ບົດລາຍງານລະບຸວ່າ: ມີ 3,118 ກໍລະນີທີ່ກະຈາຍໃນ 47 ເຂດອຳນາດການປົກຄອງຂອງ ສະຫະລັດ ອາເມຣິກາ ແລະ 16 ກໍລະນີແມ່ນເດີນທາງຈາກຕ່າງປະເທດ. ມີຄົນເຈັບ 248 ຄົນໄດ້ເຂົ້າຮັກສາໃນໂຮງໝໍ ຊຶ່ງຄິດເປັນປະມານ 8% ຂອງກໍລະນີທີ່ຢືນຢັນທັງໝົດ ແລະ ມີລາຍງານການລະບາດຂອງພະຍາດໝາກແດງ 38 ຄັ້ງໃນປີນີ້.
ສູນດັ່ງກ່າວລະບຸວ່າ: ປະມານ 94% ຂອງກໍລະນີທີ່ຢືນຢັນແລ້ວແມ່ນບໍ່ໄດ້ຮັບການສັກຢາວັກຊິນ ຫຼື ບໍ່ຮູ້ສະຖານະການສັກຢາວັກຊິນ. ພ້ອມທັງແນະນຳໃຫ້ປະຊາຊົນສັກວັກຊິນປ້ອງກັນພະຍາດໝາກແດງ, ໝາກເບີດ ແລະ ໝາກແດງເຢຍລະມັນ (MMR) ຈຳນວນ 2 ໂດສ ເພື່ອເປັນການປ້ອງກັນພະຍາດໝາກແດງໄດ້ດີທີ່ສຸດ.
ສູນດັ່ງກ່າວຍັງໄດ້ສັງເກດເຫັນອັດຕາການສັກວັກຊິນປ້ອງກັນພະຍາດໝາກແດງທີ່ຫຼຸດລົງໃນເດັກນ້ອຍອະນຸບານຂອງສະຫະລັດ ອາເມຣິກາ. ອັດຕານີ້ຄາດວ່າຈະຫຼຸດເຫຼືອ 92.4% ໃນປີການສຶກສາ 2025-2026 ຈາກ 95.2% ໃນປີການສຶກສາ 2019-2020, ໂດຍມີເດັກນ້ອຍອະນຸບານປະມານ 280,000 ຄົນບໍ່ມີເອກະສານຢືນຢັນວ່າໄດ້ຮັບການສັກວັກຊິນປ້ອງກັນພະຍາດໝາກແດງ, ໝາກເບີດ ແລະ ໝາກແດງເຢຍລະມັນ ຄົບໂດສ. ຍິ່ງໄປກວ່ານັ້ນ, ເມື່ອປະຊາກອນໃນຊຸມຊົນຫຼາຍກວ່າ 95% ໄດ້ຮັບການສັກວັກຊິນປ້ອງກັນ, ປະຊາກອນສ່ວນໃຫຍ່ຈະໄດ້ຮັບການປົກປ້ອງຜ່ານພູມຕ້ານທານໝູ່.
ຄໍາເຫັນ