ກອງບັນຊາການທະຫານແຂວງໄຊສົມບູນ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງໄຊສົມບູນ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງໄຊສົມບູນ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ
ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນວິລະກຳຜູ້ນໍາແຫກຄຸກໂພນເຄັງຢ່າງມະຫັດສະຈັນ ຄົບຮອບ 66 ປີ ແລະ ວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນ ຄົບຮອບ 67 ປີ ຂຶ້ນໃນວັນທີ 27 ພຶດສະພາຜ່ານມາ. ໂດຍການເປັນປະທານຂອງສະຫາຍ ພົຈວ ໝອນຄໍາ ດວງສະຫວັນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງບນຊາການທະຫານແຂວງໄຊສມບນ ຫວນຄນມນເຊອ 2 ວນປະຫວດສາດ - image 1
 

ໃນພິທີ, ສະຫາຍ ພົຈວ ໝອນຄໍາ ດວງສະຫວັນ ໄດ້ເລົ່າຄືນມູນເຊື້ອອັນສະຫງ່າງາມ ແລະ ຄວາມໝາຍຄວາມສຳຄັນຂອງ 2 ວັນປະຫວັດສາດຢ່າງມີຄວາມໝາຍເລິກເຊິ່ງ ໂດຍຍົກໃຫ້ເຫັນມູນເຊື້ອວິລະກໍາແຫ່ງການຕໍ່ສູ້ກູ້ຊາດຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າທີ່ມີຄວາມອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນ, ສະຫຼາດສ່ອງໃສ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ໂດຍພາຍໃຕ້ການຊີ້ນໍາ-ນໍາພາອັນສະຫຼາດສ່ອງໃສຂອງບັນດາທ່ານຜູ້ນຳ ແລະ ແນວລາວຮັກຊາດໃນໄລຍະຜ່ານມາ, ໃນພາລະກິດຕໍ່ສູ້ກູ້ຊາດບໍ່ຍອມຈໍານົນຕໍ່ຕ້ານກັບຈັກກະພັດຜູ້ທີ່ຮຸກຮານຈົນສາມາດຕີເອົາຊະນະສັດຕູທຸກໂຕ ທີ່ເຂົ້າມາຮຸກຮານປະເທດລາວເຮົາ, ຊຶ່ງໄດ້ເປັນເຫດການອັນສຳຄັນທາງປະຫວັດສາດຂອງພັກ, ຂອງກອງທັບ ແລະ ປະຊາຊົນລາວທັງຊາດ, ເຫດການດັ່ງກ່າວໄດ້ກາຍເປັນບົດຮຽນອັນລໍ້າຄ່າໃຫ້ຂະບວນການຕໍ່ສູ້ຂອງກອງທັບເຮົາ ໂດຍສະເພາະແມ່ນວິລະກຳແຫກຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນຳ ແລະ ແນວລາວຮັກຊາດ ທີ່ໄດ້ພະຍາຍາມປຸກລະດົມຂົນຂວາຍສາລະວັດທະຫານກອງທັບແຫ່ງຣາຊະອານາຈັກລາວ ທີ່ເຂົ້າມາເວນຍາມຄຸກໃຫ້ເກີດມີແນວຄິດຮັກຊາດ, ຮັກລະບອບປະຊາທິປະໄຕ, ຕື່ນຕົວເຂົ້າຮ່ວມການປະຕິວັດ ແລະ ເອົາຜູ້ນຳແຫກຄຸກອອກຈາກໂພນເຄັງ ໂດຍໄດ້ມີການວາງແຜນລະອຽດຖີ່ຖ້ວນຈຶ່ງສາມາດແຫກອອກຈາກຄຸກໄດ້ສຳເລັດ ແລະ ເດີນທາງໄປສູ່ເຂດທີ່ໝັ້ນໄດ້ຢ່າງປອດໄພ. ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນເຖິງຄວາມສະຫຼາດ, ຄວາມອົງອາດກ້າຫານຂອງກອງພັນທີ 2 ທີ່ຜ່າວົງປິດລ້ອມ ຂອງສັດຕູຢູ່ເຂດທົ່ງໄຫຫີນໃນວັນທີ 18 ພຶດສະພາ 1959 ໂດຍການບັນຊາຂອງຄະນະກອງພັນ ພ້ອມດ້ວຍຄອບຄົວພະນັກງານ, ນັກຮົບທັງໝົດ ພາຍໃຕ້ການນໍາພາອັນອົງກາດກ້າຫານ, ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ແລະ ຄວາມຕັດ ສິນໃຈສູງຂອງຜູ້ບັນຊາ ນັ້ນໄດ້ສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົ່ງຮັກພັກດີ, ຄວາມສາມັກຄີອັນເປັນຈິດໜຶ່ງໃຈດຽວ, ຄວາມອົດທົນເກັ່ງກ້າ ບໍ່ຄອນແຄນຕໍ່ການນາບຂູ່ຫຼອກລວງຂອງສັດຕູ, ມີນໍ້າໃຈສູ້ຮົບພິລະອາດຫານບໍ່ຍອມຈຳນົນ ແລະ ໄຫວພິກຂອງຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບຂອງກອງພັນທີ 2, ສຸດທ້າຍ ກອງພັນທີ 2 ພ້ອມດ້ວຍພະນັກງານ-ນັກຮົບ ແລະ ຄອບຄົວ ໄດ້ຜ່າວົງປິດລ້ອມຂອງສັດຕູໄປສູ່ເຂດທີ່ໝັ້ນດ້ວຍຄວາມປອດໄພ. ທັງນີ້, ກໍເພື່ອເປັນສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆເຂົ້າໃຈຢ່າງເລິກເຊິ່ງ ເຖິງມູນເຊື້ອພິລະອາດຫານ, ຜົນງານອັນໃຫຍ່ຫຼວງທີ່ບັນດາຜູ້ນໍາຮັກຊາດ ແລະ ວິລະກໍາອັນໃຫຍ່ຫຼວງຂອງກອງພັນທີ 2, ພາຍໃຕ້ການຊີ້ນໍາ-ນຳພາຂອງພັກ ປະຊາຊົນ ປະຕິວັດລາວ ແນໃສ່ຍົກສູງນໍ້າໃຈຮັກຊາດ, ຮັກລະບອບໃໝ່, ຮັກລະບອບປະຊາທິປະໄຕ ປະຊາຊົນລາວ, ສ້າງຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ສ້າງສະຕິເປັນເຈົ້າຕົນເອງເພິ່ງຕົນເອງ, ມີສະຕິລະວັງຕົວຕໍ່ກົນອຸບາຍທຳລາຍມ້າງເພຂອງພວກອິດທິກຳລັງປໍລະປັກ ແລະ ເປັນເຈົ້າການເຂົ້າຮ່ວມໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກໃນໄລຍະໃໝ່. ຂ່າວ: ຄໍາພາ ສີນວນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ (SOS) ລາວ ຮ່ວມກັບ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີສັງຄົມ ແລະ ພະແນກແຮງງານ ແລະ ສະຫວັດດີສັງຄົມແຂວງ ພ້ອມດ້ວຍອໍານາດການປົກຄອງທອງຖີ່ນ​ທີ່ກ່ຽວຂ້ອງໄດ້ມອບເຂົ້າສານຈໍານວນ 57 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ ໃນໄລຍະເດືອນກໍລະກົດ ຫາ ສິງຫາ ປີ 2026 ຜ່ານມາເຊິ່ງມີຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອທັງໝົດ 516 ຄອບຄົວ ໃນ 8 ບ້ານເປົ້າໝາຍ, ເມືອງໄຊບູລີ ແຂວງສະຫັວນນະເຂດ, ລວມມູນຄ່າການຊ່ວຍເຫຼືອ ຈໍານວນ 1,322,850,050 ກີບ
ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ສຳນັກງານປົກຄອງແຂວງອັດຕະປື ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນ, ໃນ​ວັນ​ທີ 17 ພະ​ຈິກ​ນີ້ ທີ່ ແຂວງ​ອັດ​ຕະ​ປື, ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ລິດຄຳ ໂຮມອິນຕາ ຫົວໜ້າຫ້ອງວ່າການແຂວງ, ມີທ່ານ ປາດຖະໜາ ແກ້ວປະເສີດ ຫົວໜ້າພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ ສຄຄຊ, ພ້ອມດ້ວຍຕາງໜ້າພະແນກການ, ແໜງການ, ສາຂາທະນາຄານ ແລະ ພະນັກງານວິຊາການເຂົ້າຮ່ວມ.
ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ທ່ານ​ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ​ ໄດ້ຕ້ອນຮັບ​ ທ່ານ​ ເຫຼັກໄຫຼ ສີວິໄລ​ ກໍາມະການ​ສູນກາງພັກ​ ລັດຖະມົນຕີ​ກະຊວງໂຍທາທິການ​ ແລະ​ ຂົນສົ່ງ​ (ຍທຂ)​ ເຂົ້າພົບປະຢ້ຽມຢາມໃນວັນທີ​ 16​ ພະຈິກ​ 2026​ທີ່​ ສໍານັກງານ​ແຂວງ.
ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງ​ທຶນ​ພິ​ເສດ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງຊ່ວຍ​ໃຫ້​ປະ​ຊາ​ຊົນ​ຄອບ​ຄົວ​ເປົ້າ​ໝາຍຢູ່ 2 ບ້ານ​ຂອງ​ເມືອງ​ປາກ​ອູແຂວງຫຼວງ​ພະ​ບາງມີ​ລາຍ​ຮັບ​ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ກັບ​ກ່ອນ​ດຳ​ເນີນ​ໂຄງ​ການໂດຍ​ກິດ​ຈະ​ກຳຫຼັກເນັ້ນ​ໃສ່​ຊຸກ​ຍູ້ ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ຜະ​ລິດ​ກະ​ສິ​ກຳໂດຍ​ສະ​ເພາະ​ການ​ປູກ-ການ​ລ້ຽງ.
ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ບໍລິສັດລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄໍາມ່ວນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຈໍານວນ 144 ທ່ານ, ຍິງ 40 ທ່ານ ໃນວັນທີ 17 ພະຈິກ 2026 ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ບຸນປະສົງ ຈັນສະຫວັດ ຮອງຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້, ທ່ານ ບາຄໍາ ໄຊຍະຈັກ ຫົວໜ້າ ບໍລິສັດລັດວິສາຫະກິດໄຟຟ້າສາຂາຄໍາມ່ວນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ພິທີມອບປ້າຍກາໝາຍ ສິນ​ຄ້າໜຶ່ງເມືອງ ໜຶ່ງພະລິດຕະພັນ (ODOP) ໃຫ້ກຸ່ມຜະລິດໄຄແຜ່ນເມືອງວຽງຄຳແຂວງຫຼວງ​ພະ​ບາງໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາທີ່ ເມືອງວຽງ​ຄຳໂດຍເປັນປະທານຮ່ວມຂອງ ທ່ານ ຄຳສິງ ສຸດທິດາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີພອນ ມິດໄມຕີ ຮອງຫົວໜ້າພະແນກອຸດສະກຳຫະກຳ ແລະ ການຄ້າແຂວງ, ທ່ານ ລີ ຊອງບອມ ຜູ້ອຳນວຍການ ອົງການ ວອນເດີສ ສາກົນ, ມີພາກ​ສ່ວນ​ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດກຳລັງພະນັກງານ-ນັກຮົບອອກແຮງງານລວມ ເພື່ອເກັບກ່ຽວຜົນຜະລິດເຂົ້ານາປີ ປະຈຳປີ 2026 ຂອງກົມກອງ ພາຍໃຕ້ການຊີ້ ນຳ-ນຳພາຂອງຄະນະພັກ ແລະ ຄະນະບັນຊາກອງບັນຊາການທະຫານເມືອງ.
ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ມີຄວາມຍິນດີທີ່ຈະແຈ້ງໃຫ້ຊາບວ່າ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ຮັບການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງໄຊຍະນາຍໃນລະດັບສາກົນຢ່າງຄົບຖ້ວນອີກຄັ້ງ. ສະຖາບັນຄຸ້ມຄອງໄຊຍະນາຍໃນລະດັບສາກົນ (ICMI) ໄດ້ແຈ້ງການຢັ້ງຢືນດັ່ງກ່າວນີ້ໃນວັນທີ 7 ພະຈິກ 2026, ເຊິ່ງເປັນການຢັ້ງຢືນຄັ້ງທີ 6 ຂອງ ໂຄງການບ້ານຫ້ວຍຊາຍ ພາຍໃຕ້ຫຼັກການນີ້.
ເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ

ເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ ຄຸ້ມຄອງ ຂຶ້ນໃນວັນທີ 16 ພະຈິກນີ້ທີ່ ສຊປລ ໂດຍການເປັນປະທານຂອງສະຫາຍ ທອງລີ ສີສຸລິດກຳມະການສູນກາງພັກເລຂາຄະນະບໍລິຫານງານສູນກາງ ສຊປລ, ມີຮອງເລຂາ, ມີສະຫາຍຄະນະພັກ, ເລຂາໜ່ວຍພັກ, ສະມາຊິກພັກ-ພະນັກງານ ເຂົ້າຮ່ວມ.
ລາຍງານຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກ

ລາຍງານຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກ

ກອງປະຊຸມການລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກພາຍໃຕ້ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໂດຍການເປັນປະທານຮ່ວມຂອງ ທ່ານ ລິດຕາ ຂັດທິຍະຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ຮອງລັດຖະມົນຕີ ກະຊວງ ປກສ, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ແກ້ວວິສຸກ ໂສລະພິມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ (ນວ),ມີບັນດາຫົວໜ້າກົມ-ຮອງກົມ, ຜູ້ອຳນວຍການບໍລິສັດລາວສະມາດທານສະຟອມເມຊັນດາຕ້າ ແລະ ເທັກໂນໂລຊີ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ