ກອງປະຊຸມສະໄໝວິສາມັນ ເທື່ອທີ I ຂອງສະພາແຫ່ງຊາດ ຊຸດທີ X ຈະພິຈາລະນາຫຼາຍບັນຫາ ສຳຄັນຂອງຊາດ

ກອງປະຊຸມສະໄໝວິສາມັນ ເທື່ອທີ I ຂອງສະພາແຫ່ງຊາດ ຊຸດທີ X ຈະພິຈາລະນາຫຼາຍບັນຫາ ສຳຄັນຂອງຊາດ
ກອງປະຊຸມສະໄໝວິສາມັນ ເທື່ອທີ I ຂອງສະພາແຫ່ງຊາດ ຊຸດທີ X ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 6 ກໍລະກົດນີ້, ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນ ປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລີຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາການນຳພັກ-ລັດ, ບັນດາສະມາຊິກສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊມສະໄໝວສາມນ ເທອທ I ຂອງສະພາແຫງຊາດ ຊດທ X ຈະພຈາລະນາຫາຍບນຫາ ສຳຄນຂອງຊາດ - image 1
 
ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້ ຈະໄດ້ພິຈາລະນາ ຮັບຮອງບັນຫາສໍາຄັນພື້ນຖານຂອງປະເທດຊາດ ເປັນຕົ້ນ: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ພິຈາລະນາ ແລະ ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ພິຈາລະນາ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 2 ສະບັບ ຄື: ກົດໝາຍວ່າດ້ວຍ ຄັງເງິນແຫ່ງລັດ (ສະບັບສ້າງໃໝ່), ກົດໝາຍວ່າດ້ວຍ ງົບປະມານແຫ່ງລັດ (ສະບັບປັບປຸງ).

ກອງປະຊມສະໄໝວສາມນ ເທອທ I ຂອງສະພາແຫງຊາດ ຊດທ X ຈະພຈາລະນາຫາຍບນຫາ ສຳຄນຂອງຊາດ - image 2
 
ທ່ານ ປະທານສະພາແຫ່ງຊາດ ກ່າວອີກວ່າ: ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້ ຈະໄດ້ພິຈາລະນາ ຮັບຮອງບັນຫາທີ່ສໍາຄັນ, ຈຳເປັນ ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ກອງປະຊມສະໄໝວສາມນ ເທອທ I ຂອງສະພາແຫງຊາດ ຊດທ X ຈະພຈາລະນາຫາຍບນຫາ ສຳຄນຂອງຊາດ - image 3
 
ສະນັ້ນ, ຮຽກຮ້ອງໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ສຸມທຸກສະຕິປັນຍາ, ຄວາມຮູ້ ຄວາມສາມາດເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄໍາເຫັນຢ່າງມີປະຊາທິປະໄຕ ແລະ ກົງໄປກົງມາ, ສ້າງສັນ ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ ກ້າວໄປເຖິງການຕົກລົງ ແລະ ຮັບຮອງ ບັນດາເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

(ຂ່າວ: ສຳນານ, ພາບ. ຕຸໄລເພັດ)

ຄໍາເຫັນ

ຂ່າວເດັ່ນ

ປີ 2027 ລັດຖະບານ ຈະສຸມໃສ່ຫຼາຍວຽກງານສໍາຄັນ

ປີ 2027 ລັດຖະບານ ຈະສຸມໃສ່ຫຼາຍວຽກງານສໍາຄັນ

ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຂຶ້ນລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ສະພາ ສະເໜີໃຫ້ລັດຖະບານສືບຕໍ່ວຽກຈຸດສຸມ 3 ເດືອນທ້າຍປີໃຫ້ບັນລຸຕາມຄາດໝາຍ

ສະພາ ສະເໜີໃຫ້ລັດຖະບານສືບຕໍ່ວຽກຈຸດສຸມ 3 ເດືອນທ້າຍປີໃຫ້ບັນລຸຕາມຄາດໝາຍ

ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງາຍຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ແລະ ບົດລາຍງານກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນຳໃຊ້,ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລາ, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ຄວາມຈໍາເປັນ ໃນການຂຶ້ນບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້

ຄວາມຈໍາເປັນ ໃນການຂຶ້ນບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້

ທ່ານ ພົທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ລາຍງານກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນຳໄຊ້ ຕໍ່ກອງປະຊຸມສະໄໝສະມັນເທື່ອທີ 2 ຂອງສະພາແຫ່ງ ຊຸດທີ X ໃນວັນທີ 5 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.
9 ເດືອນ ເສດຖະກິດ ຂອງ ສປປ ລາວ ສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 4.8%

9 ເດືອນ ເສດຖະກິດ ຂອງ ສປປ ລາວ ສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 4.8%

ໃນໄລຍະ 9 ເດືອນ ປີ 2026 ການເຕີບໂຕດ້ານເສດຖະກິດ ໄດ້ສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 4.8% ທຽບໃສ່ໄລຍະດຽວຂອງປີຜ່ານມາຂະຫຍາຍຕົວໃນລະດັບ 4.6%, ໂດຍໄດ້ແຮງຍູ້ຈາກຂະແໜງອຸດສາຫະກຳປຸງແຕ່ງ, ການລົງທຶຮຈາກພາກເອກະຊົນ, ພະລັງງານໄຟຟ້າ ແລະ ການບໍລິການ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ ຄົນໃໝ່, ຊຶ່ງກອງປະຊຸມສະໄໝສະມັນເທື່ອທີ 2 ຂອງສະພາແຫ່ງ ຊຸດທີ X ໃນວັນທີ 5 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.
ທ່ານ ສອນໄຊ ສີພັນດອນ ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດ

ທ່ານ ສອນໄຊ ສີພັນດອນ ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດ

ໃນວັນທີ 5 ຕຸລານີ້, ທີ່ສະພາແຫ່ງຊາດ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍໃຕ້ການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮັກສາການແທນປະ ທານສະພາແຫ່ງຊາດ, ໃນວາລະກອງປະຊຸມດັ່ງກ່າວໄດ້ມີການເລືອກຕັ້ງປະທານສະພາແຫ່ງຊາດ, ທີ່ປະຊຸມ ສະມາຊິກສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບເລືອກເອົາທ່ານ ສອນໄຊ ສີພັນດອນ ເປັນປະທານສະພາແຫ່ງຊາດຄົນໄໝ່ ດ້ວຍຄະແນນເຫັນດີເປັນສ່ວນຫຼາຍ.
ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 5 ຕຸລານີ້, ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮັກສາການແທນປະທານສະພາແຫ່ງຊາດ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ມີທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ມີບັນດາທ່ານການນໍາຂັ້ນສູງພັກ-ລັດ, ອະດີດການນໍາຂັ້ນສູງ, ສະມາ ຊິກລັດຖະບານ, ບັນດາສະມາຊິກສະພາແຫ່ງຊາດ, ແຂກຖືກເຊີນເຂົ້າຮ່ວມ.
ເປີດກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ເປີດກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ໃນຕອນເຊົ້າວັນທີ 28 ກັນຍານີ້, ກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ເປີດຂຶ້ນຢ່າງເປັນທາງການທີ່ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ.
ເພີ່ມເຕີມ