![]() |
ສະຫາຍ ພັນໂທ ວຽງແກ້ວ ບົວໄລວັນ ຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ເສນາທິການກອງທັບ ກ່າວວ່າ: ການປູກຕົ້ນໄມ້ໃນຄັ້ງນີ້, ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ, ທັງເປັນການປະກອບສ່ວນເຂົ້າໃນຂະບວນການລວມຂອງຊາດ, ຂອງກອງທັບ ເພື່ອສ້າງຈິດສຳນຶກໃຫ້ລູກຫຼານ ເຫັນຄຸນຄ່າຂອງປ່າໄມ້ ແລະ ເປັນການປະກອບສ່ວນໃຫ້ຮັກ ແລະ ຫວງແຫນ, ສ້າງຈິດສໍານຶກໃຫ້ທຸກຄົນ ອະນຸລັກປົກປັກຮັກສາປ່າໄມ້ ເປັນປະໂຫຍດໃຫ້ການດຳລົງຊີວິດຂອງຄົນ ແລະ ສັດນາໆພັນ.
![]() |
ສໍາລັບເບ້ຍໄມ້ທີ່ນໍາມາປູກໃນຄັ້ງນີ້: ມີເບ້ຍໄມ້ອຸດສາຫະກຳ, ໄມ້ໃຫ້ໝາກຈຳນວນ 100 ກວ່າເບ້ຍ ແລະ ປານ້ອຍຈໍານວນ 10,000 ກ່ວາໂຕ.
ຂ່າວ: ນາງ ສຸພາພອນ ລາດສີເມືອງ


ຄໍາເຫັນ