ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ອົງຄະນະພັກກະຊວງ ປກສ

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ອົງຄະນະພັກກະຊວງ ປກສ

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ອົງຄະນະພັກກະຊວງ ປກສ
ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ເປີດ​ຂຶ້ນ​ໃນວັນທີ 5 ສິງຫານີ້ ທີ່ສະໂມສອນກະຊວງ ປກສ ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ເລຂາພັກກະຊວງ ປກສ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ມີແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

 
ກອງປະຊມໃຫຍຜແທນຄງທ VI ອງຄະນະພກກະຊວງ ປກສ - image 1
 

ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍສໍາຄັນທາງດ້ານການເມືອງ ເປັນການປະຕິບັດຫຼັກການນໍາພາ ແລະ ການຈັດຕັ້ງຂອງພັກ ແນໃສ່ປັບປຸງພັກທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ; ແມ່ນບັ້ນດໍາເນີນຊີວິດການ ເມືອງພາຍໃນຄະນະພັກ, ສະມາຊິກພັກທີ່ຈະເຮັດໃຫ້ມີຄຸນນະພາບ, ບົດບາດຄວາມສາມາດການນໍາພາຂອງຄະນະພັກໄດ້ຮັບການເຊີດຊູສູງຂຶ້ນໃນແຕ່ລະຂົງເຂດວຽກງານ; ເວົ້າສະເພາະແມ່ນກໍາລັງ ປກສ ພວມສູ້ຊົນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ ຕິດພັນກັບບັນດາມະຕິກອງປະຊຸມໃຫຍ່, ກອງປະຊຸມຄົບຄະນະຂອງສູນກາງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ທັງສຸມໃສ່ການສືບຕໍ່ຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໂດຍສະເພາະວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ການກະກຽມຄວາມພ້ອມຮອບດ້ານເພື່ອກ້າວເຂົ້າສູ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍ.

ຈາກນັ້ນ, ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະ ຊວງ ປກສ ໄດ້ຜ່ານຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງ ປກສ ສະໄໝທີ V ໃຫ້ຮູ້ວ່າ: ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຄົ້ນຄວ້າຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ V ອອກເປັນອັນລະອຽດ ຊຶ່ງໄດ້ກໍານົດເປັນ 4 ຄາດໝາຍ 4 ແຜນງານໃຫຍ່ 41 ໂຄງການ ແລະ 1 ວາລະແຫ່ງຊາດ, ກໍານົດເປັນແຜນດໍາເນີນເປັນແຕ່ລະໄລຍະ ນັບແຕ່ປີ 2021-2025 ຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການຂອງບັນດາກົມກອງໃຫ້ຫັນເປັນຍຸດທະສາດ ກໍຄືແຜນງານໃຫຍ່ດັ່ງກ່າວ ເປັນມະຕິນໍາພາ, ເປັນແຜນງານ, ໂຄງການ ແລະ ກິດຈະກໍາອັນລະອຽດຂອງຕົນໃນແຕ່ລະໄລຍະ. ພ້ອມທັງນໍາພາ-ຊີ້ນໍາຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຢ່າງເລິກເຊິ່ງ, ທົ່ວເຖິງ ແລະ ມີຜົນສໍາເລັດ, ສະແດງອອກວຽກງານພັກ-ວຽກງານການເມືອງ ໄດ້ຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດຢ່າງເປັນປົກກະຕິຕໍ່ເນື່ອງ ດ້ວຍຫຼາຍເນື້ອໃນ, ຫຼາຍວິທີການ, ເປັນຕົ້ນແມ່ນນໍາພາຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກແຕ່ລະຄັ້ງ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ ແລະ ເອກະສານອື່ນໆ; ປັບປຸງພາຫະນະເຕັກນິກຮັບໃຊ້ວຽກງານສື່ ປກສ ເຊັ່ນ: ໂທລະພາບ, ວິທະຍຸ, ສື່ສິ່ງພິມຕ່າງໆມີຄຸນນະພາບດີຂຶ້ນ; ຜ່ານການສຶກສາອົບຮົມການເມືອງ-ນໍາພາແນວຄິດເຫັນວ່າສະມາຊິກພັກ, ນາຍ ແລະ ພົນຕຳຫຼວດຮັກສາໄດ້ທັດສະນະຫຼັກໝັ້ນຊົນຊັ້ນ, ຄຸນທາດການເມືອງໜັກແໜ້ນ, ມີຈັນຍາບັນ, ຈັນຍາທໍາ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ; ວຽກງານພັກ ໄດ້ປະຕິບັດຖືກຕ້ອງຕາມກົດລະບຽບຂອງພັກ ບົນພື້ນຖານຢຶດໝັ້ນຕາມ 5 ຫຼັກການ ແລະ 3 ທິດນໍາ, ຄົ້ນຄວ້າຜັນຂະຫຍາຍມະຕິ, ຄໍາສັ່ງຂອງສູນກາງພັກມາເປັນອັນສະເພາະຂອງກໍາລັງ ປກສ. ໃນ 5 ປີຜ່ານມາ, ໄດ້ສຸມໃສ່ປັບປຸງກໍ່ສ້າງພັກທັງ 4 ດ້ານໄປພ້ອມໆກັນ, ຍູ້ແຮງຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ, ກາຍເປັນໜ້າທີ່ໃຈກາງໃນການນໍາພາກໍ່ສ້າງພັກ ຕິດພັນກັບວຽກງານກໍ່ສ້າງກໍາລັງໃຫ້ມີລະບຽບວິໄນ, ມີຄວາມເຂັ້ມແຂງ ແລະ ທັນສະໄໝ, ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ນໍາພາບຳລຸງ-ກໍ່ສ້າງກໍາລັງໃຫ້ມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ ສອດຄ່ອງກັບຍຸດທະສາດພັດທະນາຊັບພະຍາກອນມະນຸດຂອງກໍາລັງ ປກສ, ຖືເອົາຄຸນນະພາບເປັນກົກ, ສ້າງກຳລັງທາງດ້ານທິດສະດີ ຕິດພັນກັບພຶດຕິກຳວຽກງານຕົວຈິງຢູ່ຮາກຖານ; ປະຕິບັດແຜນກໍ່ສ້າງນໍາພາສືບທອດປ່ຽນແທນແຕ່ລະຂັ້ນຕາມທິດຊີ້ນໍາຂອງສູນກາງພັກຢ່າງເປັນລະບົບ ແລະ ຕໍ່ເນື່ອງ. ຄຽງຄູ່ກັນນັ້ນ, ຍັງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານວິຊາສະເພາະຢ່າງມີຜົນສໍາເລັດຮອບດ້ານ ຊຶ່ງສະແດງອອກເຮັດໃຫ້ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ປັດຈຸບັນ, ອົງຄະນະພັກກະຊວງມີ 14 ອົງຄະນະພັກ ແລະ 3 ໜ່ວຍພັກຮາກຖານຂຶ້ນກັບ, ມີຮາກຖານທັງໝົດ 380 ໜ່ວຍ.

ກອງປະຊມໃຫຍຜແທນຄງທ VI ອງຄະນະພກກະຊວງ ປກສ - image 2
 

ສໍາລັບທິດທາງແຜນການ 5 ປີຕໍ່ໜ້າ ຈະສືບຕໍ່ຢຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ປັບປຸງກຳລັງ ປກສ ໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ-ວິຊາການ, ສືບຕໍ່ວຽກງານຫັນລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ, ສືບຕໍ່ປະຕິບັດ 4 ແຜນງານ 29 ໂຄງການ, ວຽກງານວິຊາສະເພາະເພື່ອຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ປອດໄພໂດຍພື້ນຖານ.

ກອງປະຊຸມຄັ້ງນີ້, ບັນດາຜູ້ແທນໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນຮ່າງບົດລາຍງານການເມືອງ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດມີເນື້ອໃນຄົບຖ້ວນສົມບູນ, ເພື່ອສືບຕໍ່ນໍາເອົາເນື້ອໃນກອງປະຊຸມໄປຈັດຕັ້ງຜັນຂະຫຍາຍເຂົ້າໃນທຸກຂົງເຂດວຽກງານຂອງກໍາລັງ ປກສ ໃຫ້ມີຜົນສໍາເລັດ. ພ້ອມດຽວກັນນັ້ນ, ຄະນະຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປ່ອນບັດຄັດເລືອກເອົາກຳມະການຄະນະບໍລິຫານງານພັກກະຊວງ ປກສ ຊຸດໃໝ່ ແລະ ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ, ສໍາຮອງໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ແລະ ຮັບຟັງການໂອ້ລົມຈາກສະຫາຍ ທອງລຸນ ສີສຸລິດ.

ຂ່າວ: ປກສ ພາບ: ບຸນອຸ້ມ

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ