ຄວາມຄິດເຫັນ ຕໍ່ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ1955-20 ກໍລະກົດ 2025)

ຄວາມຄິດເຫັນ ຕໍ່ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ1955-20 ກໍລະກົດ 2025)

ຄວາມຄິດເຫັນ ຕໍ່ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ  (20 ກໍລະກົດ1955-20 ກໍລະກົດ 2025)
ໃນໂອກາດວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ, ທ່ານ ນາງ ຜາສຸກ ວົງວິຈິດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງ ກະຊວງສາທາລະນະສຸກ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸກຂະພາບ ໄດ້ສະແດງຄວາມຄິດເຫັນຕໍ່ວັນດັ່ງກ່າວວ່າ: ວັນທີ 20 ກໍລະກົດ ປີ 1955 ເປັນວັນທີ່ມີຄວາມໝາຍຄວາມສຳຄັນທີ່ສຸດ ເປັນວັນກຳເນີດເກີດຂຶ້ນຂອງສະຫະພັນແມ່ຍິງລາວ ນັບແຕ່ ວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ; ພັກກໍໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນທາງການ (ຊຶ່ງເປັນ​ຕົ້ນກຳເນີດ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປັດຈຸບັນ)

 

 

ເພື່ອສືບຕໍ່ນຳພາອົງການຈັດຕັ້ງແມ່ຍິງ ແລະ ຂົນຂວາຍຂະບວນການແມ່ຍິງທົ່ວປະເທດ ຊຶ່ງໃນໄລຍະນັ້ນການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານຍັງແມ່ນໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນ້ອງນັກຮົບ. ນັບແຕ່ຫົວທີທີ່ ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ພັກກໍໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນໃນພາລະກິດປະຕິວັດ ແລະ ຖືແມ່ຍິງເປັນພາກສ່ວນໜຶ່ງໃນກຳລັງແຮງທີ່ສຳຄັນຂອງພັກ.

ພາຍໃຕ້ການນຳພາຂອງພັກ ແລະ ໄດ້ຮັບຜົນສະທ້ອນຈາກຂະບວນການຕໍ່ສູ້ປະຕິວັດຂອງແມ່ຍິງໃນໂລກທີ່ເລັ່ງທວງໃຫ້ປະຕິບັດສິດເສລີພາບ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ ທາງດ້ານການເມືອງ - ເສດຖະກິດ, ວັດທະນະທຳ - ສັງຄົມ ແມ່ຍິງລາວກໍໄດ້ຮັບການປົກປ້ອງ ຍົກສູງບົດບາດ ແລະ ເຕີບໃຫຍ່ຂະຫຍາຍຕົວນັບມື້ນັບກວ້າງຂວາງ.

ຕະຫຼອດໄລຍະທີ່ຜ່ານມາ ຈົນມາຮອດປັດຈຸບັນ, ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າພວກເຮົາໄດ້ມີຜົນງານອັນໃຫຍ່ຫຼວງໃນຂະບວນການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາພັດທະນາປະເທດຊາດ; ເວົ້າສະເພາະ ເອື້ອຍນ້ອງແມ່ຍິງກະຊວງສາທາລະນະສຸກ ກໍແມ່ນພາກສ່ວນໜຶ່ງທີ່ໄດ້ປະກອບສ່ວນໃນການເບິ່ງແຍງດູແລສຸຂະພາບ ບັນດາການນໍາ, ນັກຮົບປະຕິວັດ, ປະຊາຊົນລາວບັນດາເຜົ່າຜ່ານຜ່າລູກປືືນ, ລູກລະເບີດຂອງພວກຈັກກະພັດ ໃນສະໝາມຮົບຢ່າງພິລະອາດຫານ. ເອື້ອຍນ້ອງແມ່ຍິງແພດໝໍ ທັງປິ່ນປົວສຸຂະພາບ, ທັງຕໍ່ສູ້ ແລະ ທັງເພີ່ມພູນຜະລິດຜົນ. ເອື້ອຍນ້ອງແມ່ຍິງແພດໝໍໄດ້ຮັບການຍົກຍ້ອງ ເປັນແພດປະຕິວັດ ແພດປະຊາຊົນ ແລະ ໄດ້ເປັນບຸກຄົນດີເດັ່ນຮັບຫຼຽນກ້າຫານ, ຫຼຽນໄຊ, ຫຼຽນກາຫຼາຍຮ້ອຍຄົນ.

ເພື່ອເສີມຂະຫຍາຍມູນເຊື້ອປະຕິວັດດັ່ງກ່າວເອື້ອຍນ້ອງແມ່ຍິງລາວ ເວົ້າລວມ ເວົ້າສະເພາະ ແມ່ນເອື້ອຍນ້ອງແມ່ຍິງຂະແໜງການສາທາລະນະສຸກ ຊຶ່ງຜ່ານມາໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳ

ເລັດລວມຂອງການຕໍ່ສູ້ກູ້ຊາດ ແລະ ສ້າງສາພັດທະນາປະເທດຊາດ ຈະສືບຕໍ່ເຮັດຫຼ້ອນໜ້າທີ່ຂອງຕົນສຸມທຸກເຫື່ອແຮງສະຕິປັນຍາເຮັດຫຼ້ອນໜ້າທີ່ການເມືອງຂອງຕົນ ຊຶ່ງໄດ້ກຳນົດໄວ້ໃນແນວທາງນະໂບຍາຍ, ແຜນຍຸດທະສາດ, ແຜນງານ, ໂຄງການແຕ່ລະໄລຍະ.

ເນື່ອງໃນວັນທີ່ມີຄວາມໝາຍຄວາມສຳຄັນນີ້, ຂ້າພະເຈົ້າຕາງໜ້າເອື້ອຍນ້ອງແມ່ຍິງຂະແໜງການສາທາລະນະສຸກ ຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງຕໍ່ການນຳພາ - ຊີ້ນຳອັນສະຫຼາດສ່ອງໃສຂອງພັກ ຊຶ່ງຍາມໃດກໍໄດ້ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງໄດ້ເຄື່ອນໄຫວຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ.

ຂໍສະແດງຄວາມເອກອ້າງທະນົງໃຈຕໍ່ການນຳເພດຍິງຮຸ່ນກໍ່ຕັ້ງ ແລະ ຮຸ່ນອາວຸດໂສທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງຕັ້ງ ແລະ ເສີມຂະຫຍາຍມູນເຊື້ອ ສະຫະພັນແມ່ຍິງລາວ ຈົນເຕີບໃຫຍ່ຂະຫຍາຍຕົວຄືດັ່ງປັດຈຸບັນນີ້.

ແມ່ຍິງລາວ ໃນຂະແໜງການສາທາລະນະສຸກຈະສືບຕໍ່ສູ້ຊົນຮ່ວມກັບແມ່ຍິງລາວໃນທົ່ວປະເທດປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພິເສດແມ່ນ ເອົາໃຈໃສ່ຍົກສູງຄຸນນະພາບການບໍລິການສາທາລະນະສຸກ ມີຈັນຍາບັນ-ຈັນຍາທຳ ທີ່ມີຄຸນະພາບ ແລະ ທົ່ວເຖິງ ແກ່ປະຊາຊົນ ແລະ ປົກປັກຮັກສາ ເສີມຂະຫຍາຍ 5 ຄຸນລັກສະນະຂອງແມ່ຍິງລາວຄື:

1) ແມ່ຍິງມີຄວາມດຸໝັ່ນຂະຫຍັນພຽນ ໃນການອອກແຮງງານ, ມີນໍ້າໃຈປະຢັດສັດທ່ຽງ (ເຮັດວຽກໄຮ່ການນາຫຼັງສູ້ຟ້າໜ້າສູ້ດິນ, ເຂັນຝ້າຍຕໍ່າຫູກ, ການໃຊ້ຈ່າຍກໍມີການຄິດໄລ່ຈົ່ງຢອມ, ຮັກສາມູນມັງໄວ້ໃຫ້ລູກຫຼານ.

2) ມີຄວາມບໍລິສຸດຜຸດຜ່ອງ, ຮັກລູກແພງຜົວ, ຍອມທົນທຸກທົນຍາກ, ຍອມເສຍສະຫຼະເພື່ອຄວາມສຸກຂອງຄອບຄົວລູກຜົວ.

3) ມີນໍ້າໃຈເອື້ອເຟື້ອເຜື່ອແຜ່, ຮັກແພງຊ່ວຍເຫຼືອຕຸ້ມຫໍ່ກັນ.

4) ມີນໍ້າໃຈຮັກຊາດແພງເຊື້ອ, ຮັກບ້ານເກີດເມືອງນອນ.

5) ມີກິລິຍາມາລະຍາດ ສຸພາບອ່ອນຫວານ, ຮັກສາມູນມໍລະດົກວັດທະນະທໍາອັນດີງາມຂອງຊາດ.

ພ້ອມກັນນັ້ນກໍຈະຕັ້ງໜ້າປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ພັດທະນາຕົນເອງໃຫ້ ມີຄຸນສົມບັດ ມີຄວາມຮູ້ຄວາມສາມາດັ່ງຄໍາເວົ້າຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ເນັ້ນໜັກໃນໂອກາດໂອ້ລົມໃນກອງປະຊຸມໃຫຍ່ຄັ້ງທີ IIX ຜູ້ແທນແມ່ຍິງລາວທົ່ວປະເທດ "ຈົ່ງພັດທະນາຕົນເອງໃຫ້ກາຍເປັນ ລູກສາວຜູ້ປະເສີດຂອງພັກ"

ຂໍຖືໂອກາດນີ້ອວຍພອນໄຊອັນປະເສີດແດ່ທ່ານຜູ້ນຳພັກ-ລັດ; ພະນັກງານອາວຸໂສ ເອື້ອຍນ້ອງແມ່ຍິງທຸກທົ່ວໜ້າຈົ່ງມີສຸຂະພາບແຂງແຮງ ມີຄວາມສຳເລັດໃນໜ້າທີ່ວຽກງານປະກອບສ່ວນຢ່າງສົມກຽດເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ