ຄອສພ ຈັດຝຶກອົບຮົມການຄຸ້ມຄອງ ແລະ ນໍາໃຊ້ເວັບໄຊ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ

ຄອສພ ຈັດຝຶກອົບຮົມການຄຸ້ມຄອງ ແລະ ນໍາໃຊ້ເວັບໄຊ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ

ຄອສພ ຈັດຝຶກອົບຮົມການຄຸ້ມຄອງ ແລະ ນໍາໃຊ້ເວັບໄຊ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ
ການຝຶກອົບຮົມວຽກງານການຄຸ້ມຄອງ ແລະ ນໍາໃຊ້ເວັບໄຊ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ຜູ້ຮັບຜິດຊອບວຽກງານຄຸ້ມຄອງບໍລິຫານ-ການເງິນ ຂອງບັນດາກົມ, ທຽບເທົ່າກົມ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາຜ່ານມານີ້
ຄອສພ ຈດຝກອບຮມການຄມຄອງ ແລະ ນາໃຊເວບໄຊ ຈດຊ-ຈດຈາງດວຍທນຂອງລດ - image 1
 

 

ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ບຸນເພັງ ຈັນທະດາລາຫົວໜ້າຫ້ອງການຄະນະໂຄສະນາອົບຮົມສູນກາງພັກ; ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ, ວິຊາການ ຜູ້ຮັບຜິດຊອບວຽກງານຄຸ້ມຄອງບໍລິຫານ-ການເງິນ ຂອງບັນດາກົມ, ທຽບເທົ່າກົມ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ແລະ ມີວິທະຍາກອນຈາກກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ເຂົ້າຮ່ວມທັງໝົດ ຈໍານວນ 25 ສະຫາຍ. ຈຸດປະສົງໃນການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍແຈ້ງການຂອງຫ້ອງການກະຊວງການເງິນ ສະບັບເລກທີ 3744/ຫກ, ລົງວັນທີ 18 ພະຈິກ 2025 ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ນໍາໃຊ້ເວັບໄຊ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ; ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 0477/ກງ ໃຫ້ມີຄວາມຖືກຕ້ອງ ແລະ ເຂັ້ມງວດ.

ໃນໂອກາດດັ່ງກ່າວ, ທ່ານ ບຸນເພັງ ຈັນທະດາລາ ໄດ້ມີຄໍາເຫັນຕໍ່ການຝຶກອົບຮົມໃນຄັ້ງນີ້ວ່າ: ການຄຸ້ມຄອງ ແລະ ນໍາໃຊ້ເວັບໄຊ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແມ່ນມີຄວາມສໍາຄັນຫຼາຍ, ເນື້ອໃນຕົ້ນຕໍແມ່ນແນໃສ່ເຮັດໃຫ້ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດດໍາເນີນໄປດ້ວຍຄວາມໂປ່ງໃສ, ແຂ່ງ ຂັນກັນຢ່າງເທົ່າທຽມ, ປະຢັດເວລາ, ມີປະສິດທິພາບ ແລະ ປ້ອງກັນການລະເມີດລະບຽບກົດໝາຍເພື່ອເຮັດໃຫ້ການຄຸ້ມຄອງລັດ ກ້າວໄປສູ່ລະບົບທີ່ທັນສະໄໝ ໃນການລວມສູນຂໍ້ມູນພາກລັດ ເພື່ອຍົກລະດັບປະສິທິພາບ ແລະ ປະສິດທິຜົນ ໃນການບໍລິຫານ-ບໍລິການ ແລະ ການຄຸ້ມຄອງງົບປະມານ,ພ້ອມທັງເນັ້ນໃຫ້ນັກສໍາມະນາກອນ ຜູ້ທີ່ຮັບຜິດຊອບວຽກງານຈັດຊື້-ຈັດຈ້າງ ຂອງບັນດາກົມ, ທຽບເທົ່າກົມ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຈົ່ງພ້ອມກັນຄົ້ນຄວ້າ, ກໍາແໜ້ນບັນດານິຕິກໍາທີ່ກ່ຽວ ຂ້ອງໃຫ້ເລິກເຊິ່ງ ແລະ ນຳເອົາເນື້ອໃນບົດຮຽນການຝຶກອົບຮົມໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

(ຂ່າວ-ພາບ: ຫ້ອງການ ຄອສພ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ

ເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ ໃນກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສະບັບ ເລກທີ 3541/ກສ ລົງວັນທີ 12 ສິງຫາ 2026 ໃນວັນທີ 28 ກັນຍານີ້ ທີ່ສະໂມສອນຂອງກະຊວງດັ່ງກ່າວ, ພາຍໃຕ້ການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ເຂົ້າຮ່ວມ ມີ ທ່ານຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ກອງ ແລະ ສະຖາບັນທີ່ຂຶ້ນກັບກະຊວງ
ການນໍາເມືອງໝື່ນ ມອບຄອມພີວເຕີໂນດບຸກ-ປິນເຕີ ໃຫ້3 ຕາແສງ

ການນໍາເມືອງໝື່ນ ມອບຄອມພີວເຕີໂນດບຸກ-ປິນເຕີ ໃຫ້3 ຕາແສງ

ການນໍາເມືອງໝື່ນ ໄດ້ມອບຄອມພີວເຕີໂນດບຸກ, ປີນເຕີ ແລະ ກະເປົາໃຫ້ 3 ຕາແສງຄື: ຕາແສງ ໂນນໄຮ, ແດງມີໄຊ ແລະ ຕາແສງ ຮົ່ມທ້າວ, ໃນ​ວັນ​ທີ 28 ກັນ​ຍາ​ນີ້ ທີ່ ຫ້ອງວ່າການເມືອງໝື່ນ ແຂວງວຽງຈັນ.
ຄຳມ່ວນຫາລືວາລະແຫ່ງຊາດ ເລັ່ງແກ້ໄຂຄວາມທຸກຍາກ 3 ເມືອງ 14 ຕາແສງ 36 ບ້ານ

ຄຳມ່ວນຫາລືວາລະແຫ່ງຊາດ ເລັ່ງແກ້ໄຂຄວາມທຸກຍາກ 3 ເມືອງ 14 ຕາແສງ 36 ບ້ານ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເພື່ອກຳນົດແຜນງານ, ໂຄງການ ແລະ ເປົ້າໝາຍໃຫ້ຈະແຈ້ງ ພ້ອມເລັ່ງແກ້ໄຂຄອບຄົວທຸກຍາກ 5,022 ຄອບຄົວ ໃນ 3 ເມືອງ, 14 ຕາແສງ ແລະ 36 ບ້ານເປົ້າໝາຍ.
ແຂວງຈໍາປາສັກ ປະກາດພະນັກງານນໍາພາ - ຄຸ້ມຄອງດ່ານສາກົນວັງເຕົ່າ

ແຂວງຈໍາປາສັກ ປະກາດພະນັກງານນໍາພາ - ຄຸ້ມຄອງດ່ານສາກົນວັງເຕົ່າ

ວັນທີ 28 ກັນຍານີ້, ທີ່ດ່ານສາກົນວັງເຕົ່າ ແຂວງຈໍາປາສັກ ໄດ້ຈັດພິທີປະກາດແຕ່ງຕັ້ງພະນັກງານນໍາພາ - ຄຸ້ມຄອງດ່ານສາກົນວັງເຕົ່າ. ໂດຍການເປັນປະທານຂອງທ່ານ ສົມສີ ມະນີນິນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ຄໍາປະຈັກ ແກ້ວພູວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນວັງເຕົ່າ ພ້ອມດ້ວຍຄະນະປັບປຸງກົງຈັກການຈັດຕັ້ງພັກ-ລັດຂັ້ນແຂວງ, ຄະນະພັກ-ຄະນະຄຸ້ມຄອງດ່ານ ແລະ ແຂກຖືກເຊີກ່ຽວຂ້ອງ ເຂົ້າຮ່ວມ.
ຈັດງານບຸນປະເພນີແຂ່ງຂັນຊ່ວງເຮືອ ປະຈໍາປີ 2026

ຈັດງານບຸນປະເພນີແຂ່ງຂັນຊ່ວງເຮືອ ປະຈໍາປີ 2026

ວັນທີ 27 ກັນຍາຜ່ານມາ, ທີ່ແຄມແມ່ນໍ້າເຫືອງ (ທ່າວັດສີພູມ) ເທສະບານເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານບຸນປະເພນີແຂ່ງຂັນຊ່ວງເຮືອ (15 ສີພາຍ) ປະຈໍາປີ 2026. ໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ໄກຍະສອນ ສີດາ ຄະນະປະຈໍາພັກແຂວງ, ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ, ທ່ານ ຄໍາປຸ່ນ ນວນສະບັບ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງແກ່ນທ້າວ ແລະ ທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງແກ່ນທ້າວ, ມີນັກກິລາສີພາຍ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ເຜີຍແຜ່ເອກະສານກອງປະຊຸມໃຫຍ່ກຳມະບານ ທົ່ວປະເທດຄັ້ງທີ IX

ເຜີຍແຜ່ເອກະສານກອງປະຊຸມໃຫຍ່ກຳມະບານ ທົ່ວປະເທດຄັ້ງທີ IX

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນກຳມາະບານທົ່ວປະເທດຄັ້ງທີ IX ໃນວັນທີ 28 ກັນຍາ ນີ້, ໂດຍການເປັນປະທານຂອງທ່ານ ທອງຈັນ ພູມີພັນ ກຳມະການພັກ ຮອງປະທານສູນກາງສະ ຫະພັນກຳມະບານລາວ ຊຶ່ງມີສະມາຊິກກຳມະບານອ້ອມຂ້າງ ອອປສ ເຂົ້າຮ່ວມຮັບຟັງ.
ກອງປະຊຸມບັນດາປະທານສານປະຊາຊົນທົ່ວປະເທດ ຄັ້ງທີ I

ກອງປະຊຸມບັນດາປະທານສານປະຊາຊົນທົ່ວປະເທດ ຄັ້ງທີ I

ກອງປະຊຸມບັນດາປະທານສານປະຊາຊົນທົ່ວປະເທດ ຄັ້ງທີ I ໄດ້ຈັດຂຶ້ນໃນວັນທີ 25 ກັນຍາ ຜ່ານມາ ທີ່ເມືອງວັງວຽງ ແຂວງວຽງຈັນ, ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍທ່ານ ໄພວີ ສີບົວລີພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີ ບັນດາທ່ານຫົວໜ້າຄະນະສານ, ຫົວໜ້າກົມ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ປະທານສານປະຊາຊົນພາກ, ແຂວງ, ເຂດ ເຂົ້າຮ່ວມ.
ເຮືອຕາແສງໂພໄຊຄວ້າແຊັມ 22 ສີພາຍ ໃນງານບຸນຊ່ວງເຮືອປະຈໍາປີ 2026

ເຮືອຕາແສງໂພໄຊຄວ້າແຊັມ 22 ສີພາຍ ໃນງານບຸນຊ່ວງເຮືອປະຈໍາປີ 2026

ວັນທີ 27 ກັນຍາຜ່ານມາ, ທີ່ທ່າຜາມໄຊ ບ້ານຝັ່ງແດງ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ປິດການແຂ່ງ ຂັນກິລາຊ່ວງເຮືອບຸນປະເພນີປະຈຳປີ 2026. ພາຍຫຼັງດຳເນີນການແຂ່ງຂັນເປັນເວລາ 2 ວັນ ໂດຍມີທ່ານ ສຸລິວົງ ອະໄພວົງ ຄະນະປະຈຳພັກແຂວງ, ມີທ່ານ ຄຳແບນແກ້ວ ນິສະຫວັນ ຮອງເລຂາພັກເມືອງໄຊເສດຖາ, ມີບັນດາຄະ ນະປະຈຳພັກເມືອງ, ປະທານຄະນະກຳມະການ, ອົງການປົກຄອງ, ແຂກຖືກເຊີນ ພ້ອມດ້ວຍປະຊາຊົນຈຳນວນຫຼາຍເຂົ້າຮ່ວມຢ່າງຄຶກຄື້ນ.
ໂຮງໝໍບໍລິເວນ 107 ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X

ໂຮງໝໍບໍລິເວນ 107 ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X

ວັນທີ 23 ກັນຍາຜ່ານມາ, ໂຮງໝໍບໍລິເວນ 107 ກອງທັບ ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X ຢູ່ທີ່ສະໜາມຍິງປືນ ໂຮງຮຽນການທະຫານທ້ອງຖິ່ນແຂວງຫຼວງພະບາງ ໂດຍການເປັນປະທານຂອງສະຫາຍ ພັນໂທ ສຸວັນ ສໍປະກາຍແກ້ວ ຮອງອໍານວຍການໂຮງໝໍ ບໍລິເວນ 107 ກອງທັບ ພ້ອມດ້ວຍຄະນະ, ມີຄະນະກອງຮ້ອຍນັກສຶກສາ, ມີບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ທະຫານແຂວງວຽງຈັນ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ທະຫານແຂວງວຽງຈັນ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສຸດໃຈ ມະຫາວົງ ກຳມະການຄະນະພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກກອງບັນຊາການ ຕະຫຼອດຮອດພະນັກງານ ແລະ ສະມາຊິກພັກ ເຂົ້າຮ່ວມ.
ເພີ່ມເຕີມ