂໍ້ມູນຂໍ້ມູນການອອກອະນຸຍາດ ແລະ ກວດກາບັນດາຫົວໜ່ວຍວິສາຫະກິດພາຍໃນແຂວງ ຕາມເປົ້າໝາຍທີ່ກຳນົດໄວ້ ສ່ວນທີ່ເຫຼືອແມ່ນມອບໃຫ້ສ່ວຍສາອາກອນປະຈຳແຂວງ, ເມືອງ ເປັນຜູ້ສືບຕໍ່ລົງຕິດຕາມ, ກວດກາ ປະເມີນຄືນ ແລະ ລາຍງານການປະຕິບັດງານເປັນແຕ່ລະໄລຍະ ແລະ ພາຍຫຼັງສຳເລັດຈະໄດ້ສ້າງບົດບັນທຶກຮ່ວມກັນ.

ທ່ານ ພູເຂົາທອງ ທອງສະຫວັນ ຮອງຫົວໜ້າສ່ວຍສາອາກອນປະຈຳແຂວງວຽງຈັນ ກ່າວວ່າ: ສະພາບການຈັດຕັ້ງປະຕິບັດ, ຄຸ້ມຄອງການນຳໃຊໃບເກັບເງິນ (ແບບເຈ້ຍ ແລະ POS) ຫົວໜ່ວຍວິສາຫະກິດເຂົ້າໃນລະບົບອາກອນມູນເພີ່ມຢູ່ແຂວງວຽງຈັນ (ລວມທັງແຂວງ ແລະ ເມືອງ) ຄຸ້ມຄອງມີ ຫົວໜ່ວຍອາກອນມູນຄ່າເພີ່ມ ທັງໝົດ 1,584 ຫົວໜ່ວຍ. ໃນນີ້,ແຂວງຄຸ້ມຄອງ 933 ຫົວໜ່ວຍ, ນຳໃຊ້ໃບເກັບເງິນແບບເຈ້ຍ ຈຳນວນ 808 ຫົວໜ່ວຍ, ແຂວງຄຸ້ມຄອງ 510 ຫົວໜ່ວຍ, ນໍາໃຊ້ເຄື່ອງ POS ຈຳນວນ 153 ຫົວໜ່ວຍ, ແຂວງຄຸ້ມຄອງ 52 ຫົວໜ່ວຍ ແລະ ຍັງບໍ່ນຳໃຊ້ ຈຳນວນ 623 ຫົວໜ່ວຍ, ແຂວງຄຸ້ມຄອງ 371 ຫົວໜ່ວຍ. ພ້ອມນີ້ ສ່ວຍອາກອນປະຈຳແຂວງວຽງຈັນ ໄດ້ເປີດກອງປະຊຸມໂຄສະນາເຜີຍແຜ່ດຳລັດວ່າດ້ວຍໃບເກັບເງິນ ສະບັບເລກທີ 297/ກງ, ລົງວັນທີ 29 ສິງຫາ 2022 ຈຳນວນ 2 ຄັ້ງ, ໄດ້ສົມທົບກັບພາກສ່ວນທີ່ກ່ຽວໄດ້ລົງການເຄື່ອນໄຫວ, ຊຸກຍູ້ເອົາຫົວໜ່ວຍວິສາຫະກິດເຂົ້າໃນລະບົບອາກອນມູນຄ່າເພີ່ມ ແລະ ຕິດຕັ້ງໂປຼແກຼມບັນຊີ, ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ສຳເລັດໄດ້ຈຳນວນໜຶ່ງ.

ໃນກອງປະຊຸມຄັ້ງນີ້ທີມງານທີ່ມາຈາກສູນກາງ ຍັງໄດ້ແນະນໍາການສ້າງບົດບັນທຶກຮ່ວມ ລະຫວ່າງ ຄະນະທີມງານສູນກາງ ກັບທ້ອງຖິ່ນ; ສ້າງແຜນການເຄື່ອນໄຫວ ໃນການຕິດຕາມຄຸ້ມຄອງ, ການນໍາໃຊ້ໃບເກັບເງິນ ແລະ ສິ່ງພິມຕ່າງໆ, ຄັດເລືອກເປົ້າໝາຍຫົວໜ່ວຍວິສາຫະກິດ ທີ່ນໍາໃຊ້ໃບເກັບເງິນ ອາກອນມູນຄ່າເພີ່ມ (ເປັນເຈ້ຍ); ໂປຼແກຣມເຄື່ອງບັນທຶກການຂາຍ-ບໍລິການ (POS) ພ້ອມນີ້ ກໍຍັງໄດ້ລົງກວດກາຕົວຈິງ ຕາມເປົ້າໝາຍຢູ່ເມືອງພາຍໃນເທດສະບານແຂວງຕື່ມອີກ.

(ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ພະນັກງານທີ່ເຮັດວຽກງານກວດກາ ຢູ່ຄະນະໂຄສະນາອົຍຮົມສູນກາງພັກ ປະຈຳປີ 2026 ຂຶ້ນໃນ ລະຫວ່າງວັນທີ 18-28 ສິງຫານີ້ ທີ່ ຄອສພ, ໂດຍ ການເປັນປະທານ ແລະ ເປີດຊຸດອົບຮົບດັ່ງກ່າວ ຂອງ ສະຫາຍ ສາຄອນ ພົມມະລາດ ຄະນະປະຈໍາພັກ ປະທານກວດກາ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ທີ່ຂຶ້ນກັບ ຄອສພ ຄະນະຮັບຜິດຊອບການຝຶກອົບຮົມ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ໃນວັນທີ 17 ສິງຫາຜ່ານມານີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດພິທີມອບ-ຮັບຊົ່ວຄາວໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍໝາກຮຽວນະຄອນຫຼວງວຽງຈັນ ທີ່ນໍາໃຊ້ຮ່ວງເງິນກູ້ຢືມເອດີບີ ຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ ຫຼື ພຊຄ. ພິທີໃນຄັ້ງນີ້ໄດ້ມີການເຊັນມອບ 2 ໂຄງການ:
ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫາງານພັກແຂວງ ຜູ້ຊີ້ນຳວຽກງານ ການເມືອງແນວຄິດ, ພັກ - ພະນັກງານ, ວຽກກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ຂັ້ນແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ແລະ ຊີ້ນໍາວຽກງານຢູ່ເມືອງບາຈຽງຈະເລີນສຸກ ໃນວັນທີ 17 ສິງຫາຜ່ານມາ ໂດຍມີ ທ່ານ ອຳນວຍ ເຮືອງວົງສາ ກຳມະການພັກແຂວງ ເລຂາພັກເມືອງບາຈຽງຈະເລີນສຸກ ພ້ອມຄະນະໃຫ້ການຕ້ອນຮັບ.
ເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື ຍົກລະດັບວຽກງານສົ່ງເສີມຕະຫຼາດການທ່ອງທ່ຽວລາວ

ເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື ຍົກລະດັບວຽກງານສົ່ງເສີມຕະຫຼາດການທ່ອງທ່ຽວລາວ

ພິທີເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື (MOA) ລະຫວ່າງກົມສົ່ງເສີມຕະຫຼາດການ ທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ກັບບໍລິສັດ HTH ການຄ້າຂາອອກ - ຂາເຂົ້າ ຈໍາກັດຜູ້ດຽວ, ບໍລິສັດ ແມັດ ຈໍາກັດຜູ້ດຽວ (MATT) ແລະ ສູນການສຶກສາ LS ໄດ້ຈັດຂຶ້ນໃນວັນທີ 18 ສິງຫານີ້ ທີ່ ນະຄອນຫຼວງວຽງຈັນ.
ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ  ປະທານສະພາປະຊາຊົນ ຕິດຕາມສະພາບນ້ຳຖ້ວມຢູ່ເມືອງເຊໂປນ

ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນ ຕິດຕາມສະພາບນ້ຳຖ້ວມຢູ່ເມືອງເຊໂປນ

ໃນວັນທີ 18 ສິງຫາ 2026 ນີ້,ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນໍາຈາກພະແນກການອ້ອມຂ້າງແຂວງ, ມີທ່ານ ຈັນ ທະລາ ພາມີສິດ ເລຂາພັກເມືອງເຊໂປນ, ພ້ອມການນຳເມືອງໄປຢ້ຽມຢາມ ແລະ ມອບເຄື່ອງໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມເຂດຈຸດສຸມລາດຫໍ້ເມືອງເຊໂປນ ແຂວງສະຫວັນນະເຂດ.
ເຊກອງ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ເຊກອງ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ແຂວງເຊກອງ ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ໃນວັນທີ 18 ສິງຫາ 2026 ໂດຍການປາຖະກະຖາຂອງທ່ານ ພອນເພັດ ຄິວລະວົງ, ພະນັກງານບໍານານ, ອະດີດຮອງເລຂາພັກແຂວງ, ມີທ່ານ ນາງ ຄໍາເສັງ ທຸມມະວົງສາ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ, ຄະນະກໍາມະການແນວລາວສ້າງຊາດແຂວງ ແລະ ການນໍາພະແນກການຕ່າງໆອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງ.
ແຂວງວຽງຈັນ ຈັດພິທີປາຖະກະຖາ 4 ວັນປະຫວັດສາດສຳຄັນ

ແຂວງວຽງຈັນ ຈັດພິທີປາຖະກະຖາ 4 ວັນປະຫວັດສາດສຳຄັນ

ແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອ 4 ວັນປະຫວັດສາດສຳຄັນຂອງພັກ, ຂອງຊາດ ເພື່ອເພີ່ມພູນຄູນສ້າງຄວາມຮັບຮູ້, ເຊື່ອມຊຶມອຸດົມການປະຕິວັດ ແລະ ເສີມຂະຫຍາຍມູນເຊື້ອຄວາມຮັກຊາດ ໃຫ້ແກ່ພະນັກງານຫຼັກແຫຼ່ງທົ່ວແຂວງ, ເນັ້ນໃສ່ການສືບຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນເງື່ອນໄຂໃໝ່.
ງານຄຸນຄ່າພູມປັນຍາລາວ ຄັ້ງທີ 1 ຈະຈັດຂຶ້ນໃນຕົ້ນເດືອນກັນຍານີ້

ງານຄຸນຄ່າພູມປັນຍາລາວ ຄັ້ງທີ 1 ຈະຈັດຂຶ້ນໃນຕົ້ນເດືອນກັນຍານີ້

ບໍລິສັດ ຫັດຖະກໍາແພງໄໝ ຮ່ວມກັບ ຮ້ານຄໍາພູວົງ ໄດ້ຖະແຫຼງຂ່າວ ໃນວັນທີ 14 ສິງຫາ ຜ່ານມານີ້ ທີ່ສູນວາງ ສະແດງສິນຄ້າ ລາວ-ໄອເຕັກ (ຕຶກເກົ່າ), ໃຫ້ກຽດຮ່ວມເປັນປະທານງານຖະແຫຼງຂ່າວເປີດ"ງານຄຸນຄ່າພູມປັນ ຍາລາວ" ຄັ້ງທີ່ 1 ຂອງ ທ່ານ ນາງ ອຸສາວະດີ ໄຊສະສິດ ອຳນວຍການຫັດຖະກຳແພງໄໝ. ທ່ານນາງ ວຽງສະຫວັນ ພະມີສິດ ຜູ້ບໍລິຫານຮ້ານຄໍາພູວົງ, ມິບັນດາທ່ານຄະນະປະທານ, ຜູ້ຕາງໜ້າຈາກພາກລັດ, ເອກະຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ບົວລະພາ ເປີດຊຸດຝຶກອົບຮົມ​ການ​ຂຽນ​ຂ່າວ-ການນຳໃຊ້ AI ແລະ ຈັດລາຍການວິທະຍຸ

ບົວລະພາ ເປີດຊຸດຝຶກອົບຮົມ​ການ​ຂຽນ​ຂ່າວ-ການນຳໃຊ້ AI ແລະ ຈັດລາຍການວິທະຍຸ

ເມືອງບົວລະພາ ແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານຂ່າວ, ການນຳໃຊ້ AI ເຂົ້າໃນການຂຽນຂ່າວ, ການສ້າງເຟສບຸກຂ່າວ ແລະ ເຕັກນິກການຈັດລາຍການວິທະຍຸ-ໂທລະໂຄ່ງ ໃນ​ວັນ​ທີ 17 ສິງ​ຫາ​ນີ້ ທີ່​ເມືອງ​ບົວ​ລະ​ພາ ໂດຍມີ ທ່ານ ບຸນເລີງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ ແລະ ທ່ານນາງ ໄລວັນ ດວງສະຫວັນ ຮອງເລຂາພັກເມືອງບົວລະພາ, ຫົວໜ້າຄະນະຈັດຕັ້ງເມືອງບົວລະພາ, ມີວິທະຍາກອນຈາກຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍບັນດາສຳມະນາກອນ ຈາກຂະແໜງການອ້ອມຂ້າງເມືອງ, ຕາແສງ ແລະ ຮາກຖານບ້ານ ເຂົ້າຮ່ວມ.
ຫຼາຍພາກສ່ວນ ສືບຕໍ່ຊ່ວຍເຫຼືອ ບັນເທົາທຸກຜູ້ທີ່ປະສົບໄພນໍ້າຖ້ວມ ຢູ່ບ້ານນໍ້າດີ ແລະ ບ້ານປ່າປົວະ

ຫຼາຍພາກສ່ວນ ສືບຕໍ່ຊ່ວຍເຫຼືອ ບັນເທົາທຸກຜູ້ທີ່ປະສົບໄພນໍ້າຖ້ວມ ຢູ່ບ້ານນໍ້າດີ ແລະ ບ້ານປ່າປົວະ

ຫຼາຍພາກສ່ວນ ທັງພາກລັດ ແລະ ພາກທຸລະກິດ ໄດ້ຮ່ວມແຮງຮ່ວມໃຈກັນ ສືບຕໍ່ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈຳນວນໜຶ່ງ ໄປຊ່ວຍເຫຼືອປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມກະທັນຫັນ ຢູ່ທີ່ບ້ານນໍ້າດີ ແລະ ບ້ານປ່າປົວະ ເມືອງຫຼວງນໍ້າທາ ແຂວງຫຼວງ​ນ້ຳ​ທາ.
ເພີ່ມເຕີມ