ແຂວງໄຊຍະບູລີສະຫຼຸບວຽກງານແຂ່ງຂັນແລະຍ້ອງຍໍປະຈໍາປີ

ແຂວງໄຊຍະບູລີສະຫຼຸບວຽກງານແຂ່ງຂັນແລະຍ້ອງຍໍປະຈໍາປີ
ກອງປະຊຸມສະຫຼຸບວຽກງານແຂ່ງຂັນແລະຍ້ອງຍໍປະຈໍາປີ2023ແລະທິດທາງແຜນການປີ2024ແບບເຊິ່ງໜ້າແລະທາງໄກໄດ້ຈັດຂຶ້ນໃນວັນທີ11ທັນວານີ້ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີໂດຍການເປັນປະທານຂອງທ່ານພົງສະຫວັນສິດທະວົງກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງໄຊຍະບູລີເຂົ້າຮ່ວມກອງປະຊຸມຄັ້ງນີ້ມີບັນດາກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ກໍາລັງປະກອບອາວຸດ, ເຈົ້າເມືອງ, ຮອງເຈົ້າເມືອງ, ຫົວໜ້າຫ້ອງການ, ອົງການຂັ້ນເມືອງພ້ອມດ້ວຍພະນັກງານຫຼັກແຫຼ່ງ.
    ພາຍຫຼັງ, ທ່ານພົງສະຫວັນສິດທະວົງໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ. ຈາກນັ້ນທ່ານສິລິວັດທະນາສົມພັນຫົວໜ້າພະແນກພາຍໃນແຂວງໄດ້ຂຶ້ນສະຫຼຸບຕີລາຄາວຽກງານຂະບວນການແຂ່ງຂັນ-ຍ້ອງຍໍຮັກຊາດແລະພັດທະນາປະຈໍາປີ2023ແລະທິດທາງແຜນການປີ2024ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນແລະຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານຜ່ານມາ. ພາຍຫຼັງທີ່ໄດ້ຮັບແຈ້ງການຂອງຄະນະຊີ້ນໍາລະດັບຊາດກ່ຽວກັບການແຂ່ງຂັນຍ້ອງຍໍຮັກຊາດແລະພັດທະນາວ່າດ້ວຍການສືບຕໍ່ເປີດຂະບວນການຮັກຊາດແລະພັດທະນາຂັ້ນກະຊວງ, ຂັ້ນແຂວງແລະຂັ້ນເມືອງໃນຂອບເຂດທົ່ວປະເທດສະບັບເລກທີ01/ຄຊຂຍລົງວັນທີ31ຕຸລາ2022ແຂວງໄຊຍະບູລີກໍໄດ້ສະເໜີອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາການແຂ່ງຂັນຍ້ອງຍໍຮັກຊາດແລະພັດທະນາຂອງແຂວງໄຊຍະບູລີສະບັບເລກທີ42/ຄຊຂຍລົງວັນທີ20ຕຸລາ2022ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບວຽກງານຮັກຊາດແລະພັດທະນາຂັ້ນເມືອງໃນ11ເມືອງຂອງແຂວງກໍໄດ້ພ້ອມກັນສ້າງແຜນການເຄື່ອນໄຫວແຕ່ລະໄລຍະແຕ່ລະໜ້າວຽກຊຶ່ງໄດ້ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະທ່ານເພື່ອຊີ້ນໍາ-ນໍາພາໃນການເປີດຂະບວນການຮັກຊາດແລະພັດທະນາຊຶ່ງມາຮອດປັດຈຸບັນການເປີດຂະບວນການແຂ່ງຂັນຮັກຊາດແລະພັດທະນາໃນທົ່ວແຂວງມີການຈັດຕັ້ງທີ່ຕັ້ງທີ່ໄດ້ລົງທະບຽນແຂ່ງຂັນຈໍານວນ321ໜ່ວຍພາກລັດມີຈໍານວນ286ຫົວໜ່ວຍ, ເອກະຊົນມີ34ຫົວໜ່ວຍ, ບ້ານມີຈໍານວນ322ບ້ານແລະຈະຍັງສືບຕໍ່ລົງທະບຽນ108ບ້ານທີ່ບໍ່ໄດ້ລົງທະບຽນມີບຸກຄົນລົງທະບຽນແຂ່ງຂັນທັງໝົດ10.511ທ່ານຍິງ4.619ທ່ານເປັນພະນັກງານ-ລັດຖະກອນ9.468ທ່ານຍິງ4.464ທ່ານ, ກໍາລັງປະກອບອາວຸດ793ທ່ານຍິງ155ທ່ານ, ນັກທຸລະກິດຜູ້ປະກອບການ250ທ່ານແລະຍັງ1ພາກສ່ວນຄືກອງບັນຊາການທະຫານແຂວງທີ່ບໍ່ໄດ້ລົງທະບຽນເປີດຂະບວນການແຂ່ງຂັນ. ສໍາລັບຂໍ້ແຂ່ງຂັນຮັກຊາດແລະພັດທະນາແຂວງໄຊຍະບູລີໄດ້ຂຶ້ນມີ10ຂໍ້ພາຍຫຼັງທີ່ໄດ້ເປີດຂະບວນການຮັກຊາດແລະພັດທະນາຢູ່ຂັ້ນແຂວງແລ້ວທາງຄະນະຮັບຜິດຊອບກໍໄດ້ຊຸກຍູ້ໃຫ້ບັນດາພະແນກການ, ອົງການ, ກົມກອງ, ລັດວິສາຫະກິດ, ນັກທຸລະກິດຜູ້ປະກອບການແລະບັນດາເມືອງເປີດຂະບວນການຮັກຊາດແລະພັດທະນາໃນຂັ້ນຂອງຕົນຊຶ່ງຂໍ້ແຂ່ງຂັນຂອງໜ່ວຍພັກພະແນກການ, ອົງການແລະກໍາລັງປະກອບອາວຸດມີ12ຂໍ້,ຂໍ້ແຂ່ງຂັນຂະແໜງການມີ9ຂໍ້, ຂໍ້ແຂ່ງຂັນຂອງເມືອງມີ9ຂໍ້, ສໍາລັບໜ່ວຍພັກພະນັກງານອົງການກໍາລັງປະກອບອາວຸດຂັ້ນເມືອງມີ11ຂໍ້, ສໍາລັບສະມາຊິກແລະພະນັກງານ-ລັດຖະກອນຂັ້ນເມືອງ9ຂໍ້, ຂໍ້ແຂ່ງຂັນຢູ່ຂັ້ນຄອບຄົວມີ8ຂໍ້, ຂໍ້ແຂ່ງຂັນນັກທຸລະກິດຜູ້ປະກອບການມີ5ຂໍ້, ຂໍ້ແຂ່ງຂັນຂັ້ນໜ່ວຍຄຸ້ມຄອງພົນລະເມືອງມີ8ຂໍ້, ຂໍ້ແຂ່ງຂັນໜ່ວຍງານຂອງບ້ານມີ5ຂໍ້, ຂໍ້ແຂ່ງຂັນຂອງບ້ານມີ10ຂໍ້, ຂໍ້ແຂ່ງຂັນໜ່ວຍຮາກຖານບ້ານມີ10ຂໍ້, ຂໍ້ແຂ່ງຂັນຂອງສະມາຊິກພັກຮາກຖານບ້ານມີທັງໝົດ9ຂໍ້. ທ່ານສີລິວັດທະນາສົມພັນຍັງໃຫ້ຮູ້ຕື່ມວ່າ: ຜ່ານການປະເມີນຂະບວນການແຂ່ງຂັນແລະຍ້ອງຍໍໃນໄລຍະ1ປີຜ່ານມາແຂວງພວກເຮົາຍັງບໍ່ທັນໄດ້ເລືອກຕົວເດັ່ນການຄັດເລືອກຍ້ອງຍໍແມ່ນອີງໃສ່ການປະເມີນຜົນພະນັກງານ-ລັດຖະກອນປະຈໍາປີປະເພດດີຫຼາຍແມ່ນໄດ້ຍ້ອງຍໍ, ປະເພດດີແມ່ນໄດ້ຊົມເຊີຍໃນນີ້ພະນັກງານ-ລັດຖະກອນປະເພດດີຫຼາຍໄດ້ຮັບການຍ້ອງຍໍມີ147ທ່ານຍິງ47ທ່ານ, ພະນັກງານ-ລັດຖະກອນໄດ້ປະເພດດີໄດ້ຮັບການຊົມເຊີຍມີ149ຍິງ60ທ່ານ, ພາກສ່ວນເອກະຊົນໄດ້ຮັບຍ້ອງຍໍມີ441ທ່ານຍິງ130ທ່ານການຈັດຕັ້ງລັດມີ263ພາກສ່ວນແລະພາກເອກະຊົນມີ49ພາກສ່ວນແລະການຍ້ອງຍໍໃນຜົນງານ1ປີ (2023) ໃຫ້ບໍລິສັດລັດວິສາຫະກິດທີ່ປະກອບສ່ວນອຸປະຖໍາທາງດ້ານສະຕິເຫືອແຮງແລະວັດຖຸເງິນຄໍາເຂົ້າໃນການສ້າງສາພັດທະນາແຂວງໄຊຍະບູລີມີປະເພດຕ່າງໆເຊັ່ນ: ໃບກຽດຕິຄຸນມີ33ໃບໃຫ້23ທ່ານຍິງ4ທ່ານ2ບໍລິສັດແລະ8ກົມກອງ, ໃບຍ້ອງຍໍມີ594ໃບໃຫ້380ທ່ານຍິງ116ທ່ານ24ບໍລິສັດແລະ190ກົມກອງ, ໃບຊົມເຊີຍມີ281ໃບໃຫ້275ທ່ານຍິງ110ທ່ານ5ບໍລິສັດແລະ1ກົມກອງ, ໃບສົມມະນາບຸນຄຸນມີ141ໃບໃຫ້59ທ່ານຍິງ7ທ່ານ18ບໍລິສັດແລະ64ກົມກອງ.
(ຂ່າວ-ພາບ: ບຸນທີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດຄອງປະເພນີຂອງຊາວພຸດທີ່ເຄີຍສືບທອດປະຕິບັດກັນມາຈົນເທົ່າທຸກວັນນີ້. ບຸນຫໍ່ເຂົ້າປະດັບດິນຍັງນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ. ເມື່ອຮອດມື້ແຮມ 14 ຄໍ່າເດືອນ 9 ລາວຂອງທຸກໆປີ ຫຼື ເອີ້ນວ່າບຸນເດືອນເກົ້າ ຊຶ່ງປີນີ້ແມ່ນກົງກັບວັນທີ 23 ສິງຫາ 2025. ບຸນຫໍ່ເຂົ້າປະດັບດິນ ຍັງເປັນບຸນເຮັດເພື່ອອຸທິດສ່ວນບຸນກຸສົນໃຫ້ຜີເຜດ ຫຼື ຍາດພີ່ນ້ອງ, ເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວນັ້ນ.
ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ໄດ້ນໍາເອົາເຄື່ອງຊ່ວບເຫຼືອມາມອບໃຫ້ຫ້ອງວ່າການ ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງການ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮັກສາການເຈົ້າເມືອງຫຼວງນໍ້າທາ ແລະ ທ່ານ ຈາງຍີ້ ຮອງປະທານບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ພ້ອມດ້ວຍພາກສ່ວນທ່ກຽ່ຂ້ອງເຂົ້າຮ່ວມ.
ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ພິທີປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຜູ້ປະຈຳການ ຊຶ່ງມີຕາງໜ້າຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ ຕະຫຼອດຮອດພະນັກງານທັງໝົດເຂົ້າຮ່ວມ.
ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ວັນທີ 21 ສິງຫາຜ່ານມາ, ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ລົງພົບປະໂອ້ລົມ ພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ, ເມືອງໝື່ນ ແຂວງວຽງຈັນ ຕິດພັນກັບການລົງໂຄສະນາເຜີຍແຜ່ມູນເຊື້ອວັນສຳຄັນຕ່າງໆຂອງພັກ ຂອງຊາດ ຂອງແຂວງ, ມີທ່ານ ສອນໄຊ ຫຼວງອາໄພ ເລຂາພັກເມືອງໝື່ນ, ການນຳແຂວງ, ການນຳເມືອງໝື່ນ, ອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນເຂດດັ່ງກ່າວເຂົ້າຮ່ວມ.
ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຕອນເຊົ້າວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງເຊກອງ, ບໍລິສັດ ດາກຈຶງ ສໍາຫຼວດແຮ່ທາດ ໂຄງການພັດທະນາບໍ່ແຮ່ ເຂດດາກປຣາ ເມືອງດາກຈຶງ ແຂວງເຊກອງ ໄດ້ມອບເງິນ 500 ລ້ານກີບ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາ ແຂວງເຊກອງ ມອບເງິນ 20 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ທີ່ຈະໄຂຂຶ້ນໃນທ້າຍເດືອນສິງຫານີ້, ໂດຍກ່າວຮັບຂອງທ່ານ ບຸນຫຼາຍ ບຸດທິ ຮັກສາການແທນເຈົ້າແຂວງເຊກອງ,.
ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ໃຫ້ການອຸປະຖຳກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະ ໄໝທີ IX ຂຶ້ນ ໃນວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ອຸປະຖຳເງິນ 50 ລ້ານກີບ ແລະ ນ້ຳດື່ມ 50 ແພັກ ມູນຄ່າ 3 ລ້ານກວ່າກີບ,
ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ສິງຫານີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເປັນປະທານກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃສ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ IX ຮອບທີ 2 ຂອງສະຫະພັນແມ່ຍິງ 6 ແຂວງພາກໃຕ້ ປະກອບມີ: :ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ແຂວງຄໍາມ່ວນ ຊຶ່ງຈັດຂຶ້ນທີ່ ແຂວງສະຫວັນນະເຂດ.
ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ໜ່ວຍງານຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ຂອງມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວໄດ້ຈັດບຸນໃຫ້ເດັກນ້ອຍທີ່ເສຍຊີວິດຢູ່ໂຮງໝໍ ຈໍານວນ 36 ສົບ ໃນລະຫວ່າງ ວັນທີ 21, 22, 23 ສິງຫາ 2025 ນີ້ ທີ່ ວັດໂນນສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ເພີ່ມເຕີມ