ໂຄະໂຄໂຣະລາວຈັດສົ່ງແຮງງານລາວໄປເຮັດວຽກຢູ່ປະເທດຍີ່ປຸ່ນ

ໂຄະໂຄໂຣະລາວຈັດສົ່ງແຮງງານລາວໄປເຮັດວຽກຢູ່ປະເທດຍີ່ປຸ່ນ
ໂດຍ: ວັນເພັງ
ບໍລິສັດຈັດຫາງານໂຄະໂຄໂຣະລາວຈຳກັດຜູ້ດຽວ ເປັນໜຶ່ງບໍລິສັດຕັ້ງຂຶ້ນໃໝ່ ຢູ່ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມີຈຸດປະສົງຢາກສົ່ງເສີມຄົນລາວ ຫຼື ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ເພື່ອນຳເງິນຕາເຂົ້າປະເທດ. ພ້ອມນີ້, ຍັງຈັດຫາແຮງງານຕ່າງປະເທດເຂົ້າມາເຮັດວຽກຢູ່ ສປປ ລາວແບບຖືກຕ້ອງຕາມກົດໝາຍ. ໃນວັນທີ 14 ພະຈິກຜ່ານມາທີ່ສະໜາມບິນວັດໄຕນະຄອນຫຼວງວຽງຈັນບໍລິສັດດັ່ງກ່າວໄດ້ຈັດສົ່ງແຮງງານລາວໄປເຮັດວຽກຢູ່ປະເທດຍີ່ປຸ່ນ ເປັນງວດທຳອິດປີ 2023 ມີຈຳນວນ 4 ຄົນ ເພດຊາຍ.
ໃນໂອກາດນິີ້, ທ່ານນາງ ວົງຈັນ ບົວແພງ ປະທານບໍລິສັດຈັດຫາງານໂຄະໂຄໂຣະລາວຈຳກັດຜູ້ດຽວໃຫ້ສຳພາດວ່າ: ການສົ່ງແຮງງານລາວໄປເຮັດວຽກຢູ່ປະເທດຍີ່ປຸ່ນໃນຄັ້ງນີ້ ຊຶ່ງເປັນງວດທຳອິດ ມີຈຳນວນ 4 ຄົນ ເພດຊາຍ ໄປເຮັດວຽກບັນຈຸເຂົ້າໃນສາຂາອຸດສາຫະກໍາ (ຂັບລົດໃຫຍ່ ຍົກສິ່ງຂອງຕ່າງໆ), ໃນເງິນເດືອນຂັ້ນພື້ນຖານ 140 ພັນເຢນຊຶ່ງແຮງງານດັ່ງກ່າວໂດຍໄດ້ຮັບການຄັດເລືອກຖືກຕ້ອງຕາມມາດຖານເງື່ອນໄຂ, ລະບຽບການຕ່າງໆເປັນຢ່າງດີ.
ການໄປເຮັດວຽກຢູ່ປະເທດຍີ່ປຸ່ນຈະມີດີຫຼາຍຢ່າງເປັນຕົ້ນ ມີໄລຍະເວລາການເຮັດວຽກເປັນເວລາ 3 ປີຫຼັງຈາກຮອດກຳນົດ 3 ປີແລ້ວສາມາດຕໍ່ໄດ້ອີກ 2 ປີ. ພ້ອມນັ້ນ, ຖ້າມີຄວາມດຸໝັ້ນ, ເຮັດວຽກໄດ້ດີເພິ່ນກໍຕໍ່ສັນຍາໃຫ້ຢູ່ອີກ 5 ປີລວມເປັນ 10 ປີ. ພ້ອມນີ້, ຍັງມີສະຫວັດດີການ, ມີປະກັນສຸຂະພາບ, ປະກັນອື່ນໆໃຫ້ ໂດຍປະຕິບັດຕາມລະບຽບຂອງປະເທດຍີ່ປຸ່ນ,ເວລາກັບປະເທດບ້ວງເງິນທີ່ຫັກຕ່າງໆນັ້ນທາງຍີ່ປຸ່ນຈະສົ່ງຄືນສາມາດນຳເງິນດັ່ງກ່າວມາເປັນທຶນຮອນຕໍ່ຍອດໄດ້ໃນອະນາຄົດ.ໃນນັ້ນ, ເມື່ອໄດ້ໄປເຮັດວຽກຢູ່ປະເທດຍີ່ປຸ່ນແລ້ວໃນແຕ່ລະປີ ກໍຈະໄດ້ຮຽນພາສາຍີ່ປຸ່ນພ້ອມເສັງທຽບພາສາຍີ່ປຸ່ນຄືນ ເພື່ອຈະໄດ້ເລື່ອນຂັ້ນ, ຕຳແໜ່ງງານຂຶ້ນໃຫ້ຕາມຄວາມເໝາະສົມ.ໃນນັ້ນ, ຖ້າເກັ່ງພາສາຍີ່ປຸ່ນ ກໍຈະໄດ້ເງິນເດືອນສູງຂຶ້ນ (ລາຍໄດ້ສູງຂຶ້ນຕາມລຳດັບ).
ໃນອະນາຄົດທາງບໍລິສັດ ຈັດຫາງານໂຄະໂຄໂຣະລາວຈຳກັດຜູ້ດຽວພ້ອມຮັບແຮງງານລາວບັນຈຸເຂົ້າວຽກງານເປັນຕົ້ນ ວຽກການເບິ່ງແຍງຜູ້ເຖົ້າ, ຜູ້ແກ່ ທີ່ແຮງງານຍິງ, ຊາຍສາມາດເຮັດໄດ້. ສະນັ້ນ, ຖ້າທ່ານໃດສົນໃຈຢາກໄປເຮັດວຽກຢູ່ປະເທດຍີ່ປຸ່ນໃຫ້ຕັ້ງໃຈຮຽນພາສາຍີ່ປຸ່ນໄວ້. ປັດຈຸບັນທາງບໍລິສັດຂອງພວກເຮົາ ມີຄວາມຕ້ອງການແຮງງານເປັນຈຳນວນຫຼາຍ ສະເລ່ຍປີ 1 ປະມານ 500-1.000 ຄົນ ເພື່ອໄປເຮັດວຽກຢູ່ຕ່າງປະຍີ່ປຸ່ນ ບັນຈຸເຂົ້າໃນສາຂາຕ່າງໆເຊັ່ນ: ຂະແໜງກະສິກໍາ, ບັນດາໂຮງງານ, ບໍລິການເບິ່ງແຍງຜູ້ສູງອາຍຸຢູ່ຕາມໂຮງໝໍຕ່າງໆ ຕາມແຕ່ລະໜ້າວຽກທີ່ມີເນື່ອງຈາກປະເທດຍີ່ປຸ່ນຍັງມີຄວາມຕ້ອງການແຮງງານລາວເປັນຈຳນວນຫຼາຍ ຍ້ອນແຮງງານລາວບໍ່ທັນມີການຈັດສົ່ງໄປເຮັດວຽກຢູ່ປະເທດຍີ່ປຸ່ນຫຼາຍ. ໃນນັ້ນ, ເຂົາເຈົ້າຍັງເຫັນໄດ້ແຮງງານລາວທີ່ໄປເຮັດວຽກຢູ່ປະເທດຍີ່ປຸ່ນກ່ອນນັ້ນແມ່ນເວົ້າດີສອນງ່າຍ, ປຽບດັ່ງແຮງງານຄົນລາວເໝືອນດັ່ງຜ້າຂາວ, ຖ້າບໍ່ເປັນວຽກກໍສາມາດສອນໃຫ້ເປັນໃຫ້ເກັ່ງໄດ້.ພ້ອມນັ້ນ, ທາງບໍລິສັດຈັດຫາງານໂຄະໂຄໂຣະລາວຈຳກັດຜູ້ດຽວຈະເປີດສູນຮຽນພາສາຍີ່ປຸ່ນ ໃນເດືອນມັງກອນ 2024 ທີ່ຈະມາເຖິງນີ້ຊຶ່ງສາມາດຮອງຮັບນັກຮຽນໄດ້ 100 ຄົນຜູ້ທີ່ຢາກໄປເຮັດວຽກຢູ່ປະເທດຍີ່ປຸນກໍສາມາດເຂົ້າໄປຮຽນໄດ້.
ສຳລັບເງື່ອນໄຂແຮງງານລາວທີ່ຕ້ອງການໄປເຮັດວຽກຢູ່ປະເທດດັ່ງກ່າວຕ້ອງແມ່ນຜູ້ທີ່ມີອາຍຸ 18-30 ປີ, ເປັນຄົນດຸໝັ້ນຕັ້ງໃຈເຮັດວຽກ, ມີສຸຂະພາບແຂງແຮງດີ, ຕ້ອງຮູ້ພາສາຍີ່ປຸ່ນຢ່າງໜ້ອຍໃນລະດັບN4 ແລະຫ້າມບໍ່ໃຫ້ສັກລາຍ.ທ່ານນາງວົງຈັນບົວແພງຍັງໄດ້ຝາກເຖິງແຮງງານລາວທຸກຄົນຜູ້ທີ່ມີຄວາມສົນໃຈຢາກເຮັດວຽກຮ່ວມກັບບໍລິສັດ ຈັດຫາງານໂຄະໂຄໂຣະ ລາວ ຈຳກັດຜູ້ດຽວ ກໍສາມາດເຂົ້າໄປສະໝັກສອບຖາມລາຍລະອຽດໄດ້ ທີ່ບໍລິສັດຂອງພວກເຮົາໄດ້ ຢູ່ບ້ານໜອງບົວທອງເໝືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ຕິດກັບປໍ້ານໍ້າມັນພີວີອອຍ ບ້ານດັ່ງກ່າວ).

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ສະຫຼອງປີມິດຕະພາບ ແລະ ຄົບຮອບ 5 ປີ ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ

ລາວ-ຈີນ ສະຫຼອງປີມິດຕະພາບ ແລະ ຄົບຮອບ 5 ປີ ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ

ພິທີສະເຫຼີມສະຫຼອງ “ປີແຫ່ງມິດຕະພາບ ລາວ-ຈີນ ແລະ ວັນຄົບຮອບ 5 ປີ ແຫ່ງການເປີດນຳໃຊ້ທາງລົດໄຟ ລາວ-ຈີນ” ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2026 ທີ່ເມືອງຕ້າລຽນ ສປ ຈີນ, ໂດຍມີ ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດລາວ ປະຈຳ ສປ ຈີນ, ຜູ້ຕາງໜ້າຈາກສະຖານທູດ ສປ ຈີນ ປະຈຳ ລາວ, ທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອຳນວຍການໃຫຍ່ ບໍລິສັດລົດໄຟ ລາວ-ຈີນ ຈຳກັດ, ທ່ານ ຊຸນຢົງໄຊ (Sun Yongcai) ເລຂາຄະນະພັກ ແລະ ປະທານບໍລິສັດ CRRC ພ້ອມດ້ວຍແຂກຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມ.
ການຮ່ວມມືທີ່ເປັນຮູບປະທຳ: ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ

ການຮ່ວມມືທີ່ເປັນຮູບປະທຳ: ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ

ການສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ບໍ່ແມ່ນພຽງຄໍາເວົ້າທາງການທູດທີ່ເປັນນາມມະທຳ ແລະ ຍິ່ງບໍ່ແມ່ນການຖ່າຍທອດຮູບແບບການພັດທະນາຈາກຝ່າຍໜຶ່ງໄປສູ່ອີກຝ່າຍໜຶ່ງແຕ່ພຽງຝ່າຍດຽວ.ໃນທີ່ນີ້ ຈຳເປັນຕ້ອງຊີ້ແຈງຄວາມເຂົ້າໃຈໜຶ່ງໃຫ້ຈະແຈ້ງວ່າ: ການຮ່ວມມືທີ່ເປັນຮູບປະທໍາລະຫວ່າງ ລາວ ແລະ ຈີນ ໃນດ້ານຊີວິດການເປັນຢູ່ຂອງປະຊາຊົນ, ຍາມໃດກໍມີຈຸດເລີ່ມຕົ້ນຈາກແຜນພັດທະນາ ແລະ ຄວາມຕ້ອງການຕົວຈິງຂອງປະຊາຊົນຢູ່ຂັ້ນຮາກຖານຂອງລາວ, ທຸກໂຄງການຮ່ວມມືລ້ວນແຕ່ຜ່ານການປຶກສາຫາລືຢ່າງສະເໝີພາບ, ຮ່ວມກັນວາງແຜນ ແລະ ຊຸກຍູ້ການປະຕິບັດໂດຍສອງຝ່າຍ, ບົນພື້ນຖານການເຄົາລົບສິດທິຂອງລາວໃນການກຳນົດການພັດທະນາຂອງຕົນເອງຢ່າງເຕັມສ່ວນ.
ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ໂມຮາມັດ ບິນ ຮາຈິ ຮາຊັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ແລະ ພັນລະຍາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ພັນລະຍາ ໄດ້ນໍາພາຄະນະຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ແຕ່ວັນທີ 22-24 ພະຈິກ ນີ້ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ລາວ ແລະ ມາເລເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງຂຶ້ນ.
ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ຊາວໜຸ່ມຕ່າງປະເທດຄັ້ງທີ 3 ສຳເລັດຜົນດີ

ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ຊາວໜຸ່ມຕ່າງປະເທດຄັ້ງທີ 3 ສຳເລັດຜົນດີ

ໃນວັນທີ 9 ພະຈິກ 2026, ເນື່ອງໃນໂອກາດສະຫຼອງຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ແລະ ປີມິດຕະພາບ ລາວ-ຈີນ, ກິດຈະກຳສາທາລະນະກຸສົນໂຄງການ “C Me Fly” ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ສຳລັບຊາວໜຸ່ມຕ່າງປະເທດ ຄັ້ງທີ 3 ປະຈຳ ສປປ ລາວ ຊຶ່ງໄດ້ຮັບທຶນສະໜັບສະໜູນຈາກ China Merchants Foundation, ຈັດໂດຍ Sinotrans ແລະ ດຳເນີນການ Sinotrans Overseas ຮ່ວມກັບ Pinglan Foundation, ໄດ້ສຳເລັດລົງຢ່າງສົມບູນ ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ.
ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ການເສີມສ້າງຮາກຖານທີ່ໝັ້ນຄົງໃຫ້ຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ດ້ວຍການຮ່ວມມືທີ່ເປັນຮູບປະທຳ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ. ລາວ ແລະ ຈີນ ສອງປະເທດມີພູຜາ ແລະ ສາຍນ້ຳເຊື່ອມຕໍ່ກັນ, ມີແນວຄວາມຄິດທີ່ສອດຄ່ອງກັນ, ເປັນປະເທດເພື່ອນບ້ານສັງຄົມນິຍົມທີ່ໄດ້ສ້າງສາຍພົວພັນອັນເລິກເຊິ່ງໃນຖານະ “ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ”. ນັບຕັ້ງແຕ່ສ້າງສາຍພົວພັນການທູດຢ່າງເປັນທາງການໃນປີ 1961 ເປັນຕົ້ນມາ, ການພົວພັນລາວ-ຈີນ ໄດ້ຜ່ານຜ່າບົດທົດສອບທີ່ເໝືອນດັ່ງພາຍຸລົມແດງຕະຫຼອດ 65 ປີ ແລະ ຍິ່ງແຂງແກ່ນຂຶ້ນ. ໃນເດືອນມິຖຸນາປີນີ້, ຜູ້ນຳສູງສຸດຂອງສອງປະເທດໄດ້ຮ່ວມກັນກຳນົດຖານະໃໝ່ໃນການຮ່ວມມືກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການຂອງຍຸກໃໝ່.
ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນຊຸດຝຶກອົບຮົມວຽກງານພະນັກງານນໍາພາ-ຄຸ້ມຄອງວຽກງານສື່ມວນຊົນ ສປປ ລາວ ຢູ່ ສສ ຫວຽດນາມ ໄລຍະ 2 ເດືອນ ນຳໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ນຳພາຄະນະຢ້ຽມຢາມເພື່ອພົບປະແລກປ່ຽນບົດຮຽນດ້ານການຜະລິດເນື້ອຫາຂ່າວ ແລະ ການພັດທະນາສື່ມວນຊົນໃນຍຸກດິຈິຕອນກັບໜັງສືພິມກອງທັບປະຊາຊົນຫວຽດນາມ,ເມື່ອບໍ່ດົນມານີ້,ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃຫ້ການຕ້ອນຮັບໂດຍ ທ່ານ ພັນເອກພິເສດ ຫງວຽນ ຮົ່ງ ຫາຍ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານ ຫງວຽນ ດຶກຕວ່ານ ຮອງຜູ້ອຳນວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ພາຍໃຕ້ຫົວຂໍ້ “ການປົກປ້ອງສິດທິເດັກ ແລະ ມາດຕະການຕ້ານການກໍ່ອາຊະຍາກຳຕໍ່ເດັກ ຂອງອົງການໄອຍະການ ລາວ-ຣັດເຊຍ” ໂດຍການເຂົ້າຮ່ວມຂອງ ທ່ານ​ ພຸດທະວົງ​ ບົວລະພາ​ ຫົວໜ້າ​ກົມຮ່ວມມືກັບຕ່າງປະເທດ ອອປສ, ທ່ານ ອາເລັກເຊວລາດີມີໂຣວິຊ ຄອສຕຣີຢາຄອຟຮອງຫົວໜ້າກົມກວດກາການປະຕິບັດການຄຸ້ມຄອງສິດ, ເສລີພາບ ແລະ ຜົນປະໂຫຍດອັນຊອບທຳຂອງເຍົາວະຊົນ ກົມໃຫຍ່ຄຸ້ມຄອງການປະຕິບັດກົດໝາຍລັດຖະບານກາງ. ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ, ຕາງໜ້າອົງການໄອຍະການທະຫານ ອ້ອມຂ້າງ ອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຍຸຕິທໍາ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງສູນກາງ ເຂົ້າຮ່ວມ.
ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໃນວັນທີ19ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນສໍາລັບການພັດທະນາເສດຖະກິດ-ສັງຄົມຂອງສປປລາວຈໍານວນ2ໂຄງການຄື: ໂຄງການຕິດຕາມກວດກາຄຸນນະພາບນໍ້າແລະໂຄງການສະໜອງອຸປະກອນມອດໄຟ. ຕາງໜ້າລັດຖະບານແຫ່ງສປປລາວຮ່ວມລົງນາມໂດຍທ່ານອານຸພາບວົງໜໍ່ແກ້ວຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວແລະຕາງໜ້າລັດຖະບານຍີ່ປຸ່ນລົງນາມໂດຍທ່ານໂຄອິຊຶມິຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາສປປລາວໂດຍມີຜູ້ຕາງໜ້າຈາກບັນດາກະຊວງແລະພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

ປີ 2026 ຖືເປັນຂີດໝາຍປະຫວັດສາດສຳຄັນຂອງສາຍພົວພັນລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະມາເລເຊຍເນື່ອງໃນໂອກາດຄົບຮອບ60 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ (1/7/1966-1/7/2026). ຕະຫຼອດຫົກທົດສະວັດຜ່ານມາ, ສາຍພົວພັນຂອງສອງປະເທດໄດ້ພັດທະນາຈາກມິດຕະພາບອັນດີງາມ ສູ່ການເປັນຄູ່ຮ່ວມມືທີ່ໃກ້ຊິດ ແລະ ຮອບດ້ານ ຊຶ່ງກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວັດທະນະທຳ ແລະ ການພັດທະນາຊັບພະຍາກອນມະນຸດ.
ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

‎​ ວັນທີ19ພະຈິກຜ່ານມາທີ່ນະຄອນຫຼວງມະນິລາປະເທດຟີລິບປິນ, ຄະນະຜູ້ແທນສະພາແຫ່ງຊາດແຫ່ງສປປ ລາວໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືແລະພິຈາລະນາຮ່າງມະຕິຂອງບັນດາກຳມາທິການຕ່າງໆໃນຂອບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຫຼືໄອປາ (AIPA) ຄັ້ງທີ47ຊຶ່ງໄດ້ສຸມໃສ່ບັນດາວຽກງານທີ່ສຳຄັນດັ່ງນີ້: ກຳມາທິການການເມືອງໄດ້ປຶກສາຫາລືກ່ຽວກັບບົດບາດຂອງລັດຖະສະພາໃນການຮັກສາສັນຕິພາບ, ຄວາມໝັ້ນຄົງກໍຄືການເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນ,​​ ກຳມາທິການເສດຖະກິດໄດ້ຮ່ວມກັນຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດພາກພື້ນ, ການຫັນເປັນດີຈີຕອນລວມທັງການພັດທະນາແບບຍືນຍົງ,​ ​ກຳມາທິການສັງຄົມໄດ້ພິຈາລະນາຮ່າງມະຕິວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາທີ່ມີຄວາມທົນທານຕໍ່ໄພພິບັດພ້ອມທັງປົກປ້ອງກຸ່ມຄົນດ້ອຍໂອກາດໃນສັງຄົມ,​ ກຳມາທິການການຈັດຕັ້ງ​ໄດ້ຄົ້ນຄວ້າວຽກງານພາຍໃນຂອງAIPA ແລະກະກຽມຄວາມພ້ອມໃນການຮັບຮອງເອົາລັດຖະສະພາແຫ່ງຊາດຕີມໍ-ແລັດສະເຕເຂົ້າເປັນສະມາຊິກສົມບູນລຳດັບທີ11.​
ເພີ່ມເຕີມ