ໂຄງການ -ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຈະໃຫ້ສຳເລັດຕາມກຳນົດສັນຍາ.

ໂຄງການ -ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຈະໃຫ້ສຳເລັດຕາມກຳນົດສັນຍາ.

ໂຄງການ -ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຈະໃຫ້ສຳເລັດຕາມກຳນົດສັນຍາ.
ໂຄງການປັບປຸງ-ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຢູ່ເຂດເມືອງໄຊ,ເມືອງແບງ ແລະ ເມືອງຮຸນ ແຂວອຸດົມໄຊ ພາຍຫຼັງໄດ້ລົງນາມເຊັນສັນຍາ ແລະ ຈັດຕັ້ງປະຕິບັດມາແຕ່ທ້າຍເດືອນ ກໍລະກົດ 2024 ຈົນເຖິງປັດຈຸບັນ ຊຶ່ງມີສອງສັນຍາ. ໃນນີ້, ສັນຍາທີ2 ແຕ່ກິໂລແມັດ 68 ເມືອງແບງ ຫາ ກິໂລແມັດ 121 ເມືອງຮຸນ ໂດຍແມ່ນບໍລິສັດ ກວາງຕຸງວິສະວະກຳກໍ່ສ້າງໄຟຟ້ານໍ້າຕົກເລກ 2 ຈຳກັດ ແຫ່ງ ສປ ຈີນ ຮັບເໝົາກໍ່ສ້າງ ໃນມູນຄ່າ 22,675,496.42 ໂດລາສະຫະລັດ ຄາດວ່າທ້າຍປີ 2025 ຈະໃຫ້ສຳເລັດ 2ຫຼັກໝາຍ ເທົ່າກັບ 7ກິໂລແມັດ. ໃນສັນຍານີ້, ຈະໃຫ້ສໍາເລັດການກໍ່ສ້າງທັງໝົດພາຍໃນ 3ປີ ແລະ ບູລະນະຮັກສາ 7ປີ ຕາມສັນຍາ ໂດຍແມ່ນທຶນກູ້ຢືມຈາກທະນາຄານໂລກ (WB). ບໍລິສັດ ກວາຕຸງວິສະວະກຳກໍ່ສ້າງໄຟຟ້ານ່ຳຕົກເລກ 2 ຈຳກັດ ແມ່ນລັດວິສາຫະກິດ 100% ທີ່ຂຶ້ນກັບ ກຸ່ມບໍລິສັດວິສະວະກຳກໍ່ສ້າງ ແຂວງກວາງຕຸງ ສປ ຈີນ ທີ່ເຂົ້າມາດຳເນີນກິດຈະການຢູ່ ສປປ ລາວ ໃນປີ 1995.
ໂຄງການ -ຍກລະດບເສນທາງຫວງແຫງຊາດ 2W ຈະໃຫສຳເລດຕາມກຳນດສນຍາ. - image 1
 

ໂຄງການນີ້, ພາຍຫຼັງສຳເລັດຈະເປັນເສັ້ນທາງໜຶງໃນການພັດທະນາການເຊື່ອມຈອດ-ເຊື່ອມໂຍງການຂົນສົ່ງ ເປັນຕົ້ນການຂົນສົ່ງທາງບົກ,ການບໍລິການໂລຈິສະຕິກ,ທ່າບົກ ແລະ ບັນດາສູນກະຈາຍ ແລະ ເຕົ້າໂຮມສິນຄ້າ,ການຄ້າ ແລະ ການຂົນສົ່ງໃຫ້ມີຄວາມທົນທານຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ ທັງພາຍໃນ ແລະ ພາກພື້ນ ຕາມແລວທາງເສດຖະກິດຢູ່ໃນພາກພື້ນຕາເວັນອອກ-ຕາເວັນຕົກໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແລະ ເພື່ອສະໜອງ ວິທີການຮອງຮັບໃຫ້ທັນການ ແລະ ມີປະສິດທິພາບ ໃນກໍລະນີທີ່ເກີດວິກິດການ ຫຼື ສະຖານະການສຸກເສີນທີ່ເກີດຂຶ້ນໄດ້ ເພື່ອເຮັດໃຫ້ການດຳເນີນງານໃນໂຄງການດັ່ງກ່າວຢູ່ຂອບເຂດພາຍໃນແຂວງອຸດົມໄຊໄດ້ດຳເນີນບັນລຸໄປຕາມແຜນການໃນສັນຍາທີ່ໄດ້ລະບຸໄວ້.

ໂຄງການ -ຍກລະດບເສນທາງຫວງແຫງຊາດ 2W ຈະໃຫສຳເລດຕາມກຳນດສນຍາ. - image 2
 

(ຂ່າວ: ສຸວັນທອງ ປັນຍາຂັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ

ເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ ໃນກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສະບັບ ເລກທີ 3541/ກສ ລົງວັນທີ 12 ສິງຫາ 2026 ໃນວັນທີ 28 ກັນຍານີ້ ທີ່ສະໂມສອນຂອງກະຊວງດັ່ງກ່າວ, ພາຍໃຕ້ການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ເຂົ້າຮ່ວມ ມີ ທ່ານຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ກອງ ແລະ ສະຖາບັນທີ່ຂຶ້ນກັບກະຊວງ
ການນໍາເມືອງໝື່ນ ມອບຄອມພີວເຕີໂນດບຸກ-ປິນເຕີ ໃຫ້3 ຕາແສງ

ການນໍາເມືອງໝື່ນ ມອບຄອມພີວເຕີໂນດບຸກ-ປິນເຕີ ໃຫ້3 ຕາແສງ

ການນໍາເມືອງໝື່ນ ໄດ້ມອບຄອມພີວເຕີໂນດບຸກ, ປີນເຕີ ແລະ ກະເປົາໃຫ້ 3 ຕາແສງຄື: ຕາແສງ ໂນນໄຮ, ແດງມີໄຊ ແລະ ຕາແສງ ຮົ່ມທ້າວ, ໃນ​ວັນ​ທີ 28 ກັນ​ຍາ​ນີ້ ທີ່ ຫ້ອງວ່າການເມືອງໝື່ນ ແຂວງວຽງຈັນ.
ຄຳມ່ວນຫາລືວາລະແຫ່ງຊາດ ເລັ່ງແກ້ໄຂຄວາມທຸກຍາກ 3 ເມືອງ 14 ຕາແສງ 36 ບ້ານ

ຄຳມ່ວນຫາລືວາລະແຫ່ງຊາດ ເລັ່ງແກ້ໄຂຄວາມທຸກຍາກ 3 ເມືອງ 14 ຕາແສງ 36 ບ້ານ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເພື່ອກຳນົດແຜນງານ, ໂຄງການ ແລະ ເປົ້າໝາຍໃຫ້ຈະແຈ້ງ ພ້ອມເລັ່ງແກ້ໄຂຄອບຄົວທຸກຍາກ 5,022 ຄອບຄົວ ໃນ 3 ເມືອງ, 14 ຕາແສງ ແລະ 36 ບ້ານເປົ້າໝາຍ.
ແຂວງຈໍາປາສັກ ປະກາດພະນັກງານນໍາພາ - ຄຸ້ມຄອງດ່ານສາກົນວັງເຕົ່າ

ແຂວງຈໍາປາສັກ ປະກາດພະນັກງານນໍາພາ - ຄຸ້ມຄອງດ່ານສາກົນວັງເຕົ່າ

ວັນທີ 28 ກັນຍານີ້, ທີ່ດ່ານສາກົນວັງເຕົ່າ ແຂວງຈໍາປາສັກ ໄດ້ຈັດພິທີປະກາດແຕ່ງຕັ້ງພະນັກງານນໍາພາ - ຄຸ້ມຄອງດ່ານສາກົນວັງເຕົ່າ. ໂດຍການເປັນປະທານຂອງທ່ານ ສົມສີ ມະນີນິນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ຄໍາປະຈັກ ແກ້ວພູວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນວັງເຕົ່າ ພ້ອມດ້ວຍຄະນະປັບປຸງກົງຈັກການຈັດຕັ້ງພັກ-ລັດຂັ້ນແຂວງ, ຄະນະພັກ-ຄະນະຄຸ້ມຄອງດ່ານ ແລະ ແຂກຖືກເຊີກ່ຽວຂ້ອງ ເຂົ້າຮ່ວມ.
ຈັດງານບຸນປະເພນີແຂ່ງຂັນຊ່ວງເຮືອ ປະຈໍາປີ 2026

ຈັດງານບຸນປະເພນີແຂ່ງຂັນຊ່ວງເຮືອ ປະຈໍາປີ 2026

ວັນທີ 27 ກັນຍາຜ່ານມາ, ທີ່ແຄມແມ່ນໍ້າເຫືອງ (ທ່າວັດສີພູມ) ເທສະບານເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານບຸນປະເພນີແຂ່ງຂັນຊ່ວງເຮືອ (15 ສີພາຍ) ປະຈໍາປີ 2026. ໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ໄກຍະສອນ ສີດາ ຄະນະປະຈໍາພັກແຂວງ, ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ, ທ່ານ ຄໍາປຸ່ນ ນວນສະບັບ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງແກ່ນທ້າວ ແລະ ທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງແກ່ນທ້າວ, ມີນັກກິລາສີພາຍ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ເຜີຍແຜ່ເອກະສານກອງປະຊຸມໃຫຍ່ກຳມະບານ ທົ່ວປະເທດຄັ້ງທີ IX

ເຜີຍແຜ່ເອກະສານກອງປະຊຸມໃຫຍ່ກຳມະບານ ທົ່ວປະເທດຄັ້ງທີ IX

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນກຳມາະບານທົ່ວປະເທດຄັ້ງທີ IX ໃນວັນທີ 28 ກັນຍາ ນີ້, ໂດຍການເປັນປະທານຂອງທ່ານ ທອງຈັນ ພູມີພັນ ກຳມະການພັກ ຮອງປະທານສູນກາງສະ ຫະພັນກຳມະບານລາວ ຊຶ່ງມີສະມາຊິກກຳມະບານອ້ອມຂ້າງ ອອປສ ເຂົ້າຮ່ວມຮັບຟັງ.
ກອງປະຊຸມບັນດາປະທານສານປະຊາຊົນທົ່ວປະເທດ ຄັ້ງທີ I

ກອງປະຊຸມບັນດາປະທານສານປະຊາຊົນທົ່ວປະເທດ ຄັ້ງທີ I

ກອງປະຊຸມບັນດາປະທານສານປະຊາຊົນທົ່ວປະເທດ ຄັ້ງທີ I ໄດ້ຈັດຂຶ້ນໃນວັນທີ 25 ກັນຍາ ຜ່ານມາ ທີ່ເມືອງວັງວຽງ ແຂວງວຽງຈັນ, ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍທ່ານ ໄພວີ ສີບົວລີພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີ ບັນດາທ່ານຫົວໜ້າຄະນະສານ, ຫົວໜ້າກົມ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ປະທານສານປະຊາຊົນພາກ, ແຂວງ, ເຂດ ເຂົ້າຮ່ວມ.
ເຮືອຕາແສງໂພໄຊຄວ້າແຊັມ 22 ສີພາຍ ໃນງານບຸນຊ່ວງເຮືອປະຈໍາປີ 2026

ເຮືອຕາແສງໂພໄຊຄວ້າແຊັມ 22 ສີພາຍ ໃນງານບຸນຊ່ວງເຮືອປະຈໍາປີ 2026

ວັນທີ 27 ກັນຍາຜ່ານມາ, ທີ່ທ່າຜາມໄຊ ບ້ານຝັ່ງແດງ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ປິດການແຂ່ງ ຂັນກິລາຊ່ວງເຮືອບຸນປະເພນີປະຈຳປີ 2026. ພາຍຫຼັງດຳເນີນການແຂ່ງຂັນເປັນເວລາ 2 ວັນ ໂດຍມີທ່ານ ສຸລິວົງ ອະໄພວົງ ຄະນະປະຈຳພັກແຂວງ, ມີທ່ານ ຄຳແບນແກ້ວ ນິສະຫວັນ ຮອງເລຂາພັກເມືອງໄຊເສດຖາ, ມີບັນດາຄະ ນະປະຈຳພັກເມືອງ, ປະທານຄະນະກຳມະການ, ອົງການປົກຄອງ, ແຂກຖືກເຊີນ ພ້ອມດ້ວຍປະຊາຊົນຈຳນວນຫຼາຍເຂົ້າຮ່ວມຢ່າງຄຶກຄື້ນ.
ໂຮງໝໍບໍລິເວນ 107 ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X

ໂຮງໝໍບໍລິເວນ 107 ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X

ວັນທີ 23 ກັນຍາຜ່ານມາ, ໂຮງໝໍບໍລິເວນ 107 ກອງທັບ ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X ຢູ່ທີ່ສະໜາມຍິງປືນ ໂຮງຮຽນການທະຫານທ້ອງຖິ່ນແຂວງຫຼວງພະບາງ ໂດຍການເປັນປະທານຂອງສະຫາຍ ພັນໂທ ສຸວັນ ສໍປະກາຍແກ້ວ ຮອງອໍານວຍການໂຮງໝໍ ບໍລິເວນ 107 ກອງທັບ ພ້ອມດ້ວຍຄະນະ, ມີຄະນະກອງຮ້ອຍນັກສຶກສາ, ມີບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ທະຫານແຂວງວຽງຈັນ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ທະຫານແຂວງວຽງຈັນ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສຸດໃຈ ມະຫາວົງ ກຳມະການຄະນະພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກກອງບັນຊາການ ຕະຫຼອດຮອດພະນັກງານ ແລະ ສະມາຊິກພັກ ເຂົ້າຮ່ວມ.
ເພີ່ມເຕີມ