![]() |
ສະຫາຍ ພັອ ກິແກ້ວ ຈັນທະລັງສີ ກ່າວວ່າ: ການຈັດພິທີປູກຕົ້ນໄມ້ໃນຄັ້ງນີ້, ເພື່ອເປັນການປົກປັກຮັກສາຊັບພະຍາກອນປ່າໄມ້ໃຫ້ມີຄວາມຍືນຍົງ, ອຸດົມສົມບູນນໍາໃຊ້ໄດ້ຍາວນານ, ເປັນການຮັກສາສະພາບແວດລ້ອມທຳມະຊາດໃຫ້ມີຄວາມຊຸມຊື່ນ, ອຸດົມສົມບູນສວຍສົດງົດງາມ ເພື່ອປູກຈິດສໍານຶກໃຫ້ນາຍ ແລະ ພົນຕຳຫຼວດໃນກົມກອງເຫັນໄດ້ຄວາມສໍາຄັນ, ພ້ອມກັນປົກປັກຮັກສາສິ່ງແວດລ້ອມ ໂດຍເນັ້ນໃສ່ການຢູ່ຮ່ວມກັນກັບທຳມະຊາດຢ່າງກົມກຽວ ແລະ ຍືນຍົງ ຊຶ່ງຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້, ປະກອບມີ: ຕົ້ນໄມ້ອຸດສາຫະກຳ, ຕົ້ນໄມ້ປະດັບ ແລະ ຕົ້ນໄມ້ກິນໜາກ ເພື່ອເພີ່ມພື້ນທີ່ສີຂຽວທາງທໍາມະຊາດ ຍັງເປັນບ່ອນພັກເຊົາໃຫ້ນາຍ ແລະ ພົນຕໍາຫຼວດພາຍໃນກົມກອງ, ຮຽກຮ້ອງໃຫ້ນາຍ ແລະ ພົນຕໍາຫຼວດພາຍໃນກົມ ຈົ່ງພ້ອມກັນປົກປັກຮັກສາ ແລະ ບົວລະບັດຕົ້ນໄມ້ ໃຫ້ເຕີບໃຫຍ່ ແລະ ເກີດດອກອອກຜົນ.
![]() |
ຂ່າວ: ນັນທະວຸດ ພັນທະວົງ, ພາບ: ສອນເພັດ ໄຊຍະສິດ


ຄໍາເຫັນ