ກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍ ກອງທຶນຊົນລະປະທານ

ກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍ ກອງທຶນຊົນລະປະທານ

ກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍ ກອງທຶນຊົນລະປະທານ
ໃນວັນທີ 24 ກັນຍາ ຜ່ານມາ ທີ່ຫ້ອງປະຊຸມສູນພັດທະນາຊົນລະປະທານຮ່ວມມື ລາວ-ເກົາຫຼີ (ເຂດດົງໝາກຄາຍ), ໄດ້ມີການຈັດກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍກອງທຶນຊົນລະປະທານ ໂດຍການເປັນປະທານ ຂອງທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຄະນະກຳມະການຮັບຜິດຊອບເຂົ້າຮ່ວມ.
ກອງປະຊມຄະນະຮບຜດຊອບສາງຮາງດາລດ ວາດວຍ ກອງທນຊນລະປະທານ - image 1
 

 

ໃນພິທີ, ທ່ານ ວັນໄຊ ໄຊຍະສຸກ ຫົວໜ້າພະແນກຄຸ້ມຄອງ ແລະ ນຳໃຊ້ຊົນລະປະທານ ໄດ້ຂຶ້ນຜ່ານຈຸດປະສົງ ພ້ອມທັງອ່ານຂໍ້ຕົກລົງສະບັບເລກທີ 2067/ກສ, ລົງວັນທີ 18 ພຶດສະພາ 2026 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສ້າງຮ່າງດຳລັດ ວ່າດ້ວຍ ກອງທຶນຊົນລະປະທານ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊາບເຖິງພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຄະນະກຳມະການໃນການຂັບເຄື່ອນວຽກງານດັ່ງກ່າວ.

ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການສ້າງ "ຮ່າງ" ດຳລັດ ວ່າດ້ວຍ ກອງທຶນຊົນລະປະທານ ໂດຍ ທ່ານ ຄຳຈັນ ວົງຊະນະ ຫົວໜ້າກົມຊົນລະປະທານ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຂະບວນການຈັດຕັ້ງປະຕິບັດ, ຜົນສຳເລັດໃນໄລຍະຜ່ານມາ ແລະ ທິດທາງແຜນການໃນການປັບປຸງເນື້ອໃນໃຫ້ມີຄວາມຮັດກຸມ. ພ້ອມດຽວກັນນີ້, ທ່ານ ທອງເລີຍ ແສງອານົງ ຮອງຫົວໜ້າກົມຊົນລະປະທານ ໄດ້ຂຶ້ນຜ່ານລາຍລະອຽດເນື້ອໃນຂອງ "ຮ່າງ" ດຳລັດ ດັ່ງກ່າວ ເພື່ອເປັນບ່ອນອີງໃຫ້ແກ່ການຄົ້ນຄວ້າ ແລະ ປະກອບຄຳເຫັນ, ເປີດໂອກາດໃຫ້ຜູ້ເຂົ້າຮ່ວມທັງໝົດ ໄດ້ຮ່ວມກັນປຶກສາຫາລື, ແລກປ່ຽນທັດສະນະ ແລະ ປະກອບຄຳຄິດຄຳເຫັນໃສ່ເນື້ອໃນຂອງ "ຮ່າງ" ດຳລັດ ວ່າດ້ວຍ ກອງທຶນຊົນລະປະທານ ຢ່າງກວ້າງຂວາງ ແລະ ກົງໄປກົງມາ. ທັງນີ້ ກໍເພື່ອຮັບປະກັນໃຫ້ດຳລັດສະບັບນີ້ ມີເນື້ອໃນທີ່ສົມບູນ, ຄົບຖ້ວນ, ສອດຄ່ອງກັບສະພາບຄວາມເປັນຈິງ, ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ແລະ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງ, ພັດທະນາ ແລະ ນຳໃຊ້ລະບົບຊົນລະ ປະທານໃນ ສປປ ລາວ ໃຫ້ມີຄວາມຢືນຢົງ.

ກອງປະຊມຄະນະຮບຜດຊອບສາງຮາງດາລດ ວາດວຍ ກອງທນຊນລະປະທານ - image 2
 

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ນາງ ຈັນທະຄອນ ບົວລະພັນ ໄດ້ກ່າວສະຫຼຸບ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ທີ່ໄດ້ເອົາໃຈໃສ່ຄົ້ນຄວ້າຮ່າງດຳລັດສະບັບນີ້, ພ້ອມທັງເນັ້ນໜັກໃຫ້ຄະນະກຳມະການ ນຳເອົາທຸກຄຳຄິດຄຳເຫັນທີ່ດີ ແລະ ມີປະໂຫຍດຈາກຜູ້ເຂົ້າຮ່ວມໄປປັບປຸງ ແລະ ຮຽບຮຽງຄືນໃໝ່ ເພື່ອເຮັດໃຫ້ຮ່າງດຳລັດ ວ່າດ້ວຍ ກອງທຶນຊົນລະປະທານມີຄວາມສົມບູນແບບທີ່ສຸດ ກ່ອນຈະນຳສະເໜີຂັ້ນເທິງ ເພື່ອພິຈາລະນາອະນຸມັດ ແລະ ປະກາດໃຊ້ເປັນທາງການໃນຕໍ່ໜ້າ.

(ແຫຼ່ງຂ່າວ: ຂ່າວສານ ກສ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ "ສຽງຂອງທ່ານ ເພື່ອທຳມະຊາດ" (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ.
ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ແຂວງອັດຕະປື ເພີ່ມທະວີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍ ພາຍຫຼັງພົບວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2026 ມີຜູ້ປ່ວຍສະສົມ 138 ກໍລະນີ ແລະ ການລະບາດກວມເອົາ 20 ບ້ານທົ່ວເມືອງ ແລະ ບ້ານທີ່ເກີດຫຼາຍກວ່າໝູ່ແມ່ນ ບ້ານຊະແຄະ ກວມເອົາເຖິງ 37 ກໍລະນີ.
ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໂດຍມີ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ -ຮອງຫົວໜ້າຄັງເງິນແຫ່ງລັດປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນ.
ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ວັນທີ 5 ຕຸລານີ້, ພະແນກການຕ່າງປະເທດ(ພກຕທ)ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ໂດຍມີ ທ່ານ ຄຳເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນປະທານ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ຊຶ່ງໄດ້ກໍານົດ ແລະ ຮັບຮອງເອົາພະນັກງານທັງໝົດ 12 ຕຳແໜ່ງ, ໂດຍຊຸກຍູ້ ແລະ ສົ່ງເສີມໃຫ້ໄປຍົກລະດັບວິຊາສະເພາະ ແລະ ຮ່ຳຮຽນທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນລະບົບ-ຕໍ່ເນື່ອງ.
ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 2 ຕຸລາ ຜ່ານຍມານີ້, ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາທ່ານຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງທົ່ວແຂວງ, ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານສຳລັບນາຍຕຳຫຼວດຂັ້ນ 7 ແລະ ຂັ້ນ 8 ຂອງກຳລັງປ້ອງກັນຄວາມສະຫງົບລະບົບ 45 ວັນທົ່ວປະເທດ ຮຸ່ນທີ II ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ), ໃນ​ວັນ​ທີ 2 ຕຸ​ລາ​ນີ້ ທີ່ ແຂວງ​ຈຳ​ປາ​ສັກ, ໂດຍ​ການເປັນປະທານ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີ Mr. Kuge Tetsuya ຊ່ຽວຊານໂຄງການໄຈກ້າ (JICA) ປະຈຳກົມສ່ວຍສາອາກອນ, ພ້ອມດ້ວຍ ພະນັກງານສ່ວຍສາອາກອນ ປະຈຳແຂວງຈຳປາສັກ, ນະຄອນປາກເຊ, 9 ເມືອງ ແລະ ພະນັກງານສ່ວຍສາອາກອນ ປະຈຳແຂວງອັດຕະປື ພ້ອມດ້ວຍ 3 ເມືອງອ້ອມຂ້າງ (ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ) ເຂົ້າຮ່ວມ.
ເພີ່ມເຕີມ