ກອງພັນໃຫຍ່ 202 ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ 2025

ກອງພັນໃຫຍ່ 202 ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ 2025

ກອງພັນໃຫຍ່ 202 ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ 2025
ວັນທີ 18 ມິຖຸນາຜ່ານມານີ້, ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ຢູ່ທີ່ສະໂມສອນຂອງກອງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງສະຫາຍ ພັນເອກ ສົມໝາຍ ດອນພະຈັນ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 202.
ກອງພນໃຫຍ 202 ສະຫບຖອດຖອນບດຮຽນວຽກງານປອງກນຊາດ 6 ເດອນຕນປ 2025 - image 1
 

ສະຫາຍ ພັນໂທ ບຸນທັນ ພິພັດເສລີ ຄະນະພັກ ຫົວໜ້າພະແນກບໍລິຫານ-ສັງລວມ ກອງພັນໃຫຍ່ 202 ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານປ້ອງກັນຊາດ ປະຈຳ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025. ກອງພັນໃຫຍ່ 202 ຖືເອົາວຽກງານສຶກສາອົບຮົມການເມືອງນໍາພາແນວຄິດເປັນກົກ, ນຳເອົາມະຕິຄຳສັ່ງ, ມູນເຊື້ອຂອງຊາດ ຂອງພັກ ມາສືກສາອົບຮົມໃຫ້ຖັນແຖວພະນັກງານ, ສະມາຊິກພັກ-ນັກຮົບໄດ້ຮັບຮູ້ເຊື່ອມຊືມກຳແໜ້ນ, ເຮັດໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດຢ່າງແທ້ຈິງ, ເອົາໃຈໃສ່ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງສົມທົບກັບຫົວໜ່ວຍກົມກອງລົງກໍ່ສ້າງຮາກຖານເຮັດໃຫ້ພື້ນຖານການເມືອງ-ແນວຄິດຂອງປະຊາຊົນໄດ້ຮັບການປັບປຸງ, ເສດຖະກິດໄດ້ຮັບການພັດທະນາ, ຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ. ນອກນີ້, ຍັງໄດ້ປະສານແໜ້ນກັບກອງບັນຊາການ, ອົງການປົກຄອງທ້ອງຖິ່ນເພື່ອຕິດຕາມການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີຢ່າງໃກ້ສິດ, ຈັດຕັ້ງປ້ອງກັນເວນຍາມຢ່າງເຂັ້ມງວດຕາມເສັ້ນທາງ, ຈຸດສຳຄັນຫຼໍ່ແຫຼມ, ປ້ອງກັນວັນບຸນສຳຄັນຕ່າງໆຂອງຊາດ, ຂອງພັກໃຫ້ມີຄວາມສະຫງົບປອດໄພ 100%. ນອກນັ້ນ, ຍັງໄດ້ເອົາໃຈໃສ່ຊີ້ນໍາວຽກງານດ້ານຕ່າງໆເປັນຕົ້ນ: ວຽກງານກຽມພ້ອມສູ້ຮົບ ກອບກູ້ໄພພິບັດ, ວຽກງານກໍ່ສ້າງພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ວຽກງານປ້ອງກັນ-ກວດກາ, ວຽກງານນະໂຍບາຍ-ປະກັນສັງຄົມ, ວຽກງານອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນ ແລະ ວຽກງານພະລາທິການ-ເຕັກນິກ ພ້ອມກັນນີ້ ຍັງໄດ້ສຸມໃສ່ວຽກງານການປູກຝັງ-ລ້ຽງສັດໂດຍໃຊ້ທ່າແຮງບົ່ມຊ້ອມຂອງກົມກອງເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນ. ໃນໄລຍະຜ່ານມາສາມາດປູກພືດຜັກຊະນິດຕ່າງໆໄດ້ 23,756 ກິໂລ, ປູກໄມ້ໃຫ້ໝາກ ແລະ ໄມ້ປະດັບ 4,812 ຕົ້ນ, ເຮັດສ່ວນມັນຕົ້ນໃນເນື້ອທີ 27,77 ເຮັກຕາ ຜົນໄດ້ຮັບ 278,735 ໂຕນ, ປູກເຂົ້ານາແຊງ ເນື້ອທີ 7,7 ເຮັກຕາ ຜົນໄດ້ຮັບ 30,750 ກິໂລ, ລ້ຽງສັດຊະນິດຕ່າງໆ ຈໍານວນໜຶ່ງ.

ໂອກາດດັ່ງກ່າວ, ສະຫາຍ ພັນເອກ ສົມໝາຍ ດອນພະຈັນ ກໍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງຍຶດໝັ້ນ, ຈັດຕັ້ງຜັນຂະຫຍາຍວຽກດັ່ງກ່າວກາຍເປັນສະຕິ, ຄວາມຮັບຜິດຊອບ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ໜັກແໜ້ນເຂັ້ມແຂງ, ສືບຕໍ່ປົກປັກຮັກສາ, ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງກອງທັບ, ເພີ່ມທະວີຄວາມສາມັກຄີພາຍໃນ, ພາຍນອກໃຫ້ແໜ້ນແຟ້ນ, ຍົກສູງສະຕິລະວັງຕົວ, ເດັດດ່ຽວຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນໃຫ້ທັນເວລາ, ເພີ່ມທະວີໃນການກຽມພ້ອມສູ້ຮົບໃນພາວະຕ່າງໆ, ສືບຕໍ່ສືກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ທິດຊີ້ນຳ ແລະ ແຜນນະໂຍບາຍຂອງຂັ້ນເທິງວາງອອກ.

(ພາບ-ຂ່າວ: ຄຳຊາຍ ກວ່າງຄຸນສີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ