ຜົນຂອງກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42

ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ມີຜົນສຳເລັດຢ່າງຈົບງາມ

ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ມີຜົນສຳເລັດຢ່າງຈົບງາມ
ໝາກຜົນຂອງກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 (42nd AMEM) ທີ່ໄດ້ດຳເນີນໃນໄລຍະວັນທີ 26-27 ກັນຍານີ້ ມີຂໍ້ພົ້ນເດັ່ນ ເປັນຕົ້ນຄືການທີ່ຈະສອດແຊກ ຍຸດທະສາດການຫຼຸດຜ່ອນທາດອາຍກາກບອນ

 ເຂົ້າໃນການຜັນຂະຫຍາຍແຜນການປະຕິບັດການຮ່ວມມືດ້ານພະລັງງານຂອງອາຊຽນ (APAEC) ໄລຍະທີ 2: 2021-2025 ແລະ ການພັດທະນາຈັດຕັ້ງປະຕິບັດ APAEC ພາຍຫຼັງປີ 2025.
ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ປະທານກອງປະຊຸມ 42nd AMEM ໄດ້ຖະແຫຼງຜົນສຳເລັດຂອງກອງປະຊຸມ 42nd AMEM ຕໍ່ບັນດາສື່ມວນຊົນລາວ ແລະ ຕ່າງປະເທດ ໃນຕອນແລງວັນທີ 27 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ວ່າ: ກອງປະຊຸມ 42nd AMEM ໂດຍການເປັນເຈົ້າພາບຂອງກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ຊຶ່ງເຂົ້າຮ່ວມໂດຍບັນດາປະເທດສະມາຊິກອາຊຽນ (AMS), ປະເທດຄູ່ຮ່ວມຍຸດທະສາດ ແລະ ອົງການຈັດຕັ້ງສາກົນ. ຄຽງຄູ່ກັບກອງປະຊຸມດັ່ງກ່າວ, ພວກເຮົາຍັງໄດ້ເປັນປະທານກອງປະຊຸມທີ່ກ່ຽວຂ້ອງຄື: ກອງປະຊຸມຮ່ວມກັບອົງການພະລັງງານສາກົນ (IEA) ແລະ ອົງການພະລັງງານທົດແທນສາກົນ (IRENA), ກອງປະຊຸມ AMEM +3 ຄັ້ງທີ 21 ແລະ ກອງປະຊຸມສຸດຍອດລັດຖະມົນຕີພະລັງງານອາຊີຕາເວັນອອກຄັ້ງທີ 18. ໂດຍກອງປະຊຸມຂັ້ນລັດຖະ ມົນຕີທີ່ກ່າວມານັ້ນ, ໄດ້ມີການກະກຽມຄວາມພ້ອມຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຜ່ານກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ໃນວັນທີ 24 ແລະ 25 ກັນຍາ 2024 ທີ່ຜ່ານມາ.
ກອງປະຊຸມ 42nd AMEM ແມ່ນດໍາເນີນໄປດ້ວຍຄວາມສ້າງສັນ ແລະ ປະສົບຜົນສໍາເລັດຕາມຄາດໝາຍ ໂດຍ ກອງປະຊຸມໄດ້ເປັນເອກະພາບຮັບຮອງເອົາຖະແຫຼງການຮ່ວມກັນ (JMS), ທ່ານ ໂພໄຊ ໄຊຍະສອນ ໄດ້ລາຍງານບາງ ຂໍ້ພົ້ນເດັ່ນດັ່ງນີ້:
ໃນຂະນະທີ່ອາຊຽນ ກໍາລັງເຮັດວຽກເພື່ອກ້າວໄປສູ່ຄວາມຍືນຍົງ ຜ່ານຂອບໜ້າວຽກທີ່ໄດ້ກໍານົດ ແລະ ຂໍ້ລິເລີ່ມຕ່າງໆເຊັ່ນ: ການກໍານົດຍຸດທະສາດການຫຼຸດຜ່ອນທາດອາຍກາກບອນ, ພວກເຮົາເຫັນວ່າ ເປັນແຜນວຽກໜຶ່ງທີ່ສຳຄັນ ແລະ ຕ້ອງຈັດຕັ້ງປະຕິບັັດໃຫ້ສອດຄ່ອງກັບໜ້າວຽກໃນຂະແໜງພະລັງງານ, ເພື່ອສົ່ງເສີມຄວາມເປັນເອກະພາບໃຫ້ການຈັດຕັ້ງປະຕິບັດ ແລະ ມຸ່ງເນັ້ນໄປເຖິງການພັດທະນາພາກພື້ນໃນອະນາຄົດ. ໂດຍທີ່ ພວກເຮົາຈະສອດແຊກແຜນຍຸດທະສາດດັ່ງກ່າວ ເຂົ້າໃນການຜັນຂະຫຍາຍແຜນການປະຕິບັດການຮ່ວມມືດ້ານພະລັງງານຂອງອາຊຽນ (APAEC) ໄລຍະທີ 2: 2021-2025 ແລະ ການພັດທະນາຈັດຕັ້ງປະຕິບັດ APAEC ພາຍຫຼັງປີ 2025. ຜົນສໍາເລັດທີ່ ພວກເຮົາສາມາດບັນລຸໄດ້ໃນປີນີ້ ຜ່ານການຈັດຕັ້ງປະຕິບັດໂຄງການ ພາຍໃຕ້ແຜນ APAEC ໄລຍະ II, ກວມເອົາການພັດທະນາປະສິດທິພາບດ້ານພະລັງງານ, ດ້ານພະລັງງານທົດແທນ, ດ້ານນະໂຍບາຍ ແລະ ແຜນການພະລັງງານ, ເຕັກໂນໂລຊີຖ່ານຫີນສະອາດ, ທໍ່ສົ່ງອາຍແກັສຂ້າມອາຊຽນ ແລະ ພະລັງງານນິວເຄຼຍ.
ໝາກຜົນ ຂອງກອງປະຊຸມ AMEM ຄັ້ງທີ 42 ພາຍໃຕ້ການເປັນປະທານຂອງ ສປປ ລາວ ໃນປີ 2024 ໃນຫົວຂໍ້ “ອາຊຽນ: ເພີ່ມທະວີການເຊື່ອມໂຍງ, ການເຊື່ອມຈອດ ແລະ ສ້າງຄວາມເຂັ້ມແຂງ”, ໂດຍສະເພາະ ວຽກ APG ທີ່ໄດ້ປັບປຸງບົດບັນທຶກຄວາມເຂົ້າໃຈ (MoU) ແລະ ເນື້ອໃນຂອບໜ້າວຽກ (ToR) ຂອງອົງການຕ່າງໆ ທີ່ກ່ຽວຂ້ອງຂອງວຽກຕາຂ່າຍໄຟຟ້າອາຊຽນ (APG). ບົດບັນທຶກຄວາມເຂົ້າໃຈສະບັບປັບປຸງ ແມ່ນຈະເປັນເຄື່ອງມືອັນສຳຄັນ ໃນການຊຸກຍູ້ຂັບເຄື່ອນການຄ້າພະລັງງານໄຟຟ້າຫຼາຍຝ່າຍ, ເພື່ອປັບປຸງຂອດການປະສານງານລະຫວ່າງບັນດາພາກສ່ວນກ່ຽວຂ້ອງ ແລະ ເພື່ອປັບປຸງການສະໜອງໄຟຟ້າໃຫ້ຍືນຍົງ, ຮັບປະກັນໄດ້ໃນທົ່ວບັນດາປະເທດສະມາຊິກອາຊຽນ; ເພື່ອໃຫ້ວຽກງານການເຊື່ອມໂຍງລະ ຫວ່າງພາກພື້ນມີຄວາມກ້າວໜ້າ, ພວກເຮົາເປັນເອກະພາບຖືເອົາວຽກ APG ເປັນຈຸດໃຈກາງເພື່ອສ້າງອະນາຄົດດ້ານພະລັງງານທີ່ເຂັ້ມແຂງ ແລະ ຍືນຍົງຂອງອາຊຽນ, ທັງເພື່ອອໍານວຍຄວາມສະດວກໃຫ້ແກ່ການຊື້-ຂາຍພະລັງງານໄຟຟ້າຂ້າມຊາຍແດນ ແລະ ເພື່ອສະໜັບສະໜູນວິໄສທັດດ້ານພະລັງງານໄລຍະຍາວຂອງພາກພື້ນ; ເພື່ອເຮັດໃຫ້ການສົ່ງໄຟຟ້າ ແລະ ປະຕິບັດວິໄສທັດ ວຽກຕາຂ່າຍໄຟຟ້າອາຊຽນ, ພວກເຮົາໄດ້ຖືສຳຄັນການຍົກລະດັບປັບປຸງລະບົບສາຍສົ່ງຂ້າມຊາຍແດນ ແລະ ການນຳໃຊ້ເຕັກໂນໂລຊີທີ່ກ່ຽວຂ້ອງ ເຊັ່ນ: ການພັດທະນາລະບົບສາຍສົ່ງໃຕ້ທະເລ.
ນອກຈາກນັ້ນ, ເພື່ອເຮັດໃຫ້ການພັດທະນາບັນດາໂຄງການສາຍສົ່ງເຊື່ອມຕໍ່ລະຫວ່າງພາກພື້ນ ທີ່ກ່າວມານັ້ນ ເກີດຜົນ, ພວກເຮົາເຫັນໄດ້ຄວາມສຳຄັນ ເຖິງຄວາມຕ້ອງການດ້ານທຶນຮອນໃນການລົງທຶນຢ່າງມະຫາສານ ເພື່ອໃຫ້ວຽກ APG ມີຄວາມກ້າວໜ້າ. ຕິດພັນກັນນັ້ນ, ພວກເຮົາໄດ້ຮັບຊາບການລາຍງານກ່ຽວກັບບັນດາຂໍ້ລິເລີ່ມໃນການສະໜັບສະໜູນໂຄງການຫັນປ່ຽນດ້ານພະລັງງານລະດັບປະເທດ ແລະ ພາກພື້ນ ແລະ ການອຳນວຍຄວາມສະດວກໃຫ້ແກ່ການເຊື່ອມໂຍງດ້ານພະລັງງານອາຊຽນ, ລວມທັງການຈັດສັນທຶນສະເພາະໃຫ້ແກ່ວຽກງານ APG ຂອງທະນາຄານພັດທະນາອາຊີ (ADB) ແລະ ທະນາຄານໂລກ.
ນອກນີ້, ທ່ານ ໂພໄຊ ໄຊຍະສອນ ຍັງໄດ້ຖະແຫຼງໃຫ້ຮູ້ວ່າ: ກອງປະຊຸມ ກໍໄດ້ຮັບຮອງເອົາບົດລາຍງານການຄາດຄະເນດ້ານພະລັງງານຂອງອາຊຽນ ສະບັບທີ 8 (AEO8) ແລະ ຍັງໄດ້ສໍາເລັດ ຂໍ້ລິເລີ່ມໃນການຂະຫຍາຍໃຈຄວາມສຳຄັນສຳລັບແຜນວຽກ APAEC ຫຼັງປີ 2025 ເພື່ອໃຫ້ສອດຄ່ອງກັບວິໄສທັດປີ 2045 ຂອງປະຊາຄົມອາຊຽນ. ພ້ອມທັງເນັ້ນຢໍ້າໃຫ້ຮູ້ວ່າ: ກອງປະຊຸມ 42nd AMEM ແມ່ນເປັນວາລະວຽກອັນ ທີ່ຢັ້ງຢືນເຖິງການເຮັດວຽກຮ່ວມກັນເພື່ອຂັບເຄື່ອນວຽກ APG ໃນພາກພື້ນໃຫ້ປະກົດຜົນເປັນຈິງ, ພ້ອມທັງສ້າງຕົ້ນແບບແຜນພະລັງງານຂອງອາຊຽນ ທີ່ຈະສາມາດຮັບມືກັບບັນດາສິ່ງທ້າທາຍດ້ານພະລັງງານຂອງພາກພື້ນ ແລະ ທ່າອ່ຽງສຳຄັນຂອງໂລກ.
(ຂ່າວ: ສຸກສະຫວັນ, ພາບ: ບຸນອູ້ມ)

ຄໍາເຫັນ

ຂ່າວການຮ່ວມມື

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ອົງການກວດສອບແຫ່ງລັດ ສປປ ລາວ ພົບປະກັບອົງການກວດສອບແຫ່ງຊາດມາເລເຊຍ

ອົງການກວດສອບແຫ່ງລັດ ສປປ ລາວ ພົບປະກັບອົງການກວດສອບແຫ່ງຊາດມາເລເຊຍ

ໃນລະຫວ່າງວັນທີ 5-7 ຕຸລາ ຜ່ານມານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ກັບອົງການກວດສອບແຫ່ງຊາດ ມາເລເຊຍ ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ນາງ ດາໂຕະ ເສຣີ ວັນ ສຸຣາຢະວັນ ໂມຣາມັດ ຣັດຊີ (Ms. DATO' SERI WAN SURAYA WAN MOHD RADZI) ປະທານອົງການກວດສອບແຫ່ງຊາດ ມາເລເຊຍ ຊຶ່ງຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ, ເຂົ້າຮ່ວມພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື (MOU) ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງຊາດ ມາເລເຊຍ ແລະ ເຂົ້າຮ່ວມພິທີເປີດກອງປະຊຸມປະຈຳສອງປີ ຂອງຄະນະກຳມະການແລກປ່ຽນຄວາມຮູ້ ASEA SAI (ASEA SAI Knowledge Sharing Committee - KSC) ຄັ້ງທີ 5 ຊຶ່ງການພົບປະສອງຝ່າຍກັນໃນຄັ້ງນີ້ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄືການເສີມຂະຫຍາຍ ສາຍພົວພັນທາງການທູດ ຄົບຮອບ 60 ປີ (1/7/1966 - 1/7/2026).
ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ໃນວັນທີ 7 ຕຸລາ ນີ້, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຊາວໜຸ່ມລາວ ເຂົ້າພົບປະເຮັດວຽກກັບ ພະນະທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ຮອງປະທານພັກ ປະຊາຊົນກໍາປູເຈຍ ປະທານສູນກາງຊາວໜຸ່ມພັກປະຊາຊົນກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ.
ເພີ່ມເຕີມ