ເຂື່ອນໄຟຟ້າ ຫ້ວຍລຳພັນຕອນລຸ່ມຈໍາໜ່າຍພະລັງງານໄຟຟ້າໄດ້ 204,919,077 kWh

ເຂື່ອນໄຟຟ້າ ຫ້ວຍລຳພັນຕອນລຸ່ມຈໍາໜ່າຍພະລັງງານໄຟຟ້າໄດ້ 204,919,077 kWh

ເຂື່ອນໄຟຟ້າ ຫ້ວຍລຳພັນຕອນລຸ່ມຈໍາໜ່າຍພະລັງງານໄຟຟ້າໄດ້ 204,919,077 kWh
ທ່ານ ສະນິດ ໄຊຍະສິດ ຜູ້ອໍານວຍການບໍລິສັດ ຫ້ວຍລໍາພັນ ພາວເວີ ຈໍາກັດ ໃຫ້ສໍາພາດວ່າ: ການຜະລິດພະລັງງານໄຟຟ້າ ຂອງເຂື່ອນໄຟຟ້າຫ້ວຍລຳພັນຕອນລຸ່ມຜ່ານມາ ແຕ່ມື້ເລີ່ມຕົ້ນຮອດປັດຈຸບັນ ແມ່ນຜະລິດຕາມແຜນການທີ່ວາງໄວ້ ແລະ ຜະລິດຕາມປະລິມານນໍ້າໄຫຼເຂົ້າອ່າງຕົວຈິງໃນແຕ່ລະໄລຍະ, ການຂຶ້ນແຜນການຜະລິດ
ເຂອນໄຟຟາ ຫວຍລຳພນຕອນລມຈາໜາຍພະລງງານໄຟຟາໄດ 204,919,077 kWh - image 1
 

ແມ່ນອີງໃສ່ການສໍາຫຼວດອອກແບບຂອງບໍລິສັດຜູ້ຮັບເໝົາກໍ່ສ້າງເຂື່ອນ (Basic design) ແລະ ຂໍ້ມູນຕົວຈິງ ຂອງສະພາບນໍ້າໄຫຼເຂົ້າອ່າງໃນແຕ່ລະປີຄື: ປີ 2021 ສາມາດຜະລິດພະລັງງານໄຟຟ້າໄດ້ 35,922,670 kWh ຫຼື ເທົ່າກັບ 52.58% ຂອງແຜນການປີ 68,313,600 kWh ຫຼື ເທົ່າກັບ 52.98% ເມື່ອທຽບໃສ່ການອອກແບບ 68,310,000 kW, ປີ 2022 ສາມາດຜະລິດໄດ້ 59,362,503 kWh ຫຼື ເທົ່າກັບ 100.30% ຂອງແຜນການປີ 59,184,000 kWh ຫຼື ເທົ່າກັບ 86.90% ເມື່ອທຽບໃສ່ການອອກແບບ 68,310,000 kWh, ປີ 2023 ສາມາດຜະລິດໄດ້49,008,087 kWh ຫຼື ເທົ່າກັບ 79.03% ຂອງແຜນການປີ 62,010,000 kWh ຫຼື ເທົ່າກັບ 71.74% ເມື່ອທຽບໃສ່ການອອກແບບ 68,310,000 kWh, ປີ 2024 ສາມາດຜະລິດໄດ້ 47,821,381 kWh ຫຼື ເທົ່າກັບ 83.70% ຂອງແຜນການ ປີ 57,132,000 kWh ຫຼື ເທົ່າກັບ 70.01% ເມື່ອທຽບໃສ່ການອອກແບບ 68,310,000 kWh, ປີ 2025 ສາມາດຜະລິດໄດ້ 15,793,634 kWh ຫຼື ເທົ່າກັບ 30.37% ຂອງແຜນການ ປີ 52,000,000 kWh ຫຼື ເທົ່າກັບ 23.12% ເມື່ອທຽບໃສ່ການອອກແບບ 68,310,000 kWh, ລວມພະລັງງານທັງໝົດ 207,908,275 kWh.

ສໍາລັບກສນຈໍາໜ່າຍ ນັບແຕ່ມື້ເລີ່ມຕົ້ນຮອດປັດຈຸບັນ ສາມາດຈໍາໜ່າຍພະລັງງານໄຟຟ້າໄດ້ຄື: ປີ 2021 ສາມາດຈໍາໜ່າຍພະລັງງານໄຟຟ້າໄດ້ 35,377,451 kWh ຫຼື ເທົ່າກັບ 52.46% ຂອງ ແຜນການປີ 67,437,570 kWh, ປີ 2022 ຈໍາໜ່າຍໄດ້ 58,604,297 kWh ຫຼືເທົ່າກັບ 100.58% ຂອງ ແຜນການປີ 58,264,652 kWh, ປີ 2023 ຈໍາໜ່າຍໄດ້ 48,309,560 kWh ຫຼື ເທົ່າກັບ 79.12%% ຂອງແຜນການປີ 61,058,055 kWh, ປີ 2024 ຈໍາໜ່າຍໄດ້ 47,112,077 kWh ຫຼື ເທົ່າກັບ 83.97% ຂອງແຜນການປີ 56,103,100 kWh, ປີ 2025 ຈໍາໜ່າຍພະລັງງານໄຟຟ້າໄດ້ 15,515,692 kWh ຫຼື ເທົ່າກັບ 30.42% ຂອງແຜນການປີ 51,013,097 kWh, ລວມພະລັງງານຈໍາໜ່າຍໄດ້ທັງໝົດ 204.919.077 kWh.

ທ່ານ ສະນິດ ໄຊຍະສິດ ໃຫ້ຮູ້ຕື່ມວ່າ: ເຂື່ອນໄຟຟ້າ ຫ້ວຍລຳພັນຕອນລຸ່ມ ຕັ້ງຢູ່ບ້ານລະວີລຳພັນ ເມືອງລະມາມ ແຂວງເຊກອງ, ເປັນປະເພດເຂື່ອນດິນ ມີລວງຍາວຂອງເຂື່ອນ (Dam) 492 ແມັດ, ສູງ 55 ແມັດ, ສັນເຂື່ອນກ້ວາງ 5 ແມັດ, ໃນລະດັບສູງ 202 ແມັດ ທຽບໃສ່ລະດັບນໍ້າທະເລ, ອຸໂມງສົ່ງນໍ້າ (Headrace tunnel) ມີຂະໜາດເສັ້ນຜ່ານສູນກາງ 3,2x3,2 ແມັດ ຊຶ່ງມີກໍາລັງຕິດຕັ້ງ 15 ເມກາວັດ, ມີເຄື່ອງຈັກ 2 ໜ່ວຍ, ໜ່ວຍລະ 7,5 ເມກາວັດ ຕາມການສຶກສາອອກແບບ, ການຜະລິດກະແສໄຟຟ້າໄດ້ 68,310,000 kWh/ປີ ເທົ່າກັບ 51.98%, ລະບົບສາຍສົ່ງ ເປັນລະບົບດ່ຽວ ມີຄວາມຍາວທັງໝົດ 13.71 ກິໂລແມັດ. ໃນນັ້ນ, ລວງຍາວ ຂອງສາຍສົ່ງຈາກລານສະຫຼັບ (Switch yard) ເຂື່ອນຫ້ວຍລໍາພັນຕອນລຸ່ມ ຕໍ່ເຂົ້າກັບສາຍສົ່ງ I ຂອງເຂື່ອນໄຟຟ້າຫ້ວຍລຳພັນໃຫ່ຍ ມີໄລຍະ 6,712 ກິໂລແມັດ ແລ້ວສົ່ງໄປຫາສະຖານີໜອງບົງ ຊຶ່ງມີມູນຄ່າການກໍ່ສ້າງ 48,235,294.12 ໂດລາສະຫະລັດ ໄດ້ເລີ່ມລົງມືກໍ່ສ້າງ ໃນວັນ ທີ 15/2/2017, ສໍາເລັດການກໍ່ສ້າງ ແລະ ເລີ່ມຜະລິດກະແສໄຟຟ້າແຕ່ວັນທີ 14/2/2021 ເປັນຕົ້ນມາ.

(ຂ່າວ-ພາບ: ພຸດທະສອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ