ກອງບັນຊາການທະຫານຊາຍແດນ ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ

ກອງບັນຊາການທະຫານຊາຍແດນ ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ

ກອງບັນຊາການທະຫານຊາຍແດນ ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ
ວັນທີ 16 ທັນວາຜ່ານມາ, ກອງບັນຊາການທະຫານຊາຍແດນ ນໍາໂດຍສະຫາຍ ພັນໂທ ອິນປອນ ບໍລິບູນ ຫົວໜ້າພະແນກໂຄສະນາ ກອງບັນຊາການທະຫານຊາຍແດນ ໄດ້ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ ແລະ ອະນຸສອນສະຖານປະທານ ສຸພານຸວົງ ເນື່ອງໃນໂອກາດສະເຫຼີມສະຫຼອງ 3 ວັນປະຫວັດສາດ.

 

 
ກອງບນຊາການທະຫານຊາຍແດນ ຢຽມຊມຫພພທະພນປະຫວດສາດກອງທບ - image 1
 

ສະຫາຍ ພັນໂທ ອິນປອນ ບໍລິບູນ ໄດ້ໃຫ້ຮູ້ວ່າ: ຈຸດປະສົງການເຂົ້າຢ້ຽມຊົມຄັ້ງນີ້, ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສະຖາປະນາສປປ ລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບ ຮອບ 105 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ເພື່ອປູກຈິດສຳນຶກໃຫ້ພະນັກງານ-ນັກຮົບຮຸ່ນສືບທອດໄດ້ຫວນຄືນເຖິງເຫດການປະຫວັດສາດລາວ

ກອງບນຊາການທະຫານຊາຍແດນ ຢຽມຊມຫພພທະພນປະຫວດສາດກອງທບ - image 2
 

ໃນແຕ່ລະໄລຍະໄດ້ຕໍ່ສູ້ກູ້ຊາດຢ່າງລະອິດລະອ້ຽວ ໂດຍສະເພາະການກຳເນີດ, ການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ຜ່ານການຊົມຟີມຮູບເງົາ, ຮູບພາບ, ວັດຖຸພັນ, ເອກະສານຕ່າງໆ ທີ່ໄດ້ຈັດວາງປະກອບກັບການບັນຍາຍຂອງຜູ້ນຳທ່ຽວ ເຮັດໃຫ້ສະມາຊິກຊາວໜຸ່ມ, ແມ່ຍິງ, ພະນັກງານ-ນັກຮົບເຊື່ອມຊຶມກຳແໜ້ນ, ສຶກສາເອົາແນວຄິດຄຸນສົມບັດສິນທຳປະຕິວັດໃຫ້ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ ແລະ ເຊື່ອມຊຶມບົດຮຽນທາງປະຫວັດສາດ ມາໝູນໃຊ້ເຂົ້າໃນໜ້າທີ່ການເມືອງຕົວຈິງຂອງຕົນໃຫ້ມີຜົນສຳເລັດ ໃນຂະບວນການກໍ່ສ້າງກົມກອງໃຫ້ມີລະບຽບແບບແຜນທັນສະໄໝ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລຕະຫຼອດໄປ.

ກອງບນຊາການທະຫານຊາຍແດນ ຢຽມຊມຫພພທະພນປະຫວດສາດກອງທບ - image 3
 

ໂດຍ: ສຸກສົງການ ຫຼ້າບຸນມີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ມອບແນວພັນສັດ-ພືດ ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທະຫານຮາບທີ 3

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ມອບແນວພັນສັດ-ພືດ ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທະຫານຮາບທີ 3

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ ແລະ ປະກອບສ່ວນເຂົ້າໃນວຽກງານສ້າງພະລາທິການກັບທີ່ ຂອງກຳລັງປ້ອງກັນຊາດ, ໃນວັນທີ 16 ທັນວານີ້ທີ່ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ມີພິທີມອບ-ຮັບ ແນວພັນສັດລ້ຽງ (ງົວ), ແນວພັນສາລີ, ອຸປະກອນກິລາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກັບ ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທະຫານຮາບທີ 3, ໂດຍໃຫ້ກຽດກ່າວມອບຂອງ ທ່ານ ລິນຄຳ ດວງສະຫວັນລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ,ມີບັນດາທ່ານການນຳແຂວງ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງພົນທະຫານຮາບທີ3 ພ້ອມດ້ວຍພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ການເຮັດບັດປະຈໍາຕົວດີຈີຕອນ ເລີ່ມແຕ່ວັນທີ 17 ທັນວານີ້ເປັນຕົ້ນໄປ  ໃນຂອບເຂດທົ່ວປະເທດ

ການເຮັດບັດປະຈໍາຕົວດີຈີຕອນ ເລີ່ມແຕ່ວັນທີ 17 ທັນວານີ້ເປັນຕົ້ນໄປ ໃນຂອບເຂດທົ່ວປະເທດ

- ອີງຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 945/ ປກສ, ລົງວັນທີ 03 ພຶດສະພາ 2025, ເພື່ອປະຕິບັດຕາມແຈ້ງການສະບັບ ເລກທີ 8719/ຄກຖ, ລົງວັນທີ 16 ທັນວາ 2025 ເລື່ອງ: ໃຫ້ພົນລະເມືອງລາວມາເຮັດບັດປະຈຳຕົວດີຈີຕອນໃນຂອບເຂດທົ່ວປະເທດ.
ເອົາໃຈໃສ່ປົກປັກຮັກສາຊາຍແດນປະເທດໃຫ້ມີຄວາມໝັ້ນຄົງ

ເອົາໃຈໃສ່ປົກປັກຮັກສາຊາຍແດນປະເທດໃຫ້ມີຄວາມໝັ້ນຄົງ

ເຫຼົ່າຮົບກຳລັງທະຫານຊາຍແດນ ແມ່ນເຫຼົ່າຮົບໜຶ່ງທີ່ສໍາຄັນໃນຖັນແຖວກຳລັງກອງທັບ ເປັນກຳລັງຢູ່ແນວໜ້າຂອງປະເທດຊາດ ມີພາລະບົດບາດ, ໜ້າທີ່ຄຸ້ມຄອງປົກປັກຮັກສາເສັ້ນຊາຍແດນ, ຄຸ້ມຄອງຫຼັກໝາຍຊາຍແດນ ແລະ ເຄື່ອນໄຫວລາດຕະເວນຕາມບໍລິເວນຊາຍແດນໃຫ້ມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ.
ສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 (16 ທັນວາ 1975-16 ທັນວາ 2025) ຄົບຮອບ 50 ປີ ຈັດຂຶ້ນໃນວັນທີ 16 ທັນວານີ້, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ກຳມະການຄະນະປະຈຳພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເຈົ້າແຂວງອັດຕະປື ພ້ອມດ້ວຍນາຍ ແລະ ພົນທະຫານທົ່ວກອງພັນໃຫຍ່ 11 ເຂົ້າຮ່ວມ.
ກົມອົບຮົມ ຄອສພ ຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ກົມອົບຮົມ ຄອສພ ຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ຕອນເຊົ້າວັນທີ 16 ທັນວາ ນີ້, ທີ່ຫ້ອງປະຊຸມນ້ອຍຊັ້ນ II ຂອງຄະນະໂຄສະນາອົບຮົມສູນກາງພັກ(ຄອສພ); ກົມອົບຮົມ ຄອສພ ໄດ້ຈັດຕັ້ງຂະບວນການແຂ່ງຂັນວິຊາສະເພາະຂອງກົມ ຄັ້ງທີ 2 ປະຈໍາປີ 2025 ພາຍໃຕ້ຫົວຂໍ້ “ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ຂອງປະທານ ໄກສອນ ພົມວິຫານ” ຊຶ່ງພິທີຈັດຂຶ້ນ ໂດຍ ການເປັນປະທານ ຂອງ ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຂອງກົມອົບຮົມ ເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 9 ສະຫາຍ.
ມອບ-ຮັບໜ້າທີ່ການນຳບາງພະແນກການຂອງແຂວງຊຽງຂວາງ

ມອບ-ຮັບໜ້າທີ່ການນຳບາງພະແນກການຂອງແຂວງຊຽງຂວາງ

ພິທີມອບ-ຮັບໜ້າທີ່ ການນຳຂອງຫຼາຍພະແນກການ ຂອງແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ16 ທັນວາ 2025ນີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບຸນເຮືອງ ສຸລິໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກພັກ-ພະນັກງານຂັ້ນແຂວງ, ມີຄະນະປະຈຳພັກແຂວງ ກຳມະການພັກແຂວງ ຫົວໜ້າ ຮອງຫົວໜ້າພະແນກການ ກອງບັນຊາການ, ອົງການ ແລະ ພະນັກງານພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສມປຊ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ເລຂາພັກເມືອງ ຊຸດທີ VIII

ສມປຊ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ເລຂາພັກເມືອງ ຊຸດທີ VIII

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ) ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຫົວຂໍ້ສະເພາະ ໃຫ້ແກ່ເລຂາພັກເມືອງ ຊຸດທີ VIII ປະຈຳປີ 2025 ຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງ ວັນທີ 15 ທັນວານີ້, ທີ່ ສມປຊ, ພິທີດັ່ງກ່າວດຳເນີນພາຍໃຕ້ການເປັນປະທານ ແລະ ກ່າວເປີດ ຂອງທ່ານ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫນງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍມີບັນດາຄະນະພັກ-ຄະນະນຳສະຖາບັນ, ຄູ-ອາຈານ ແລະ ນັກຝຶກອົບຮົມໂດຍແມ່ນເລຂາພັກເມືອງຈາກ ທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ເຄື່ອງນຸ່ງທີ່ເປັນເອກະລັກຂອງລາວ ເຂົ້າຮ່ວມງານເດີນແບບທີ່ປາຣີ

ເຄື່ອງນຸ່ງທີ່ເປັນເອກະລັກຂອງລາວ ເຂົ້າຮ່ວມງານເດີນແບບທີ່ປາຣີ

ເພື່ອໂຄສະນາສົ່ງເສີມວັດທະນະທໍາແຜ່ນແພ ແລະ ການທ່ອງທ່ຽວຂອງຊາດລາວ, ກະຊວງວັດທະ ນະທໍາ ແລະ ການທ່ອງທ່ຽວ (ວທ), ສະຖານທູດລາວປະຈໍາປະເທດຝຣັ່ງ ຜູ້ກໍ່ຕັ້ງ Lao Fashion Week, ສະມາຄົມທຸລະກິດການທ່ອງທ່ຽວລາວ ແລະ ຫົວໜ່ວຍທຸລະກິດກ່ຽວກັບການຜະລິດແຜ່ນແພເຄື່ອງນຸ່ງທີ່ນໍາ ສະໄໝ ຮ່ວມກັນຈັດງານວັນລາວ (Lao Festival) ຂຶ້ນເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໂດຍການເປັນປະທານຂອງທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດປະຈໍາສປປ ລາວ ທີ່ປະ ເທດຝຣັ່ງ, ມີຜູ້ຕາງໜ້າຈາກກະຊວງວັດທະນະທໍາ-ການທ່ອງທ່ຽວ (ວທ) ສປປ ລາວ, ມີຜູ້ເຂົ້າຮ່ວມ 300 ກວ່າທ່ານມາຈາກສະຖານທູດຕ່າງໆ, ກະຊວງການຕ່າງປະເທດທີ່ປະເທດຝຣັ່ງ, ພາກທຸລະກິດ, ຄົນເຊື້ອ ຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ  ຈະເປີດບໍລິການຕົ້ນປີ 2026

ໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ຈະເປີດບໍລິການຕົ້ນປີ 2026

ພິທີເຊັນບົດບັນທຶກຮ່ວມມືໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລະຫວ່າງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ແລະ ບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈຳກັດ ຈັດຂຶ້ນໃນວັນທີ 15 ທັນວານີ້ ທີ່ສຳນັກງານພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນວ.
ນະຄອນຫຼວງ​ວຽງຈັນ ຈະເອົາໃຈໃສ່ແກ້ໄຂໜີ້ສິນທີ່ຄຸມເຄືອ

ນະຄອນຫຼວງ​ວຽງຈັນ ຈະເອົາໃຈໃສ່ແກ້ໄຂໜີ້ສິນທີ່ຄຸມເຄືອ

ກອງ​ປະຊຸມ​ສະ​ໄໝສາມັນເທື່ອ​ທີ 10 ຂອງສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນຊຸດ​ທີ IV, ວັນທີ 16 ທັນວານີ້ ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ, ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າ​ຄອງນະຄອນຫຼວງວຽງຈັນ, ຮອງ​ເຈົ້າ​ຄອງ​, ມີບັນ​ດາ​ທ່ານ​ການ​ນໍານະຄອນຫຼວງ​ວຽງຈັນ, ບັນດາ​ທ່ານສະມາຊິກ​ສະພາ​ແຫ່ງ​ຊາດປະ​ຈຳ​ເຂດ​ເລືອກ​ຕັ້ງ​ທີ 1 ແລະ ສະມາຊິກ​ສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ ພ້ອມດ້ວຍແຂກຖືກເຊີນ.
ເພີ່ມເຕີມ