ກົມຕໍາຫຼວດຈະລາຈອນ  ກຽມພ້ອມຮອບດ້ານສະກັດກັ້ນອຸບັດເຫດ ໄລຍະງານສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ສາກົນ 2024

ກົມຕໍາຫຼວດຈະລາຈອນ  ກຽມພ້ອມຮອບດ້ານສະກັດກັ້ນອຸບັດເຫດ ໄລຍະງານສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ສາກົນ 2024
ຂປລ. ກົມຕໍາຫຼວດຈະລາຈອນ  ກະກຽມຄວາມພ້ອມຮອບດ້ານ ເພື່ອສະກັດກັ້ນ ອຸບັດເຫດ ທີ່ຈະເກີດຂຶ້ນຕາມທ້ອງຖະໜົນ ໃນໄລຍະສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ສາກົນ 2024 ເປັນຕົ້ນໄດ້ອອກຄໍາແນະນໍາ, ກະກຽມພາຫະນະ, ອຸປະກອນຮັບໃຊ້, ຈັດກໍາລັງລົງຕັ້ງຈຸດກວດກາການສັນຈອນ. ທັງນີ້, ກໍເພື່ອເຮັດໃຫ້ການສະຫຼອງວັນດັ່ງກ່າວ ມີຄວາມເບີກບານມ່ວນຊື່ນ ແລະ ປາສະຈາກຜົນເສຍຫາຍທາງດ້ານຊີວິດ, ສຸຂະພາບ ແລະ ຊັບສິນ ທີ່ເກີດຈາກການເກີດອຸບັດເຫດຈະລາຈອນທາງບົກ ໃນໄລຍະປີໃໝ່ສາກົນ  2024 ປີນີ້.
ທ່ານ ພັທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກະຊວງ ປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 26 ທັນວາ ນີ້ ວ່າ: ເພື່ອເຮັດໃຫ້ການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ສາກົນ 2024 ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພໃນການສັນຈອນໄປ-ມາ ປາສະຈາກໄດ້ປະກົດການຫຍໍ້ທໍ້ ແລະ ຫຼຸດຜ່ອນຜົນເສຍຫາຍຈາກການເກີດອຸບັດເຫດ. ກົມຕໍາຫຼວດຈະລາຈອນ ໄດ້ກະກຽມພາຫະນະ, ອຸປະກອນຮັບໃຊ້ວຽກງານວິຊາສະເພາະ ແລະ ຈັດກໍາລັງລົງເຮັດໜ້າທີ່ ຈັດສັນອໍານວຍຄວາມສະດວກ ຕາມສະຖານທີ່ຕ່າງໆເຮັດໃຫ້ການສັນຈອນມີຄວາມສະດວກປອດໄພ; ຈັດກໍາລັງລົງຕັ້ງຈຸດກວດກາການສັນຈອນຕາມເສັ້ນທາງຫຼວງ, ກວດກາເອກະສານ, ກວດກາຜູ້ຂັບຂີ່ພາຫະນະ, ກວດກາຈັບຄວາມໄວ, ກວດທາດເຫຼົ້າ, ກວດສະພາບເຕັກນິກພາຫະນະ ແລະ ອື່ນໆ ທີ່ລະເມີດຕໍ່ກົດລະບຽບການຈະລາຈອນທາງບົກ; ໄດ້ອອກຄໍາແນະນໍາ ສະບັບເລກທີ 570/ກຈຈ, ລົງວັນທີ 12 ທັນວາ 2023 ແລະ ແຈ້ງການສະບັບເລກທີ 095/ກຈຈ, ລົງວັນທີ 12 ທັນວາ 2023, ກ່ຽວກັບການຈັດຕັ້ງປະຕິບັດການປ້ອງກັນປີໃໝ່ ແລະ ລົງໂຄສະນາລະບຽບກົດຈະລາຈອນທາງບົກ. ກ່ອນການສະເຫຼີມສະຫຼອງປີໃໝ່ສາກົນ 2024 ທີ່ຈະມາເຖິງນີ້, ກົມຕໍາຫຼວດຈະລາຈອນ ຈະໄດ້ລົງເຄື່ອນໄຫວຊຸກຍູ້, ຊີ້ນໍາໃຫ້ກໍາລັງຕໍາຫຼວດຈະລາຈອນ ທົ່ວປະເທດ ເອົາໃຈໃສ່ປະຕິບັດໜ້າທີ່ ໃນການປ້ອງກັນປີໃໝ່ສາກົນ 2024 ຢ່າງເຂັ້ມງວດ.
ພ້ອມນີ້, ກົມຕໍາຫຼວດຈະລາຈອນ ຍັງໄດ້ອອກແຈ້ງການເຖິງ ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ຜູ້ໃຊ້ລົດ-ໃຊ້ຖະໜົນ ກ່ຽວກັບການປ້ອງກັນ, ສະກັດກັ້ນອຸບັດເຫດ ໃນໄລຍະສະເຫຼີມສະຫຼອງ ປີໃໝ່ສາກົນ 2024 ຊຶ່ງຜູ້ຂັບຂີ່ລົດຕ້ອງກຽມຄວາມພ້ອມ ດ້ານສຸຂະພາບຮ່າງກາຍ, ເອກະສານຂອງຜູ້ຂັບຂີ່ພາຫະນະໃຫ້ຄົບຊຸດຕາມລະບຽບການເຊັ່ນ: ໃບຂັບຂີ່, ໃບທະບຽນ, ໃບກວດກາເຕັກນິກ, ຄ່າທາງ, ປະກັນໄພ ແລະ ໃບອະນຸຍາດດໍາເນີນທຸລະກິດ ສໍາລັບລົດຂົນສົ່ງສິນຄ້າ ແລະ ລົດໂດຍສານ; ຜູ້ຂັບຂີ່ລົດຈັກ ຕ້ອງໃສ່ໝວກກັນກະທົບ ທັງຜູ້ຂັບ ແລະ ຜູ້ຊ້ອນທ້າຍ ຖ້າການລະເມີດທີ່ມີຄວາມສ່ຽງຈະພາໃຫ້ເກີດອຸບັດເຫດ ເຈົ້າໜ້າທີ່ຈະໄດ້ກັກພາຫະນະໄວ້ ເພື່ອຄວາມປອດໄພຂອງຜູ້ຂັບຂີ່; ຜູ້ຂັບຂີ່ລົດໃຫຍ່ ຕ້ອງຮັດສາຍແອວນິລະໄພ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຜູ້ຂັບຂີ່ ແລະ ຜູ້ໂດຍສານ; ກ່ອນຈະນຳໃຊ້ພາຫະນະຕ້ອງກວດສະພາບເຕັກນິກ  ແລະ  ຄວາມພ້ອມຂອງພາຫະນະ  ໃຫ້ມີຄວາມຮັບປະກັນເປັນຢ່າງດີ; ລົດຂົນສົ່ງໂດຍສານທາງໄກ ຕ້ອງມີໂຊເຟີສຳຮອງ ທຸກຄັ້ງໃນເວລາເດີນທາງ; ສະເພາະເສັ້ນທາງດ່ວນ, ການໃຊ້ຄວາມໄວສູງສຸດບໍ່ໃຫ້ເກີນ 120 km/ ຊົ່ວໂມງ ແລະ ຄວາມໄວຕໍ່າສຸດບໍ່ໃຫ້ຫລຸດ 80 km/ຊົ່ວໂມງ (ເຈົ້າໜ້າທີ່ຕໍາຫຼວດຈະໄດ້ຈັບຄວາມໄວຜ່ານກ້ອງວົງຈອນປິດ); ຜູ້ຂັບຂີ່ພາຫະນະຕ້ອງເຄົາລົບ ແລະ ປະຕິບັດຕາມກົດລະບຽບຈະລາຈອນທາງບົກ ຢ່າງເຂັ້ມງວດ.
ສໍາລັບຂໍ້ຫ້າມຜູ້ຂັບຂີ່ພາຫະນະ ແມ່ນຫ້າມຜູ້ຂັບຂີ່ພາຫະນະ ນໍາໃຊ້ໂທລະສັບ ໃນເວລາຂັບຂີ່ ຢ່າງເດັດຂາດ; ຫ້າມຜູ້ຂັບຂີ່ດື່ມສີ່ງມຶນເມົາ ເມົາຫ້າມຂັບຂີ່ລົດ ຢ່າງເດັດຂາດ ຖ້າຫາກກວດກາພົບເຫັນ ເຈົ້າໜ້າທີ່ຕຳຫຼວດຈະລາຈອນຈະໄດ້ກັກໄວ້, ຊ່ວງເມົາແລ້ວຈຶ່ງອະນຸຍາດໃຫ້ໄປ ຫຼື ໃຫ້ຍາດພີ່ນ້ອງໝູ່ຄູ່ມາຮັບເອົາ ເພື່ອຮັບປະກັນຄວາມປອດໄພ; ຫ້າມຂັບຂີ່ລົດຄວາມໄວເກີນກົດໝາຍກຳນົດ (ສຳລັບລົດຂົນສົ່ງໂດຍສານ ຫ້າມແລ່ນໄວເກີນ 80 Km/h ຕາມເສັ້ນທາງຫຼວງ ສະເພາະຢູ່ເຂດນອກເມືອງ); ຫ້າມຂັບຂີ່ພາຫະນະ ເປັນພືງເປັນແພ, ຊ່ວງຊີງກັນຕາມເສັ້ນທາງ ຢ່າງເດັດຂາດ; ຫ້າມນຳໃຊ້ລົດຂົນສົ່ງໂດຍສານ ບັນທຸກສິນຄ້າ  ແລະ  ບັນທຸກຜູ້ໂດຍສານເກີນກໍານົດ  ແລະ  ຊ່ວງຊີງເອົາຜູ້ໂດຍສານຢ່າງເດັດຂາດ; ຫ້າມຜູ້ປົກຄອງປະປ່ອຍໃຫ້ເດັກນ້ອຍ ທີ່ອາຍຸບໍ່ເຖິງກະສຽນ ຂັບຂີ່ພາຫະນະ ຢ່າງເດັດຂາດ; ຫ້າມຈອດລົດຕາມເສັ້ນທາງດ່ວນ ຢ່າງເດັດຂາດ (ຍົກເວັ້ນກໍລະນີພາຫະນະເປ່ເພ); ຖ້າບຸກຄົນໃດທີ່ລະເມີດຕໍ່ກົດຈະລາຈອນທາງບົກ ຈະຖືກສຶກສາອົບຮົມ ແລະ ປັບໃໝຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.
ຂ່າວ: ກິດຕາພາບ: ວຽງຈັນໃໝ່

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ໃຫ້ການອຸປະຖຳກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະ ໄໝທີ IX ຂຶ້ນ ໃນວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ອຸປະຖຳເງິນ 50 ລ້ານກີບ ແລະ ນ້ຳດື່ມ 50 ແພັກ ມູນຄ່າ 3 ລ້ານກວ່າກີບ,
ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ສິງຫານີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເປັນປະທານກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃສ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ IX ຮອບທີ 2 ຂອງສະຫະພັນແມ່ຍິງ 6 ແຂວງພາກໃຕ້ ປະກອບມີ: :ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ແຂວງຄໍາມ່ວນ ຊຶ່ງຈັດຂຶ້ນທີ່ ແຂວງສະຫວັນນະເຂດ.
ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ໜ່ວຍງານຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ຂອງມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວໄດ້ຈັດບຸນໃຫ້ເດັກນ້ອຍທີ່ເສຍຊີວິດຢູ່ໂຮງໝໍ ຈໍານວນ 36 ສົບ ໃນລະຫວ່າງ ວັນທີ 21, 22, 23 ສິງຫາ 2025 ນີ້ ທີ່ ວັດໂນນສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ກະຊວງ ຮສສ ປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII

ກະຊວງ ຮສສ ປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII

ກອງປະຊຸມປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII ຮອບທີ 3 ຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໂດຍການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ມີບັນດາສະຫາຍກໍາມະການຄະນະພັກກະຊວງ, ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກຮອບທີ II  ກະຊວງ ຍທຂ

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກຮອບທີ II ກະຊວງ ຍທຂ

ກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສະໄໝທີ VI ຮອບທີ II ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ຄະນະໜ່ວຍພັກ, ຜູ້ແທນສົມບູນ ແລະ ສຳຮອງເຂົ້າຮ່ວມ.
ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງ

ວັນທີ 20 ສິງຫາຜ່ານມານີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງຂຶ້ນ ທີ່ສະໂມສອນຄະນະກວດກາສູນກາງພັກ ໃຫ້ກຽດເປັນປະທານ ໂດຍສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ບັນດາສະຫາຍທີ່ມາຈາກສູນກາງແນວລາວສ້າງຊາດ, ຫ້ອງວ່າການສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຄະນະປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ເລຂາໜ່ວຍພັກ, ສະມາຊິພັກ-ພະນັກງານ ທົ່ວອົງການເຂົ້າຮ່ວມ.
ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ພິທີເປີດໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ອີ ເລີ່ມຈາກທາງເບຕົງແຈວັດບ້ານນາແກ ໄປຫາ ຫົວຂົວຫ້ວຍໝອງເດີ່ນ ຈຸດກ້ອງຂົວມິດຕະພາບລາວ-ໄທ ແຫ່ງທີ II (ສະຫວັນະເຂດ-ມຸກດາຫານ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ສິງຫານີ້, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຖືກເຊີນ ແລະ ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ.
ເຈົ້າແຂວງຈຳປາສັກ ສະແດງທັດສະນະຕໍ່ວັນຊາດຫວຽດນາມ ຄົບຮອບ 80 ປີ.

ເຈົ້າແຂວງຈຳປາສັກ ສະແດງທັດສະນະຕໍ່ວັນຊາດຫວຽດນາມ ຄົບຮອບ 80 ປີ.

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ສະແດງທັດສະນະຕໍ່ວັນຊາດ ຫວຽດນາມ ຄົບຮອບ 80 ປີ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ທີ່ຈະໜູນວຽນມາໃນມໍ່ໆນີ້. ຊຶ່ງທ່ານໄດ້ຕີລາ 3 ບັນຫາໃຫ່ຍ ຄື:
ເພີ່ມເຕີມ