ຂ່າວລະບຸວ່າ: ກອງປະຊຸມລັດຖະມົນຕີກະຊວງກະສິກຳຈີນ - ຍີ່ປຸ່ນ - ສ ເກົາຫຼີ ໄດ້ຈັດຂຶ້ນອີກຄັ້ງຫຼັງຈາກຢຸດຕິເປັນເວລາ 7 ປີ, ກອງປະຊຸມຄັ້ງຜ່ານມາໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ປະເທດຈີນ ໃນເດືອນພະຈິກປີ 2018. ໃນກອງປະຊຸມຄັ້ງນີ້, ລັດຖະມົນຕີກະສິກຳຈາກ 3 ປະເທດໄດ້ປຶກສາຫາລືກ່ຽວກັບ 6 ຫົວຂໍ້ຕົ້ນຕໍເຊັ່ນ: ຄວາມປອດໄພດ້ານສະບຽງອາຫານ, ການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດສັດລ້ຽງ, ກະສິກຳແບບຍືນຍົງ, ຄວາມຈະເລີນຂອງຊົນນະບົດ, ການຮ່ວມມືດ້ານມໍລະດົກທາງກະສິກຳທີ່ສຳຄັນຂອງໂລກ ແລະ ການຮ່ວມມືຂອງໂລກ ພ້ອມທັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ.
ອາຊຽນ ເພີ່ມທະວີການຮ່ວມມືຕ້ານອາຊະຍາກຳທາງອິນເຕີເນັດ
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 22 ຕຸລາ ຜ່ານມາວ່າ: ບັນດາປະເທດອາຊຽນ ພວມຍູ້ແຮງການຮ່ວມມືດ້ານປ້ອງກັນ, ຕ້ານອາດຊະຍາກຳທາງອິນເຕີເນັດ, ການສໍ້ໂກງອອນລາຍ ແລະ ການຄ້າມະນຸດ, ໃນສະພາບການບັນດາເຄືອຂ່າຍອາຊະຍາກຳທີ່ນັບມື້ນັບສວຍໃຊ້ເຕັກໂນໂລຊີເພື່ອເປີດກວ້າງການເຄື່ອນໄຫວຂ້າມຊາຍແດນ.
ຄໍາເຫັນ