ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ 20
ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າຂອງວັນທີ 20 ຕຸລາ ຜ່ານມານີ້, ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ 20 ໄດ້ເປີດຂຶ້ນຢູ່ນະຄອນຫຼວງປັກກິ່ງ ຂອງຈີນ.
ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ຕາງໜ້າກົມການເມືອງສູນກາງພັກ ຂຶ້ນຜ່ານບົດລາຍງານວຽກງານຕໍ່ກອງປະຊຸມ ທັງໄດ້ແນະນຳຂໍ້ສະເໜີຂອງສູນກາງພັກກອມມູນິດຈີນກ່ຽວກັບການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ສະບັບປຶກສາຫາລືຕໍ່ກອງປະຊຸມ.
ຄໍາເຫັນ