ກອງປະຊຸມວິຊາການ ກ່ຽວກັບສົນທິສັນຍາອາຊຽນ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ

ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ

ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ
ເມື່ອບໍ່ດົນມານີ້, ຄະນະຜູ້ແທນຈາກກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໃນນາມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ສປປ ລາວ (ASLOM-Lao PDR) ນໍາພາໂດຍ ທ່ານ ຄຳພອນ ສີປະເສີດ

 

ຫົວໜ້າກົມຮ່ວມມືສາກົນ ກະຊວງຍຸຕິທໍາ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງການຕ່າງປະເທດ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມວິຊາການ ກ່ຽວກັບສົນທິສັນຍາອາຊຽນ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ຄັ້ງທີ 11; ກອງປະຊຸມກ່ຽວກັບການສ້າງຄວາມກົມກຽວທາງດ້ານກົດໝາຍການຄ້າອາຊຽນ ຄັ້ງທີ 13 ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 23 ທີ່ປະເທດສິງກະໂປ.

ກອງປະຊຸມຄັ້ງນີ້, ໄດ້ຮັບກຽດເປັນເຈົ້າພາບໂດຍ ກະຊວງກົດໝາຍ ປະເທດສິງກະໂປ ອີງຕາມຮອບວຽນຕົວອັກສອນ ແລະ ກົນໄກການຜັດປ່ຽນເປັນເຈົ້າພາບຂອງອາຊຽນ ຊິຶ່ງມີຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຈາກເຈົ້າໜ້າທີ່ອາວຸໂສກົດໝາຍ ຈາກປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ, ປະເທດຕີມໍແລັດສະເຕ (ຜູ້ສັງເກດການ) ລວມທັງຜູ້ຕາງໜ້າຈາກກະຊວງຍຸຕິທໍາ ປະເທດຍີ່ປຸ່ນ ແລະ ອົງການຈັດຕັ້ງສາກົນ (World Justice Project, HCCH, UNCITRAL, UNIDROIT ແລະ INSOL International).

ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 23 ໄດ້ພິຈາລະນາ, ຮັບຟັງ ແລະ ປຶກສາຫາລື ຫຼາຍຫົວຂໍ້ສໍາຄັນຄື: ການຮ່າງສົນທິສັນຍາອາຊຽນ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ, ກອງປະຊຸມເປີດກວ້າງທາງດ້ານກົດໝາຍອາຊຽນ, ການຢ້ຽມຢາມ ແລະ ແລກປ່ຽນບົດຮຽນທາງດ້ານກົດໝາຍ ແລະ ຍຸຕິທຳ ຂອງປະເທດສະມາຊິກອາຊຽນ, ໂຄງການເຈົ້າໜ້າທີ່ກົດໝາຍອາຊຽນ (AGLOP), ການສ້າງຄວາມເຂັ້ມແຂງໃຫ້ແກ່ຕາໜ່າງຂໍ້ມູນຂ່າວສານ ຂອງປະເທດສະມາຊິກອາຊຽນ (ALIA), ປຶ້ມສັງລວມຂໍ້ມູນອົງການຈັດຕັ້ງກົດໝາຍອາຊຽນ (ASEAN Government Law Directory), ການສ້າງຄວາມກົມກຽວທາງດ້ານກົດໝາຍການຄ້າອາຊຽນ, ການເປີດເສລີການບໍລິການທາງດ້ານກົດໝາຍ, ການໂອນຕົວນັກໂທດ ແລະ ການໂອນຕົວຜູ້ຖືກຕັດສິນລົງໂທດ, ການປ້ອງກັນອາຊະຍາກຳ ແລະ ຄວາມຍຸຕິທຳທາງອາຍາ, ການຮ່ວມມືທາງດ້ານວຽກງານຕຸລາການ, ການເສີມສ້າງຄວາມເຂັ້ມແຂງ ກ່ຽວກັບການຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານກົດໝາຍ ໃນເລື່ອງແພ່ງ ແລະ ການຄ້າ, ການປະຕິຮູບວຽກງານອະນຸຍາໂຕຕຸລາການການຄ້າລະຫວ່າງປະເທດ (ຂໍ້ສະເໜີ

ໃໝ່).

ສໍາລັບການຮ່ວມມືລະຫວ່າງອາຊຽນກັບພາຍນອກເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ກໍໄດ້ຮັບຟັງການສະເໜີ ແລກປ່ຽນບົດຮຽນຈາກອົງການ HCCH, UNCITRAL ແລະ UNIDROID ກ່ຽວກັບຄວາມສໍາຄັນໃນການເຂົ້າເປັນສະມາຊິກ ແລະ ພາຄີຂອງສົນທິສັນຍາ ເພື່ອເປັນບ່ອນອີງໃຫ້ແກ່ປະເທດສະມາຊິກພິຈາລະນາການເຂົ້າເປັນສະມາຊິກ ແລະ ພາຄີໃນອະນາຄົດ; ວຽກງານ ແລະ ບົດຮຽນທີ່ດີຈາກອົງການຍຸຕິທຳໂລກ (World Justice Project) ແລະ INSOL International ເພື່ອເປັນທິດທາງໃຫ້ແກ່ປະເທດສະມາຊິກ ໃນການພິຈາລະນາການຮ່ວມມືສອງຝ່າຍ ແລະ ການຮ່ວມມືຫຼາຍຝ່າຍ; ການສະເໜີຈາກຜູ້ຕາງໜ້າ ກະຊວງຍຸຕິທໍາຍີ່ປຸ່ນ ກ່ຽວກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ຍີ່ປຸ່ນ ສໍາລັບໄຕມາດທີ 4 ຂອງປີ 2024 ແລະ ແຜນກິດຈະກຳປີ 2025 ໂດຍສະເພາະ ການສະເໜີຈັດກອງປະຂຸມລັດຖະມົນຕີຍຸຕິທໍາ ອາຊຽນ-ຍີ່ປຸ່ນ ໃນປີ 2025. ຜ່ານການປຶກສາຫາລື ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 23, ປະເທດສະມາຊິກສາມາດຍາດມາໄດ້ຜົນສໍາເລັດຫຼາຍດ້ານ ໂດຍສະເພາະຜ່ານການລາຍງານຂອງປະເທດສະມາຊິກກ່ຽວກັບຄວາມຄືບໜ້າຂອງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບົດລາຍງານກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 21 ແລະ 22 ລວມທັງຖະແຫຼງການຮ່ວມລະຫວ່າງລັດ ຖະມົນຕີກົດໝາຍອາຊຽນ ຄັ້ງທີ 12. ພ້ອມກັນນັ້ນ, ປະເທດສະມາຊິກກໍສາມາດຮັບຮອງເອົາເນື້ອໃນພື້ນຖານຂອງບົດລາຍງານ ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 23 ເພື່ອສະເໜີການຮັບຮອງໃນກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ຄັ້ງທີ 13 ທີ່ ປະເທດຟີລິບປິນ ຈະເປັນເຈົ້າພາບໃນປີ 2025.

ສຳລັບເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ສປປ ລາວ ໃນການນໍາເອົາຜົນສຳເລັດດັ່ງກ່າວມາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດພາຍໃນ, ກົມຮ່ວມມືສາກົນ ໃນນາມຈຸດປະສານງານວຽກງານອາຊຽນ ຂອງກະຊວງຍຸຕິທໍາ ຈະປະສານສົມທົບກັບບັນດາກົມພາຍໃນກະຊວງຍຸຕິທໍາ, ພ້ອມທັງຂະແໜງການທີ່ກ່ຽວຂ້ອງ ເພື່ອຈັດກອງປະຊຸມເຜີຍແຜ່ຜົນສໍາເລັດ ຈາກການເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 23 ໃນເດືອນພະຈິກ 2024 ເພື່ອນໍາໃຊ້ເວທີດັ່ງກ່າວໃນການແລກປ່ຽນບົດຮຽນ ແລະ ພິຈາລະນາການກຳນົດການຮ່ວມມືທາງດ້ານກົດໝາຍ ແລະ ຍຸຕິທໍາ ໃນອະນາຄົດບົນພື້ນຖານຫົວຂໍ້ ແລະ ບົດລາຍງານທີ່ຖືກຮັບຮອງໂດຍປະເທດສະມາຊິກ.

(ຂ່າວ-ພາບ: ວິລະກອນ ສົມຊະນິດ)

ຄໍາເຫັນ

ຂ່າວການຮ່ວມມື

ການຮ່ວມມືທີ່ເປັນຮູບປະທຳ: ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ

ການຮ່ວມມືທີ່ເປັນຮູບປະທຳ: ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ

ການສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ບໍ່ແມ່ນພຽງຄໍາເວົ້າທາງການທູດທີ່ເປັນນາມມະທຳ ແລະ ຍິ່ງບໍ່ແມ່ນການຖ່າຍທອດຮູບແບບການພັດທະນາຈາກຝ່າຍໜຶ່ງໄປສູ່ອີກຝ່າຍໜຶ່ງແຕ່ພຽງຝ່າຍດຽວ.ໃນທີ່ນີ້ ຈຳເປັນຕ້ອງຊີ້ແຈງຄວາມເຂົ້າໃຈໜຶ່ງໃຫ້ຈະແຈ້ງວ່າ: ການຮ່ວມມືທີ່ເປັນຮູບປະທໍາລະຫວ່າງ ລາວ ແລະ ຈີນ ໃນດ້ານຊີວິດການເປັນຢູ່ຂອງປະຊາຊົນ, ຍາມໃດກໍມີຈຸດເລີ່ມຕົ້ນຈາກແຜນພັດທະນາ ແລະ ຄວາມຕ້ອງການຕົວຈິງຂອງປະຊາຊົນຢູ່ຂັ້ນຮາກຖານຂອງລາວ, ທຸກໂຄງການຮ່ວມມືລ້ວນແຕ່ຜ່ານການປຶກສາຫາລືຢ່າງສະເໝີພາບ, ຮ່ວມກັນວາງແຜນ ແລະ ຊຸກຍູ້ການປະຕິບັດໂດຍສອງຝ່າຍ, ບົນພື້ນຖານການເຄົາລົບສິດທິຂອງລາວໃນການກຳນົດການພັດທະນາຂອງຕົນເອງຢ່າງເຕັມສ່ວນ.
ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ໂມຮາມັດ ບິນ ຮາຈິ ຮາຊັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ແລະ ພັນລະຍາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ພັນລະຍາ ໄດ້ນໍາພາຄະນະຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ແຕ່ວັນທີ 22-24 ພະຈິກ ນີ້ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ລາວ ແລະ ມາເລເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງຂຶ້ນ.
ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ຊາວໜຸ່ມຕ່າງປະເທດຄັ້ງທີ 3 ສຳເລັດຜົນດີ

ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ຊາວໜຸ່ມຕ່າງປະເທດຄັ້ງທີ 3 ສຳເລັດຜົນດີ

ໃນວັນທີ 9 ພະຈິກ 2026, ເນື່ອງໃນໂອກາດສະຫຼອງຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ແລະ ປີມິດຕະພາບ ລາວ-ຈີນ, ກິດຈະກຳສາທາລະນະກຸສົນໂຄງການ “C Me Fly” ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ສຳລັບຊາວໜຸ່ມຕ່າງປະເທດ ຄັ້ງທີ 3 ປະຈຳ ສປປ ລາວ ຊຶ່ງໄດ້ຮັບທຶນສະໜັບສະໜູນຈາກ China Merchants Foundation, ຈັດໂດຍ Sinotrans ແລະ ດຳເນີນການ Sinotrans Overseas ຮ່ວມກັບ Pinglan Foundation, ໄດ້ສຳເລັດລົງຢ່າງສົມບູນ ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ.
ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ການເສີມສ້າງຮາກຖານທີ່ໝັ້ນຄົງໃຫ້ຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ດ້ວຍການຮ່ວມມືທີ່ເປັນຮູບປະທຳ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ. ລາວ ແລະ ຈີນ ສອງປະເທດມີພູຜາ ແລະ ສາຍນ້ຳເຊື່ອມຕໍ່ກັນ, ມີແນວຄວາມຄິດທີ່ສອດຄ່ອງກັນ, ເປັນປະເທດເພື່ອນບ້ານສັງຄົມນິຍົມທີ່ໄດ້ສ້າງສາຍພົວພັນອັນເລິກເຊິ່ງໃນຖານະ “ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ”. ນັບຕັ້ງແຕ່ສ້າງສາຍພົວພັນການທູດຢ່າງເປັນທາງການໃນປີ 1961 ເປັນຕົ້ນມາ, ການພົວພັນລາວ-ຈີນ ໄດ້ຜ່ານຜ່າບົດທົດສອບທີ່ເໝືອນດັ່ງພາຍຸລົມແດງຕະຫຼອດ 65 ປີ ແລະ ຍິ່ງແຂງແກ່ນຂຶ້ນ. ໃນເດືອນມິຖຸນາປີນີ້, ຜູ້ນຳສູງສຸດຂອງສອງປະເທດໄດ້ຮ່ວມກັນກຳນົດຖານະໃໝ່ໃນການຮ່ວມມືກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການຂອງຍຸກໃໝ່.
ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນຊຸດຝຶກອົບຮົມວຽກງານພະນັກງານນໍາພາ-ຄຸ້ມຄອງວຽກງານສື່ມວນຊົນ ສປປ ລາວ ຢູ່ ສສ ຫວຽດນາມ ໄລຍະ 2 ເດືອນ ນຳໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ນຳພາຄະນະຢ້ຽມຢາມເພື່ອພົບປະແລກປ່ຽນບົດຮຽນດ້ານການຜະລິດເນື້ອຫາຂ່າວ ແລະ ການພັດທະນາສື່ມວນຊົນໃນຍຸກດິຈິຕອນກັບໜັງສືພິມກອງທັບປະຊາຊົນຫວຽດນາມ,ເມື່ອບໍ່ດົນມານີ້,ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃຫ້ການຕ້ອນຮັບໂດຍ ທ່ານ ພັນເອກພິເສດ ຫງວຽນ ຮົ່ງ ຫາຍ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານ ຫງວຽນ ດຶກຕວ່ານ ຮອງຜູ້ອຳນວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ພາຍໃຕ້ຫົວຂໍ້ “ການປົກປ້ອງສິດທິເດັກ ແລະ ມາດຕະການຕ້ານການກໍ່ອາຊະຍາກຳຕໍ່ເດັກ ຂອງອົງການໄອຍະການ ລາວ-ຣັດເຊຍ” ໂດຍການເຂົ້າຮ່ວມຂອງ ທ່ານ​ ພຸດທະວົງ​ ບົວລະພາ​ ຫົວໜ້າ​ກົມຮ່ວມມືກັບຕ່າງປະເທດ ອອປສ, ທ່ານ ອາເລັກເຊວລາດີມີໂຣວິຊ ຄອສຕຣີຢາຄອຟຮອງຫົວໜ້າກົມກວດກາການປະຕິບັດການຄຸ້ມຄອງສິດ, ເສລີພາບ ແລະ ຜົນປະໂຫຍດອັນຊອບທຳຂອງເຍົາວະຊົນ ກົມໃຫຍ່ຄຸ້ມຄອງການປະຕິບັດກົດໝາຍລັດຖະບານກາງ. ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ, ຕາງໜ້າອົງການໄອຍະການທະຫານ ອ້ອມຂ້າງ ອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຍຸຕິທໍາ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງສູນກາງ ເຂົ້າຮ່ວມ.
ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໃນວັນທີ19ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນສໍາລັບການພັດທະນາເສດຖະກິດ-ສັງຄົມຂອງສປປລາວຈໍານວນ2ໂຄງການຄື: ໂຄງການຕິດຕາມກວດກາຄຸນນະພາບນໍ້າແລະໂຄງການສະໜອງອຸປະກອນມອດໄຟ. ຕາງໜ້າລັດຖະບານແຫ່ງສປປລາວຮ່ວມລົງນາມໂດຍທ່ານອານຸພາບວົງໜໍ່ແກ້ວຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວແລະຕາງໜ້າລັດຖະບານຍີ່ປຸ່ນລົງນາມໂດຍທ່ານໂຄອິຊຶມິຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາສປປລາວໂດຍມີຜູ້ຕາງໜ້າຈາກບັນດາກະຊວງແລະພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

ປີ 2026 ຖືເປັນຂີດໝາຍປະຫວັດສາດສຳຄັນຂອງສາຍພົວພັນລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະມາເລເຊຍເນື່ອງໃນໂອກາດຄົບຮອບ60 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ (1/7/1966-1/7/2026). ຕະຫຼອດຫົກທົດສະວັດຜ່ານມາ, ສາຍພົວພັນຂອງສອງປະເທດໄດ້ພັດທະນາຈາກມິດຕະພາບອັນດີງາມ ສູ່ການເປັນຄູ່ຮ່ວມມືທີ່ໃກ້ຊິດ ແລະ ຮອບດ້ານ ຊຶ່ງກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວັດທະນະທຳ ແລະ ການພັດທະນາຊັບພະຍາກອນມະນຸດ.
ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

‎​ ວັນທີ19ພະຈິກຜ່ານມາທີ່ນະຄອນຫຼວງມະນິລາປະເທດຟີລິບປິນ, ຄະນະຜູ້ແທນສະພາແຫ່ງຊາດແຫ່ງສປປ ລາວໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືແລະພິຈາລະນາຮ່າງມະຕິຂອງບັນດາກຳມາທິການຕ່າງໆໃນຂອບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຫຼືໄອປາ (AIPA) ຄັ້ງທີ47ຊຶ່ງໄດ້ສຸມໃສ່ບັນດາວຽກງານທີ່ສຳຄັນດັ່ງນີ້: ກຳມາທິການການເມືອງໄດ້ປຶກສາຫາລືກ່ຽວກັບບົດບາດຂອງລັດຖະສະພາໃນການຮັກສາສັນຕິພາບ, ຄວາມໝັ້ນຄົງກໍຄືການເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນ,​​ ກຳມາທິການເສດຖະກິດໄດ້ຮ່ວມກັນຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດພາກພື້ນ, ການຫັນເປັນດີຈີຕອນລວມທັງການພັດທະນາແບບຍືນຍົງ,​ ​ກຳມາທິການສັງຄົມໄດ້ພິຈາລະນາຮ່າງມະຕິວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາທີ່ມີຄວາມທົນທານຕໍ່ໄພພິບັດພ້ອມທັງປົກປ້ອງກຸ່ມຄົນດ້ອຍໂອກາດໃນສັງຄົມ,​ ກຳມາທິການການຈັດຕັ້ງ​ໄດ້ຄົ້ນຄວ້າວຽກງານພາຍໃນຂອງAIPA ແລະກະກຽມຄວາມພ້ອມໃນການຮັບຮອງເອົາລັດຖະສະພາແຫ່ງຊາດຕີມໍ-ແລັດສະເຕເຂົ້າເປັນສະມາຊິກສົມບູນລຳດັບທີ11.​
ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ໃນວັນທີ 19 ພະຈິກນີ້ທີ່ຫ້ອງຮັບແຂກ ຄະນະກວດກາສູນກາງພັກ, ທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ໂຄອິຊຶມິ ຊຶໂຕມຸ (H.E. Tsutomu Koizumi) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບອຳລາ ໃນໂອກາດທີ່ທ່ານທູດ ໄດ້ສຳເລັດພາລະກິດການທູດ ແລະ ສິ້ນສຸດວາລະການປະຈຳການຢູ່ ສປປ ລາວ.
ເພີ່ມເຕີມ