ກອງປະຊຸມໃຫຍ່ຊາວໜຸ່ມສານປະຊາຊົນສູງສຸດ

ກອງປະຊຸມໃຫຍ່ຊາວໜຸ່ມສານປະຊາຊົນສູງສຸດ ຄັ້ງທີ V

ກອງປະຊຸມໃຫຍ່ຊາວໜຸ່ມສານປະຊາຊົນສູງສຸດ ຄັ້ງທີ V
ກອງປະຊຸມໃຫຍ່ຊາວໜຸ່ມສານປະຊາຊົນສູງສຸດ ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 6 ກຸມພາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ) ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍມອນໄຊ ລາວມົວຊົງ

 ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ,ສະຫາຍ ຄຳພັນ ບຸນພາຄົມ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ສານປະຊາຊົນສູງສຸດ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມຂອງສະຫາຍ ທິບພະສອນ ລາດວົງໄຊ ກຳມະການຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານຊາວໜຸ່ມ ຫົວໜ້າຫ້ອງການ ສານປະຊາຊົນສູງສຸດ,ມີສະມາຊິກຊາວໜຸ່ມ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ພູນທອງ ໄຊຍະສິງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສປສສ ໄດ້ຂຶ້ນຜ່ານບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານຊາວໜຸ່ມ ສານປະຊາຊົນສູງສຸດ ສະໄໝທີ IVຜ່ານມາ ໂດຍຫຍໍ້ວ່າ: ຄະນະບໍລິຫານງານຊາວໜຸ່ມ ສານປະຊາຊົນສູງສຸດ ໄດ້ດໍາເນີນກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ຄັ້ງທີ IV ຂອງຕົນຂຶ້ນໃນປີ 2020 ຊຶ່ງໄດ້ຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມ ຈໍານວນ 9 ສະຫາຍຍິງ 2 ສະຫາຍມີສະມາຊິກຊາວໜຸ່ມທັງໝົດ 154 ສະຫາຍຍິງ 69 ສະຫາຍ.ຕະຫຼອດໄລຍະທີ່ຜ່ານມາ ຄະນະຊາວໝຸ່ມປະຊາຊົນປະຕິວັດລາວ ສປສສ ໄດ້ຕັ້ງໜ້ານໍາພາ-ຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກ ຊາວໜຸ່ມສານປະຊາຊົນສູງສຸດ ຄັ້ງທີ IV ອອກເປັນໜ້າວຽກ ແລະ ໂຄງການອັນລະອຽດ ຕາມມະຕິ VIII ຂອງຜູ້ແທນຊາວໜຸ່ມທົ່ວປະເທດ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ-ພັດທະນາ ແລະ ຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມເປັນມາດຖານເງື່ອນໄຂໃຫ້ເປັນແຜນການເຄື່ອນໄຫວໃນການຈັດຕັ້ງວຽກງານວິຊາສະເພາະຂອງຕົນຢ່າງມີຫົວຄິດປະດິດສ້າງພາຍໃຕ້ການນໍາພາຈາກຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ ເຮັດໃຫ້ຄະນະຊາວໜຸ່ມຂອງພວກເຮົາໄດ້ເຄື່ອນໄຫວວຽກງານຕາມພາລະບົດບາດທີ່ກໍານົດໄວ້ ແລະ ມີຜົນສໍາເລັດຫຼາຍດ້ານເປັນກ້າວໆມາ ເປັນຕົ້ນຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ສປສສ ເວລາໃດກໍຖືວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກເພື່ອຍົກສູງຄວາມຮັບຮູ້ທາງດ້ານການເມືອງ,ລະບຽບຫຼັກການ, ມູນເຊື້ອຂອງຊາດ, ຂອງພັກ ແລະ ໄດ້ເອົາໃຈໃສ່ສ້າງເງື່ອນໄຂໃຫ້ສະມາຊິກໄດ້ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທໍາປະຕິວັດ, ຍົກລະດັບຄວາມຮູ້, ຄວາມສາມາດດ້ານທິດສະດີ ແລະ ວຽກງານວິຊາສະເພາະນັບມື້ສູງຂຶ້ນກາຍເປັນພະນັກງານນໍາພາທີ່ຈົງຮັກພັກດີ,ມີຄວາມຊື່ສັດບໍລິສຸດຕໍ່ການຈັດຕັ້ງ, ມີຄວາມບຸກບືນຫ້າວຫັນປະຕິບັດໜ້າທີ່ການເມືອງຂອງຕົນຢ່າງມີຜົນສໍາເລັດ, ຮັກສາໄດ້ຄວາມສາມັກຄີພາຍໃນ ແລະ ພາຍນອກ.

ກອງປະຊຸມໃນຄັ້ງນີ້:ບັນດາສະຫາຍຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິຫານຊາວໜຸ່ມສານປະຊາຊົນສູງສຸດ ສະໄໝທີ Vເພື່ອສືບຕໍ່ນຳພາຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີVຊາວໜຸ່ມສານປະຊາຊົນສູງສຸດ.ກອງປະຊຸມຄັ້ງປະຖົມມະລືກຄະນະບໍລິຫານງານຊາວໜຸ່ມສານປະຊາຊົນສູງສຸດ ສະໄໝທີ V ເລືອກເອົາ ສະຫາຍ ອານຸສິດ ສຸຂະທຳມະວົງ ເປັນເລຂາ,ສະຫາຍນາງ ແກ້ວຫຼ້າ ຄຳວົງສາ ເປັນຮອງ, ສະຫາຍ ບຸນທະວີ ລຽນດາລາ ເປັນຮອງ ແລະ ສະຫາຍ ນາງ ແກ້ວຫຼ້າ ຄຳວົງສາ ເປັນປະທານກວດກາ.

ໃນຕອນທ້າຍກອງປະຊຸມ, ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງຄະນະບໍລິຫານງານຊາວໜຸ່ມ ສປສສ ຊຸດເກົ່າ ທີ່ໄດ້ນຳພາສະມາຊິກແຕ່ລະຂັ້ນສາມາດຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ. ເຖິງຢ່າງໃດກໍຕາມ ເພື່ອເຮັດໃຫ້ເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ສປສສ ໄດ້ຮັບການຈັດຕັ້ັງປະຕິບັດເຂົ້າສູ່ພາກຕົວຈິງເປັນລວງດຽວກັນ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ສານປະຊາຊົນສູງສຸດ ຕ້ອງເອົາໃຈໃສ່ບາງດ້ານດັ່ງນີ້:

1.ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີຄວາມສາມາດໃນການເຕົ້າໂຮມຄວາມສາມັກຄີເປັນເອກະພາບໃນການເຄື່ອນໄຫວວຽກງານໂດຍສະເພາະບັນດາໂຄງການຈຸດສຸມຂອງຊາວໜຸ່ມ, 2.ເພີ່ມທະວີການນໍາພາຕໍ່ວຽກງານການເມືອງ, ນໍາພາແນວຄິດ ແນໃສ່ຮັບປະກັນໃຫ້ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດໃນການຈັດຕັ້ງຜັນຂະຫຍາຍມະຕິຄໍາສັ່ງຂອງພັກ, ຂອງລັດ ແລະ ຂອງຊາວໜຸ່ມ ເພື່ອກາຍເປັນຜູ້ສືບທອດພາລະກິດປະຕິວັດຂອງພັກ, 3.ຕ້ອງເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາຍູ້ແຮງການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 4 ບຸກຂອງຊາວໜຸ່ມ ຕິດພັນກັບຂໍ້ແຂ່ງຂັນ 3 ມີ 4 ຮັບປະກັນ ຂອງສານປະຊາຊົນ ໃຫ້ເປັນຂະບວນການຟົດຟື້ນເພື່ອສາມາດສ້າງໄດ້ວຽກດີ-ຄົນເດັ່ນ, ວຽກຈິງ-ຄົນແທ້ໃນຂະບວນການຕົວຈິງ, 4.ເອົາໃຈໃສ່ວຽກງານປັບປຸງການຈັດຕັ້ງໃຫ້ໜັກແໜ້ນເຂັ້ມແຂງ ແນໃສ່ຮັບປະກັນໃຫ້ມີພະນັກງານສືບທອດ, ປ່ຽນແທນທີ່ມີລັກສະນະຕໍ່ເນື່ອງ, ພຽງພໍທາງດ້ານປະລິມານ ແລະ ຄຸນນະພາບ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້, ຄວາມສາມາດ ແລະ ມີຄວາມສຳນິຊໍານານທາງດ້ານວຽກງານພັກ-ພະນັກງານ, ວຽກງານວິຊາສະເພາະໃນລະດັບທີ່ແນ່ນອນສາມາດເປັນໃຈກາງໃນການເຕົ້າໂຮມກໍາລັງແຮງສັງລວມຂອງຊາວໜຸ່ມເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, 5.ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຊາວໜຸ່ມ 5 ປີ ຄັ້ງທີ II ໃຫ້ສໍາເລັດຜົນຕາມເປົ້າໝາຍທີ່ຕັ້ງໄວ້, 6.ຕ້ອງເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນໝູ່ຊາວໜຸ່ມໃຫ້ຫຼຸດໜ້ອຍຖອຍລົງໂດຍສະເພາະແມ່ນບັນຫາຢາເສບຕິດ, ອຸບັດເຫດຕາມທ້ອງຖະໜົນ, ການຫັນປ່ຽນໂດຍສັນຕິຂອງສັດຕູ, ຄ່ານິຍົມທີ່ບໍ່ຖືກຕ້ອງໃນໝູ່ຊາວໜຸ່ມ ແລະ ສິ່ງຫຍໍ້ທໍ້ອື່ນໆ, 7. ເພີ່ມທະວີການພົວພັນຮ່ວມມືກັບພາກສ່ວນອື່ນເພື່ອຍາດແຍ່ງການສະໜັບສະໜູນ ແລະ ການຮ່ວມມື ຊ່ວຍເຫຼືອທາງດ້ານວິຊາການ, ເຕັກນິກວິທະຍາສາດ ໃຫ້ມີປະສິດທິຜົນຂຶ້ນກ່ວາເກົ່າ, 8.ເພີ່ມທະວີວຽກງານຕິດຕາມ, ກວດກາຂອງຄະນະໜ່ວຍຊາວໜຸ່ມໃຫ້ແທດເຖິງ, ເຂັ້ມງວດ ແລະ ສາມາດປະຕິບັດບົດບາດ, ໜ້າທີ່ໃນການຕິດຕາມກວດກາການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະໜ່ວຍຊາວໜຸ່ມ, ຕິດຕາມກວດກາການຈັດຕັ້ງປະຕິບັດມະຕິຕ່າງໆ ຢ່າງມີວິທະຍາສາດ ແລະ ຮັບປະກັນໄດ້ຄວາມສາມັກຄີ.

(ຂ່າວ:ຕຸໄລເພັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດລາວໂທລະຄົມ ເຂົ້າອວຍພອນ ແລະ ຊຸກຍູ້ ວັນສ້າງຕັ້ງກອງທັບປະຊາຊົນລາວ

ບໍລິສັດລາວໂທລະຄົມ ເຂົ້າອວຍພອນ ແລະ ຊຸກຍູ້ ວັນສ້າງຕັ້ງກອງທັບປະຊາຊົນລາວ

ໃນວັນທີ 19 ມັງກອນ ນີ້, ຄະນະພັກ-ຄະນະຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ນຳໂດຍ ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານກຳມະການພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເລຂາຄະນະພັກຮາກຖານ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ນຳກະຕ່າດອກໄມ້ ແລະ ເງິນຈຳນວນ 177,000,000 ກີບ ເຂົ້າອວຍພອນ ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 - 20 ມັງກອນ 2026).
ທ່ານລັດຖະມົນຕີກະຊວງ ຍທຂ ອວຍພອນຄະນະນຳກະຊວງປ້ອງກັນປະເທດ

ທ່ານລັດຖະມົນຕີກະຊວງ ຍທຂ ອວຍພອນຄະນະນຳກະຊວງປ້ອງກັນປະເທດ

ວັນທີ 19 ມັງກອນຜ່ານມາ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍຄະນະໄດ້ນໍາເອົາກະຕ່າດອກໄມ້ ແລະ ຂອງຂວັນເຂົ້າອວຍພອນຄະນະນໍາກະຊວງປ້ອງກັນປະເທດ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 77 ປີ.
ກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຮອງເອົາການສະເໜີ ຍົກຍ້າຍ ແຕ່ງຕັ້ງ ພະນັກງານການນຳຂັ້ນສູງ ຫຼາຍຕຳແໜ່ງ

ກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຮອງເອົາການສະເໜີ ຍົກຍ້າຍ ແຕ່ງຕັ້ງ ພະນັກງານການນຳຂັ້ນສູງ ຫຼາຍຕຳແໜ່ງ

ວັນທີ 19 ມັງກອນ ນີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ ກຳມະການຄະນະປະຈຳສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼ່ງຂ່າວຜົນສໍາເລັດການດໍາເນີນກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ວ່າ:
ປະທານສູນກາງສະຫະພັນແມ່ຍິງລາວ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ແມ່ຍິງທົ່ວປະເທດ ທີ່ແຂວງສະຫວັນນະເຂດ

ປະທານສູນກາງສະຫະພັນແມ່ຍິງລາວ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ແມ່ຍິງທົ່ວປະເທດ ທີ່ແຂວງສະຫວັນນະເຂດ

ໃນວັນທີ 19 ມັງກອນຜ່ານມາ ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ, ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ ໄດ້ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ IX ທີ່ແຂວງສະຫວັນນະເຂດ, ໂດຍມີສະຫາຍ ນາງ ມະໄລທອງ ທໍາມະຕິກາ ກໍາມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ແຂກຖືກເຊີນ, ສະຫະພັນແມ່ຍິງຮາກຖານ, ໜ່ວຍ ແລະສະມາຊິກແມ່ຍິງພາຍໃນແຂວງເຂົ້າຮ່ວມຮັບຟັງ.
ຄະນະກຳມະການເລືອກຕັ້ງລະດັບຊາດ ຊຸກຍູ້ວຽກງານການເລືອກຕັ້ງ ຢູ່ແຂວງຈໍາປາສັກ

ຄະນະກຳມະການເລືອກຕັ້ງລະດັບຊາດ ຊຸກຍູ້ວຽກງານການເລືອກຕັ້ງ ຢູ່ແຂວງຈໍາປາສັກ

ຄະນະກຳມະການເລືອກຕັ້ງລະດັບຊາດ ນໍາໂດຍ ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການເງິນ ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ພ້ອມຄະນະ ລົງເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຊັ້ນແຂວງ (ສສຂ) ຊຸດທີ V ຢູ່ແຂວງຈໍາປາສັກ ໃນວັນທີ 19 ມັງກອນ 2026ຜ່ານມາ.
ການນຳແຂວງຊຽງຂວາງອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ

ການນຳແຂວງຊຽງຂວາງອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ

ໃນວັນທີ 19 ມັງກອນ 2026, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍພະແນກການ, ອົງການ, ກຳລັງປ້ອງກັນຄວາມສະຫງົບແຂວງ
ການອານຸລັກໄມ້ປ່ອງ ໃນເມືອງວຽງຄຳ ສ້າງຜົນປະໂຫຍດໃຫ້ປະຊາຊົນຢ່າງຍືນຍົງ

ການອານຸລັກໄມ້ປ່ອງ ໃນເມືອງວຽງຄຳ ສ້າງຜົນປະໂຫຍດໃຫ້ປະຊາຊົນຢ່າງຍືນຍົງ

ເມື່ອບໍ່ດົນຜ່ານມານີ້ ທີ່ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມນຳສະເໜີໂຄງການອານຸລັກໄມ້ປ່ອງ ໂດຍເປັນປະທານຂອງ ທ່ານ ນາງ ບຸນເລື່ອມ ແກ້ວດວງຈິດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ມີອົງການປົກຄອງບ້ານ ທັງ 2 ເມືອງ ຄື: ເມືອງງອຍ ແລະ ເມືອງວຽງຄໍາ ເຂົ້າຮ່ວມ.
ກອງພົນທີ 5 ປາຖະກາຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບຮອບ 77 ປີ

ກອງພົນທີ 5 ປາຖະກາຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບຮອບ 77 ປີ

ວັນທີ 20 ມັງກອນ 2026 ນີ້, ທີ່ສະໂມສອນກອງພົນທີ 5 ໄດ້ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026), ໂດຍການເປັນປະທານ ແລະ ປາຖະກະຖາຂອງ ກຳມະການຄະນະພັກກະຊວງປ້ອງປະເທດ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 5, ມີບັນດາ ຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ກອງພັນໃຫຍ່, ສູນຝືກ, ກອງພັນນ້ອຍ, ກອງຮ້ອຍເອກະລາດ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບ-ຮັບ ລົດຈັກໃຫ້ຄະນະຈັດຕັ້ງເມືອງຫຼວງນໍ້າທາ

ມອບ-ຮັບ ລົດຈັກໃຫ້ຄະນະຈັດຕັ້ງເມືອງຫຼວງນໍ້າທາ

ເມືອ່ບໍ່ດົນຜ່ານມານີ້,​ທີ່ຫ້ອງວ່າການເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ຄະນະຈັດຕັ້ງແຂວງ ໄດ້ນໍາເອົາລົດຈັກ Wave 100 ຈໍານວນ 1 ຄັນ ມູນຄ່າ 30 ລ້ານ 5 ແສນກີບ ມອບໃຫ້ຄະນະຈັດຕັ້ງເມືອງຫຼວງນໍ້າທາ ໂດຍການກ່າວມອບຂອງທ່ານ ນາງ ຄໍາແດງ ກອງຈໍາປາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ແລະ ຮັບໂດຍທ່ານ ພອນປະເສີດ ອິນທະວົງ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂິພິຍານ.
ສູນພັດທະນາເຊກອງ ກັບມາເປີດໃຫ້ບໍລິການຄືນໃໝ່ ຫຼັງປິດບໍລິການຊົ່ວຄາວ

ສູນພັດທະນາເຊກອງ ກັບມາເປີດໃຫ້ບໍລິການຄືນໃໝ່ ຫຼັງປິດບໍລິການຊົ່ວຄາວ

ສູນພັດທະນາເຊກອງ ຕັ້ງຢູ່ບ້ານໂມ ເມືອງລະມາມ ແຂວງເຊກອງ ປິດບໍລິການຊົ່ວຄາວ ແລະ ມາຮອດວັນທີ 19 ມັງກອນ 2026 ນີ້ ໄດ້ເປີດໃຫ້ບໍລິການຄືນໃໝ່ ພ້ອມທັງມີກິດຈະກຳບໍລິການເພີ່ມເຕີມ ແລະຂອດການບໍລິການທີ່ດີກວ່າເກົ່າໃນດ້ານກິລາ ແລະ ດ້ານການສຶກສາ ເຫັນວ່າມີຄວາມສະດວກສະບາຍຂຶ້ນຫຼາຍ.
ເພີ່ມເຕີມ