ກອງປະຊຸມສະມັດຊາໃຫຍ່ໄອປາຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45 ຈະຈັດຂຶ້ນໃນວັນທີ 17-23 ຕຸລາ ນີ້

ກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45 ຈະຈັດຂຶ້ນໃນວັນທີ 17-23 ຕຸລາ ນີ້
ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ໄອປາຄັ້ງທີ 45 ຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ພາຍໃຕ້ຫົວຂໍ້:

 

“ບົດບາດຂອງລັດຖະສະພາ ໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ຊຶ່ງຈະມີກອງປະຊຸມຕ່າງໆ ທັງໝົດ 12 ກອງປະຊຸມ

ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ຫົວໜ້າອະນຸກຳມະການກອງເລຂາແຫ່ງຊາດ, ກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ AIPA ຄັ້ງທີ 45 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການກະກຽມດໍາເນີນກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ໃນວັນທີ 14 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລາ ນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ຊຶ່ງຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ນຳໂດຍ ບັນດາປະທານ ຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ ລັດຖະສະພາສັງເກດການ, ແຂກປະເທດເຈົ້າພາບ, ຄູ່ຮ່ວມພັດທະນາຂອງໄອປາ, ເລຂາທິການໃຫຍ່ອາຊຽນ, ເລຂາທິການໃຫຍ່ໄອປາ ແລະ ຄະນະຜູ້ແທນ ສປປ ລາວ ເຈົ້າພາບລວມທັງໝົດ ປະມານ 500 ທ່ານ ເຂົ້າຮ່ວມ.

ທ່ານກ່າວຕື່ມວ່າ: ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ນີ້ ຈະມີກອງປະຊຸມຕ່າງໆ ທັງໝົດ 12 ກອງປະຊຸມຄື: ກອງປະຊຸມຄະນະບໍລິຫານງານໄອປາ, ກອງປະຊຸມກຳມາທິການການເມືອງ, ກອງປະຊຸມກຳມາທິ

ການເສດຖະກິດ, ກອງປະຊຸມກຳມາທິການວຽກງານສັງຄົມ, ກອງປະຊຸມກຳມາທິການວຽກງານຈັດຕັ້ງພາຍໃນ, ກອງປະຊຸມກຳມາທິການສະມາຊິກສະພາເພດຍິງ, ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາ, ກອງປະຊຸມກຳມາທິການຖະແຫຼງການຮ່ວມ, ກອງປະຊຸມພົບປະ ລະຫວ່າງ ກອງເລຂາໄອປາ ແລະ ກອງເລຂາອາຊຽນ, ກອງປະຊຸມພົບປະກັບລັດຖະສະພາສັງເກດການ, ກອງປະຊຸມເວທີຜູ້ນຳການເມືອງເພດຍິງ WAIPA, ກອງປະຊຸມກອງເລຂາແຫ່ງຊາດຂອງບັນດາລັດຖະສະພາປະເທດສະມາຊິກໄອປາ ແລະ ກອງປະຊຸມເລຂາທິການຂອງຄະນະຜູ້ແທນ ຂອງບັນດາລັດຖະສະພາສັງເກດການໄອປາ.

ກອງປະຊຸມຕ່າງໆ ທີ່ກ່າວມາຂ້າງເທິງນີ້, ຈະໄດ້ລົງເລິກຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາຮ່າງມະຕິທັງໝົດ 38 ສະບັບ, ໃນນີ້ ຂົງເຂດການເມືອງ ມີ 4 ສະບັບ, ຂົງເຂດເສດຖະກິດ ມີ 8 ສະບັບ, ຂົງເຂດສັງຄົມ 5 ສະບັບ, ວຽກງານເພດຍິງ ມີ 2 ສະບັບ, ວຽກງານຊາວໜຸ່ມ ມີ 3 ສະບັບ ແລະ ວຽກງານຈັດຕັ້ງພາຍໃນ ມີ 16 ສະບັບ. ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ນີ້ ຈະໄດ້ປຶກສາຫາລື ກ່ຽວກັບບັນຫາທີ່ເປັນຜົນປະ ໂຫຍດຮ່ວມກັນ ຂອງພາກພື້ນ ກໍຄືຂອງໂລກ ເພື່ອເພີ່ມທະວີການເຊື່ອມໂຍງພາຍໃນອາຊຽນ ແລະ ລະຫວ່າງ ອາຊຽນ ກັບ ພາກພື້ນອື່ນ ເພື່ອເຮັດໃຫ້ເສດຖະກິດອາຊຽນມີຄວາມເຂັ້ມແຂງ, ຮັດແຄບຄວາມແຕກໂຕນຂອງລະດັບການພັດທະນາ, ຍົກ

ລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ພ້ອມກັນກ້າວໄປຂ້າງໜ້າ ໂດຍບໍ່ປະຖິ້ມໃຜໄວ້ຂ້າງຫຼັງ.

ທ່ານກ່າວຕື່ມວ່າ: ປັດຈຸບັນ ການກະກຽມຄວາມພ້ອມໃນການເປັນເຈົ້າພາບ ຈັດກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ໄດ້ມີຄວາມຄືບໜ້າໃນທຸກດ້ານ, ດໍາເນີນໄປຕາມບາດກ້າວ ແລະ ຄາດວ່າຈະສາມາດດໍາເນີນກອງປະຊຸມ ໄດ້ຕາມກຳນົດເວລາ. ໃນນາມຕາງໜ້າ ໃຫ້ຄະນະກຳມະການຊີ້ນຳລະດັບຊາດ, ຂ້າພະເຈົ້າ ຂໍເຊີນຊວນບັນ ດາທ່ານພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ, ຊາວນະຄອນຫຼວງວຽງຈັນ, ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ, ບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ຈົ່ງຮ່ວມຈິດຮ່ວມໃຈກັນ ຕ້ອນຮັບຄະນະຜູ້ແທນ, ແຂກຕ່າງປະເທດ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ດ້ວຍໄມຕີຈິດ, ມິດຕະພາບ, ດ້ວຍຮອຍຍິ້ມອັນແຈ່ມໃສ ເພື່ອສ້າງຄວາມຊົງຈໍາ ແລະ ຄວາມປະທັບໃຈໃຫ້ແກ່ຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມ, ພ້ອມທັງຮັບປະກັນໃຫ້ກອງປະຊຸມຄັ້ງນີ້ ມີຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ ແລະ ມີຜົນສໍາເລັດຈົບງາມ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ຍີ່ປຸ່ນໃຫ້ການຊ່ວຍເຫຼືອ ຍົກລະດັບລະບົບນ້ຳປະປາໃນແຂວງສາລະວັນ

ຍີ່ປຸ່ນໃຫ້ການຊ່ວຍເຫຼືອ ຍົກລະດັບລະບົບນ້ຳປະປາໃນແຂວງສາລະວັນ

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າ 108,610 ໂດລາ ເພື່ອປະຕິບັດໂຄງການປັບປຸງລະບົບນ້ຳປະປາໃນແຂວງສາລະວັນພາຍໃຕ້​ໂຄງ​ການຊ່ວຍເຫຼືອຂັ້ນ​ຮາກ​ຖານ (GGP) ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ 3 ບ້ານເປົ້າໝາຍ.
ຈິດໃຈແຫ່ງການເດີນທັບທາງໄກຂອງກອງທັບແດງຈີນ ສາມາດສ້າງແຮງບັນດານໃຈຫຍັງແດ່ໃຫ້ແກ່ບັນດາປະເທດເຂດໂລກໃຕ້ໃນການຄົ້ນຫາເສັ້ນທາງການພັດທະນາຄວາມທັນສະໄໝ

ຈິດໃຈແຫ່ງການເດີນທັບທາງໄກຂອງກອງທັບແດງຈີນ ສາມາດສ້າງແຮງບັນດານໃຈຫຍັງແດ່ໃຫ້ແກ່ບັນດາປະເທດເຂດໂລກໃຕ້ໃນການຄົ້ນຫາເສັ້ນທາງການພັດທະນາຄວາມທັນສະໄໝ

ປີນີ້ເປັນປີຄົບຮອບ 90 ປີແຫ່ງໄຊຊະນະຂອງການເດີນທັບທາງໄກຂອງກອງທັບແດງກໍາມະກອນຊາວນາຈີນ. ໃນຖານະທີ່ເປັນມະຫາກາບແຫ່ງການເອົາຊະນະຄວາມຫຍຸ້ງຍາກທີ່ສັ່ນສະເທືອນໂລກໃນປະຫວັດສາດມະນຸດສະໄໝໃໝ່,ການເດີນທັບທາງໄກໄດ້ກ້າວຂ້າມຂອບເຂດຂອງປະເທດດຽວ ແລະ ສ້າງແກ່ນສານຈິດໃຈແຫ່ງຄວາມເປັນເອກະລາດ,​ ເປັນເຈົ້າຕົນເອງ, ປະຕິບັດຕົວຈິງ, ການຝັງຮາກເລິກໃນປະຊາຊົນ ແລະ ການບຸກບືນຢ່າງໜຽວແໜ້ນ, ກາຍເປັນຊັບສົມບັດທາງຈິດໃຈຮ່ວມຂອງມວນມະນຸດ.
ການເຄື່ອນທັບທາງໄກຂອງກອງທັບແດງຈີນ

ການເຄື່ອນທັບທາງໄກຂອງກອງທັບແດງຈີນ

ເພື່ອ​ຫວນ​ຄືນ​ມູນເຊື້ອ​ອັນ​ພິລະ​ອາດ​ຫານ​ບໍ່​ຍອມ​ຈຳນົນ​ຂອງ​ກອງທັບ​ແດງ​ວິລະ​ຊົນ ພາຍ​ໃຕ້​ການ​ນຳພາ​ໂດຍ​ກົງ ແລະ ເດັດຂາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ເຄື່ອນ​ທັບ​ຜ່າ​ວົງ​ປິດ​ລ້ອມ​ຂອງ​ສັດຕູ ແລະ ໃນ​ທີ່​ສຸດ​ກໍ​ສາມາດ​ໄປ​ເຖິງ​ຈຸດ​ທີ່​ໝັ້ນ​ຂອງ​ຕົນ​ໄດ້​ຢ່າງ​ມີ​ໄຊ.
ໂຄງການໃຈປະສານໃຈຢຸນໜານ ມອບກ່ອງຮັບສັນຍານໂທລະພາບດີຈີຕອນໃຫ້ສອງບ້ານ

ໂຄງການໃຈປະສານໃຈຢຸນໜານ ມອບກ່ອງຮັບສັນຍານໂທລະພາບດີຈີຕອນໃຫ້ສອງບ້ານ

ພິທີມອບ-ຮັບກ່ອງຮັບສັນຍານໂທລະພາບດີຈີຕອນຈໍານວນ 630 ຊຸດໃນໂຄງການໂທລະພາບດີຈີຕອນລາວເຂົ້າເຖິງໝູ່ບ້ານໃຫ້ບ້ານທົ່ງມັ່ງ ແລະ ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 16 ຕຸລາຜ່ານມາ, ໃຫ້ກຽດມອບໂດຍທ່ານນາງ ຢາງເຊິ່ງ ຜູ້ກວດກາຂັ້ນສອງຂອງສະມາຄົມມິດຕະພາບປະຊາຊົນແຂວງຢຸນນານ ກັບຕ່າງປະເທດ ແລະ ຮັບໂດຍນາຍບ້ານທົ່ງມັ່ງ ແລະ ນາຍບ້ານນາແຄ ໂດຍມີທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາແຂກຖືກເຊີນພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຊາວໜຸ່ມລາວ-ຫວຽດນາມ ຊຸກຍູ້ 4 ທິດທາງ ຮັດແໜ້ນການຮ່ວມມືໃຫ້ເປັນຮູບປະທຳ

ຊາວໜຸ່ມລາວ-ຫວຽດນາມ ຊຸກຍູ້ 4 ທິດທາງ ຮັດແໜ້ນການຮ່ວມມືໃຫ້ເປັນຮູບປະທຳ

ວັນທີ 20 ຕຸລານີ້, ຄະນະຜູ້ແທນຂັ້ນສູງ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ນຳພາໂດຍ ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ໄດ້ພົບປະເຮັດວຽກສອງຝ່າຍ ກັບຄະນະຜູ້ແທນຂັ້ນສູງ ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ຢູ່ ສສ ຫວຽດນາມ, ໂດຍມີສະຫາຍ ບຸ່ຍ ກວາງ ຮຸ່ຍ ກຳມະການສູນກາງພັກ ກອມມູນິດຫວຽດນາມ ຮອງປະທານສູນກາງແນວໂຮມປະເທດຊາດຫວຽດນາມ ເລຂາທີ 1 ຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ພ້ອມຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ກອງປະຊຸມສົ່ງເສີມການລົງທຶນ ແລະ ທຸລະກິດລາວ - ສ ເກົາຫຼີ ຄັ້ງທີ 2

ກອງປະຊຸມສົ່ງເສີມການລົງທຶນ ແລະ ທຸລະກິດລາວ - ສ ເກົາຫຼີ ຄັ້ງທີ 2

ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນສົມທົບກັບສະມາຄົມແລກປ່ຽນ ອຸດສາຫະກຳ ແລະ ວັດທະນະທຳເກົາຫຼີ - ລາວ (KLICEA), ສະພາການຄ້າ ແລະ ອຸດສາຫະກຳແຫ່ງ ຊາດລາວ ແລະ ສະຖາບັນພັດທະນາວິສາຫະກິດເອເນີຈີວັລເລ (EVEDI) ໄດ້ຈັດກອງປະຊຸມສົ່ງ ເສີມການລົງທຶນ ແລະ ທຸລະກິດລາວ - ສ ເກົາຫຼີ ຄັ້ງທີ 2 ຂຶ້ນໃນວັນທີ 21 ຕຸລານີ້ ທີ່ໂຮງແຮມຮໍລິ ເດອິນແອນສະວີດ ນະຄອນຫຼວງວຽງຈັນ ໂດຍມີພາກສ່ວນລັດ ແລະ ພາກທຸລະກິດຂອງສອງປະເທດ ເຂົ້າຮ່ວມ.
ສປປ ລາວ ປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025

ສປປ ລາວ ປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025

ລັດຖະບານແຫ່ງ ສປປ ລາວ ໄດ້ຈັດພິທີປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຂຶ້ນຢ່າງເປັນທາງການ ໃນວັນທີ 20 ຕຸລານີ້, ທີ່ຫໍປະຊຸມແຫ່ງຊາດ ນະ ຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງການເງິນ ທັງເປັນປະທານ ຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025, ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 300 ທ່ານຈາກບັນດາກະຊວງ, ອຳ ນາດການປົກຄອງທ້ອງຖິ່ນ, ອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ, ສະຖານທູດ, ແຂກຖືກເຊີນເຂົ້າຮ່ວມ.
ຍົກລະດັບທັກສະການນຳພາ-ຄຸ້ມຄອງສື່ມວນຊົນໃຫ້ພະນັກງານລາວ ທີ່ ສສ ຫວຽດນາມ

ຍົກລະດັບທັກສະການນຳພາ-ຄຸ້ມຄອງສື່ມວນຊົນໃຫ້ພະນັກງານລາວ ທີ່ ສສ ຫວຽດນາມ

ໂດຍປະຕິບັດຕາມ ຂໍ້ຕົກລົງຂອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຫັນດີອະນຸມັດໃຫ້ພະ ນັກງານໄປຝຶກອົບຮົມວຽກງານຄຸ້ມຄອງສື່ມວນຊົນໄລຍະ 2 ເດືອນ ຢູ່ ສສ ຫວຽດນາມ ປະຈຳປີ 2026 ລະຫວ່າງວັນທີ 18/10-12/12/ 2026 ຈຳນວນ 20 ທ່ານ ຍິງ 6 ທ່ານ. ພິທີເປີດຊຸດຝຶກອົບຮົມຢ່າງເປັນທາງການຈັດຂຶ້ນໃນວັນທີ 19 ຕຸລາຜ່ານມາ, ທີ່ສະຖາບັນສື່ມວນຊົນ-ໂຄສະນາ ສສ ຫວຽດນາມ ໃຫ້ກຽດເປັນປະທານກ່າວເປີດໂດຍທ່ານ ຟ້າມ ມີງເຊີນ ຫົວໜ້າສະຖາບັນສື່ມວນຊົນ-ໂຄສະນາ ສສ ຫວຽດນາມ, ມີທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໃນນາມຫົວໜ້າຄະນະ, ທ່ານ ວັນເພັງ ໄຟຍະມາດ ເລຂາເອກສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄູ-ອາ ຈານ ແລະ ສໍາມະນາກອນເຂົ້າຮ່ວມ.
CMG ຈັດກິດຈະກໍາສາຍຮູບເງົາສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານຈີນ

CMG ຈັດກິດຈະກໍາສາຍຮູບເງົາສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 17 ຕຸລາ ຜ່ານມານີ້, ສູນອາຊີ-ອາຟຣິກາ ແລະ ສະຖານີຢຸນນານຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຮ່ວມກັນຈັດກິດຈະກໍາ “ສາຍຮູບເງົາກາງແຈ້ງ” ສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ - ລາວ - ມຽນມາ - ໄທ ຢູ່ທ່າເຮືອວຽກງານຕໍາຫຼວດຈິງຮ່າ ນະຄອນຊຽງຮຸ່ງ ກິ່ງແຂວງປົກຄອງຕົນເອງເຜົ່າລື້ ແຂວງຢຸນນານ ຈີນ. ເຈົ້າໜ້າທີ່ປະຕິບັດກົດໝາຍ 200 ກວ່າທ່ານທີ່ເຂົ້າຮ່ວມການລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ໄດ້ເຕົ້າໂຮມກັນຢູ່ແຄມແມ່ນໍ້າລ້ານຊ້າງ ແລະ ຊົມຮູບເງົາ 8K ເລື່ອງ “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ທີ່ຖ່າຍທໍາໂດຍ CMG. ແນວຄິດປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດທີ່ ຮູບເງົາເລື່ອງນີ້ນໍາ ສະເໜີໄດ້ສ້າງຄວາມຮູ້ສຶກຮ່ວມກັນຢ່າງເລິກເຊິ່ງໃນຜູ້ຊົມທີ່ເຂົ້າຮ່ວມກິດຈະກໍາດັ່ງກ່າວ.
ຍີ່ປຸ່ນ ຊ່ວຍເຫຼືອຍົກລະດັບໂຮງໝໍນ້ອຍໃນແຂວງໄຊຍະບູລີ

ຍີ່ປຸ່ນ ຊ່ວຍເຫຼືອຍົກລະດັບໂຮງໝໍນ້ອຍໃນແຂວງໄຊຍະບູລີ

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 109,000 ໂດລາ ເພື່ອປະຕິບັດ “ໂຄງ ການກໍ່ສ້າງໂຮງໝໍນ້ອຍຫ້ວຍຂົວຫຼວງ ໃນແຂວງໄຊຍະບູລີ” ພາຍໃຕ້​ໂຄງ​ການຊ່ວຍເຫຼືອ​ຂັ້ນ​ຮາກ​ຖານ(GGP); ໂຄງການມີຈຸດປະສົງໃນການຍົກລະດັບການເຂົ້າເຖິງການປິ່ນປົວເບື້ອງຕົ້ນໂດຍການກໍ່ສ້າງຕຶກປິ່ນປົວໃໝ່, ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກ ແລະ ຕິດຕັ້ງຖັງເກັບນ້ຳໃຫ້ແກ່ບ້ານຫ້ວຍຂົວຫຼວງ ເມືອງໄຊຍະບູລີ ແຂວງໄຊຍະບູລີ.
ເພີ່ມເຕີມ