ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ປະຈໍາປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”

ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ປະຈໍາປີ 2024

ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ປະຈໍາປີ 2024
ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ປະຈໍາປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໄດ້ຈັດຂຶ້ນໃນວັນທີ 8 ຄຸລານີ້ ທີ່ ໂຮງແຮມແລນມາກ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ຕາງໜ້າຈາກສະພາທີ່ປຶກສາທຸລະກິດອາຊຽນ, ທຸຕານຸທູດ ແລະ ບັນດາຜູ້ນໍາທຸລະກິດທັງຈາກພາຍໃນ ສປປ ລາວ, ອາຊຽນ ແລະ ພາກພື້ນອື່ນໆ ເຂົ້າຮ່ວມ.

ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ປະຈໍາປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໄດ້ຈັດຂຶ້ນໃນວັນທີ 8 ຄຸລານີ້ ທີ່ ໂຮງແຮມແລນມາກ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ຕາງໜ້າຈາກສະພາທີ່ປຶກສາທຸລະກິດອາຊຽນ, ທຸຕານຸທູດ ແລະ ບັນດາຜູ້ນໍາທຸລະກິດທັງຈາກພາຍໃນ ສປປ ລາວ, ອາຊຽນ ແລະ ພາກພື້ນອື່ນໆ ເຂົ້າຮ່ວມ.

ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ແມ່ນກອງປະຊຸມສຸດຍອດຂອງພາກທຸລະກິດອາຊຽນ ຈັດຂື້ນທຸກໆປີຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນຂອງພາກລັດຖະບານ, ເຊິ່ງເປັນເວທີທີ່ສໍາຄັນເພື່ອແລກປ່ຽນຄໍາຄິດເຫັນ ໃນການຫາຊ່ອງທາງເພີ່ມທະວີການຮ່ວມມືດ້ານເສດຖະກິດໃນອາຊຽນ ແລະ ໃນໂລກ ກໍຄືການເສີມຂະຫຍາຍການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຈາກພາກລັດ ແລະ ພາກທຸລະກິດ.

ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວວ່າ: ການຮ່ວມມືຢ່າງເລິກເຊິ່ງລະຫວ່າງພາກລັດ ແລະ ພາກເອກະຊົນ ແມ່ນມີຄວາມສຳຄັນຢ່າງຍິ່ງໃນການປະກອບສ່ວນເຂົ້າການພັດທະນາແບບຍືນຍົງ ກໍຄືການແກ້ໄຂສິ່ງທ້າທາຍທີ່ເກີດຂຶ້ນທັງໃນປັດຈຸບັນ ແລະ ອະນາຄົດ, ເຊິ່ງການຮ່ວມມືລະຫວ່າງທັງສອງພາກສ່ວນ ຈະຊ່ວຍດຶງດູດເອົາການຄ້າ ແລະ ການລົງທຶນໃໝ່ ເຂົ້າໃນການພັດທະນາດ້ານພື້ນຖານໂຄງລ່າງ, ການຫັນເປັນດິຈິຕອນ, ການນໍາໃຊ້ພະລັງງານສະອາດ ແລະ ການເບິ່ງແຍງສຸຂະພາບ ແນໃສ່ເພື່ອສ້າງເສດຖະກິດໃຫ້ມີຄວາມເຂັ້ມແຂງ ສາມາດຕ້ານທານ ແລະ ສາມາດຮັບມືກັບສິ່ງທ້າທາຍຕ່າງໆ ເຊັ່ນ: ບັນຫາເສດຖະກິດຖົດຖອຍ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ.

ທ່ານ ສອນໄຊ ສີພັນດອນ ກ່າວອີກວ່າ: ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຂອງບັນດາລັດຖະບານຂອງບັນດາປະເທດອາຊຽນ ແລະ ພາກທຸລະກິດຈະປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາທີ່ຍືນຍົງ ຊຶ່ງບໍ່ພຽງແຕ່ຈະເປັນການປົກປັກຮັກສາສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງເປັນການເປີດຕະຫຼາດໃໝ່ ແລະ ສ້າງໂອກາດໃໝ່ໃຫ້ແກ່ການພັດທະນານະວັດຕະກໍາໃໝ່ໆ.

ທ່ານ ນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ກອງປະຊຸມຊາບກ່ຽວກັບການດໍາເນີນນະໂຍບາຍການ ພັດທະນາເສດຖະກິດສະອາດ, ສີຂຽວ ແລະ ຍືນຍົງ ຂອງ ສປປ ລາວ ໂດຍສະເພາະແມ່ນການລົງທຶນດ້ານພະລັງງານສະອາດ ຢູ່ ສປປ ລາວ ແມ່ນມີທ່າແຮງມະຫາສານ, ໂດຍໃນປັດຈຸບັນ, 97% ຂອງພະລັງງານທີ່ຜະລິດຢູ່ ສປປ ລາວ ລ້ວນແລ້ວແຕ່ເປັນມິດຕໍ່ສິ່ງແວດລ້ອມ ເຊັ່ນ: ພະລັງງານໄຟຟ້ານໍ້າຕົກ, ພະລັງງານແສງຕາເວັນ, ແລະ ພະລັງງານລົມ.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍສະພາການຄ້າ ແລະ ອຸດສາ ຫະກຳ ແຫ່ງຊາດລາວ ໃນຖານະປະທານສະພາທີ່ປຶກສາທຸລະກິດອາຊຽນ ປີ 2024 ໃນການກະກຽມທີ່ດີໃຫ້ແກ່ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ປີ 2024 ຄັ້ງນີ້.

ຂ່າວ: ວັນເພັງ

ຂ່າວການເມືອງ ຂ່າວເສດຖະກິດ ຂ່

ຄໍາເຫັນ

ອາຊຽນ

ລາວ-ອິນເດຍ ລົງນາມເອກະສານຮ່ວມມືສໍາຄັນຫຼາຍສະບັບ

ລາວ-ອິນເດຍ ລົງນາມເອກະສານຮ່ວມມືສໍາຄັນຫຼາຍສະບັບ

ສປປ ລາວ ແລະ ສ ອິນເດຍ ໄດ້ຈັດພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 7 ສະບັບ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ນາເລັນດຣາ ໂມດີ (H.E. Mr. Narendra Modi), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ, ຊຶ່ງປະກອບມີ:
ນາຍົກລັດຖະມົນຕີ ລາວ-ອົດສະຕຣາລີ ປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ນາຍົກລັດຖະມົນຕີ ລາວ-ອົດສະຕຣາລີ ປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ແອນໂທນີ້ ແອວບານີຊີ (H.E. Anthony Albanese), ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ໃນວັນທີ 10 ຕຸລາ 2024, ທີ່ ຫໍປະຊຸມແຫ່ງຊາດ, ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ຄັ້ງທີ 4 ແລະ ກອງປະຊຸມທີ່ກ່ຽວຂ້ອງ ຢູ່ ນະຄອນຫຼວງວຽງຈັນ.
ຜູ້ນຳອາຊຽນ-ອິນເດຍ ປຶກສາຫາລືຫຼາຍບັນຫາ ພ້ອມຮັບຮອງເອົາ 2 ເອກະສານສໍາຄັນ

ຜູ້ນຳອາຊຽນ-ອິນເດຍ ປຶກສາຫາລືຫຼາຍບັນຫາ ພ້ອມຮັບຮອງເອົາ 2 ເອກະສານສໍາຄັນ

ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 21 ໄດ້ຈັດຂຶ້ນໃນວັນທີ 10 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີ ທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີ ອິນເດຍ, ມີບັນດາຜູ້ນໍາອາຊຽນ, ນາຍົກລັດຖະມົນຕີຂອງ ຕີມໍ ແລັສເຕ ໃນນາມຜູ້ສັງເກດການ ເຂົ້າຮ່ວມ.
ປະທານປະເທດລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ສ ເກົາຫຼີ

ປະທານປະເທດລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ສ ເກົາຫຼີ

ໃນຕອນບ່າຍຂອງວັນທີ 10 ຕຸລາ 2024, ທີ່ ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ຢຸນ ຊອກ ຢອນ (Yoon Suk Yeol),
ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ

ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ

ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ໄດ້ຈັດຂຶ້ນໃນວັນທີ 10 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ ແລະ ທ່ານ ຈັສຕິນ ທຣູໂດ, ນາຍົກລັດຖະມົນຕີ ການາດາ, ນາຍົກລັດຖະມົນຕີຂອງ ຕີມໍ ແລັສເຕ ໃນນາມຜູ້ສັງເກດການເຂົ້າຮ່ວມ.
ພິທິລົງນາມເຂົ້າເປັນພາຄີ TAC ຂອງລຸກຊຳບວກ

ພິທິລົງນາມເຂົ້າເປັນພາຄີ TAC ຂອງລຸກຊຳບວກ

ໃນຕອນແລງຂອງວັນທີ 10 ຕຸລາ 2024 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ໄດ້ມີພິທີລົງນາມເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ຂອງປະເທດລຸກຊຳບວກ,
ລັດຖະມົນຕີ ຖວທ ຢ້ຽມຢາມສູນຂ່າວສື່ມວນຊົນ ທີ່ຮັບໃຊ້ກອງປະຊຸມຍຸດຍອດອາຊຽນ

ລັດຖະມົນຕີ ຖວທ ຢ້ຽມຢາມສູນຂ່າວສື່ມວນຊົນ ທີ່ຮັບໃຊ້ກອງປະຊຸມຍຸດຍອດອາຊຽນ

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ເປັນກຽດມາຢ້ຽມຢາມສູນຂ່າວສື່ມວນຊົນລາວ,
 ສປປ ລາວ ເນັ້ນສ້າງອາຊຽນ ໃຫ້ມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງຫຼາຍຂຶ້ນ

ສປປ ລາວ ເນັ້ນສ້າງອາຊຽນ ໃຫ້ມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງຫຼາຍຂຶ້ນ

ສປປ ລາວ ມີຄວາມພາກພູມໃຈ ແລະ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ເປັນປະທານອາຊຽນເປັນຄັ້ງທີ 3 ໃນປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແລະ ໄດ້ກໍານົດ 9 ຂົງເຂດບຸລິມະສິດ ມາຮອດປັດຈຸບັນເຫັນວ່າການຈັດຕັ້ງປະຕິບັດ 9 ຂົງເຂດບຸລິມະສິດ ກໍຄືໜ້າວຽກອື່ນໆຂອງອາຊຽນໃນປີ 2024 ມີຄວາມຄືບໜ້າດີ ລວມທັງການສ້າງບັນດາແຜນຍຸດທະສາດຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045. ຊຶ່
 ສປປ ລາວ ພູມໃຈໄດ້ຕ້ອນຮັບຄະນະຜູ້ແທນເຂົ້າສູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45

ສປປ ລາວ ພູມໃຈໄດ້ຕ້ອນຮັບຄະນະຜູ້ແທນເຂົ້າສູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45

ສປປ ລາວ ຍິນດີຕ້ອນຮັບບັນດາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44-45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງ ວັນທີ 8-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ,
ເພີ່ມເຕີມ