ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025

ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025

ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
ຄະນະກໍາມະການອະໄພຍະໂທດລະດັບຊາດ ໄດ້ຈັດກອງປະຊຸມຄົ້ນຄວ້າພິຈາລະນາການສະເໜີຂໍອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ການໃຫ້ອະໄພຍະໂທດ ປ່ອຍຕົວນັກໂທດປະຈຳປີ 2025 ຈັດຂຶ້ນໃນວັນທີ 10 ກັນຍານີ້ ທີ່ອົງການໄອຍະການປະຊາຊົນສູງສຸດ ພາຍໃຕ້ການເປັນປະທານຂອງທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ປະທານຄະນະກຳມະການອະໄພຍະໂທດລະດັບຊາດ, ມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກໍາມະການອະໄພຍະໂທດລະດັບຊາດ (ຜູ້ປະຈໍາການ) ແລະ ທ່ານ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ຮອງປະທານຄະນະກໍາມະການອະໄພຍະໂທດລະດັບຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄນຄວາການສະເໜຂອະໄພຍະໂທດ ປະຈຳປ 2025 - image 1
 

ທ່ານ ໄຊຊະນະ ໂຄດພູທອນ ໄດ້ລາຍງານຜົນການກວດກາ ແລະ ຄົ້ນຄວ້າພິຈາລະນາການສະເໜີຂໍ ອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ອະໄພຍະໂທດປ່ອຍຕົວນັກໂທດປະຈຳປີ 2025 ວ່າ: ນັກໂທດທີ່ສະເໜີຂໍ ອະໄພຍະໂທດມີຈໍານວນທັງໝົດ 2,867 ຄົນ ຍິງ 364 ຄົນ; ຕ່າງປະເທດ 59 ຄົນ ຍິງ 7 ຄົນ; ໃນນີ້, ມີນັກໂທດສະເໜີຂໍອະໄພຍະໂທດ ຫຼຸດຜ່ອນໂທດຈໍານວນ 2,640 ຄົນ ຍິງ 334 ຄົນ, ຕ່າງປະເທດ 58 ຄົນ ຍິງ 7 ຄົນ; ນັກໂທດຂໍອະໄພຍະໂທດປ່ອຍຕົວຈໍານວນທັງໝົດ 227 ຄົນ ຍິງ 30 ຄົນ, ຕ່າງປະເທດ 1 ຄົນ. ພ້ອມນັ້ນ, ຄະນະກໍາມະການອະໄພຍະໂທດແຕ່ລະຂັ້ນຍັງໄດ້ຊຸກຍູ້ພະແນກຍຸຕິທຳ ແລະ ອົງການປະຕິບັດຄໍາຕັດສິນຂອງສານໃນຂອບເຂດທົ່ວປະເທດເກັບຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງທີ່ນັກໂທດໄດ້ຊຳລະໃນບັ້ນການຄົ້ນຄວ້າສະເໜີຂໍອະໄພຍະໂທດປະຈຳປີ 2025 ມີຈໍານວນ 13,358,712,126 ກີບ, ໃນນີ້ມີຄ່າເສຍຫາຍທາງແພ່ງຈໍານວນ 3,133,719,286 ກີບ; ຄ່າປັບໃໝທາງອາຍາຈໍານວນ 10,224,992,840 ກີບ.

ໂອກາດນີ້, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ໄດ້ເນັ້ນໃຫ້ບັນດາຄະນະກຳມະການອະໄພຍະໂທດລະດັບຊາດ, ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດ ເພີ່ມທະວີຄວາມຮັບຜິດຊອບໃນການກວດກາ, ຄົ້ນຄວ້າໂດຍອີງໃສ່ກົດໝາຍ, ລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ ແລະ ນິຕິກໍາທີ່ກ່ຽວຂ້ອງເປັນພື້ນຖານໃນການຄົ້ນຄວ້າພິຈາລະນາເພື່ອເຮັດໃຫ້ການສະເໜີຂໍອະໄພຍະໂທດໃຫ້ນັກໂທດ ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ທັນຕາມກໍານົດເວລາ ແລະ ຮັບປະກັນຄວາມຍຸຕິທໍາໃນສັງຄົມ.

ຂ່າວ: ກະແຕ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄະນະບໍລິຫານງານພັກເມືອງບໍ່ແຕນ ເຄື່ອນໄຫວຊຸກຍູ້ທະຫານຊາຍແດນ 159

ຄະນະບໍລິຫານງານພັກເມືອງບໍ່ແຕນ ເຄື່ອນໄຫວຊຸກຍູ້ທະຫານຊາຍແດນ 159

ໃນວັນທີ 26 ພຶດສະພາຜ່ານມາ, ທ່ານ ບຸນພະລັງ ວິໄລສັກ ກຳມະການພັກແຂວງ ເລຂາພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງບໍ່ແຕນ ແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການປະຕິບັດໜ້າທີ່ວຽກງານຂອງນາຍ ແລະ ພົນທະຫານ ກອງຮ້ອຍທະຫານຊາຍແດນ 159 ທີ່ປະຈຳການ ແນວໜ້າຢູ່ປ້ອມປາກຮອຍ ໂດຍໃຫ້ກຽດຕ້ອນຮັບຂອງສະຫາຍ ຮທ ສົມນຶກ ເພັງພັກດີ ຫົວໜ້າໝວດປ້ອມປາກຮອຍ ກອງຮ້ອຍທະຫານຊາຍແດນ 159 ພ້ອມດ້ວຍຄະນະເຂົ້າຮ່ວມ.
ພາກລັດ-ເອກະຊົນຮ່ວມມື ເພີ່ມປະສິດທິພາບການກວດສຸຂະພາບແຮງງານ

ພາກລັດ-ເອກະຊົນຮ່ວມມື ເພີ່ມປະສິດທິພາບການກວດສຸຂະພາບແຮງງານ

ພິທີເຊັນສັນຍາວ່າດ້ວຍການຮ່ວມມືດ້ານວິຊາການ ເພື່ອເພີ່ມປະສິດທິພາບການກວດສຸຂະພາບແຮງງານ ພາຍໃນ ແລະ ຕ່າງປະເທດ ລະຫວ່າງ ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ໂຮງໝໍສາກົນຄຳມ່ວນ ໃນວັນທີ 28 ພຶດສະພານີ້, ທີ່ຮ້ານອາຫານເວສຕ້າ ເມືອງທ່າແຂກ ແຂວງຄຳມ່ວນ ເປັນກຽດເຂົ້າຮ່ວມຂອງທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຳເລັດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ສະຫະພັນນັກຮົບເກົ່າ 3 ແຂວງພາກກາງ

ສຳເລັດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ສະຫະພັນນັກຮົບເກົ່າ 3 ແຂວງພາກກາງ

ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາພັກ-ລັດໃຫ້ພະນັກງານທີ່ເຮັດວຽກກວດກາ ຂອງສະຫະພັນນັກຮົບເກົ່າ 3 ແຂວງພາກກາງ ປະກອບມີ: ແຂວງວຽງຈັນ, ໄຊສົມບູນ ແລະ ແຂວງບໍລິຄຳໄຊ ໃນວັນທີ 28 ພຶດສະພານີ້, ທີ່ຫ້ອງວ່າການແຂວງວຽງຈັນ, ໃຫ້ກຽດເປັນປະທານກ່າວປິດຂອງທ່ານ ພົນໂທ ວົງຄຳ ພົມມະກອນ ຮອງເລຂາຄະນະພັກ, ຮອງປະທານ ສນຫລ ທັງເປັນປະທານກວດກາ ສນຫລ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງບັນຊາການທະຫານແຂວງໄຊສົມບູນ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງໄຊສົມບູນ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນວິລະກຳຜູ້ນໍາແຫກຄຸກໂພນເຄັງຢ່າງມະຫັດສະຈັນ ຄົບຮອບ 66 ປີ ແລະ ວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນ ຄົບຮອບ 67 ປີ ຂຶ້ນໃນວັນທີ 27 ພຶດສະພາຜ່ານມາ. ໂດຍການເປັນປະທານຂອງສະຫາຍ ພົຈວ ໝອນຄໍາ ດວງສະຫວັນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາທີ່ກ່ຽວຂ້ອງເຂົ້າຮ່ວມ.
9 ແຜນງານ 42 ໂຄງການ ພັດທະນາວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່

9 ແຜນງານ 42 ໂຄງການ ພັດທະນາວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່

ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າ ຄອສພ ໄດ້ຂຶ້ນລາຍງານແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ໃນວັນທີ 28 ພຶດສະພານີ້ ທີ່ ຄອສພ.
ຄອສພ ສຸມໃສ່ປັບປຸງ-ກໍ່ສ້າງພັກ ຍົກສູງບົດບາດ ແລະ ຄວາມສາມາດນໍາພາທີ່ເຂັ້ມແຂງຂອງພັກໃນໄລຍະໃໝ່

ຄອສພ ສຸມໃສ່ປັບປຸງ-ກໍ່ສ້າງພັກ ຍົກສູງບົດບາດ ແລະ ຄວາມສາມາດນໍາພາທີ່ເຂັ້ມແຂງຂອງພັກໃນໄລຍະໃໝ່

ໃນໄລຍະ 5 ປີຜ່ານມາ ອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ສຸມໃສ່ປັບປຸງ-ກໍ່ສ້າງພັກ ເພື່ອຍົກສູງບົດບາດ ແລະ ຄວາມສາມາດໃນການນໍາພາທີ່ເຂັ້ມແຂງຂອງພັກໃນໄລຍະໃໝ່. ສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າ ຄອສພ ໄດ້ຂຶ້ນລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ໃນວັນທີ 28 ພຶດສະພານີ້ ທີ່ ຄອສພ.
ວາງກະຕ່າດອກໄມ້ ໃນໂອກາດຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ຄອສພ

ວາງກະຕ່າດອກໄມ້ ໃນໂອກາດຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ຄອສພ

ຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ທີ່ເປັນຜູ້ ແທນສົມບູນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ນຳໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະ ການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງປະທານ ໄກສອນ ພົມວິຫານ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນວັນທີ 27 ພຶດສະ ພານີ້, ເນື່ອງໃນໂອກາດຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄະນະ ໂຄສະນາອົບຮົມສູນກາງພັກ.
ຄວາມຄືບໜ້າ ການຊ່ວຍເຫຼືອຜູ້ຕິດຖໍ້າ 7 ຄົນຢູ່ໄຊສົມບູນ

ຄວາມຄືບໜ້າ ການຊ່ວຍເຫຼືອຜູ້ຕິດຖໍ້າ 7 ຄົນຢູ່ໄຊສົມບູນ

ຕາມການສອບຖາມຂໍ້ມູນຈາກອຳນາດການປົກຄອງເມືອງລ້ອງແຈ້ງ ແຂວງໄຊສົມບູນ ໃນເວລາ 8:33 ໂມງຂອງວັນທີ 27 ພຶດສະພານີ້ໃຫ້ຮູ້ວ່າ: ພາລະກິດຊ່ວຍເຫຼືອປະຊາຊົນ 7 ຄົນທີ່ຕິດຢູ່ໃນຖໍ້າ ຢູ່ບ້ານພັນໄຊ ເມືອງລ້ອງແຈ້ງ ຍັງສືບຕໍ່ດຳເນີນການຢ່າງເຄັ່ງຮ້ອນ ໃນຕອນແລງຂອງວັນທີ 26 ພຶດສະພາຜ່ານມາ, ຄະນະຮັບຜິດຊອບຂັ້ນແຂວງ, ເມືອງ ແລະ ທີມກູ້ໄພ ໄດ້ວາງແຜນການຊ່ວຍເຫຼືອຄືນໃໝ່ ພາຍຫຼັງບໍລິສັດລາວໂທລະຄົມໄດ້ຕິດຕັ້ງສັນ ຍານໂທລະສັບສຳເລັດ.
ຍົກລະດັບພະແນກຊາຍແດນ ຂຶ້ນເປັນຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງຄຳມ່ວນ

ຍົກລະດັບພະແນກຊາຍແດນ ຂຶ້ນເປັນຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງຄຳມ່ວນ

ກອງບັນຊາການທະຫານແຂວງຄຳມ່ວນ ຈັດພິທີປະກາດຍົກລະດັບ “ພະແນກຊາຍແດນ” ຂຶ້ນເປັນ “ຫ້ອງທະຫານຊາຍແດນ” ຂຶ້ນກັບກອງບັນຊາການທະຫານແຂວງໃນວັນທີ 26 ພຶດສະພາຜ່ານມາ, ທີ່ສະໂມສອນກອງບັນຊາການທະຫານແຂວງ ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຜີຍແຜ່ ຜົນສໍາເລັດກອງປະຊຸມ ຄັ້ງປະຖົມມະລືກ ຂອງ ສ​ພ​ຊ ຊຸດທີ X ແລະ ສພ​ຂ ຊຸດທີ V ຢູ່ບ້ານນາເຕີຍ

ເຜີຍແຜ່ ຜົນສໍາເລັດກອງປະຊຸມ ຄັ້ງປະຖົມມະລືກ ຂອງ ສ​ພ​ຊ ຊຸດທີ X ແລະ ສພ​ຂ ຊຸດທີ V ຢູ່ບ້ານນາເຕີຍ

ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງຫຼວງນໍ້າທາ ນໍາໂດຍທ່ານ ບຸນຄົງ ພິມມະສອນ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ ພ້ອມດ້ວຍຄະ​ນະ ໄດ້ລົງພົບປະ ແລະ ເຜີຍແຜ່ຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ (ສ​ພ​ຊ) ຊຸດທີ X ແລະ ສະພາປະຊາຊົນແຂວງ (ສ​ພ​ຂ) ຊຸດທີ V ຢູ່ບ້ານນາເຕີຍ, ເມື່ອ​ວັນ​ທີ 26 ພຶດ​ສະ​ພາ​ຜ່ານ​ມາ. ໂດຍມີອົງການຈັດຕັ້ງບ້ານນາເຕີຍ ແລະ ບ້ານຕິນຕົກ ພ້ອມດ້ວຍ ປະຊາຊົນ ທັງສອງບ້ານ ເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ