![]() |
ສະຫາຍ ພັອ ສົມລີ ຊາວານາ ຫົວໜ້າຫ້ອງການເມືອງຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກອງບັນຊາການປ້ອງກັນທີ່ຕັ້ງ. ໃນນີ້, ເລື່ອນຊັ້ນ ພັຕ ຂຶ້ນ ພັທ ຈຳນວນ 10 ສະຫາຍ, ເລື່ອນຊັ້ນຮ້ອຍເອກຂຶ້ນພັນຕີ ຈຳນວນ 7 ສະຫາຍ, ຮ້ອຍໂທຂຶ້ນຮ້ອຍເອກ 1 ສະຫາຍ, ເລື່ອນຊັ້ນຮ້ອຍຕີຂຶ້ນຮ້ອຍໂທ 13 ສະຫາຍ ຍິງ 3 ສະຫາຍ, ເລື່ອນຊັ້ນວາທີຂຶ້ນຮ້ອຍຕີ 21 ສະຫາຍ, ເລື່ອນຊັ້ນສິບເອກຂຶ້ນວາທີ 15 ສະຫາຍ ຍິງ 2 ສະຫາຍ ແລະ ເລື່ອນຊັ້ນສິບຕີຂຶ້ນສິບໂທ 62 ສະ ຫາຍ ຍິງ 8 ສະຫາຍ. ໃຫ້ກຽດປະດັບຊັ້ນໂດຍສະຫາຍ ພົຈວ ຈັນທອນ ແກ້ວມະນີວົງ.
![]() |
ໃນພິທີ, ໄດ້ປະກາດຂໍ້ຕົກລົງ ເລກທີ 2050/ປຕ, ລົງວັນທີ 11 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັທ ຄຳເມົ້າ ຈັນທະວົງ ເປັນຮັກສາການຫົວໜ້າກອງຮ້ອຍ 2 ກອງພັນ 207.
ໂອກາດນີ້, ສະຫາຍ ພົຈວ ຈັນທອນ ແກ້ວມະນີວົງ ໄດ້ຍ້ອງຍໍຊົມເຊີຍຕໍ່ນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນ ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ແລະ ຜູ້ທີ່ໄດ້ຮັບການຍົກຍ້າຍໄປຮັບໜ້າທີ່ໃໝ່ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ, ສຸມທຸກກຳລັງເຫື່ອແຮງ ແລະ ສະຕິປັນຍາ ປະກອບສ່ວນເຂົ້າໃນວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້, ເອົາໃຈໃສ່ຊອກຮູ້ຮ່ຳຮຽນເພື່ອເຮັດໃຫ້ຕົນເອງມີຄວາມຮູ້-ຄວາມສາມາດ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບໂດຍພື້ນຖານ.
![]() |
ຂ່າວ: ໜັງສືພິມຄວາມສະຫງົບ



ຄໍາເຫັນ