ກອງປະຊຸມໃຫຍ່ຄັ້ງທີ Iໄດ້ເປັນເອກະສັນຮັບຮອງເອົາຄະນະປະທານ, ຄະນະບໍລິຫານງານສະຫະພັນກໍາມະບານລາວ

ໂດຍ:ວັນໄຊ ຕະວິນຍານ
ກອງປະຊຸມໃຫຍ່ ຄັ້ງທີ I ໄດ້ເປັນເອກະສັນຮັບຮອງເອົາຄະນະປະທານ, ຄະນະບໍລິຫານງານສະຫະພັນກໍາມະບານລາວແລ້ວ, ຍັງໄດ້ເປັນເອກະສັນຮັບຮອງເອົາກົດລະບຽບຂອງສະຫະພັນກໍາມະບານລາວ; ຮັບຮອງເອົາວັນສ້າງຕັ້ງກໍາມະບານລາວໃນວັນທີ 1 ກຸມພາ ປີ 1956 ເປັນມື້ສ້າງຕັ້ງກໍາມະບານລາວຢ່າງເປັນທາງການ ແລະ ຖືເອົາວັນດັ່ງກ່າວເປັນມື້ຈັດຕັ້ງສະເຫຼີມສະຫຼອງໃນທຸກໆປີ, ພ້ອມນັ້ນ, ຍັງໄດ້ຮັບຮອງເອົາເນື້ອໃນ ແລະ ກາໝາຍກໍາມະບານລາວ. 
ກອງປະຊຸມຄັ້ງນີ້ໄດ້ຫັນເອົາແນວທາງນະໂຍບາຍຂອງພັກວາງອອກຫັນມາເປັນໂຄງການເຄື່ອນໄຫວຂອງຕົນຢ່າງມີຈຸດສຸມເຊັ່ນ: ປຸກລະດົມຂົນຂວາຍ, ສຶກສາອົບຮົມ, ຈັດຕັ້ງກໍາມະກອນ, ລັດຖະກອນໃຫ້ເປັນເຈົ້າລວມໝູ່ສັງຄົມນິຍົມຢ່າງແທ້ຈິງ, ຫ້າວຫັນໃນການດໍາເນີນການປະຕິວັດ 3 ປະການໄປພ້ອມໆກັນ, ຊຸກຍູ້ຂະບວນການແຂ່ງຂັນອອກແຮງງານທໍາການຜະລິດ ແລະ ປະຢັດມັດທະຍັດ ເພື່ອກໍ່ສ້າງສັງຄົມນິຍົມ; ເອົາໃຈໃສ່ເບິ່ງແຍງປົວແປງຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈຂອງກໍາມະກອນ, ລັດຖະກອນ; ອອກແຮງປັບປຸງ ແລະ ກໍ່ສ້າງອົງການຈັດຕັ້ງກໍາມະບານລາວ ໃຫ້ໜັກແໜ້ນເຂັ້ມແຂງ ເຮັດໃຫ້ກໍາມະບານກາຍເປັນໂຮງຮຽນອັນກວ້າງໃຫຍ່ເພື່ອຍົກລະດັບດ້ານການເມືອງ,ວັດທະນາທໍາ-ສັງຄົມ ແລະ ວິຊາຊີບ ຂອງສະມາຊິກກໍາມະບານໃຫ້ສູງຂຶ້ນ; ເຂົ້າຮ່ວມໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ແລະ ສັງຄົມ. 
ວັນທີ 26- 28 ເມສາ 1989 ກອງປະຊຸມໃຫຍ່ຜູ້ແທນກໍາມະບານທົ່ວປະເທດຄັ້ງທີ II ໄດ້ເປີດຂຶ້ນຢູ່ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມໂດຍ ສະຫາຍ ໄກສອນ ພົມວິຫານ ຊຶ່ງເພິ່ນໄດ້ເນັ້ນໜັກໃຫ້ສະຫະພັນກໍາມະບານລາວທຸກຂັ້ນຕ້ອງເສີມຂະຫຍາຍບົດບາດຂອງຕົນເຂົ້າໃນຂະບວນການປ່ຽນແປງໃໝ່ດ້ວຍການເພີ່ມທະວີການສຶກສາອົບຮົມສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ຮັບຮູ້, ເຊື່ອມຊຶມກ່ຽວກັບຄວາມຈໍາເປັນຂອງການປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກ; ຊຸກຍູ້ຢ່າງແຂງແຮງ ຂະບວນການແຂ່ງຂັນ ສຶກສາອົບຮົມຍົກລະດັບຄວາມຮູ້, ຄວາມສາມາດຂອງກໍາມະກອນ ແລະ ຜູ້ອອກແຮງງານ. 
ກອງປະຊຸມຄັ້ງນີ້ມີຜູ້ແທນສົມບູນເຂົ້າຮ່ວມຈໍານວນ 278 ສະຫາຍ, ກອງປະຊຸມໄດ້ຄັດເລືອກເອົາຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ຈໍານວນ 27 ສະຫາຍ, ຍິງ 3 ສະຫາຍ; ເລືອກເອົາ ສະຫາຍ ບຸນຖັນ ສຸວັນນະສຸກ ເປັນປະທານສູນກາງສະຫະພັນກໍາມະບານລາວ, ສະຫາຍ ນາງ ອໍາພອນນາລີ ແກ້ວລາ ເປັນຮອງປະທານສູນກາງສະຫະພັນ ກໍາມະບານລາວ. ພ້ອມທັງເລືອກຕັ້ງເອົາຄະນະປະຈໍາປະກອບດ້ວຍ 5 ສະຫາຍ; ທົ່ວປະເທດມີສະມາຊິກກໍາມະບານຈໍານວນ 70.367 ສະຫາຍ, ມີ 1.120 ຮາກຖານ ແລະ 3.915 ໜ່ວຍກໍາມະບານ; ກອງປະຊຸມໄດ້ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດທິດທາງໜ້າທີ່ ແລະ ເນື້ອໃນມະຕິກອງປະຊຸມໃຫຍ່ກໍາມະບານລາວທົ່ວປະເທດຄັ້ງທີ I ຜ່ານມາຊຶ່ງອົງການຈັດຕັ້ງກໍາມະບານແຕ່ລະຂັ້ນສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານເຊັ່ນ: ປັບປຸງ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກໍາມະບານລົງສູ່ຂົງເຂດທຸລະກິດ, ວິສາຫະກິດຂອງລັດ ແລະ ເອກະຊົນ, ເປັນຫົວຈັກຫຼັກແຫຼ່ງໃຫ້ແກ່ຂະບວນກໍາມະກອນ ແລະ ຜູ້ ອອກແຮງງານ, ການຈັດຕັ້ງກໍາມະບານໄດ້ມີການເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນນະພາບ ສາມາດເປັນຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ. 
ວັນທີ 9-12 ມິຖຸນາ 1993 ກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ຄັ້ງທີ III ໄດ້ເປີດຂຶ້ນຢູ່ນະຄອນຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງ ສະຫາຍ ຄໍາໄຕ ສີພັນດອນ ຊຶ່ງເພິ່ນໄດ້ມີຄໍາເຫັນວ່າ: ກ່ອນອື່ນໝົດຄວນເຂົ້າໃຈໃຫ້ຖືກຕ້ອງວ່າ: ອົງການຈັດຕັ້ງສະຫະພັນກໍາມະບານລາວ ບໍ່ແມ່ນອົງການບໍລິຫານທີ່ເຮັດພາລະບົດ ບາດຄຸ້ມຄອງບໍລິຫານຄືກັນກັບກະຊວງ ຫຼື ຄະນະກໍາມະການຕ່າງໆຂອງລັດ; ມັນແມ່ນອົງການຈັດຕັ້ງມະຫາຊົນ ທີ່ມີພາລະບົດບາດເຕົ້າໂຮມ, ຈັດຕັ້ງ, ສຶກສາອົບຮົມ ແລະ ນໍາພາກໍາມະກອນ, ຊາວຜູ້ອອກແຮງງານທຸກເຜົ່າ; ສະຫະພັນກໍາມະບານລາວຕ້ອງຮູ້ເຮັດທັງວຽກງານຈັດຕັ້ງ, ທັງວຽກງານການເມືອງ-ແນວຄິດ ໃນໝູ່ກໍາມະກອນ ແລະ ຜູ້ອອກແຮງງານ ທີ່ຢູ່ໃນທຸກຂົງເຂດການຜະລິດທຸລະກິດ, ການບໍລິການ ແລະ ໃນທຸກໆພາກສ່ວນເສດຖະກິດ; ສະຫະພັນກໍາມະບານລາວຕ້ອງດັດແປງວິທີການເຄື່ອນໄຫວຄືນໃໝ່ໂດຍແນໃສ່ເຮັດສອງໜ້າທີ່ພື້ນຖານຄື: ໜ້າທີ່ໃນການສຶກສາອົບຮົມ ແລະ ປົກປ້ອງຜົນປະໂຫຍດຂອງກໍາມະກອນ ແລະ ຜູ້ອອກແຮງງານ ເພື່ອບໍ່ໃຫ້ອົງການກໍາມະບານຫ່າງເຫີນຈາກມະຫາຊົນ. 
ກອງປະຊຸມຄັ້ງນີ້ມີຜູ້ແທນສົມບູນເຂົ້າຮ່ວມຈໍານວນ 170 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກກໍາມະບານ ທົ່ວປະເທດຈໍານວນ 70 ພັນກ່ວາຄົນ, ໄດ້ເລືອກເອົາຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວຈໍານວນ 21 ສະຫາຍຍິງ 1 ສະຫາຍ, ໂດຍເລືອກເອົາ ສະຫາຍ ຄໍາປານ ພິລາວົງ ກໍາມະການສູນກາງພັກເປັນປະທານສູນກາງສະຫະພັນກໍາມະບານລາວ, ສະຫາຍ ບຸນປອນ ສັງສົມສັກ ເປັນຮອງປະທານສູນກາງສະຫະພັນກໍາມະບານລາວ ແລະ ແຕ່ງຕັ້ງ ສະຫາຍ ຢີ່ ຢ່າ ອານາບຣົງ ເປັນປະທານກວດກາສະຫະພັນກໍາມະບານລາວ. ການຈັດຕັ້ງກໍາມະບານໄດ້ຮັບການກໍ່ສ້າງ ແລະ ປັບປຸງດີຂຶ້ນ ຊຶ່ງປະກອບມີ 16 ສະຫະພັນກໍາມະບານແຂວງ, 7 ຂະແໜງການ, ມີ 1.298 ຮາກຖານ. 
ວັນທີ 21-23 ມິຖຸນາ 2000 ກອງປະຊຸມໃຫຍ່ກໍາມະບານທົ່ວປະເທດ ຄັ້ງທີ IV ໄດ້ເປີດຂຶ້ນຢູ່ນະຄອນຫຼວງວຽງຈັນໂດຍໄດ້ຮັບການຕ້ອນຮັບ ແລະໂອ້ລົມ ຂອງ ສະຫາຍ ທອງສິງ ທໍາມະວົງ ຊຶ່ງເພິ່ນໄດ້ມີຄໍາເຫັນຊີ້ນໍາວ່າ: ສະຫະພັນກໍາມະບານລາວຕ້ອງເພີ່ມທະວີການປັບປຸງ ແລະ ກໍ່ສ້າງຊົນຊັ້ນກໍາມະກອນໃຫ້ກາຍເປັນກໍາລັງແຮງຍຸດທະສາດຂອງຊາດ, ເອົາໃຈໃສ່ປັບປຸງ ແລະ ຂະຫຍາຍການຈັດຕັ້ງກໍາມະບານໃຫ້ກວ້າງຂວາງ ແລະ ມີປະສິດທິຜົນສູງຂຶ້ນ, ເປັນເຈົ້າການຈັດຕັ້ງ ແຂ່ງຂັນເຮັດວຽກງານຕົວຈິງໃຫ້ກວ້າງຂວາງ ແລະ ເປັນຂະບວນຟົດຟື້ນໃນຂອບເຂດທົ່ວປະເທດ; 
ກອງປະຊຸມຄັ້ງນີ້ມີຜູ້ແທນສົມບູນເຂົ້າຮ່ວມຈໍານວນ 223 ສະຫາຍຍິງ 23 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກກໍາມະບານທົ່ວປະເທດ ຈໍານວນ 81.967 ສະຫາຍຍິງ 27.388 ສະຫາຍ. ກອງປະຊຸມໃຫຍ່ໄດ້ຄັດເລືອກເອົາຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ຈໍານວນ 31 ສະຫາຍຍິງ 4 ສະຫາຍ, ໂດຍເລືອກເອົາ ສະຫາຍ ແຫວນທອງ ຫຼວງວິໄລ ກໍາມະການສູນກາງພັກເປັນປະທານສູນກາງສະຫະພັນກໍາມະບານລາວ, ສະຫາຍ ບໍ່ສາຍຄໍາ ວົງດາລາ ແລະ ສະຫາຍ ບຸນປອນ ສັງສົມສັກ ເປັນຮອງປະທານສູນກາງສະຫະພັນກໍາມະບານລາວ; ພ້ອມກັນນັ້ນ, ກໍໄດ້ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຊຶ່ງໄດ້ກໍ່ສ້າງ ແລະ ປັບປຸງລະບົບການຈັດຕັ້ງຂອງສະຫະພັນກໍາມະບານລາວເພີ່ມຂຶ້ນໃນທົ່ວປະເທດ ມີ 17 ສະຫະພັນກໍາມະບານແຂວງ, ນະຄອນຫຼວງ, ມີ 7 ຂະແໜງການ, ມີ 1.298 ຮາກຖານ. 
ມາຮອດວັນທີ 2 ຕຸລາ 2003 ສະຫາຍ ບໍ່ສາຍຄໍາ ວົງດາລາ ໄດ້ຖືກແຕ່ງຕັ້ງໃຫ້ເປັນວ່າການປະທານສູນກາງສະຫະພັນກໍາມະບານລາວ ປ່ຽນແທນ ສະຫາຍ ແຫວນທອງ ຫຼວງວິໄລ. 

ຄໍາເຫັນ

ຂ່າວການເມືອງ

ກຳນົດວຽກງານ 13 ວຽກຕົ້ນກໍ 4 ບາດກ້າວ ກະກຽມການເລືອກຕັ້ງ ສສຊ ແລະ ສສຂ

ກຳນົດວຽກງານ 13 ວຽກຕົ້ນກໍ 4 ບາດກ້າວ ກະກຽມການເລືອກຕັ້ງ ສສຊ ແລະ ສສຂ

ເຊົ້າວັນທີ 20 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໄດ້ດໍາເນີນພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ; ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ຕາງໜ້າຄະນະກຳມະການເລືອກຕັ້ງລະດັບຊາດ ຂຶ້ນລາຍງານການກະກຽມ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V.
ເຜີຍແຜ່ມະຕິກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງ

ເຜີຍແຜ່ມະຕິກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 20 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ (ສພຊ); ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຮັບຟັງການເຜີຍແຜ່ມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ການສະເໜີປະຫວັດຄວາມເປັນມາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
ສະເໜີໃຫ້ ສສຊ ເພີ່ມທະວີການຄົ້ນຄວ້າໃຫ້ລະອຽດເລິກເຊິ່ງ ຊັດເຈນກ່ອນຮັບຮອງ

ສະເໜີໃຫ້ ສສຊ ເພີ່ມທະວີການຄົ້ນຄວ້າໃຫ້ລະອຽດເລິກເຊິ່ງ ຊັດເຈນກ່ອນຮັບຮອງ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ; ສູນກາງແນວລາວສ້າງຊາດ,ໄດ້ສະເໜີໃຫ້ສະມາຊິກສະພາແຫ່ງຊາດ (ສສຊ) ເພີ່ມທະວີໃນການຄົ້ນຄວ້າໃຫ້ລະອຽດ, ເລິກເຊິ່ງ ແລະ ຊັດເຈນຕື່ມກ່ອນທີ່ຈະຮັບຮອງ.
ສພຊ ໄດ້ພິຈາລະນາຮັບຮອງການສ້າງ ແລະ ປັບປຸງກົດໝາຍ 87 ສະບັບ

ສພຊ ໄດ້ພິຈາລະນາຮັບຮອງການສ້າງ ແລະ ປັບປຸງກົດໝາຍ 87 ສະບັບ

ໃນໄລຍະ 5 ປີ (2021-2025), ສະພາແຫ່ງຊາດ (ສພຊ) ໄດ້ພິຈາລະນາຮັບຮອງ ແລະ ປັບປຸງກົດໝາຍ ໄດ້ທັງໝົດ 87 ສະບັບ; ໃນນີ້, ກົດໝາຍສ້າງໃໝ່ 24 ສະບັບ ແລະ ກົດໝາຍປັບປຸງ 63 ສະບັບ ເທົ່າກັບ 90.62% ຂອງແຜນການ 5 ປີ ແລະ ມາຮອດປັດຈຸບັນ ສປປ ລາວ ມີກົດໝາຍທັງໝົດ 176 ສະບັບ. ນອກຈາກຜົນງານດ້ານນິຕິບັນຍັດນີ້, ກໍຍັງມີຜົນງານໃນດ້ານຕ່າງ; ຂະນະດຽວກັນ, ກໍໄດ້ມີແຜນວຽກຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026.
ຊີ້ແຈງຫຼາຍປະເດັນ ຕໍ່ກັບວຽກງານບໍລິຫານສານ ແລະ ບໍລິຫານຄະດີ

ຊີ້ແຈງຫຼາຍປະເດັນ ຕໍ່ກັບວຽກງານບໍລິຫານສານ ແລະ ບໍລິຫານຄະດີ

ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູນງສຸດ (ສປສສ) ໄດ້ຂຶ້ນຊີ້ແຈງຕາມເນື້ອໃນເຈາະຈີ້ມ ແລະ ການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ໃນຫຼາຍປະເດັນ ຕໍ່ກັບວຽກງານບໍລິຫານສານ ແລະ ບໍລິຫານຄະດີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊ ປະກອບຄໍາເຫັນໂດຍເນັ້ນໃສ່ ບັນຫາການດຳເນີນຄະດີ ທີ່ຍັງຊັກຊ້າ

ສສຊ ປະກອບຄໍາເຫັນໂດຍເນັ້ນໃສ່ ບັນຫາການດຳເນີນຄະດີ ທີ່ຍັງຊັກຊ້າ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄຳເຫັນໃສ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030),ປະຈໍາປີ 2026 ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊາສູງສຸດ (ອອປສ) ໃນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໃນວັນທີ 18 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ; ໃນນີ້, ສສຊ ໄດ້ມີຄຳເຫັນໂດຍສ່ວນໃຫຍ່ແມ່ນເນັ້ນໃສ່ບັນຫາການດຳເນີນຄະດີ ທີ່ຍັງຊັກຊ້າ; ຂະນະທີ່, ສສຊ ກໍໄດ້ສະເໜີໃຫ້ສືບຕໍ່ສ້າງ, ຝຶກຜູ້ພິພາກສາ ແລະ ພະນັກງານສານ ໃຫ້ເປັນມືອາຊີບ.
ສສຊສະເໜີໃຫ້ມີການກາຄືນ ທາດແທ້ຂອງສານ ແລະ ໄອຍະການ

ສສຊສະເໜີໃຫ້ມີການກາຄືນ ທາດແທ້ຂອງສານ ແລະ ໄອຍະການ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄໍາເຫັນ ຕໍ່ບົດລາຍງານກ່ຽວກັບການແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຊຶ່ງໃນນີ້ ທ່ານຈະເລີນເຢຍປາວເຮີຮອງປະທານສະພາແຫ່ງຊາດສສຊເຂດເລືອກຕັ້ງທີ 10 ແຂວງວຽງຈັນ ກໍໄດ້ສະເໜີ ສສຊສະເໜີໃຫ້ມີການກວດສອບທາດແທ້ຂອງສານແລະໄອຍະການ.
ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

ໃນວັນທີ 11 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດຖະແຫຼງຂ່າວຜົນສໍາເລັດການພິຈາລະນາວຽກງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ແລະ ປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະແຜນປີ 2026 ແລະ ບົດລາຍງານສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX (ລະຫວ່າງວັນທີ 10 ຫາ 21ພະຈິກ 2025).
ເນັ້ນຄໍາເຫັນເຈາະຈີ້ມ ໃນການປະກອບຄໍາເຫັນ ຕໍ່ ສປສສ ແລະ ອອປສ

ເນັ້ນຄໍາເຫັນເຈາະຈີ້ມ ໃນການປະກອບຄໍາເຫັນ ຕໍ່ ສປສສ ແລະ ອອປສ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມຂອງວາລະດັ່ງກ່າວ ໄດ້ມີບາງຄໍາເຫັນເຈາະຈີ່ມ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030), ປະຈໍາປີ 2026 ຂອງ ສານປະຊາຊົນສູງສຸດ (ສປສສ) ແລະ ຂອງອົງການໄອຍະການປະຊາຊົນສູງສຸດ (ອອປສ) ຊຶ່ງໄດ້ມີຄໍາເຫັນດັ່ງນີ້:
ສະໜີ ອອປສ 7 ທັດສະນະ ເພື່ອໃຫ້ແຜນປີ 2026 ມີຜົນສຳເລັດ

ສະໜີ ອອປສ 7 ທັດສະນະ ເພື່ອໃຫ້ແຜນປີ 2026 ມີຜົນສຳເລັດ

ໃນຕອນບ່າຍວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ມີຄໍາເຫັນຕໍ່ບົດລາຍງານຂອງ ອອປສ ຊຶ່ງໄດ້ກ່າວວ່າ:
ເພີ່ມເຕີມ