![]() |
ກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ເປີດຂຶ້ນໃນວັນທີ 17 ມັງກອນ ຜ່ານມາ ຊຶ່ງໄດ້ຄົ້ນຄວ້າພິຈາລະນາ ໜັງສືສະເໜີຂອງປະທານປະເທດ ສະບັບເລກທີ 002/ປປທ ລົງວັນທີ 16 ມັງກອນ 2026 ກ່ຽວກັບການພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່; ຄົ້ນຄວ້າພິຈາລະນາ ຄໍາສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 168/ນຍ ລົງວັນທີ 16 ມັງກອນ 2026 ກ່ຽວກັບ ການພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່ ແລະ ຄໍາສະເໜີ ສະບັບເລກທີ 169/ນຍ ລົງວັນທີ 16 ມັງກອນ 2026 ກ່ຽວກັບການຮັບຮອງເອົາຄໍາສະເໜີພັກການ - ຮັບອຸດໜູນບຳນານ ຂອງສະມາຊິກລັດຖະບານ. ຜ່ານການຄົ້ນຄວ້າພິຈາລະນາຂອງກອງປະຊຸມ ເຫັນດີເປັນເອກະພາບຕົກລົງຮັບຮອງເອົາຄືດັ່ງນີ້: ຮັບຮອງເອົາ ການສະເໜີຂອງປະທານປະເທດ ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່ ມີດັ່ງນີ້:
(1) ຮັບຮອງເອົາການຍົກຍ້າຍ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ ໄປຮັບໜ້າທີ່ໃໝ່ຢູ່ ແຂວງຄໍາມ່ວນ;
(2) ຮັບຮອງເອົາການແຕ່ງຕັ້ງ ພົນຈັດຕະວາ ນາງ ລິວົງ ລາວລີ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເປັນຫົວໜ້າອົງການໄອຍະການປະຊາຊົນສູງສຸດ.
ຮັບຮອງເອົາການສະເໜີ ຂອງນາຍົກລັດຖະມົນຕີ ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່ ມີດັ່ງນີ້:
(1) ຍົກຍ້າຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສູນກາງພັກ.
(2) ຍົກຍ້າຍ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄປຮັບໜ້າທີ່ໃໝ່.
(3) ຍົກຍ້າຍ ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດ;
(4) ແຕ່ງຕັ້ງ ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເຈົ້າແຂວງຄຳມ່ວນ ໄປຮັບໜ້າທີ່ໃໝ່ ເປັນປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ.
(5) ແຕ່ງຕັ້ງ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງອັດຕະປື ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.
ຮັບຮອງເອົາການສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການພັກການຮັບອຸດໜູນບຳນານຂອງທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ.

ຄໍາເຫັນ