![]() |
ພິທີມອບ - ຮັບເຄື່ອງຊ່ວຍເຫຼືອແມ່ນຈັດຂຶ້ນຫວ່າງມໍ່ໆມານີ້ທີ່ຫ້ອງວ່າການສູນກາງພັກ ນະຄອນຫຼວງວຽງຈັນ ຊຶ່ງຕາງໜ້າມອບໂດຍ ທ່ານ ນາງ ວັນດາລາ ສີພັນດອນ ພັນລະຍາທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາການນຳ ແລະ ນັກທຸລະກິດຈຳນວນໜຶ່ງ ໃຫ້ກຽດຮັບໂດຍ ທ່ານ ພທ ຄຳກິ່ງ ຜຸຍຫຼ້າມະນີວົງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫຼວງນ້ຳທາ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງອຸດົມໄຊ
ເຄື່ອງຊ່ວຍເຫຼືອ ແລະ ວັດຖຸປັດໃຈ ທີ່ນຳໄປມອບໃນຄັ້ງນີ້ ປະກອບມີ ຜ້າຫົ່ມ, ມຸ້ງ, ໝອນ ແລະ ໝີ່ ພ້ອມດ້ວຍເງິນສົດ ຈຳນວນໜຶ່ງ ລວມເປັນມູນຄ່າ ທັງຫມົດ 2 ຕື້ 620 ລ້ານກີບ.
![]() |
ໂອາກາດດັ່ງກ່າວ, ທ່ານ ພທ ຄຳກິ່ງ ຜຸຍຫຼ້າມະນີວົງ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງບັນດາທ່ານຄອບຄົວການນຳຂັ້ນສູນກາງ ເປັນຕົ້ນແມ່ນຄອບຄົວເລຂາທິການໃຫຍ່, ຄອບຄົວກົມການເມືອງສູນກາງພັກ, ຄອບຄົວທ່ານນາຍົກ, ຮອງນາຍົກ ແລະ ບັນດາທ່ານລັດຖະມົນຕີ ແລະ ພາກສ່ວນນັກທຸລະກິດອື່ນໆ ທີ່ມີຄວາມເປັນຫ່ວງເປັນໄຍຕໍ່ສະພາບຄວາມຫຍຸ້ງຍາກຂອງປະຊາຊົບຜູ້ທີ່ຖືກຜົນກະທົບ ຈຶ່ງໄດ້ນຳເອົາວັດຖຸ-ປັດໃຈເພື່ອແຈກຢາຍໃຫ້ປະຊາຊົນຢ່າງທົ່ວເຖິງ ແລະ ທັນກັບສະພາບການ.
(ຂ່າວ: ຫສພ)


ຄໍາເຫັນ