ຄວາມຈໍາເປັນ ໃນການຂຶ້ນບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້

ຄວາມຈໍາເປັນ ໃນການຂຶ້ນບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້
ທ່ານ ພົທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ລາຍງານກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນຳໄຊ້ ຕໍ່ກອງປະຊຸມສະໄໝສະມັນເທື່ອທີ 2 ຂອງສະພາແຫ່ງ ຊຸດທີ X ໃນວັນທີ 5 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.
ທ່ານ ພົທ ວັນທອງ ກອງມະນີ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນ ໃນການຂຶ້ນບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ແມ່ນການປະຕິບັດຕາມມະຕິຂອງ ຄະນະປະຈຳສະພາແຫ່ງຊາດ ສືບຕໍ່ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອຄວບຄຸມ, ປ້ອງກັນ, ສະກັດກັ້ນ ແລະ ຕ້ານຢາເສບຕິດໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ແນໃສ່ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ. ຊຶ່ງໄລຍະຜ່ານມາ, ກະຊວງ ປກສ ໄດ້ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍມີການເຂົ້າຮ່ວມຂອງທຸກຂະແໜງການ ຂອງອົງການຈັດຕັ້ງພັກ-ລັດ ແລະ ສັງຄົມຢ່າງຕັ້ງໜ້າ ແລະ ເຈົ້າໜ້າທີ່ສາມາດແກ້ໄຂຄະດີຢາເສບຕິດໄດ້ຢ່າງຫຼວງຫຼາຍ ແລະ ຢຶດວັດຖຸເຄື່ອງຂອງກາງຄະດີ ເປັນຢາເສບຕິດປະເພດຕ່າງໆ, ວັດຖຸອຸປະກອນ ແລະ ພາຫະນະໄດ້ເປັນຈໍານວນຫຼາຍ, ແຕ່ເຖິງຢ່າງໃດກໍຕາມ ຍ້ອນສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ຍັງມີປະເພດຢາເສບຕິດທີ່ມີລັກສະນະຫຼາຍຊະນິດ, ຫຼາຍຮູບແບບ, ຫຼາຍສີສັນ ຍັງສືບຕໍ່ເກີດຂຶ້ນຢ່າງຫຼວງຫຼາຍໃນປັດຈຸບັນ ທີ່ບໍ່ທັນໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ. ດັ່ງນັ້ນ, ກະຊວງ ປກສ ຈຶ່ງມີຄວາມຈໍາເປັນໃນການຈັດຕັ້ງຜັນຂະຫຍາຍ ຂໍ້ 1 ແລະ ຂໍ້ 2 ມາດຕາ 2 ຂອງກົດໝາຍ ວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍຢາເສບຕິດ ສະບັບປີ 2021 ມາເປັນມະຕິຂອງສະພາແຫ່ງຊາດ ກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ໃຫ້ເປັນອັນລະອຽດ ເພື່ອເປັນບ່ອນອີງໃຫ້ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ເຈົ້າໜ້າທີ່ຂະແໜງການທີ່ກ່ຽວຂ້ອງ ໃນການນໍາເອົາຜູ້ກະທໍາຜິດມາລົງໂທດຕາມກົດໝາຍ ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພຈາກສິ່ງເສບຕິດ.
ໃນໄລຍະຜ່ານມາ, ລັດຖະບານໄດ້ອອກຂໍ້ຕົກລົງ ວ່າດ້ວຍບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ສະບັບເລກທີ 87/ນຍ, ລົງວັນທີ 29 ກໍລະກົດ 2026 ສະພາບການ ຈັດຕັ້ງປະຕິບັດ ແມ່ນພົບຄວາມຫຍຸ້ງຍາກ ແລະ ບໍ່ທັນມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ, ຕິດພັນບັນຫາທາງອາຍາ, ຕິດພັນກັບຫຼາຍຂະແໜງການ ທຸກພາກສ່ວນໃນສັງຄົມ. ດັ່ງນັ້ນ, ກອງປະຊຸມຮ່ວມ 4 ພາກ ສ່ວນ (ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທຳ, ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະ ຊາຊົນສູງສຸດ) ໃນການດໍາເນີນຄະດີຕາມຂະບວນຍຸຕິທໍາ ຄັ້ງທີ 8 ໃນວັນທີ 21 ກັນຍາ 2026 ໄດ້ປຶກສາຫາລືການຮ່ວມມືຫຼາຍດ້ານ ຊຶ່ງປະກອບມີທັງໝົດ 24 ບັນຫາ ທີ່ຈະຕ້ອງໄດ້ຮ່ວມກັນປະຕິບັດ ແລະ ແກ້ໄຂ, ໃນນັ້ນ ຂໍ້ທີ 2 ຂອງບົດບັນທຶກກຳນົດໄວ້ ຄື: ມອບໃຫ້ກະຊວງ ປກສ ແລະ ອົງການໄອຍະການປະຊາຊົນສູງສຸດນໍາເອົາບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ຕາມຂໍ້ຕົກລົງສະບັບເລກທີ 87/ນຍ, ລົງວັນທີ 29 ກໍລະກົດ 2026 ສະເໜີຄະນະປະຈໍາສະພາແຫ່ງຊາດ ພິຈາລະນາອອກມະຕິຮັບຮອງ.
ທ່ານ ພົທ ວັນທອງ ກອງມະນີ ກ່າວອີກວ່າ: ຕໍ່ກັບໂຄງປະກອບຂອງຂໍ້ຕົກລົງສະບັບປັດຈຸບັນ ປະກອບມີ: 3 ມາດຕາ ດັ່ງນີ້: 1. ມາດຕາ 1 ຮັບຮອງເອົາບັນຊີຢາເສບຕິດ ທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍຢາເສບຕິດແບ່ງອອກເປັນສອງປະເພດຄື: ຢາເສບຕິດທີ່ເກືອດຫ້າມ ປະເພດທີ I ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ປະເພດທີ II ຄື: ຂໍ້ 1 ຢາເສບຕິດທີ່ເກືອດຫ້າມປະເພດທີ 1 ປະກອບມີ: ຂໍ້ 1.1 ຢາເສບຕິດ ທີ່ເກືອດຫ້າມທີ່ກະຕຸ້ນ ແລະ ອອກລິດຕໍ່ ຈິດປະສາດຢ່າງຮ້າຍແຮງ ແລະ ບໍ່ອະນຸຍາດໃຫ້ນໍາໃຊ້ຢ່າງເດັດຂາດ ປະກອບມີ 95 ຊະນິດ; ຂໍ້ 1.2 ຢາເສບຕິດ ທີ່ເກືອດຫ້າມຊະນິດໃໝ່ທີ່ກະຕຸ້ນ ຫຼື ອອກລິດຕໍ່ຈິດປະສາດຢ່າງຮ້າຍແຮງ ແລະ ບໍ່ອະນຸຍາດໃຫ້ນໍາໃຊ້ຢ່າງເດັດ ຂາດ ປະກອບມີ 61 ຊະນິດ; 2. ຢາເສບຕິດ ແລະ ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ປະເພດທີ II ແບ່ງ ອອກເປັນສອງປະເພດ ຄື: ຂໍ້ 2.1 ຢາເສບຕິດ ທີ່ຖືກຄວບຄຸມການນໍາໃຊ້ ມີ 4 ປະເພດຍ່ອຍ ຄື: ຂໍ້ 2.1.1 ປະເພດຍ່ອຍທີ 1 ປະກອບມີ 94 ຊະນິດ; ຂໍ້ 2.1.2 ປະເພດຍ່ອຍທີ 2 ປະກອບມີ 68 ຊະນິດ; ຂໍ້ 2.1.3 ປະເພດຍ່ອຍທີ 3 ປະກອບມີ 29 ຊະນິດ; ຂໍ້ 2.1.4 ປະເພດຍ່ອຍທີ 4 ປະກອບມີ 7 ຊະນິດ ແລະ ຂໍ້ 2.2 ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ມີສອງປະເພດຍ່ອຍ ຄື: ຂໍ້ 2.2.1 ປະເພດຍ່ອຍທີ 1 ປະກອບມີ 84 ຊະນິດ ແລະ ຂໍ້ 2.2.2 ປະເພດຍ່ອຍທີ 2 ປະກອບມີ 32 ຊະນິດ.
ສັງລວມແລ້ວ ບັນດາລາຍການປະເພດຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ທີ່ໄດ້ກຳນົດໄວ້ໃນມາດຕາ 1 ຂອງຂໍ້ຕົກລົງສະບັບນີ້ ເນື້ອໃນທີ່ໄດ້ກຳນົດໃສ່ນັ້ນ ແມ່ນມາຈາກດໍາລັດ 076/ນຍ ສະບັບປີ 2009, ຈໍານວນໜຶ່ງກໍໄດ້ມາຈາກລາຍການບັນຊີສາກົນ ມາກຳນົດເພີ່ມເຂົ້າ ແລະ ຈໍານວນໜຶ່ງກໍໄດ້ຈາກສະພາບຄວາມເປັນຈິງທີ່ເກີດຂຶ້ນໃນປັດຈຸບັນ ເປັນຕົ້ນ ຕົ້ນ, ໃບ, ດອກ, ຢາງກັນຊາ, ຢາງຝິ່ນ ແລະ ນໍ້າກະທ້ອມ, ຕົ້ນປໍແກ້ວ, ຕົ້ນພືດ ແລະ ເຫັດຊະນິດຕ່າງໆ ທີ່ໃຫ້ສານເສບຕິດ ແລະ ທາດເບື່ອ, ຢາສູບໄຟຟ້າ ແລະ ອື່ນໆ. ຂ່າວ: ບຸນຕອມ, ພາບ: ຕຸໄລເພັດ


ຄໍາເຫັນ

ຂ່າວເດັ່ນ

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້, ທີ່ເດີ່ນພະທາດຫຼວງ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ພ້ອມພັນລະຍາ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາການນໍາພັກ-ລັດຈາກສູນກາງ-ນວ, ອະດີດການນໍາພັກ-ລັດຂັ້ນສູນກາງ-ນວ, ບັນດາທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຜູ້ໃຫ້ການສະໜັບສະໜູນ, ມວນຊົນ ເຂົ້າຮ່ວມ.
ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບພະນະທ່ານ ອິກນາຊິໂອ ກາສຊິດ (Ignazio Cassis) ຮອງປະທານາທິບໍດີແຫ່ງສະມາພັນທະລັດສະວິດ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ໃນວັນທີ 17ພະຈິກຜ່ານມາ,ທີ່ ນະຄອນຫຼວງມະນີລາ ປະເທດ ຟີລິບປິນ,ທ່ານ ສະເຫຼີມໄຊ ກົມມະສິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (Mekong-Japan Cooperation ຫລື MJC)ຄັ້ງທີ 13 ໂດຍການເປັນປະທານຮ່ວມຂອງ ທ່ານLê Minh Hưngນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມແລະ ທ່ານ ນາງTAKAICHI Sanae,ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ.
ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ໃນວັນທີ 17 ພະຈິກຜ່ານມາ ທີ່ ມະນິລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 29, ກອງປະຊຸມຜູ້ນໍາປະຊາຄົມອາຊີເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ ຄັ້ງທີ 4, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 23, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 21ແລະ ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສ. ອາເມຣິກາ.
​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ໃນ​ວັນ​ທີ 17 ພະຈິກ ຜ່ານມານີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ເຊຣເກລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້ ທີ່ ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ.
ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ  ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

17 ພະຈິກ ຜ່ານມາວ່າ: ກົມອຸຕຸນິຍົມວິທະຍາຂອງສິງກະໂປລາຍງານວ່າ, ສິງກະໂປມີທ່າອ່ຽງທີ່ຈະປະສົບກັບອິດທິພົນຂອງລົມມໍລະສຸມຕາເວັນອອກສ່ຽງເໜືອໃນໄລຍະເຄິ່ງຫຼັງຂອງເດືອນພະຈິກ ຊຶ່ງຈະເຮັດໃຫ້ລົມແຮງຂຶ້ນ ແລະ ປ່ຽນທິດທາງພັດມາຈາກທາງທິດຕາເວັນອອກສ່ຽງເໜືອ ຫຼື ທິດຕາເວັນຕົກສ່ຽງເໜືອ. ໂດຍບາງພື້ນທີ່ຂອງເກາະຈະມີພາຍຸຝົນຟ້າຄະນອງໄລຍະສັ້ນໆ, ສ່ວນຫຼາຍແມ່ນໃນຕອນບ່າຍ ແລະ ອາດຈະສືບຕໍ່ໄປຈົນຮອດກາງຄືນໃນບາງມື້.
ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກ ຜ່ານມາ ທີ່ ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນຫຼວງມະນີລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້.
ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກຜ່ານມາ ທີ່ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນ ຫຼວງ ມະນີລາ ສ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະແບບບໍ່ເປັນທາງການ (Pull-aside) ກັບ ພະນະທ່ານ ອັນວາ ອິບຣາຮິມ ນາຍົກລັດຖະ ມົນຕີ ແຫ່ງ ມາເລເຊຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສູດຍອດອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ 2026.
ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 29, ບັນດາຜູ້ນໍາ ໄດ້ສະແດງຄວາມຊົມເຊີຍ ການຈັດຕັ້ງປະຕິບັດບັນດາກິດຈະກໍາ ຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນໃນປີ 2026. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ອາຊຽນ ແລະ ສປ ຈີນ ສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການເຊື່ອມໂຍງ-ເຊື່ອມຈອດ, ປັນຍາປະດິດ, ການຄ້າ ແລະ ການລົງທຶນ ໂດຍສະເພາະການຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ຈີນ ສະບັບປັບປຸງ 3.0 ໃຫ້ມີປະສິດທິພາບ, ພ້ອມທັງ ໄດ້ເນັ້ນຢໍ້າຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍ ໂດຍອີງຕາມຫຼັກການເປີດກວ້າງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໃນການຮັດແໜ້ນການຮ່ວມມືດ້ານເສດຖະກິດ.
ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ໃນລະຫວ່າງວັນທີ 15-16 ພະຈິກນີ້, ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ຊຶ່ງຈັດຂຶ້ນພາຍໃຕ້ຫົວຂໍ້ “ການລົງທຶນຄືນໃໝ່ໃນສັນຕິພາບ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ສະຖຽນລະພາບທີ່ຍືນຍົງ ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກສົມບູນ, ປະເທດສະມາຊິກສົມທົບ ແລະ ປະເທດສະມາຊິກສັງເກດການຂອງອົງການຝຣັງໂກໂຟນີສາກົນ (OIF) ເຂົ້າຮ່ວມ. ພ້ອມນີ້, ຍັງມີການປຶກສາຫາລືໃນຫົວຂໍ້ສະເພາະຄື: “ການເສີມສ້າງສັນຕິພາບ: ໂຄງການລວມໝູ່ລວມເອົາຈຸດແຂງ ແລະ ຂໍ້ໄດ້ປຽບທີ່ຫຼາກຫຼາຍຂອງພວກເຮົາ” ຂອງບັນດາປະເທດສະມາຊິກ.
ເພີ່ມເຕີມ