ການເຄື່ອນໄຫວວຽກງານພົ້ນເດັ່ນຂອງ ທຫລ ປະຈຳ 9 ເດືອນຕົ້ນປີ

ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ II ປະຈຳປີ 2024

ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ II ປະຈຳປີ 2024
ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ II ປະຈຳປີ 2024 ຂຶ້ນໃນວັນທີ 2 ຕຸລານີ້


 ທີ່ທະນາຄານດັ່ງກ່າວ ໂດຍການເປັນປະທານຂອງທ່ານນາງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າການ ທຫລ ປະທານສະພາບໍລິຫານ ທຫລ, ມີບັນດາຮອງປະທານ, ກໍາມະການສະພາບໍລິຫານ, ຮອງຜູ້ວ່າການ ທຫລ, ບັນດາຄະນະກົມ-ທຽບເທົ່າ ພາຍໃນ ທຫລ, ມີບັນດາສະມາຊິກສະພາບໍລິຫານ ທຫລທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ວັດທະນາ ດາລາລອຍ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານ 4 ຮ່າງເອກະສານທີ່ສຳຄັນຄື: ສະຫຼຸບ-ຕີລາຄາໝາກຜົນຂອງການຈັດຕັ້ງປະຕິບັດແຜນເງິນຕາ ແລະ ການເຄື່ອນໄຫວວຽກງານພົ້ນເດັ່ນຂອງ ທຫລ ປະຈຳ 9 ເດືອນຕົ້ນປີ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2024; ການຈັດຕັ້ງປະຕິບັດແຜນງົບປະມານລາຍຮັບ-ລາຍຈ່າຍຂອງ ທຫລ ປະຈຳ 9 ເດືອນຕົ້ນປີ ແລະ ຄາດຄະເນປະຕິບັດ 3 ເດືອນທ້າຍປີ 2024; ການຕັດສິນຄະດີຂອງທະນາຄານລາວກໍ່ສ້າງຈໍາກັດ ແລະ ການແກ້ໄຂບັນຫາຂອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານທີ່ມີຄວາມອ່ອນແອ; ການເຄື່ອນໄຫວວຽກງານພົ້ນເດັ່ນຂອງຄະນະກຳມະການກວດກາປະຈຳໄຕມາດ 1 ແລະ 2 ປີ 2024 ແລະ ທິດທາງແຜນການໃນໄຕມາດ 3 ປີ 2024 ແລະ ເອກະສານສຳຄັນອີກຈຳນວນໜຶ່ງ. ຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ສຸມໃສ່ຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນໃສ່ເນື້ອໃນເອກະສານດັ່ງກ່າວຢ່າງເລິກເຊິ່ງ ແລະ ກົງໄປກົງມາ ເພື່ອເຮັດໃຫ້ແຕ່ລະບັນຫາທີ່ຍົກຂຶ້ນມາປຶກສາຫາລືກັນນັ້ນມີວິທີທາງອອກທີ່ເໝາະສົມສາມາດນໍາໄປຈັດຕັ້ງປະຕິບັດຕົວຈິງຢ່າງເປັນຮູບປະທຳ.
ທ່ານນາງ ວັດທະນາ ດາລາລອຍ ຍັງກ່າວຕື່ມອີກວ່າ: ຈາກການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຜ່ານມາເຮັດໃຫ້ຜົນໄດ້ຮັບມີທ່າອ່ຽງຕັ້ງໜ້າດີຂຶ້ນເຊັ່ນ: ອັດຕາເງິນເຟີ້ ຄ່ອຍໆປັບຕົວຫຼຸດລົງຄື: ໃນເດືອນກັນຍາ 2024 ຫຼຸດລົງມາຢູ່ໃນລະດັບ 21.7% ຈາກ 24.3% ໃນເດືອນສິງຫາ 2024; ອັດຕາແລກປ່ຽນເລີ່ມມີຄວາມສະຫງົບ ແລະ ເໜັງຕີງໃນທິດທາງທີ່ແຂງຄ່າຂຶ້ນ. ໃນນັ້ນ, ອັດຕາແລກປ່ຽນເດືອນກັນຍາ 2024 (ຂໍ້ມູນຮອດວັນທີ 20 ກັນຍາ 2024) ທຽບໃສ່ເດືອນສິງຫາ 2024 ເງິນກີບ/ໂດລາແຂງຄ່າ 0.16% (ຈາກ 22,136.40 ກີບ/ໂດລາ ເປັນ 22,100.00 ກີບ/ໂດລາ) ແລະ ກີບ/ບາດ ແຂງຄ່າ 0.35% (ຈາກ 683.43 ກີບ/ບາດ ເປັນ 681.08 ກີບ/ບາດ). ສ່ວນອັດຕາແລກປ່ຽນລະຫວ່າງທະນາຄານທຸລະກິດ (ທທກ) ກັບຕະຫຼາດຢູ່ໃນລະດັບ 12.14% ສໍາລັບເງິນກີບ/ໂດລາ ແລະ ໃນລະດັບ 1.93% ສໍາລັບເງິນກີບ/ບາດ. ສັງລວມແລ້ວໃນ 9 ເດືອນຕົ້ນປີ 2024 ເງິນກີບຍັງສືບຕໍ່ອ່ອນຄ່າ ແຕ່ເຫັນວ່າເງິນກີບອ່ອນຄ່າໜ້ອຍກວ່າເມື່ອທຽບກັບປີ 2023.
ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ວັນທີ 23 ພະຈິກນີ້, ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນແຫ່ຜາສາດເຜິ້ງໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026 ໂດຍໄດ້ເຕົ້າໂຮມທີ່ວັດໜອງບອນ ແລ້ວແຫ່ອ້ອມກົມມະລຽນພະທາດຫຼວງ 3 ຮອບ ເພື່ອເປັນການບູຊາຄຸນພະພຸດ, ພະທໍາ ແລະ ພະສົງ ໂດຍມີຂະ ບວນແຫ່ຂອງພະສົງອອກໜ້າ ແລະ ຂະບວນແຫ່ຂອງການນໍາພັກ-ລັດ ຊຶ່ງນຳໂດຍທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນຳພັກ-ລັດ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.
ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ທ່ານ ນາງ ສີວິໄລ ຜາວິໄລ ປະທານສານປະຊາຊົນແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນປີ 2026 ມີຄະດີເຂົ້າມາສານປະຊາຊົນແຂວງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ລວມທັງໝົດ 126 ເລື່ອງ ຄ້າງມາແຕ່ປີ 2025 ຈໍານວນ 30 ເລື່ອງ, ເຂົ້າໃໝ່ 96 ເລື່ອງ, ແກ້ໄຂແລ້ວ 102 ເລື່ອງ ເທົ່າກັບ 80,95%, ພວມດໍາເນີນການແກ້ໄຂຢູ່ 24 ເລື່ອງ.
ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ສະມາຄົມນັກທຸລະກິດໜຸ່ມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດຮ້ານວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຂອງສະມາຊິກພາຍໃນງານບຸນນະມັດສະການພະທາດຫຼວງພ້ອມທັງເນັ້ນຍ້ຳພາລະບົດບາດໃນການສ້າງຄວາມສາມັກຄີພາຍໃນ ແລະ ການສົ່ງເສີມຊາວໜຸ່ມທີ່ຍັງບໍ່ມີວຽກເຮັດງານທຳໃຫ້ມີລາຍໄດ້ຜ່ານໂຄງການຜະລິດຝຸ່ນຊີວະພາບ ແລະ ການປູກພືດປອດສານພິດ.
ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ເພີ່ມເຕີມ