ກອງປະຊຸມສໍາມະນາ ເພື່ອຮັບຟັງຄໍາຄິດຄຳເຫັນ ຕໍ່ຮ່າງນິຕິກຳຂອງ ນວ

ກອງປະຊຸມສໍາມະນາ ເພື່ອຮັບຟັງຄໍາຄິດຄຳເຫັນ ຕໍ່ຮ່າງນິຕິກຳຂອງ ນວ
ສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສໍາມະນາ ເພື່ອຮັບຟັງຄຳຄິດ-ຄຳເຫັນຕໍ່ຮ່າງຂໍ້ຕົກລົງ ວ່າດ້ວຍການກໍານົດລາຄາຫົວໜ່ວຍທົດແທນຄ່າເສຍຫາຍ ຂອງໂຄງການກໍ່ສ້າງຕາຝັ່ງ ແລະ ພັດທະນາແຄມຂອງ ໄລຍະ II ໃນວັນທີ 29 ພະຈິກນີ້ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານ ນາງ ລໍາພອຍ ສີອັກຄະຈັນກໍາມະການປະຈໍາພັກຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ເຂົ້າຮ່ວມມີບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນນະຄອນຫຼວງ, ພະແນກການທີ່ກ່ຽວຂ້ອງ, ອົງການປົກຄອງບ້ານ ພ້ອມດ້ວຍແຂກຖືກເຊີນ.
ກອງປະຊຸມສຳມະນາຄັ້ງນີ້ຈຸດປະສົງເພື່ອສຳມະນາແລກປ່ຽນຄຳຄິດ-ຄຳເຫັນຈາກບັນດາທ່ານສະມາຊິກສະພາ ແລະ ບັນດາພະແນກການ,ອົງການທຽບເທົ່າພະແນກອ້ອມຂ້າງນະຄອນຫຼວງຊຶ່ງຄະນະຮັບຜິດຊອບຮ່າງຂໍ້ຕົກລົງໄດ້ລາຍງານໃຫ້ຊາບວ່າ:ນະຄອນຫຼວງວຽງຈັນໄດ້ຄົ້ນຄວ້າຫົວໜ່ວຍຊົດເຊີຍທົດແທນຄ່າເສຍຫາຍຂອງໂຄງການກໍ່ສ້າງປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງ ໄລຍະ II, ແຕ່ບ້ານວັດນາກ ເມືອງສີສັດຕະນາກ ຫາ ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ໂຄງການກໍ່ສ້າງປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງໄລຍະ IIເປັນໂຄງການສືບຕໍ່ທີ່ໄດ້ຮັບການສະໜັບສະໜູນເງິນກູ້ຍືມດອກເບ້ຍຕໍ່າ ຈາກ ສເກົາຫຼີ ຊຶ່ງໄດ້ຮັບການເຊັນສັນຍາເງິນກູ້ຢືມ ໃນວັນທີ 1 ພະຈິກ 2017, ລະຫວ່າງ ກະຊວງການເງິນ ແຫ່ງ ສປປ ລາວ ແລະ ທະນາຄານນໍາເຂົ້າ ແລະ ສົ່ງອອກ (The EXPORT-IMORT BANK ) ຈາກ ສເກົາຫຼີ ລວມມູນຄ່າກູ້ຍືມທັງໝົດ 57.605.000 ໂດລາແລະ ບ້ວງເງິນສົມທົບຂອງລັດຖະບານລາວ ມີມູນຄ່າ 9.957.000ໂດລາ, ລວມມູນຄ່າທັງໝົດ 67.526.000 ໂດລາ. ໂຄງການແມ່ນເລີ່ມຈາກຈຸດເຊື່ອມຕໍ່ຈາກໂຄງການໄລຍະ Iແຕ່ ບ້ານວັດນາກ ເມືອງສີສັດຕະນາກ ຫາ ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ຊຶ່ງມີຄວາມຍາວ 9,3 ກິໂລແມັດ ປະກອບມີໜ້າວຽກຫຼັກ ຄື: 1).ຍົກລະດັບຄູປ້ອງກັນນໍ້າ ແລະ ກໍ່ສ້າງລະບົບປ້ອງກັນຕາຝັ່ງ ແຕ່ຫຼັກ3 ຫາຫຼັກ4 ເມືອງສີສັດຕະນາກ ມີຄວາມຍາວທັງໝົດປະມານ 0,97ກມ   ແລະກໍ່ສ້າງຄູປ້ອງກັນນໍ້າຖ້ວມ ທີ່ສາມາດນໍາໃຊ້ເປັນເສັ້ນທາງລຽບຕາມແຄມຂອງ ແລະ ກໍ່ສ້າງລະບົບປ້ອງກັນຕາຝັ່ງບໍ່ໃຫ້ມີການເຊາະເຈື່ອນ ມີຄວາມຍາວທັງໝົດ 8,36ກມ ຈາກຫຼັກ 4ເມືອງສີສັດຕະນາກ ຫາ ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ;2).ກໍ່ສ້າງສວນສາທາລະນະ ໃຫ້ເຊື່ອມຕິດຈອດກັນໄດ້ລະຫ່ວາງ ໂຄງການໄລຍະທີ1ແລະ2ຈົນຮອດບ້ານຫາດດອກແກ້ວ ຊຶ່ງປະກອບດ້ວຍ: ເສັ້ນທາງຍ່າງຊົມວິວແຄມຂອງ,ສວນກິລາກາງແຈ້ງ ແລະ ຈຸດທ່ອງທ່ຽວທໍາມະຊາດ ທີ່ເຊື່ອມຈອດກັບຕົວເມືອງໄດ້ ມີເນື້ອທີ່ ປະມານ 5,9ເຮັກຕາ;3).ຍົກລະດັັບເສັ້ນທາງຕາມຄູປ້ອງກັນນໍ້າຖ້ວມໃນໂຄງການໄລຍະທີ1 ແຕ່ ບ້ານອຸບໂມງ ຫາ ບ້ານເກົ້າລ້ຽວມີຄວາມຍາວ 4,4ກມ ລຽບຕາມແຄມຂອງ; 4).ກໍ່ສ້າງເສັ້ນທາງ ຍ່າງຊົມທໍາມະຊາດ ແລະ ອອກກໍາລັງກາຍ ລຽບຕາມແຄມຂອງ ຈາກຫຼັກ3 ຫາ ຫຼັກ 4 ເມືອງສີສັດຕະນາກ ມີຄວາມຍາວທັງໝົດ ປະມານ 0,97ກມ ເພື່ອເຊື່ອມກັບໂຄງການໄລຍະທີ 1.
ຜ່ານການລົງເກັບກຳຂໍ້ມູນຂອງຄະນະວິຊາການຂອງໂຄງການເຫັນວ່າ:ມີ 12 ບ້ານ ທີ່ໄດ້ຮັບຜົນກະທົບ,  ຈໍານວນຕອນດິນທັງໝົດ 95 ຕອນ, ເນື້ອທີ່ດິນ ທີ່ຖືກຜົນກະທົບທັງໝົດ 85.137 ຕາແມັດ ຊຶ່ງແຍກອອກເປັນແຕ່ລະປະເພດສິດໃນການຄຸ້ມຄອງທີ່ດິນຕາມລາຍລະອຽດຄື: ປະເພດກໍາມະສິດນໍາໃຊ້ສ່ວນບຸກຄົນ ມີຈໍານວນ 90 ຕອນ ເນື້ອທີ່ 84.012 ຕາແມັດ, ປະເພດກໍາມະສິດດິນລັດ (ບຸກຄົນນໍາໃຊ້) ມີຈໍານວນ 2 ຕອນ ເນື້ອທີ່ 183 ຕາແມັດ ແລະ ປະເພດກໍາມະສິດດິນລັດ (ລັດຄຸ້ມຄອງ) ມີຈໍານວນ 3 ຕອນ ເນື້ອທີ່ 933 ຕາແມັດ,ສະເພາະຕອນດິນທີ່ຖືກຜົນກະທົບທັງໝົດ 95 ຕອນ ມີ 60 ຕອນດິນ ເນື້ອທີ່ 28.827 ຕາແມັດທີ່ນອນໃນເຂດສະຫງວນແຄມແມ່ນໍ້າຂອງ,ສຳລັບຕອນດິນທີ່ຈະພັດທະນາເປັນສວນສາທາລະນາ ເຂດບ້ານແກ້ງຍາງ ເມືອງຫາດຊາຍຟອງ ມີຈໍານວນ 37 ຕອນ ມີເນື້ອທີ່ 61.875 ຕາແມັດ, ມີ 7 ຕອນທີ່ນອນໃນເຂດສະຫງວນຕາມລໍາແມ່ນໍ້າຂອງ ມີເນື້ອທີ່ 5.127 ຕາແມັດ, (ບັນດາຕອນດິນຈຳນວນ 37 ຕອນ ແມ່ນນອນໃນດິນທີ່ຖືກກະທົບທັງໝົດ 95 ຕອນ); ຂໍ້ມູນດ້ານຜົນລະປູກ:ຜົນລະປູກທີ່ໄດ້ຮັບຜົນກະທົບປະກອບມີ 32 ຊະນິດ ລວມມີ2.213 ຕົ້ນ,  ຂໍ້ມູນດ້ານສິ່ງປຸກສ້າງ:ສິ່ງປຸກສ້າງທີ່ຖືກຜົນກະທົບປະກອບມີປະເພດເຮືອນທີ່ຢູ່ອາໄສ, ຄອກລົດ, ຮ້ານຄ້າ  ແລະ ສາລາ ຈຳນວນ 18 ຫຼັງ,ກໍາແພງກໍ່192ແມັດ, ຮົ້ວໜາມໝາກຈັບ 96ແມັດ, ສະຖານີດູດນ້ຳ 2ຈຸດແລະ ໄດ້ມີການຍົກຍ້າຍໄຟຟ້າ, ນ້ຳປະປາ, ຜ່ານການປະເມີນມູນຄ່າເບື້ອງຕົ້ນທີ່ຈະຊົດເຊີຍໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ ປະມານ 50,7 ຕື້ກວ່າກີບ.
ສັງລວມແລ້ວຜ່ານການຈັດປະຕິບັດໂຄງການ ໄລຍະIແລະ ໄລຍະII ທີ່ໄດ້ກ່າວມາຂ້າງເທິງນັ້ນເຫັນວ່າ: ງົບປະມານທີ່ສະໜອງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານການຊົດເຊີຍໃຫ້ຜູ້ທີ່ໄດ້ຮັບຜົນກະທົບໃນແຕ່ລະປີມີຈຳນວນໜ້ອຍ ແລະ ບໍ່ພຽງພໍຕາມການຈັດຕັ້ງປະຕິບັດວຽກງານຊົດເຊີຍຕົວຈິງ ສຳລັບໂຄງການປ້ອງກັນຕາຝັ່ງເຈື່ອນ ໄລຍະ 1 ເຖິງວ່າການກໍ່ສ້າງຈະສຳເລັດ ແລະ ມີການມອບ-ຮັບ ມາເປັນເວລາ 9 ປີກວ່າແລ້ວ ແຕ່ວຽກງານການຊົດເຊີຍແມ່ນຍັງບໍ່ທັນສຳເລັດ ຍັງຕ້ອງການງົບປະມານເພື່ອສືບຕໍ່ ຊົດເຊີຍໃຫ້ແກ່ຜູ້ໄດ້ຮັບຜົນກະທົບຈາກໂຄງການປ້ອງກັນຕາຝັ່ງເຈື່ອນ ໄລຍະ 1 ຕື່ມອີກ ຈຳນວນ8.462.009.900 ກີບ. ສະເພາະໂຄງການປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງ ໄລຍະ 2 ແມ່ນຕ້ອງການງົບປະມານໃນການຊົດເຊີຍຈຳນວນ ປະມານ 50,7 ຕື້ກວ່າກີບ, ນັບແຕ່ ປີ 2021 ມາຮອດປັດຈຸບັດໄດ້ຮັບງົບປະມານໃນການຊົດເຊີຍຈຳນວນ 650 ລ້ານກີບ ຖ້າທຽບໃສ່ແຜນງົບປະມານທີ່ຈະຕ້ອງຊົດເຊີຍຜົນກະທົບໂຄງການແມ່ນບໍ່ສາມາດກຳນົດໄລຍະເວລາຂອງການຊົດເຊີຍໄດ້ຢ່າງແນ່ນອນ.ໂຄງການໄດ້ເລີ່ມຈັດຕັ້ງປະຕິບັດມາຮອດປັດຈຸບັນນີ້ ມີຄວາມຄືບໜ້າ 34,5% ການປະຕິບັດວຽກງານເຫັນວ່າພວກເຮົາສາມາດເຂົ້າພື້ນທີ່ກໍ່ສ້າງຕາມເຂດລຽບແຄມນ້ຳຂອງ (ໂດຍສະເພາະໃນເຂດສະຫງວນ ). 
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ