ທ່ານ ຕິ່ງເຊ່ວຂຽງ ກ່າວວ່າ: ໃນໄລຍະຈັດຕັ້ງປະຕິບັດ “ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15”, ຈີນຈະເລັ່ງລັດຊຸກຍູ້ການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກໂນໂລຊີໃນລະດັບສູງ, ສຸມກຳລັງເຂົ້າໃນການສ້າງສູນປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີສາກົນ. ຈີນຍິນດີຮ່ວມກັບບັນດາຝ່າຍ ເພື່ອຮ່ວມກັນສ້າງປະຊາຄົມຮ່ວມວິທະຍາສາດເຕັກໂນໂລຊີທົ່ວໂລກ. ທ່ານ ຕິ່ງເຊ່ວຂຽງ ໄດ້ສະເໜີ 3 ຂໍ້ ຄື: ໜຶ່ງ ສ້າງເຄືອຂ່າຍການປະດິດສ້າງໃໝ່ທີ່ເປີດກວ້າງ ແລະ ກວມລວມກວ່າເກົ່າ. ສອງ, ດໍາເນີນການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີທີ່ກວ້າງຂວາງ ແລະ ມີຫຼາຍເຄົ້າກວ່າເກົ່າ ເພື່ອສ້າງພະລັງຂັບເຄື່ອນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດ. ສາມ, ຊຸກຍູ້ການຄຸ້ມຄອງວິທະຍາສາດເຕັກໂນໂລຊີທີ່ສະເໝີພາບ ແລະ ໄປຕາມທິດທາງທີ່ດີຫຼາຍກວ່າເກົ່າ.
ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກວັກຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການພັດທະນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດຂຶ້ນໃນວັນທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່ແກ້ໄຂຈຸດອຸດຕັນຂອງລະບອບລະບຽບການ ແລະ ຊຸກຍູ້ການສະໜອງ - ຄວາມຕ້ອງການ, ເພີ່ມທະວີການຄົ້ນຄວ້າຕາມຄວາມຕ້ອງການຂອງວິສາຫະກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນກຳລັງໜູນຂອງການເຕີບໂຕເສດຖະກິດຢ່າງແທ້ຈິງ.
ຄໍາເຫັນ