ກອງພັນໃຫຍ່ 202 ຈັດພິທີປາຖະກະຖາ 4 ວັນປະຫວັດສາດ

ກອງພັນໃຫຍ່ 202 ຈັດພິທີປາຖະກະຖາ 4 ວັນປະຫວັດສາດ

ກອງພັນໃຫຍ່ 202 ຈັດພິທີປາຖະກະຖາ 4 ວັນປະຫວັດສາດ
ໃນ​ວັນ​ທີ 20 ສິງ​ຫານີ້ ທີ່ສະໂມສອນ ກອງ​ພັນ​ໃຫຍ່ 202 ​ກອງ​ພົນ​ທີ 2 ໄດ້​ຈັດ​ຕັ້ງ​ພິ​ທີ ປາ​ຖະ​ກະ 4 ວັນ​ປະ​ຫວັດ​ສາດ ຄື: ວັນ​ສ້າງ​ຕັ້ງ ອາ​ຊຽນ ຄົບ​ຮອບ 58 ປີ​, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ວັນ​ສ້າງ​ຕັ້ງ ລັດ​ຖະ​ທຳ​ມະ​ນູນ ຄົບ​ຮອບ 34 ປີ ແລະ ວັນ​ຍຶດ​ອຳ​ນາດ ຂອງ ສ​ປ​ປ ລາວ ຄົບ 80 ປີ ແລະ 50 ປີ ໂດຍພາຍ​ໃຕ້​ການ​ເປັນ​ປະ​ທານຂອງ​ສະ​ຫາຍ ພັນໂທ ອູ່ທອງ ມະໂນລາດ ​ຄະ​ນະປະຈຳ​ພັກ ຮອງຫົວໜ້າ​ການ​ເມືອງ ກອງ​ພັນ​ໃຫຍ່ 202 ແລະ ສະຫາຍ ພັນໂທ ຄຳໄບ ວິໄລພອນ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 202.
ກອງພນໃຫຍ 202 ຈດພທປາຖະກະຖາ 4 ວນປະຫວດສາດ - image 1
 

ການປາຖະກະຖາຄັ້ງນີ້, ກໍເພື່ອຮຽນຮູ້ປະຫວັດສາດເຫຼົ່ານັ້ນນຳມາຄົ້ນຄວ້າຜັນຂະຫຍາຍປັບໃຫ້ເຂົ້າກັບສະພາບຕົວຈິງຂອງປັດຈຸບັນ ໂດຍສະເພາະຄວາມອົງອາດກ້າຫານທົນທານໜຽວແໜ້ນ, ແນວຄິດຮັກຊາດບໍ່ຍອມຈຳນົນ, ແນວຄິດຈົ່ງຮັກພັກດີຕໍ່ພັກ ຕໍ່ປະເທດຊາດ, ຮຽນຮູ້ຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຈາກສະໜາມຮົບຕົວຈິງຈົນສາມາດຍຶດອຳນາດ ແລະ ຫຼຸດພົ້ນອອກຈາກແອກປົກຄອງຂອງຕ່າງຊາດຢ່າງຊິ້ນເຊີງໃນ ປີ 1975 ແລະ ນຳພາປະຊາຊົນລາວປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດມາຈົນເຖິງປັດຈຸບັນ.

ຕອນທ້າຍຍັງໄດ້ຮັບຟັງການໂອ້ລົມຈາກປະທານ ເປັນຕົ້ນໄດ້ຍົກໃຫ້ເຫັນພາລະບົດບາດ ຄວາມໝາຍຄວາມສຳຄັນຕໍ່ 4 ວັນປະຫວັດສາດດັ່ງກ່າວ, ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ສືບຕໍ່ຊີ້ນຳ-ນຳພາ ສຶກສາອົບຮົບການເມືອງແນວຄິດ ໃຫ້ພະນັກງານສະມາຊິກພັກ-ນັກຮົບ ໃຫ້ກຳແໜ້ນມູນເຊື້ອ ແລະ ແນວທາງແຜນນະໂຍບາຍພັກ ກົດໝາຍຂອງລັດ ແນ່ໃສ່ເຮັດໃຫ້ພະນັກງານນັກຮົບມີແນວຄິດການເມືອງໜັກແໜ້ນ ແລະ ສືບຕໍ່ເພິ້ມທະວີການຈັດຕັ້ງປະຕິບັດນະໂຍບາຍຕ່າງປະເທດຂອງພັກ ແລະ ລັດ ວາງອອກໃຫ້ຖືກຕ້ອງສອດຄອງກັບຄວາມເປັນຈິງ, ເສີມຂະຫຍາຍມູນເຊື້ອ ຂອງຊາດ ຂອງພັກ ແລະ ຂອງກອງທັບ ໃຫ້ແຂງແຮງກວ້າງຂວາງເລິກເຊິ່ງ ບົນພື້ນຖານຕ້ອງເພິ້ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ມີຄວາມສັກສິດ ເຊິດຊູ່ນ້ຳໃຈເພິ່ງຕົນເອງ ກຸ້ມຕົ້ນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ປະກອບສ່ວນປົກປັກຮັກສາ ແລະ ພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງສີວິໄລ ກ້າວໄປຢ່າງບໍ່ຢຸດຢັ້ງ.

(ພາບ-ຂ່າວ : ຄຳຊາຍ ກວ່າງຄຸນສີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊີວະປະຫວັດ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ຊີວະປະຫວັດ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ສະຖານທີ່ເກີດ ນະຄອນຫຼວງບາງກອກ ປະເທດໄທ ການສຶກສາ: ປະລິນຍາຕີ ສາຂາ ວິສະວະກຳອຸດສາຫະກຳ, ມະຫາວິທະຍາໄລ Hofstra ນິວຢອກ ສະຫະລັດອາເມຣິກາ ສາສະໜາ: ພຸດ ປະຫວັດທາງອາຊີບ
ບໍລິສັດໄຟຟ້ານໍ້າເທີນ 2 ຈັດກິດຈະກໍາວັນແຫ່ງຄວາມປອດໄພປະຈໍາປີ 2025.

ບໍລິສັດໄຟຟ້ານໍ້າເທີນ 2 ຈັດກິດຈະກໍາວັນແຫ່ງຄວາມປອດໄພປະຈໍາປີ 2025.

ພິທີສະເຫຼີມສະຫຼອງ ວັນແຫ່ງຄວາມປອດໄພ (SAFETY DAY)ປະຈໍາປີ ຂອງບໍລິສັດໄຟຟ້ານໍ້າເທີນ 2 ໄດ້ຈັດຂຶ້ນ ໃນວັນ 15 ຕຸລານີ້ ທີ່ເຮືອນຈັກເຂື່ອນໄຟຟ້ານໍ້າເທີນ 2 ເມືອງຍົມມະລາດ ແຂວງຄໍາມ່ວນ, ໃຫ້ກຽດເຂົ້າຮ່ວມ ເປັນປະທານ ໂດຍ ທ່ານ ມາກ ອັງຕວນຣຸບ ຜູ້ອຳນວຍການບໍລິສັດ ໄຟຟ້ານໍ້າເທີນ 2, ມີບັນດາທ່ານໃນຄະນະບໍລິຫານງານຂອງບໍລິສັດ, ພ້ອມດ້ວຍແຂກຖືກເຊີນຈາກພະແນກການຂັ້ນແຂວງ, ເມືອງນາກາຍ, ຍົມມະລາດ ແລະ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະ ກວທສ ປະຈຳປີ 2025

ກອງປະຊຸມຄົບຄະນະ ກວທສ ປະຈຳປີ 2025

ກອງປະຊຸມຄົບຄະນະກຳມາທິການວັດທະນະທຳ-ສັງຄົມ (ກວທສ) ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ຜ່ານມາ ທີ່ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ, ເຂົ້າຮ່ວມໂອ້ລົມໂດຍທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ມີບັນດາທ່ານປະທານ-ຮອງປະທານກຳມາທິການ, ຮອງເລຂາທິການ ແລະ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ບັນດາທ່ານຮອງລັດຖະມົນຕີ, ສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການສັງກັດ ກວທສ, ຮອງປະທານອົງການກາແດງລາວ, ຫົວໜ້າຫ້ອງການຄະນະກໍາມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນຈາກ ສພຊ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄະນະກໍາມະການຄຸ້ມຄອງໄພພິບັດແຂວງ ມອບຮັບເຂົ້າສານໃຫ້ເມືອງສິງ

ຄະນະກໍາມະການຄຸ້ມຄອງໄພພິບັດແຂວງ ມອບຮັບເຂົ້າສານໃຫ້ເມືອງສິງ

ໃນຕອນເຊົ້າວັນທີ 14 ຕຸລາຜ່ານມານີ້ ຢູ່ທີ່ຫ້ອງການເມືືອງສິງ ແຂວງຫຼວງນໍ້າທາ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ນໍາເອົາເຂົ້າສານມອບໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດເມືອງສິງ, ໂດຍການເຂົ້າຮ່ວມຂອງທ່ານ ກອນແກ້ວ ບັນນະວົງ ຮັກສາການ ຮອງປະທານຄະນະກໍາມະການ ປົກຄອງເມືອງ ປະທານແນວລາວສ້າງຊາດເມືອງສິງ, ທ່ານ ຊຽງວັນ ສົມລັດທອງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຄະນະກໍາມະການໄພພິບັດຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ໜ່ວຍຊາວໜຸ່ມ ສານປະຊາຊົນພາກເໜືອ

ມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ໜ່ວຍຊາວໜຸ່ມ ສານປະຊາຊົນພາກເໜືອ

ເມື່ອບໍ່ດົນຜ່ານມານີ້, ທີ່ສານປະຊາຊົນພາກເໜືອ ແຂວງຫຼວງພະບາງ ໄດ້ມີພິທີມອບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ຄັ້ງທີ III ປະຈຳປີ 2024, ປະດັບຫຼຽນກາລະນຶກ 65 ປີ ແລະ ມອບໃບຍ້ອງຍໍ ໂດຍເປັນປະທານຂອງ ທ່ານ ສົມໃຈ ຢາທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ, ມີຄະນະນຳສານປະຊາຊົນພາກເໜືອ, ເລຂາ, ຮອງເລຂາ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນໜ່ວຍຮາກຖານ ແລະແຂກຮັບເຊີນ ເຂົ້າຮ່ວມ.
ຂົງເຂດທະນາຄານ ແລະ ສະຖາບັນການເງິນ 3 ແຂວງ ໄດ້ຮັບການຍົກລະດັບວິຊາສະເພາະ

ຂົງເຂດທະນາຄານ ແລະ ສະຖາບັນການເງິນ 3 ແຂວງ ໄດ້ຮັບການຍົກລະດັບວິຊາສະເພາະ

ວັນທີ 14 ຕຸລານີ້ ທີ່ສະໂມສອນໃຫຍ່ ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສຳມະນາວຽກງານວິຊາສະເພາະ ໃຫ້ກັບວິຊາການຂະແໜງທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານຈາກ 3 ແຂວງ ຄື: ແຂວງໄຊຍະບູລີ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ, ໂດຍເປັນປະທານຂອງ ທ່ານ ວາລະສິນ ດາລາພອນ ຮອງຫົວໜ້າ ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ.
ເມືອງສິງ ປະຖະກະຖາສອງວັນປະຫວັດສາດ

ເມືອງສິງ ປະຖະກະຖາສອງວັນປະຫວັດສາດ

ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດພິທີປະຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ຂຶ້ນໃນວັນ 14 ຕຸລາ 2025 ຢູ່ທີສະໂມສອນຂອງເມືອງສິງ, ໂດຍການເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສີງໄຊ ກໍາມະການພັກແຂວງ ເລຂາພັກເມືອງ ຜູ້ຊີ້ນວຽກງານ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ
ປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ

ປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ

ກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມແລກປ່ຽນປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ໂດຍການເປັນປະທານຮ່ວມຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ), ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ແລະ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງລັດ ຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ມີບັນດາຜູ້ຕາງໜ້າຈາກອົງການໄອຍະການປະຊາ ຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງປ້ອງກັນປະເທດ ແລະ ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດເຂົ້າຮ່ວມ.
ມອບເງິນສະໜັບສະໜູນກອງປະຊຸມໃຫຍ່ອົງຄະນະພັກອົງການກາແດງແຫ່ງຊາດລາວ

ມອບເງິນສະໜັບສະໜູນກອງປະຊຸມໃຫຍ່ອົງຄະນະພັກອົງການກາແດງແຫ່ງຊາດລາວ

ໃນຕອນເຊົ້າວັນທີ 14 ຕຸລາ ນີ້ ທີ່ສຳນັກງານອົງການກາແດງແຫ່ງຊາດລາວ, ພາກສ່ວນທະນາຄານ ແລະ ບໍລິສັດຫຼາຍແຫ່ງໄດ້ຮ່ວມມອບເງິນສະໜັບສະໜູນໃຫ້ແກ່ອົງການກາແດງແຫ່ງຊາດລາວ ເພື່ອສະໜັບສະໜູນການຈັດກອງປະຊຸມໃຫຍ່ສະມາຊິກພັກຂອງອົງຄະນະພັກອົງການກາແດງແຫ່ງຊາດລາວທີ່ຈະຈັດຂຶ້ນໃນໄວໆນີ້.
5 ປີ​ຜ່ານ​ມາ ຂະ​ແໜງປູກຝັງ - ລ້ຽງສັດ​ ມີ​ຜົນ​ສຳ​ເລັດຫຼາຍ​ດ້ານ ໂດຍ:ວັນໄຊ ຕະວິນຍານ

5 ປີ​ຜ່ານ​ມາ ຂະ​ແໜງປູກຝັງ - ລ້ຽງສັດ​ ມີ​ຜົນ​ສຳ​ເລັດຫຼາຍ​ດ້ານ ໂດຍ:ວັນໄຊ ຕະວິນຍານ

ແຜນພັດທະນາ ກະສິກຳ ແລະ ສິ່ງແວດລ້ອມ 5 ປີ ​ຄັ້ງ​ທີ IX (2021-2025) ຂອງລັດຖະບານແມ່ນເລັງໃສ່ກະຕຸກຊຸກຍູ້ເຮັດໃຫ້ການຜະລິດກະສິກຳ ມີການຂະຫຍາຍຕົວຢ່າງຮອບດ້ານ, ເພີ່ມທະວີບົດບາດການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະຕິບັດກົນໄກ, ນິຕິກຳຢ່າງປະສິດທິພາບ, ປະກອບສ່ວນຊຸກຍູ້ການພັດທະນາແບບຍືນຍົງຕາມທິດສີຂຽວ, ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພສະນາການ, ຜະລິດສິນຄ້າກະສິກຳໃຫ້ມີຄຸນນະພາບ ແລະ ຫຼາກຫຼາຍ; ປະຊາຊົນມີລາຍຮັບເພີ່ມຂຶ້ນ ເຮັດໃຫ້ຄວາມທຸກຍາກຫຼຸດລົງ ແລະ ຊີວິດການເປັນຢູ່ຂອງ​ປະ​ຊາ​ຊົນ​ຢູ່ຊົນນະບົດໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ; ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໄດ້ຮັບການປົກປັກຮັກສາ, ພັດທະນາ, ສ້າງມູນຄ່າເພີ່ມ ແລະ ສ້າງລາຍຮັບເຂົ້າໃນເສດຖະກິດແຫ່ງຊາດໃຫ້ສູງຂຶ້ນ.
ເພີ່ມເຕີມ