ກອງປະຊຸມສະຫຼຸບວຽກງານ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ກອງປະຊຸມສະຫຼຸບວຽກງານ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ກອງປະຊຸມສະຫຼຸບວຽກງານ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
ກອງປະຊຸມສະຫຼຸບວຽກງານ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ຫ້ອງການກະຊວງ-ອົງການທຽບເທົ່າ ແລະ ຫ້ອງວ່າການທ້ອງຖິ່ນ ໄດ້ຈັດຂຶ້ນໃນວັນທີ 22 ມິຖຸນາ ນີ້ ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າ ຫສນຍ, ມີບັນດາທ່ານຮອງລັດຖະມົນຕີຮອງ, ຫົວໜ້າອົງການທຽບເທົ່າຂັ້ນສູນກາງ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ປະທານ-ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ, ຫົວໜ້າຫ້ອງວ່າການ-ຫົວ ໜ້າຫ້ອງການ ກະຊວງ-ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນທົ່ວປະເທດ ເຂົ້າຮ່ວມ.

 

ກອງປະຊມສະຫບວຽກງານ ຫອງວາການສຳນກງານນາຍກລດຖະມນຕ - image 1
 

ກອງປະຊຸມຄັ້ງນີ້, ມີຄວາມໝາຍສຳຄັນເປັນຢ່າງຍິ່ງເພາະວ່າຈະໄດ້ຮ່ວມກັນຕີລາຄາຢ່າງຮອບດ້ານຕໍ່ຜົນສຳເລັດ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ຈາກການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຫ້ອງວ່າການ ໃນໄລຍະ 5 ປີ (2021-2025) ໂດຍສະເພາະ ການຈັດຕັ້ງປະຕິບັດພາລະບົດບາດ-ໜ້າທີ່ ເປັນເສນາທິການ, ເປັນໃຈກາງປະສານງານ, ເປັນຜູ້ບໍລິການຮັບໃຊ້ໃຫ້ແກ່ລັດຖະບານ, ຄະນະນຳຂອງບັນດາກະຊວງ-ອົງການທຽບເທົ່າ, ການນຳຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເພື່ອສືບຕໍ່ຍົກຄຸນນະພາບຂອງວຽກງານໃຫ້ນັບມື້ສູງຂຶ້ນ; ພ້ອມກັນນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການເຜີຍແຜ່ບັນດານິຕິກໍາ ທີ່ຕິດພັນກັບລັດຖະບານ ຊຸດທີ X ແລະ ບົດປະກອບຄໍາເຫັນຈາກບັນດາຂະແໜງການຈໍານວນໜຶ່ງ ເປັນຕົ້ນ: 1). ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍລະບຽບ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ X ສະບັບເລກທີ 29/ນຍ, ລົງວັນທີ 20 ເມສາ 2026, ຂໍ້ຕົກລົງ ວ່າດ້ວຍການແບ່ງວຽກ ລະຫວ່າງ ນາຍົກລັດຖະມົນຕີ ແລະ ຮອງນາຍົກລັດຖະມົນຕີ ສະບັບເລກທີ 28/ນຍ, ລົງວັນທີ 20 ເມສາ 2026, ຂໍ້ຕົກລົງແບ່ງຄວາມຮັບຜິດຊອບໃຫ້ກະຊວງ-ອົງການລັດທຽບເທົ່າກະຊວງ ລົງຊ່ວຍວຽກນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ ສະບັບເລກທີ 27/ນຍ, ລົງວັນທີ 20 ເມສາ 2026; 2). ຮ່າງແບບຟອມໂຄງຮ່າງລະບຽບການ ແລະ ກົນໄກການເຮັດວຽກ ຂອງບັນດາຂະແໜງການ/ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ແຂວງ; 3). ຮ່າງແບບຟອມໂຄງຮ່າງບົດລາຍງານສະພາບພົ້ນເດັ່ນ ປະຈໍາເດືອນ ຂອງບັນດາຂະແໜງການ ແລະ ທ້ອງຖິ່ນ; 4). ວຽກງານປະສານງານ ເພື່ອກະກຽມໃຫ້ແກ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ແລະ ກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບ ຄະນະເລຂາທິການສູນກາງພັກ; 5). ວຽກງານປະສານງານ ເພື່ອກະກຽມໃຫ້ແກ່ກອງປະຊຸມສະພາແຫ່ງຊາດ, ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈຳສະພາແຫ່ງຊາດ ກັບ ຄະນະລັດຖະບານ; 6). ການເປັນເສນາທິການ ແລະ ປະສານງານ ໃນການກະກຽມໃຫ້ແກ່ການນໍາຂັ້ນສູງຂອງລາວ ໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ ແລະ ການຕ້ອນຮັບການນຳຂັ້ນສູງຕ່າງປະເທດ; 7). ການເປັນເສນາທິການ ແລະ ປະສານງານ ໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ; 8). ການປະສານງານ ໃນການແກ້ໄຂບັນຫາເຄັ່ງຮ້ອນ ທີ່ເກີດຂຶ້ນພາຍໃນແຂວງ; 9). ການເປັນເສນາທິການ ແລະ ປະສານງານ ໃນວຽກງານກໍ່ສ້າງຮາກຖານການເມືອງ; 10). ການເປັນເສນາທິການ ແລະ ປະສານວຽກງານ ໃນການປະຕິບັດດໍາລັດ 414/ລບ ກ່ຽວກັບນະໂຍບາຍພັດທະນາວຽກງານພັດທະນາເສດຖະກິດ-ສັງຄົມຂອງແຂວງ; 11). ການເປັນເສນາທິການ ແລະ ປະສານວຽກງານ ໃນການແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ; 12). ການເປັນເສນາທິການ ແລະ ປະສານວຽກງານ ໃນການຈໍລະຈອນ ແລະ ແກ້ໄຂເອກະສານພາຍໃນແຂວງ; ແລະ 13). ວຽກງານພິທີການ ແລະ ການບໍລິການຮັບແຂກ ໃນເວລາການນໍາຂັ້ນສູງລົງຢ້ຽມຢາມແຂວງ. ນອກນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການນຳສະເໜີບົດຮຽນ, ປະສົບການ ແລະ ຄວາມຊຳນານ ໃນການຈັດຕັ້ງປະຕິບັດວຽກງານຫ້ອງວ່າການ ຈາກອະດີດການນຳຂັ້ນສູງ. ພິເສດ, ໃນຕອນທ້າຍຂອງການດໍາເນີນກອງປະຊຸມຄັ້ງນີ້ ແມ່ນຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເພື່ອເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຫ້ອງວ່າການ ໂດຍສະເພາະການເປັນເສນາທິການ, ປະສານງານ ແລະ ບໍລິການຮັບໃຊ້ການນຳ ມີປະສິດທິພາບ ແລະ ປະສິດທິຜົນສູງ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນ ຢ່າງເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງ ຂອງແຕ່ລະບັນຫາ ດ້ວຍການສະເໜີ ທັດສະນະ ຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ.

ຂ່າວ: ກົມປະຊາສຳພັນ ຫສນຍ - ພາບ: ບຸນຕອມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ທ່ານ ໄຊຊະນະ ໂຄດພູທອນກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ເນັ້ນໃຫ້ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາທຸກຂັ້ນ ເພີ່ມທະວີການນໍາພາ-ຊີ້ນໍາ ແລະ ຍົກສູງປະສິດທິພາບວຽກງານກວດກາ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໃຫ້ມີຄວາມແຂງແຮງ, ເປັນປົກກະຕິ, ເລິກເຊິ່ງ ແລະ ແທດເຖິງຕົວຈິງ.
ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ພິທີເຊັນສັນຍາສຳປະທານເນື້ອທີ່ດິນ ເພື່ອພັດທະນາແຫຼ່ງທ່ອງທ່ຽວຄວບຄູ່ການອະນຸລັກທໍາມະຊາດ (ຂຸນນໍ້າພອນ) ຢູ່ເຂດບ້ານຜາແຫຼມເມືອງທ່າແຂກແຂວງຄຳມ່ວນ ລະຫວ່າງ ຄະນະກຳມະການປົກຄອງແຂວງຄໍາມ່ວນ ແລະ ບໍລິສັດ ເຄເຄ ພັດທະນາການທ່ອງທ່ຽວ ຈຳກັດຜູ້ດຽວໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ກັນ​ຍາ​ຜ່ານ​ມາທີ່ ພະ​ແນກ ອ​ຄ ແຂວງ​ຄຳ​ມ່ວນ.
ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ແຂວງອັດຕະປືສະຫຼຸບຜົນງານກວດກາໃນໄລຍະ5ປີ (2021-2025) ພົບວ່າໄດ້ດຳເນີນຄະດີຕໍ່ພະນັກງານ-ລັດຖະກອນທີ່ກ່ຽວພັນກັບການສໍ້ລາດບັງຫຼວງFການສໍ້ໂກງຊັບສິນFການປອມແປງເອກະສານແລະການລະເມີດລະບຽບການທາງການເງິນຫຼາຍກໍລະນີຊຶ່ງສ້າງຄວາມເສຍຫາຍແກ່ລັດເປັນຈຳນວນຫຼວງຫຼາຍ.
ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ທ່ານ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາພັກເມືອງ ພ້ອມດ້ວຍຄະ​ນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ ເມືອງເງິນ ແຂວງ ໄຊຍະບູລີ ເມື່ອ​ວັນ​ທີ 21 ກັນ​ຍາ​ຜ່ານ​ມາ, ໂດຍ​ມີ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ຕາ​ແສງ​ສາ​ມັກ​ຄີ​ໄຊພ້ອມ​ຄະ​ນະ​ໃຫ້​ການ​ຕ້ອນ​ຮັບ.
ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດພິທີປາຖະກະຖາວັນຍຶດອຳ ນາດ ຄົບຮອບ 51 ປີ (23 ສິງຫາ 1975-23 ສິງຫາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002-9 ກັນຍາ 2026) ໂດຍການເປັນປະທານຂອງສະຫາຍ ພັນເອກ ຈັນທະໜາ ກົມມະເມືອງ ຮອງປະທານສະຫະພັນນັກຮົບເກົ່າແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກ ງານ-ນັກຮົບເຂົ້າຮ່ວມ.
ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ຄະ​ນະ​ກຳມະການການທ່ອງ​ທ່ຽວ​ເນ​ປານ​ອອກ​ຄຳ​ເຕືອນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທາງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ພາຍຫຼັງທີ່ເຈົ້າໜ້າທີ່ຄາດຄະເນວ່າ ຈະມີຝົນຕົກໜັກເຖິງໜັກຫຼາຍໃນຫຼາຍພື້ນທີ່ຂອງປະເທດລະຫວ່າງວັນທີ 25-27 ກັນຍານີ້.
ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ໂຮງຮຽນການທະຫານທ້ອງຖິ່ນແຂວງຈໍາປາສັກ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ XVII ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ ຊຸດທີ VIII ປະຈຳສົກຮຽນ 2026-2027 ຂຶ້ນໃນວັນທີ 23 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ, ພະນັກງານ ຄູ-ອາຈານ ແລະ ນັກຮຽນທັງສອງລະບົບເຂົ້າຮ່ວມ.
ປະທານ ອພສ ແຂວງຫຼວງພະບາງ ເຄື່ອນໄຫວຢ້ຽມຢາມເມືອງວຽງຄຳ

ປະທານ ອພສ ແຂວງຫຼວງພະບາງ ເຄື່ອນໄຫວຢ້ຽມຢາມເມືອງວຽງຄຳ

ວັນທີ 22 ກັນຍາຜ່ານມາ, ທີ່ສະໂມສອນໃຫຍ່ເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ຈັດພິທີຕ້ອນຮັບພະອາຈານໃຫຍ່ ອ່ອນແກ້ວ ກິຕຕິພັທໂທ ຜູ້ຊ່ວຍປະທານສູນກາງ ອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ ປະທານອົງການພຸດທະສາສະໜາສໍາພັນລາວ (ອພສ) ແຂວງຫຼວງພະບາງ ໄດ້ເຄື່ອນໄຫວຢ້ຽມຢາມ ຄະນະ ອພສ ເມືອງວຽງຄຳ, ມີທ່ານ ສອນສັກ ສຸຂະເສີມ ປະທານຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງວຽງຄຳ ພ້ອມດ້ວຍຄະນະເຂົ້າຮ່ວມ.
ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື

ໃນວັນທີ 23 ກັນຍາຜ່ານມານີ້, ສະຫາຍວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ໃຫ້ກຽດຕ້ອນຮັບໂດຍສະຫາຍ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກເລຂາຄະນະພັກແຂວງປະທານສະພາປະຊາຊົນແຂວງອັດຕະປື ພ້ອມດ້ວຍຄະນະ.
ໜ່ວຍສິລະປະສະມັກຫຼິ້ນ ກອງພົນທີ 2 ຜ່ານລາຍການສະແດງ

ໜ່ວຍສິລະປະສະມັກຫຼິ້ນ ກອງພົນທີ 2 ຜ່ານລາຍການສະແດງ

ໃນວັນທີ 23 ກັນຍາຜ່ານມາ, ໜ່ວຍສິລະປະສະມັກຫຼິ້ນຂອງກອງພົນທີ 2 ໄດ້ຜ່ານລາຍ ການສະແດງ ເພື່ອກຽມສະແດງຮັບໃຊ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເພີ່ມເຕີມ