![]() |
ທ່ານ ພັທ ສີວິໄລ ວົງພົມ ຫົວໜ້າຫ້ອງການເມືອງ ກອງບັນຊາການປ້ອງກັນສູນກາງໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ແລະ ຂໍ້ຕົກລົງຂອງກອງບັນຊາການປ້ອງກັນສູນກາງ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດມີທັງໜົດ 52 ສະຫາຍ.
![]() |
ໃນນີ້, ເລື່ອນຊັ້ນພັນຕີຂຶ້ນພັນໂທ 7 ສະຫາຍ ຍິງ 3 ສະຫາຍ, ຮ້ອຍເອກຂຶ້ນພັນຕີ 4 ສະຫາຍ ຍິງ 1 ສະຫາຍ, ຮ້ອຍໂທຂຶ້ນຮ້ອຍເອກ 2 ສະຫາຍ ຍິງ 1 ສະຫາຍ, ຮ້ອຍຕີຂຶ້ນຮ້ອຍໂທ 13 ສະຫາຍ ຍິງ 3 ສະຫາຍ, ວາທີຂຶ້ນຮ້ອຍຕີ 3 ສະຫາຍ ຍິງ 2 ສະຫາຍ, ສິບເອກຂຶ້ນວາທີ 21 ສະຫາຍ ຍິງ 5 ສະຫາຍ ແລະ ຊັ້ນສິບໂທຂຶ້ນສິບເອກ 2 ສະຫາຍ.
![]() |
ໂອກາດນີ້, ທ່ານ ພັອ ບຸນທົງ ສີດາວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍ ແລະ ພົນຕໍາຫຼວດທີ່ໄດ້ຮັບຊັ້ນໃໝ່ ພ້ອມທັງຮຽກຮ້ອງໃຫ້ເອົາໃຈໃສ່ເຊີດຊູນໍ້າໃຈຮັກຊາດ, ສະຕິເປັນເຈົ້າ ຕົນເອງ, ສຸມໃສ່ປັບປຸງແບບແຜນວິທີເຮັດວຽກ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດ.
![]() |
ຂ່າວ: ລັດດາວັນ




ຄໍາເຫັນ