ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ເປີດຂຶ້ນຢ່າງເປັນທາງການ
ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 5 ຕຸລານີ້, ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮັກສາການແທນປະທານສະພາແຫ່ງຊາດ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ມີທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ມີບັນດາທ່ານການນໍາຂັ້ນສູງພັກ-ລັດ, ອະດີດການນໍາຂັ້ນສູງ, ສະມາ ຊິກລັດຖະບານ, ບັນດາສະມາຊິກສະພາແຫ່ງຊາດ, ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊມສະໄໝສາມນເທອທ 2 ຂອງສະພາແຫງຊາດ ຊດທ X ເປດຂນຢາງເປນທາງການ - image 1
 

ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວສູນທອນພົດເປີດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້, ຈະໄດ້ພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານຂອງປະເທດຊາດ ດັ່ງນີ້: ພິຈາລະນາ, ຮັບຮອງເອົາການເລືອກຕັ້ງເອົາບຸກຄະລາກອນຂັ້ນສູງຈໍານວນໜຶ່ງ; ພິຈາລະນາ, ຮັບ ຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027; ພິຈາລະນາບົດລາຍງານຂອງລັດຖະບານກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດສານເຄມີ ທີ່ຖືກຄວບຄຸມການນໍາໃຊ້; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2027; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2025 ຂອງອົງການກວດສອບແຫ່ງລັດ; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2027; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການ ຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະ ຈຳປີ 2027; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2027; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2027; ພິຈາລະນາ, ຮັບຮອງເອົາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນີ້, ກົດໝາຍສ້າງໃໝ່ 1 ສະບັບຄື: ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ; ກົດໝາຍສະບັບປັບປຸງ 7 ສະບັບຄື: ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ; ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ; ກົດໝາຍວ່າດ້ວຍການຈະລາຈອນທາງບົກ; ກົດ ໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ; ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ; ກົດໝາຍວ່າດ້ວຍການບິນພົນລະເຮືອນ ແລະ ກົດໝາຍວ່າດ້ວຍລັດຖະບານ. ນອກນັ້ນ, ກອງປະຊຸມຄັ້ງນີ້ ຍັງຈະໄດ້ຮັບຟັງການຊີ້ແຈງຂອງທ່ານນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາແຫ່ງຊາດ.

ກອງປະຊມສະໄໝສາມນເທອທ 2 ຂອງສະພາແຫງຊາດ ຊດທ X ເປດຂນຢາງເປນທາງການ - image 2
 

ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນຍິ່ງ ເພາະຈະໄດ້ມີການພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ. ສະນັ້ນ, ຂໍຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ສຸມທຸກສະຕິປັນຍາ, ຄວາມຮູ້-ຄວາມສາມາດເຂົ້າໃນການຄົ້ນຄ້ວາ, ພິຈາລະນາ ແລະ ປະກອບຄໍາເຫັນຢ່າງມີປະຊາທິປະໄຕ ແລະ ຮັບປະກັນຄວາມຖືກຕ້ອງຕາມກົດໝາຍກ້າວໄປເຖິງການຕົກລົງ ແລະ ຮັບຮອງເອົາບັນດາເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ໃນນາມຜູ້ຮັກສາການແທນປະທານສະພາແຫ່ງຊາດ, ປະທານກອງປະຊຸມ ໄດ້ປະກາດເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຢ່າງເປັນທາງການ. (ຂ່າວ: ວັນເພັງ, ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວເດັ່ນ

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້, ທີ່ເດີ່ນພະທາດຫຼວງ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ພ້ອມພັນລະຍາ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາການນໍາພັກ-ລັດຈາກສູນກາງ-ນວ, ອະດີດການນໍາພັກ-ລັດຂັ້ນສູນກາງ-ນວ, ບັນດາທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຜູ້ໃຫ້ການສະໜັບສະໜູນ, ມວນຊົນ ເຂົ້າຮ່ວມ.
ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບພະນະທ່ານ ອິກນາຊິໂອ ກາສຊິດ (Ignazio Cassis) ຮອງປະທານາທິບໍດີແຫ່ງສະມາພັນທະລັດສະວິດ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ໃນວັນທີ 17ພະຈິກຜ່ານມາ,ທີ່ ນະຄອນຫຼວງມະນີລາ ປະເທດ ຟີລິບປິນ,ທ່ານ ສະເຫຼີມໄຊ ກົມມະສິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (Mekong-Japan Cooperation ຫລື MJC)ຄັ້ງທີ 13 ໂດຍການເປັນປະທານຮ່ວມຂອງ ທ່ານLê Minh Hưngນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມແລະ ທ່ານ ນາງTAKAICHI Sanae,ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ.
ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ໃນວັນທີ 17 ພະຈິກຜ່ານມາ ທີ່ ມະນິລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 29, ກອງປະຊຸມຜູ້ນໍາປະຊາຄົມອາຊີເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ ຄັ້ງທີ 4, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 23, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 21ແລະ ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສ. ອາເມຣິກາ.
​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ໃນ​ວັນ​ທີ 17 ພະຈິກ ຜ່ານມານີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ເຊຣເກລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້ ທີ່ ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ.
ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ  ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

17 ພະຈິກ ຜ່ານມາວ່າ: ກົມອຸຕຸນິຍົມວິທະຍາຂອງສິງກະໂປລາຍງານວ່າ, ສິງກະໂປມີທ່າອ່ຽງທີ່ຈະປະສົບກັບອິດທິພົນຂອງລົມມໍລະສຸມຕາເວັນອອກສ່ຽງເໜືອໃນໄລຍະເຄິ່ງຫຼັງຂອງເດືອນພະຈິກ ຊຶ່ງຈະເຮັດໃຫ້ລົມແຮງຂຶ້ນ ແລະ ປ່ຽນທິດທາງພັດມາຈາກທາງທິດຕາເວັນອອກສ່ຽງເໜືອ ຫຼື ທິດຕາເວັນຕົກສ່ຽງເໜືອ. ໂດຍບາງພື້ນທີ່ຂອງເກາະຈະມີພາຍຸຝົນຟ້າຄະນອງໄລຍະສັ້ນໆ, ສ່ວນຫຼາຍແມ່ນໃນຕອນບ່າຍ ແລະ ອາດຈະສືບຕໍ່ໄປຈົນຮອດກາງຄືນໃນບາງມື້.
ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກ ຜ່ານມາ ທີ່ ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນຫຼວງມະນີລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້.
ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກຜ່ານມາ ທີ່ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນ ຫຼວງ ມະນີລາ ສ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະແບບບໍ່ເປັນທາງການ (Pull-aside) ກັບ ພະນະທ່ານ ອັນວາ ອິບຣາຮິມ ນາຍົກລັດຖະ ມົນຕີ ແຫ່ງ ມາເລເຊຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສູດຍອດອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ 2026.
ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 29, ບັນດາຜູ້ນໍາ ໄດ້ສະແດງຄວາມຊົມເຊີຍ ການຈັດຕັ້ງປະຕິບັດບັນດາກິດຈະກໍາ ຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນໃນປີ 2026. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ອາຊຽນ ແລະ ສປ ຈີນ ສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການເຊື່ອມໂຍງ-ເຊື່ອມຈອດ, ປັນຍາປະດິດ, ການຄ້າ ແລະ ການລົງທຶນ ໂດຍສະເພາະການຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ຈີນ ສະບັບປັບປຸງ 3.0 ໃຫ້ມີປະສິດທິພາບ, ພ້ອມທັງ ໄດ້ເນັ້ນຢໍ້າຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍ ໂດຍອີງຕາມຫຼັກການເປີດກວ້າງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໃນການຮັດແໜ້ນການຮ່ວມມືດ້ານເສດຖະກິດ.
ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ໃນລະຫວ່າງວັນທີ 15-16 ພະຈິກນີ້, ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ຊຶ່ງຈັດຂຶ້ນພາຍໃຕ້ຫົວຂໍ້ “ການລົງທຶນຄືນໃໝ່ໃນສັນຕິພາບ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ສະຖຽນລະພາບທີ່ຍືນຍົງ ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກສົມບູນ, ປະເທດສະມາຊິກສົມທົບ ແລະ ປະເທດສະມາຊິກສັງເກດການຂອງອົງການຝຣັງໂກໂຟນີສາກົນ (OIF) ເຂົ້າຮ່ວມ. ພ້ອມນີ້, ຍັງມີການປຶກສາຫາລືໃນຫົວຂໍ້ສະເພາະຄື: “ການເສີມສ້າງສັນຕິພາບ: ໂຄງການລວມໝູ່ລວມເອົາຈຸດແຂງ ແລະ ຂໍ້ໄດ້ປຽບທີ່ຫຼາກຫຼາຍຂອງພວກເຮົາ” ຂອງບັນດາປະເທດສະມາຊິກ.
ເພີ່ມເຕີມ