![]() |
ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ ໄດ້ກ່າວເປີດກອງປະຊຸມ, 7 ອານຸກຳມະການລາຍງານການກະກຽມຄວາມພ້ອມດ້ານຕ່າງໆ ແລະ ສະເໜີອະນຸມັດເປີດກອງປະຊຸມຈາກຄະນະເລຂາທິການສູນກາງພັກ, ກອງປະຊຸມໃຫຍ່ອົງຄະນະພັກແຂວງຊຽງຂວາງ ຈະໄດ້ຈັດຂຶ້ນໃນລະຫ່ວາງວັນທີ 28-29 ສິງຫາ 2025. ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາຮັບຮອງເອົາຮ່າງບົດລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ X ແລະ ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງ, ພິຈາລະນາຮັບຮອງເອົາບຸກຄະລາກອນຂອງກອງປະຊຸມ (ຜູ້ແທນສົມບູນ, ແຂກຖືກເຊີນ, ຈຳນວນຄະນະພັກ ແລະ ເປົ້າໝາຍຜູ້ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX), ຜ່ານການລາຍງານຈາກບັນດາອານຸກຳມະການເຫັນວ່າການກະກຽມຄວາມພ້ອມແຕ່ລະໜ້າວຽກແມ່ນມີຄວາມພ້ອມ ທີ່ຈະຈັດກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງສະໄໝທີ IX 100%.
(ຂ່າວ: ບຸນມີ ແສງທຸມມີ)
ຄໍາເຫັນ