ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ປິດ​ລົງ​ດ້ວຍສໍາເລັດຜົນຢ່າງຈົບງາມ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ປິດ​ລົງ​ດ້ວຍສໍາເລັດຜົນຢ່າງຈົບງາມ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ປິດ​ລົງ​ດ້ວຍສໍາເລັດຜົນຢ່າງຈົບງາມ
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໄດ້​ປິດ​ລົງ​ດ້ວຍຜົນສຳເລັດຢ່າງຈົບງາມ ໃນ​ວັນ​ທີ 26 ມິ​ຖຸ​ນາ​ນີ້, ທີ່ ສະພາແຫ່ງຊາດ ໂດຍການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາ ຮັບຮອງເອົາເນື້ອໃນສໍາຄັນຈຳນວນໜຶ່ງຄື: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025, ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ. ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງລັດຖະບານ ທີ່ໄດ້ນໍາໃຊ້ທຸກທ່າແຮງ ແລະ ປຸກລະດົມປະຊາຊົນລາວບັນດາເຜົ່າ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຊຶ່ງສາມາດເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 4.5%, ການເກັບລາຍຮັບໄດ້ຕາມແຜນ ແລະ ຄາດຄະເນຈະລື່ນແຜນໃນທ້າຍປີ 2025, ອັດຕາເງິນເຟີ້ມີທ່າອ່ຽງຫຼຸດລົງ, ການແກ້ໄຂຄວາມທຸກຍາກໄດ້ຮັບການເອົາໃຈໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.

ກອງປະຊມສະໄໝສາມນເທອທ 9 ຂອງສະພາແຫງຊາດ ຊດທ IX ປດ​ລງ​ດວຍສາເລດຜນຢາງຈບງາມ - image 1
 

ກອງປະຊຸມ ສະເໜີໃຫ້ລັດຖະບານເອົາໃຈໃສ່ກຳນົດເພດານແຜນລາຍຮັບງົບປະມານໃຫ້ສອດຄ່ອງ ກັບທ່າແຮງຕົວຈິງ, ສືບຕໍ່ເກັບລາຍຮັບງົບປະມານຈາກການຂຸດຄົ້ນ ແລະ ສົ່ງອອກແຮ່ທາດໃຫ້ຄົບຖ້ວນຕາມກົດໝາຍ, ຫຼຸດຜ່ອນການຍົກເວັ້ນ ແລະ ຜ່ອນຜັນພາສີ-ອາກອນ ທີ່ຈະເຮັດໃຫ້ລັດເສຍລາຍຮັບງົບປະມານ, ຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກໃນການເຂົ້າຫາແຫຼ່ງທຶນ ຂອງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ເຂົ້າເຖິງສິນເຊື່ອຂອງທະນາຄານທຸລະກິດໃຫ້ຫຼາຍຂຶ້ນ, ມີນະໂຍບາຍສົ່ງເສີມທີ່ຊັດເຈນ, ກຳນົດລາຍການສິນຄ້າ ທີ່ຜະລິດໄດ້ຢູ່ພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ມີມາດຕະການຈຳກັດການນໍາເຂົ້າສິນຄ້າຟຸມເຟືອຍ, ສືບຕໍ່ດໍາເນີນການປະຕິຮູບລັດວິສາຫະກິດ ໃຫ້ມີຄວາມແຂງແຮງ, ມີຄຸນນະພາບ ແລະ ມີປະສິດທິຜົນ, ເອົາໃຈໃສ່ການຫັນເປັນທັນສະໄໝໃນການເກັບລາຍຮັບໃຫ້ເປັນລະບົບຄົບຊຸດ, ລວມສູນ ສາມາດເຊື່ອມຕໍ່ກັບທຸກຂະແໜງການ, ສະເໜີໃຫ້ລັດຖະບານເອົາໃຈໃສ່ການຈັດສັນເຂດການຜະລິດ, ກຳນົດເຂດປູກຝັງ, ເຂດລ້ຽງສັດທີ່ເປັນມູນເຊື້ອ ແລະ ທ່າແຮງຂອງປະຊາຊົນ ສົ່ງເສີມການຜະລິດເປັນກຸ່ມ, ການສ້າງສະຫະກອນແບບໃໝ່ ເພື່ອສາມາດເຂົ້າເຖິງແຫຼ່ງທຶນ ແລະ ຕະຫຼາດ ສົ່ງເສີມພາກເອກະຊົນໃນການຜະລິດຝຸ່ນ-ປຸ໋ຍ ແລະ ອາຫານສັດ ແລະ ມີມາດຕະການຈຳກັດການນໍາເຂົ້າສິນຄ້າທີ່ສາມາດຜະລິດໄດ້ພາຍໃນຢ່າງເຂັ້ມງວດ, ປັບປຸງລະບົບຊົນລະປະທານ, ເພື່ອສາມາດຮັບໃຊ້ການຜະລິດໃນລະດູແລ້ງ, ເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ນໍາໃຊ້ປ່າໄມ້ ທີ່ດິນປ່າໄມ້, ມີມາດຕະການເດັດຂາດ ຕໍ່ການບຸກລຸກທໍາລາຍປ່າໄມ້ 3 ປະເພດປ່າ ແລະ ອຸທິຍານແຫ່ງຊາດ, ຕິດຕາມກວດກາໂຄງການເຊົ່າ ແລະ ສຳປະທານທີ່ດິນຂອງລັດ, ມີການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ມີມາດຕະການ ຢ່າງເຂັ້ມງວດ ຕໍ່ຜູ້ກະທຳຜິດ ແລະ ລະເມີດກົດໝາຍ.

ກອງປະຊມສະໄໝສາມນເທອທ 9 ຂອງສະພາແຫງຊາດ ຊດທ IX ປດ​ລງ​ດວຍສາເລດຜນຢາງຈບງາມ - image 2
 

ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ການສ້ອມແປງເສັ້ນທາງທີ່ເປ່ເພ ໂດຍສະເພາະໃນເຂດຫ່າງໄກສອກຫຼີກ-ຊົນນະບົດ ເສັ້ນທາງລຽບ ແລະ ອອກສູ່ບໍລິເວນຊາຍແດນ, ທາງຫຼວງແຫ່ງຊາດ, ໂຄງການຟື້ນຟູໄພພິບັດສຸກເສີນ, ໂຄງການການກໍ່ສ້າງຕ້ານເຈື່ອນ, ການຄຸ້ມຄອງນໍ້າໜັກລົດບັນທຸກສິນຄ້າ ຢ່າງເຂັ້ມງວດເດັດຂາດ ໂດຍສະເພາະຕໍ່ຜູ້ປະກອບການທີ່ບັນທຸກນໍ້າໜັກເກີນ; ເພີ່ມທະວີຄວາມເອົາໃຈໃສ່ຕິດຕາມ, ກວດກາປະເມີນຜົນໂຄງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ແລະ ມີມາດຕະການເຂັ້ມງວດ ຕໍ່ບັນດາບໍລິສັດ ທີ່ບໍ່ປະຕິບັດຕາມສັນຍາ ແລະ ລະບຽບກົດໝາຍ. ກອງປະຊຸມສະເໜີໃຫ້ລັດຖະບານພິຈາລະນາ, ປັບປຸງໂຄງສ້າງລາຄາໄຟຟ້າຄືນໃໝ່ ເພາະມີຜົນກະທົບໂດຍກົງຕໍ່ສັງຄົມ ແລະ ຫົວໜ່ວຍທຸລະກິດຂະໜາດນ້ອຍ-ຂະໜາດກາງ, ສະເໜີໃຫ້ຢຸດຕິການພິຈາລະນາໂຄງ ການແຮ່ທາດໃໝ່ທຸກປະເພດ, ຮີບຮ້ອນປະເມີນໂຄງການທີ່ໄດ້ຮັບອະນຸຍາດ, ໂຄງການມີຄວາມຄືບໜ້າຊ້າບໍ່ມີປະສິດທິຜົນ, ຢຸດຕິໂຄງການປະເພດ C ແລະ Cບວກ ກວດກາຄືນກົນໄກການເກັບລາຍຮັບຈາກໂຄງການພັດທະນາດ້ານແຮ່ທາດ ເຂົ້າງົບປະມານແຫ່ງລັດ, ສະເໜີໃຫ້ລັດຖະບານ ເພີ່ມທະວີການແກ້ໄຂບັນຫາສະພາບການປະລະການຮຽນ, ປັບປຸງຄຸນນະພາບການສຶກສາ, ຕິດຕາມ, ຊຸກຍູ້ການຈັດສັນງົບປະມານ ໃຫ້ແກ່ຂົງເຂດການສຶກສາ, ສາທາລະນະສຸກ ໃຫ້ສົມຄູ່ກັບຄວາມສໍາຄັນທີ່ພັກ-ລັດໃຫ້ຄວາມເອົາໃຈໃສ່, ເພີ່ມຄວາມເຂັ້ມງວດ, ເດັດຂາດ ໃນການຄຸ້ມຄອງຮ້ານບັນເທີງ, ສືບຕໍ່ພັດທະນາສີມືແຮງງານດ້ານຕ່າງໆ ໃຫ້ມີຄຸນນະພາບ ຕອບສະໜອງໄດ້ຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ ແລະ ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຕອບແທນບຸນຄຸນຕໍ່ບຸກຄົນ ແລະ ຄອບຄົວທີ່ມີຄຸນງາມ ຄວາມດີຕໍ່ປະເທດຊາດ.

ກອງປະຊຸມສະແດງຄວາມຊົມເຊີຍ ຕໍ່ລັດຖະບານທີ່ໄດ້ເອົາໃຈໃສ່ຢ່າງຈິງຈັງໃນການຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດຕາມຄາດໝາຍ ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ກອງປະຊຸມໄດ້ປະກອບຄໍາເຫັນ ຢ່າງກົງໄປກົງມາ ຕໍ່ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງ ທີ X (2026-2030) ເຊິ່ງກອງປະຊຸມ ເຫັນດີເປັນເອກະພາບໂດຍພື້ນຖານ ພ້ອມກັນນັ້ນ ບັນດາຜູ້ແທນ ໄດ້ສະເໜີບາງຄໍາເຫັນ ຕໍ່ການວາງແຜນການ ເປັນຕົ້ນ ໃຫ້ຄົ້ນຄວ້າຄືນວິໄສທັດ ແລະ ຍຸດທະສາດຂອງການພັດທະນາ ໃຫ້ເປັນເອກະສານ ສະເພາະ ແລະ ກວດກາຄືນຄວາມສອດຄ່ອງການກຳນົດເປົ້າໝາຍ, ຄາດໝາຍ ແລະ ຕົວຊີ້ບອກຂອງແຜນການ ແຜນງານຈຸດສຸມ ໃຫ້ຈະແຈ້ງ ແລະ ຊັດເຈນ, ສະເໜີໃຫ້ກຳນົດເອົາຂະແໜງກະສິກຳ ແລະ ປຸງແຕ່ງຜະລິດຕະພັນກະສິກຳ ເປັນບູລິມະສິດ, ຜັນຂະຫຍາຍແນວທາງການສ້າງເສດຖະກິດ, ເອກະລາດເປັນເຈົ້າຕົນເອງ ດ້ວຍບາດກ້າວບຸກທະລຸ ໂດຍຕິດພັນກັບເສດຖະກິດດິຈິຕອນໃຫ້ຈະແຈ້ງ, ຄົ້ນຄວ້າທ່າແຮງໃນການສ້າງລາຍຮັບ ຈາກໂຄງການລົງທຶນຂະໜາດໃຫຍ່, ການສ້າງຂະແໜງໄຟຟ້າ ແລະ ພະລັງງານທົດແທນ ເພື່ອສະໜອງຕອບໃຫ້ແກ່ການພັດທະນາ ແລະ ຄຸ້ມຄອງ ແລະ ປັບປຸງໂຄງສ້າງລາຄາໄຟຟ້າໃຫ້ເໝາະສົມ, ສ້າງແຜນພັດທະນາພື້ນຖານໂຄງລ່າງ ໂດຍສະເພາະ ການກໍ່ສ້າງ-ສ້ອມແປງເສັ້ນທາງຢູ່ແຂວງຕ່າງໆ ຢ່າງມີຈຸດສຸມ, ຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນການຈັດສັນປ່າໄມ້ ແລະ ທີ່ດິນໃຫ້ເປັນລະບົບ ຕິດພັນກັບການຈັດສັນພູມລຳເນົາ ແລະ ອາຊີບ ເພື່ອສະດວກ ໃນການຄຸ້ມຄອງທີ່ດິນ ໃຫ້ສືບຕໍ່ຄົ້ນຄວ້າປັບປຸງບາງເນື້ອໃນ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໃຫ້ຈະແຈ້ງ ແລະ ເປັນລະບົບ ເພື່ອກະກຽມສະເໜີຮັບຮອງໃນກອງປະຊຸມ ຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X.

ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົານະໂຍບາຍຊຸກຍູ້ ສົ່ງເສີມການກໍ່ສ້າງ ແລະ ສ້ອມ ແປງທາງໄລຍະໃໝ່ ໂດຍສຸມໃສ່ເສັ້ນທາງສໍາຄັນຈໍານວນໜຶ່ງ ມີການກຳນົດໄລຍະເວລາຈັດຕັ້ງປະຕິບັດທີ່ຊັດເຈນ; ກອງປະຊຸມໄດ້ຄົ້ນຄວ້າ ແລະ ຮັບຮອງເອົາການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ຕ່າງໆ ໃນການພັດທະນາພະລັງງານໄຟຟ້າ, ສະເໜີໃຫ້ລັດຖະບານມີການກວດກາ ແລະ ປະເມີນຄືນ ການດໍາເນີນໂຄງການພະລັງງານໄຟຟ້າ ແລະ ມີມາດຕະການຢ່າງເຂັ້ມງວດ ຕໍ່ກັບໂຄງການທີ່ໄດ້ຮັບອະນຸຍາດ ແຕ່ບໍ່ມີການພັດທະນາ, ມີແຜນການລະອຽດ ໃນການກຳນົດເຂດພັດທະນາພະລັງງານໄຟຟ້າ ເປັນຕົ້ນ ພະລັງງານໄຟຟ້ານໍ້າຕົກ, ພະລັງງານລົມ, ພະລັງງານແສງຕາເວັນ ແລະ ອື່ນໆ; ໃຫ້ລັດຖະບານມີການພິຈາລະນາຄົ້ນຄວ້າຄືນກ່ຽວກັບໂຄງສ້າງລາຄາໄຟຟ້າ ເພື່ອແກ້ໄຂຜົນກະທົບ ໂດຍກົງ ຕໍ່ຊີວິດການເປັນຢູ່ຂອງພະນັງງານ-ລັດຖະກອນ ກໍຄືຜູ້ປະກອບການ ວາງແຜນການພັດທະນາພະລັງງານໄຟຟ້າ ໃຫ້ສອດຄ່ອງກັບການພັດທະນາ ຂອງຂະແໜງການ ທີ່ກ່ຽວຂ້ອງ ພິຈາລະນາການລົງທຶນ ແລະ ລະດົມທຶນ ເຂົ້າໃນການກໍ່ສ້າງສາຍສົ່ງໄຟຟ້າແຮງສູງໃຫ້ເປັນລະບົບ, ປະເມີນຄືນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໂດຍສະເພາະ ກົດໝາຍ ວ່າດ້ວຍໄຟຟ້າໃຫ້ສອດຄ່ອງ ກັບສະພາບການຂະຫຍາຍຕົວ ຂອງເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ພ້ອມກັນນັ້ນ ໃຫ້ສ້າງ ແລະ ຍົກລະດັບບຸກຄະລາກອນ ໃນຂະແໜງການໄຟຟ້າ ໃຫ້ເປັນມືອາຊີບ ເພື່ອຮອງຮັບຄວາມພ້ອມດ້ານຕ່າງໆໃນການ ຄຸ້ມຄອງ ແລະ ບໍລິຫານຈັດການບັນດາໂຄງການພັດທະນາພະລັງງານໄຟຟ້າ ທີ່ຈະຖືກສົ່ງຄືນມອບໃຫ້ລັດຖະບານ ພາຍຫຼັງສິ້ນສຸດອາຍຸສັນຍາສຳປະທານໂຄງການ.

ນອກນີ້ ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດ ແຜນການໃນຕໍ່ໜ້າ, ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານ ທີ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ທຸກພາກສ່ວນໃນສັງຄົມ ເປັນເຈົ້າການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ເຊິ່ງສ້າງລາຍຮັບໃຫ້ຜູ້ປະກອບທຸລະກິດການທ່ອງທ່ຽວ ສາມາດສ້າງວຽກເຮັດງານທໍາ, ປະກອບສ່ວນໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາ ຊົນໃຫ້ດີຂຶ້ນເປັນກ້າວໆ, ຄຸ້ມຄອງ, ຊຸກຍູ້ສົ່ງເສີມ ແລະ ພັດທະນາວຽກງານການທ່ອງທ່ຽວ ໃຫ້ມີປະສິດທິພາບ-ປະສິດທິຜົນດີຂຶ້ນ, ກໍານົດບັນດາຈຸດສຸມແຫຼ່ງທ່ອງທ່ຽວ ທີ່ເປັນບູລິມະສິດ ຕິດພັນກັບການທ່ອງທ່ຽວທຳມະຊາດ, ປະຫວັດສາດ, ວັດທະນະທຳອັນດີງາມ ແລະ ວິຖີຊີວິດຂອງປະຊົນບັນດາເຜົ່າ ແລະ ອື່ນໆ. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ ທົ່ວປະເທດ ສະເໜີໃຫ້ລັດຖະບານເອົາໃຈໃສ່ຕື່ມໃນການຊີ້ນໍາບັນດາກະຊວງ ອົງການທີ່ເປັນເຈົ້າຂອງກົດ ໝາຍ ເພີ່ມທະວີການໂຄສະນາ ເຜີຍແຜ່ກົດໝາຍ ໃຫ້ເຂົ້າເຖິງເປົ້າໝາຍຕ່າງໆ ໂດຍສະເພາະ ປະຊາຊົນເຂດ ຫ່າງໄກສອກຫຼີກ ແລະ ອື່ນໆ.

ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງ ແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX. ກອງປະຊຸມສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບ ຕໍ່ການສະຫຼຸບຕີລາຄາການເຄື່ອນໄຫວວຽງກງານຂອງສະພາແຫ່ງຊາດ ໃນໄລຍະຜ່ານມາ; ກອງປະຊຸມສະເໜີໃຫ້ເອົາໃຈໃສ່ການສ້າງ ແລະ ປັບປຸງກົດໝາຍໃຫ້ເປັນລະບົບ ມີຄວາມສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ, ສູ້ຊົນໃຫ້ການຕົກລົງ ບັນຫາສໍາຄັນພື້ນຖານຂອງຊາດ ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ລັດຖະທຳມະນູນ, ກົດໝາຍ ເອົາໃຈໃສ່ການຕິດຕາມກວດກາ ແລະ ຊຸກຍູ້ການແກ້ໄຂຜົນການຕິດຕາມກວດກາ ບັນຫາເຄັ່ງຮ້ອນຂອງສັງຄົມ ເປັນຕົ້ນ ບັນຫາຜົນກະທົບ ຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ, ການເໜັງຕີງຂອງລາຄາສິນຄ້າ, ຄ່າຄອງຊີບສູງ, ບັນຫາຢາເສບຕິດ ແລະ ອື່ນໆ, ເອົາໃຈໃສ່ການລົງພົບປະກັບຜູ້ມີສິດເລືອກຕັ້ງ ເພື່ອຮັບຟັງຄວາມຄິດຄວາມເຫັນ ຄວາມຂັດຂ້ອງໃຈຂອງປະຊາຊົນ, ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ III ແລະ ກະກຽມຮອບດ້ານໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ III.

ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບການທາບທາມຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X ແລະ ພິຈາລະນາ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 10 ສະບັບ, ໃນນີ້ ມີກົດໝາຍສ້າງໃໝ່ 5 ສະບັບ ແລະ ກົດໝາຍສະບັບປັບປຸງ 5 ສະບັບ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ, ກອງປະຊຸມໄດ້ຮັບຟັງການຊີ້ແຈງ ຕໍ່ຄໍາຊັກຖາມຂອງທ່ານນາຍົກລັດຖະມົນຕີ ແລະ ບັນດາທ່ານໃນຄະນະລັດຖະບານ 6 ທ່ານ ທີ່ເປັນບັນຫາເຄັ່ງຮ້ອນຂອງສັງຄົມ, ຮັບຟັງການລາຍງານຂອງທ່ານເລຂາທິການສະພາແຫ່ງຊາດ ກ່ຽວກັບຜົນການຕົກລົງຂອງກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດ ສະໄໝວິສາມັນ ໃນການຍົກຍ້າຍ, ແຕ່ງຕັ້ງຄືນໃໝ່ ແລະ ການພັກການ-ຮັບອຸດໜູນບຳນານຂອງສະມາຊິກລັດຖະບານ 13 ທ່ານ ຕາມການ ສະເໜີຂອງທ່ານ ນາຍົກລັດຖະມົນຕີ.

ການດໍາເນີນກອງປະຊຸມຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX ທ້າຍສະໄໝ ເຂົ້າສູ່ວຽກງານຕົວຈິງ ແມ່ນໝາກຜົນລວມຍອດສະຕິປັນຍາ ການໃຊ້ສິດປະຊາທິປະໄຕ ກໍຄື ຜົນຂອງການຍົກສູງຄວາມຮັບຜິດຊອບທາງການເມືອງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ການຕັດສິນໃຈສູງຂອງລັດຖະບານ, ອົງການລັດທີ່ກ່ຽວຂ້ອງທີ່ມີຄວາມພະຍາຍາມ ແລະ ມີມາດຕະການຕົວຈິງໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ຕົກໄປເທື່ອລະກ້າວ, ເພື່ອສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນຕໍ່ການນໍາພາຂອງພັກ ແລະ ລັດເຮົາໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມ ໜັກແໜ້ນຂຶ້ນເລື້ອຍໆ.

(ຂ່າວ: ແສງຈັນ, ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວເດັ່ນ

5 ປີຜ່ານມາ ລັດຖະບານ ປະຕິບັດລາຍຮັບໄດ້ 251,910ຕື້ກວ່າກີບ

5 ປີຜ່ານມາ ລັດຖະບານ ປະຕິບັດລາຍຮັບໄດ້ 251,910ຕື້ກວ່າກີບ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ປະຈໍາປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນເງິນຕາ ປະຈຳປີ 2025; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ປະຈໍາປີ 2026, ຮ່າງແຜນງົບປະມານແຫ່ງລັດ 5 ປີ (2026-2030) ປະຈໍາປີ 2026 ແລະ ຮ່າງແຜນເງິນຕາ ປະຈໍາປີ 2026; ການດັດແກ້ງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍ ວິຊາການຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີ 2026 ລັດຖະບານຈະສຸມໃສ່ການພັດທະນາເສດຖະກິດຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ, ຊຸກຍູ້ການຫັນປ່ຽນສູ່ໂຄງປະກອບເສດຖະກິດທີ່ມີມູນຄ່າເພີ່ມສູງ,ໃນຂະນະດຽວກັນຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ບໍ່ຫຼຸດ 20% ຂອງ GDPຕາມທິດ ສອຈ ໂດຍຈະສຸມໃສ່ການສ້າງນະໂຍບາຍຊຸກຍູ້ສົ່ງເສີມໃຫ້ມີຫົວໜ່ວຍລາຍຮັບໃໝ່ເພີ່ມຂຶ້ນ ແລະ ຍູ້ການຫັນເປັນທັນສະໄໝໃນການເກັບລາຍຮັບ ຈາກຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ແຂງແຮງກວ່າເກົ່າ.
5 ປີເສດຖະກິດສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

5 ປີເສດຖະກິດສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

ໄລຍະ 5 ປີ ຜ່ານມາ (2021-2025) ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ, ຜ່ານການປະຕິບັດຕົວຈິງ ສາມາດເຮັດໃຫ້ເສດຖະກິດສາມາດສືບຕໍ່ຂະຫຍາຍຕົວຕາມແຜນການ 5 ປີ ທີ່ກໍານົດໄວ້ ສະເລ່ຍ 4.24% ຕໍ່ປີ. ສໍາລັບປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 4.8%.
ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ພິທີໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນ ໄຫວ້ພະຮັບສິນ, ຟັງທໍາມະເທດສະໜາ ແລະ ຢາດນໍ້າ ຕາມຮີດຄອງປະເພນີທີ່ໄດ້ເຄີນປະຕິບັດສືບທອດກັນມາແຕ່ບູຮານນະການ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2025 (ໃນມື້ຂຶ້ນ 15 ຄໍ່າເດືອນ 12 ພສ 2568) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ພະຈິກນີ້ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ມີຮອງປະທານປະເທດ, ເຈົ້າຄອງ ນວ, ການນໍາພັກ-ລັດ, ພ້ອດ້ວຍມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ3ແລະ ອັດລົງໃນຕອນເຊົ້າ ວັນທີ 4ພະຈິກ 2025ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງແລະປະກອບຄຳເຫັນຕໍ່ການສະຫຼຸບວຽກງານປະຈຳເດືອນຕຸລາແລະທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ2025.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ເປີດຂຶ້ນ ແລະ ປິດລົງໃນວັນທີ 1 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 31 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ບັນດາອະດີດພະນັກງານການນໍາກະຊວງການເງິນ, ພະນັກງານຫຼັກແຫຼ່ງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ຂຶ້ນໃນວັນທີ 30 ຕຸລາ ນີ້ ທີ່ຈຸດທາບທາມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາຂອງສອງກໍາລັງປະກອບອາວຸດ, ພ້ອມດ້ວຍຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ໃນຕອນເຊົ້າວັນທີ 29 ຕຸລາ ນີ້, ການນໍາຂັ້ນສູງ ນໍາໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມຣາຊະຊົນນະນີພັນປີຫຼວງ (ແມ່ຂອງ ພະບາດສົມເດັດ ເຈົ້າຊີວິດ ຣາຊະການທີ 10) ທີ່ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.
ເພີ່ມເຕີມ