ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4
ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄຳຂວັນ: ການຕອບໂຕ້ວິກິດໃນຕົວເມືອງ ໄດ້ຈັດຂຶ້ນ ໃນວັນທີ 6 ຕຸລາ ນີ້ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດກອງປະຊຸມ ຢ່າງເປັນທາງການ ໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງມີ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບາໂຄເດຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ທ່ານ ອາວີ ຊາຄາ ຫົວໜ້າອົງການສະຫະປະຊາຊາດ ດ້ານເຄຫາສະຖານ ປະຈໍາ ສປປ ລາວ, ລັດຖະມົນຕີ, ເຈົ້າແຂວງ ແລະ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊມເວທຕວເມອງແຫງຊາດ ຄງທ 4 - image 1
 

ທ່ານ ເຫຼັກໄຫຼ ສີວິໄລ ໄດ້ກ່າວມີຄຳເຫັນວ່າ: ກອງປະຊຸມ ເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ຊຶ່ງເປັນງານທີ່ສຳຄັນຫຼາຍທີ່ສະແດງໃຫ້ເຫັນເຖິງ ຄວາມພະຍາຍາມ ຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ອົງການສະຫະປະຊາຊາດດ້ານເຄຫາສະຖານ (UN-Habitat) ເພື່ອສູ້ຊົນໃຫ້ບັນລຸເປົ້າ ໝາຍການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດ ເປົ້າໝາຍທີ 11 (SDG 11) ກໍຄືການສ້າງຕົວເມືອງ ແລະ ຊຸມຊົນໃຫ້ມີຄວາມຍືນຍົງ ຊຶ່ງໄດ້ເຊື່ອມສານ ວາລະການພັດທະນາຕົວເມືອງ ໃຫ້ແທດເໝາະກັບສະພາບ ເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ຕົວເມືອງ ຖືເຂດເປັນສູນກາງຂອງການຢູ່ອາໄສຂອງປະຊາຊົນໃນທົ່ວໂລກ, ເກືອບ 60% ຂອງປະຊາກອນໂລກແມ່ນອາໄສຢູ່ໃນຕົວເມືອງ ແລະ ຍັງເປັນສູນກາງໃນການຂັບເຄື່ອນເສດຖະກິດ ຂອງແຕ່ລະປະເທດ. ເນື້ອທີ່ຂອງເຂດຕົວເມືອງ ກວມພຽງແຕ່ 3% ຂອງເນື້ອທີ່ໂລກ, ແຕ່ 80% ຂອງຜົນຜະລິດລວມຂອງປະເທດ ຫຼື GDP ແມ່ນມາຈາກເຂດຕົວເມືອງ. ໂດຍບົດບາດທີ່ມີຄວາມສຳຄັນດັ່ງກ່າວ ນອກຈາກການສ້າງຕົວເມືອງໃຫ້ມີຄວາມຍືນຍົງ ຈະເປັນ 1 ໃນ 17 ເປົ້າໝາຍການພັດທະນາທີ່ຍືນຍົງ ຂອງສະຫະປະຊາຊາດ, ໃນປີ 2016 ອົງການສະຫະປະຊາຊາດ ໄດ້ກຳນົດກອບນະໂຍບາຍໃນການພັດທະນາຕົວເມືອງ ໃນລະດັບສາກົນຂຶ້ນ ທີ່ເອີ້ນວ່າ: ວາລະໃໝ່ສຳລັບການພັດທະນາຕົວເມືອງ ຫຼື New Urban Agenda ເພື່ອເປັນການກະຕຸກຊຸກຍູ້ໃຫ້ບັນດາປະເທດໃນທົ່ວໂລກ ເອົາໃຈໃສ່ໃນການແກ້ໄຂບັນຫາຕົວເມືອງ ແລະ ໃຫ້ຄຳໝັ້ນສັນຍາຮ່ວມກັນໃນການສ້າງຕົວເມືອງແບບຍືນຍົງ. ຄຽງຄູ່ກັນນັ້ນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດວາລະໃໝ່ສຳລັບການພັດທະນາຕົວເມືອງ ໃຫ້ເຂົ້າສູ່ລວງເລິກ, ອົງການ UN Habitat ກໍໄດ້ເປັນເຈົ້າການໃນການຈັດຕັ້ງເວທີຕົວເມືອງໂລກ ຂຶ້ນທຸກໆ 2 ປີ ແລະ ໃນກອງປະຊຸມເວທີຕົວເມືອງໂລກຄັ້ງທີ 11 ທີ່ປະເທດໂປໂລຍ ໃນປີ 2022, ຈຶ່ງໄດ້ມີແນວຄິດໃນການຈັດເວທີຕົວເມືອງແຫ່ງຊາດ ຂອງແຕ່ລະປະເທດຂຶ້ນ ເພື່ອດັດປັບ ວາລະໃໝ່ ສຳລັບການພັດທະນາຕົວເມືອງ ໃຫ້ແທດ ເໝາະກັບທ້ອງຖິ່ນ ແລະ ສ້າງການມີສ່ວນຮ່ວມຂອງທຸກພາກສ່ວນທີ່ກ່ຽວຂ້ອງ ພາຍໃນແຕ່ລະປະເທດ ໃຫ້ຫຼາຍຂຶ້ນ.

ກອງປະຊມເວທຕວເມອງແຫງຊາດ ຄງທ 4 - image 2
 

ສຳລັບ ສປປ ລາວ, ກອງປະຊຸມເວທີຕົວເມືອງແຫ່ງຊາດ ໄດ້ຈັດຂຶ້ນທຸກໆປິ ເລີ່ມຕົ້ນຄັ້ງທຳອິດໃນປີ 2022 ແລະ ມາຮອດປີ 2025 ກໍເປັນ ຄັ້ງທີ 4, ກອງປະຊຸມຄັ້ງນີ້ ແມ່ນມີຈຸດປະສົງຫຼັກ ເພື່ອເປັນເວທີໃນການນຳສະເໜີ ປຶກສາຫາລື ສົນທະນາ ແລະ ແລກປ່ຽນບົດຮຽນ ຈາກທຸກພາກສ່ວນ ກ່ຽວຂ້ອງ ທີ່ມີຄວາມທຸ້ມເທພະຍາຍາມ ແລະ ມີຄວາມຮັບຜິດຊອບຮ່ວມກັນ ໃນການກຳນົດອະນາຄົດຂອງຕົວເມືອງຂອງພວກເຮົາ, ໂດຍສະເພາະແມ່ນກາລະໂອກາດ ແລະ ສິ່ງທ້າທາຍ ໃນການຫັນເປັນຕົວເມືອງ ທີ່ຕິດພັນກັບສ້າງພື້ນຖານເສດຖະກິດຕົວເມືອງໃຫ້ມີຄວາມເຂັ້ມແຂງ ເປັນແຮງຂັບເຄື່ອນໃຫ້ເກີດການຟື້ນຟູ ແລະ ການເຕີບໂຕ ຂອງເສດຖະກິດແຫ່ງຊາດ. ໂດຍກຳນົດເອົາການພັດທະນາຕົວເມືອງທຸກລະດັບໃຫ້ໜ້າຢູ່ ປະຊາຊົນທຸກຄົນມີທີ່ຢູ່ອາໄສ ຊຶ່ງເປັນໜຶ່ງໃນປັດໃຈຂັ້ນພື້ນຖານທີ່ເໝາະສົມ ແລະ ພຽງພໍ ແມ່ນວຽກງານບຸລິມະສິດລຳດັບຕົ້ນໆ ທີ່ທຸກປະເທດໃນທົ່ວໂລກ ກໍຄື ສປປ ລາວ, ສະນັ້ນ ກະຊວງ ຍທຂ ຈຶ່ງໄດ້ກຳນົດວິໄສທັດຮອດປີ 2030. ພ້ອມກັນນັ້ນ ກໍໄດ້ນຳເອົາວາລະການພັດທະນາເມືອງໃໝ່ (New Urban Agenda) ແລະ ຫຼັກການໃນການພັດທະນາຕົວເມືອງແບບຍືນຍົງ ມານຳໃຊ້.

ເພື່ອປ້ອງກັນ ແລະ ແກ້ໄຂບັນຫາ ແລະ ສິ່ງທ້າທາຍ ທີ່ກ່າວມາຂ້າງເທິງນັ້ນ ໄລຍະຜ່ານມາພວກເຮົາ ໄດ້ຈັດຕັ້ງປະຕິບັດບັນດາໂຄງການ ດັ່ງນີ້: ໂຄງການພັດທະນາຕົວເມືອງແບບຍືນຍົງ ອາຊຽນ ທີ່ຮ່ວມມືກັບອົງການ UN Habitat; ໂຄງການປັບປຸງສິ່ງແວດລ້ອມຕົວເມືອງ ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ອຸດົມໄຊ, ຫຼວງນ້ຳທາ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ.

ທ່ານ ບາໂຄເດຍ ເບີຄານອຟ ໄດ້ກ່າວມີຄຳເຫັນວ່າ: “ການສ້າງນະຄອນທີ່ທົນທານ ບໍ່ແມ່ນທາງເລືອກອີກຕໍ່ໄປ ແຕ່ເປັນສິ່ງທີ່ຈຳເປັນ ໂດຍຄວາມສອດຄ່ອງຂອງການຂະຫຍາຍຕົວເມືອງ ແລະ ບຸລິມະສິດແຫ່ງຊາດ, ການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ ແລະ ການເສີມສ້າງຄູ່ຮ່ວມງານ, ພວກເຮົາສາມາດຮັບປະກັນອະນາຄົດທີ່ປອດໄພ ມີສ່ວນຮ່ວມ ແລະ ຍືນຍົງ ໂດຍບໍ່ປະຖິ້ມໃຜໄວ້ຂ້າງຫຼັງ.

ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນກ່າວເປີດວ່າ: ສປປ ລາວ, ການຫັນເປັນຕົວເມືອງ ແມ່ນເກີດຂຶ້ນໄວຫຼາຍ ໃນຊຸມປີຜ່ານມາ ໂດຍສະເພາະນະຄອນຫຼວງວຽງຈັນ ສືບຕໍ່ຂະຫຍາຍຕົວເປັນໃຈກາງທາງດ້ານ ການເມືອງ, ເສດຖະກິດ, ວັດທະນະທຳ ຂອງປະເທດ. ການຂະຫຍາຍຕົວ ຂອງປະຊາກອນ ແລະ ກິດຈະກຳທາງດ້ານເສດຖະກິດ ກໍາລັງສ້າງໂອກາດໃໝ່ໆຫຼາຍຢ່າງ, ຄຽງຄູ່ກັນນັ້ນ, ຍັງນໍາເອົາສິ່ງທ້າທາຍຫຼາຍຢ່າງມາພ້ອມກັນເຊັ່ນ: ການຈະລາຈອນແອອັດ, ຄວາມຕ້ອງການທີ່ຢູ່ອາໄສເພີ່ມຂຶ້ນ, ຄວາມຕ້ອງການການບໍລິການຕົວເມືຶອງເປັນຕົ້ນ ນໍ້າປະປາ ແລະ ສຸຂາພິບານ ແລະ ຄຸ້ມຄອງຂີ້ເຫຍື້ອ.

ລັດຖະບານແຫ່ງ ສປປ ລາວ ມີຄວາມຕັ້ງໃຈຢ່າງສູງ ເພື່ອແກ້ໄຂສິ່ງທ້າທາຍເຫຼົ່ານີ້, ໂດຍຊີ້ນຳໃຫ້ ວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຍຸດທະສາດການພັດທະນາຕົວເມືອງແຫ່ງຊາດ ໃຫ້ສອດຄ່ອງກັບ ເປົ້າໝາຍ ການພັດທະນາແບບຍືນຍົງ (SDG) ຂອງອົງການ ສປຊ ໂດຍສະເພາະ ເປົ້າ

ໝາຍທີ 11 (SDG 11) ຕົວເມືອງ ແລະ ຊຸມຊົນຍືນຍົງ ແລະ ວາລະໃໝ່ ຂອງຕົວເມືອງ (New Urban Agenda) ອົງການ ສປຊ.

ກອງປະຊມເວທຕວເມອງແຫງຊາດ ຄງທ 4 - image 3
 

ເພື່ອແກ້ໄຂ ສິ່ງທ້າທາຍ ທີ່ກ່າວມາຂ້າງເທິງນັ້ນ, ຈຶ່ງຮຽກຮ້ອງທຸກພາກສ່ວນ ເອົາໃຈໃສ່ຄົ້ນຄ້ວາ, ປຶກສາຫາລື ບັນຫາສຳຄັນ ດັ່ງຕໍ່ໄປນີ້: ຮັບປະກັນໃຫ້ທຸກໆຄອບຄົວສາມາດເຂົ້າເຖິງທີ່ຢູ່ອາໄສທີ່ປອດໄພ, ພຽງພໍ ແລະ ລາຄາບໍ່ແພງ; ສົ່ງເສີມນະໂຍບາຍທີ່ຢູ່ອາໄສ ທີ່ຫຼີກລ່ຽງການຕັ້ງຖິ່ນຖານ ທີ່ບໍ່ເປັນທາງການ ແລະ ປັບປຸງຊີວິດການເປັນຢູ່ຂອງຄົວເຮືອນທີ່ມີລາຍໄດ້ຕໍ່າ; ຂະຫຍາຍການເຂົ້າເຖິງນໍ້າສະອາດ, ສຸຂາພິບານ, ໄຟຟ້າ ທັງໃນນະຄອນຫຼວງ ແລະ ຕົວເມືອງໃຫຍ່ອັນດັບ 2; ປັບປຸງລະບົບການຈັດການສິ່ງເສດເຫຼືອໃຫ້ທັນສະໄໝ ແລະ ສົ່ງເສີມການນຳມາໃຊ້ໃໝ່ (recycle); ລົງທຶນໃນການຂົນສົ່ງສາທາລະນະ ເພື່ອຫຼຸດຜ່ອນຄວາມແອອັດ; ວາງແຜນຜັງເມືອງ ໂດຍຄໍານຶງເຖິງຄວາມທົນທານຕໍ່ດິນຟ້າອາກາດ ເພື່ອຮັບມືກັບໄພນໍ້າຖ້ວມ; ການກໍ່ສ້າງທີ່ເປັນມິດກັບສິ່ງແວດລ້ອມ ແລະ ປົກປັກຮັກສາລະບົບນິເວດທຳມະຊາດອ້ອມຂ້າງຕົວເມືອງ; ພັດທະນານະຄອນຫຼວງວຽງຈັນ ໃຫ້ເປັນເມືອງອັດສະລິຍະ ດ້ວຍນະວັດຕະກໍາດີຈີຕອນ ປັບປຸງການຄຸ້ມຄອງການຈະລາຈອນ, ການບໍລິການ ແລະ ການປົກຄອງຕົວເມືອງ; ສະໜັບສະ ໜູນບົດບາດທີ່ເປັນເອກະລັກສະເພາະຂອງແຕ່ລະເມືອງຄື: ຫຼວງພະບາງເປັນສູນກາງວັດທະນະທຳ ແລະ ທ່ອງທ່ຽວ, ສະຫວັນນະເຂດເປັນສູນກາງການຂົນສົ່ງ ແລະ ອຸດສາຫະກຳ ແລະ ຈຳປາສັກເປັນໃຈກາງຂອງມໍລະດົກ ແລະ ການຄ້າຂ້າມແດນ ແລະ ຕົວເມືອງອື່ນໆ.

ພາຍໃນງານ, ບັນດາຜູ້ແທນຍັງໄດ້ຊົມການຈັດວາງສະແດງຜົນງານ, ເຄື່ອງມື ແລະ ນະວັດຕະກຳ ຂອງບັນດາບໍລິສັດຕ່າງໆທີ່ສຳຄັນ ທີ່ມີສ່ວນໃນການຂັບເຄື່ອນວຽກງານການສຳຫຼວດ-ອອກແບບ ກໍ່ສ້າງໂຄງລ່າງພື້ນຖານ ແລະ ປັບປຸງສິ່ງແວດລ້ອມຕົວເມືອງຕື່ມອີກ.

(ຂ່າວ-ພາບ: ຕຸໄລເພັດ )

ຄໍາເຫັນ

ຂ່າວເດັ່ນ

5 ປີຜ່ານມາ ລັດຖະບານ ປະຕິບັດລາຍຮັບໄດ້ 251,910ຕື້ກວ່າກີບ

5 ປີຜ່ານມາ ລັດຖະບານ ປະຕິບັດລາຍຮັບໄດ້ 251,910ຕື້ກວ່າກີບ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ປະຈໍາປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນເງິນຕາ ປະຈຳປີ 2025; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ປະຈໍາປີ 2026, ຮ່າງແຜນງົບປະມານແຫ່ງລັດ 5 ປີ (2026-2030) ປະຈໍາປີ 2026 ແລະ ຮ່າງແຜນເງິນຕາ ປະຈໍາປີ 2026; ການດັດແກ້ງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍ ວິຊາການຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີ 2026 ລັດຖະບານຈະສຸມໃສ່ການພັດທະນາເສດຖະກິດຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ, ຊຸກຍູ້ການຫັນປ່ຽນສູ່ໂຄງປະກອບເສດຖະກິດທີ່ມີມູນຄ່າເພີ່ມສູງ,ໃນຂະນະດຽວກັນຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ບໍ່ຫຼຸດ 20% ຂອງ GDPຕາມທິດ ສອຈ ໂດຍຈະສຸມໃສ່ການສ້າງນະໂຍບາຍຊຸກຍູ້ສົ່ງເສີມໃຫ້ມີຫົວໜ່ວຍລາຍຮັບໃໝ່ເພີ່ມຂຶ້ນ ແລະ ຍູ້ການຫັນເປັນທັນສະໄໝໃນການເກັບລາຍຮັບ ຈາກຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ແຂງແຮງກວ່າເກົ່າ.
5 ປີເສດຖະກິດສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

5 ປີເສດຖະກິດສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

ໄລຍະ 5 ປີ ຜ່ານມາ (2021-2025) ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ, ຜ່ານການປະຕິບັດຕົວຈິງ ສາມາດເຮັດໃຫ້ເສດຖະກິດສາມາດສືບຕໍ່ຂະຫຍາຍຕົວຕາມແຜນການ 5 ປີ ທີ່ກໍານົດໄວ້ ສະເລ່ຍ 4.24% ຕໍ່ປີ. ສໍາລັບປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 4.8%.
ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ພິທີໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນ ໄຫວ້ພະຮັບສິນ, ຟັງທໍາມະເທດສະໜາ ແລະ ຢາດນໍ້າ ຕາມຮີດຄອງປະເພນີທີ່ໄດ້ເຄີນປະຕິບັດສືບທອດກັນມາແຕ່ບູຮານນະການ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2025 (ໃນມື້ຂຶ້ນ 15 ຄໍ່າເດືອນ 12 ພສ 2568) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ພະຈິກນີ້ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ມີຮອງປະທານປະເທດ, ເຈົ້າຄອງ ນວ, ການນໍາພັກ-ລັດ, ພ້ອດ້ວຍມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ3ແລະ ອັດລົງໃນຕອນເຊົ້າ ວັນທີ 4ພະຈິກ 2025ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງແລະປະກອບຄຳເຫັນຕໍ່ການສະຫຼຸບວຽກງານປະຈຳເດືອນຕຸລາແລະທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ2025.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ເປີດຂຶ້ນ ແລະ ປິດລົງໃນວັນທີ 1 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 31 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ບັນດາອະດີດພະນັກງານການນໍາກະຊວງການເງິນ, ພະນັກງານຫຼັກແຫຼ່ງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ຂຶ້ນໃນວັນທີ 30 ຕຸລາ ນີ້ ທີ່ຈຸດທາບທາມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາຂອງສອງກໍາລັງປະກອບອາວຸດ, ພ້ອມດ້ວຍຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ໃນຕອນເຊົ້າວັນທີ 29 ຕຸລາ ນີ້, ການນໍາຂັ້ນສູງ ນໍາໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມຣາຊະຊົນນະນີພັນປີຫຼວງ (ແມ່ຂອງ ພະບາດສົມເດັດ ເຈົ້າຊີວິດ ຣາຊະການທີ 10) ທີ່ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.
ເພີ່ມເຕີມ