ທ່ານກີໂມນີຣ໋ວດກົງສູນໃຫຍ່ແຫ່ງຣາຊະອານາຈັກກໍາປູເຈຍປະຈໍານະຄອນປາກເຊໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນທ່ານວິໄລວົງບຸດດາຄຳເຈົ້າແຂວງຈຳປາສັກພ້ອມດ້ວຍຄະນະໃນວັນທິ8ທັນວານີ້ທີ່ຫ້ອງວ່າການແຂວງ, ເນື່ອງໃນໂອກາດສະຖາປານາສາທາລະນະລັດປະຊາທິປະໄຕປະຊາຊົນລາວ (ວັນຊາດ2ທັນວາ) ຄົບຮອບ48ປີ.
ໂອກາດດັ່ງກ່າວ, ທ່ານກົງສູນໃຫຍ່ໄດ້ສະແດງຄວາມຂໍ່ານັບຊົມເຊີຍອວຍພອນວັນຊາດສປປລາວຄົບຮອບ48ປີ, ມູນເຊື້ອແລະໄຊຊະນະປະຫວັດສາດຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນແລະຜົນສຳເລັດໃນພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດພາຍໃຕ້ການຊີ້ນຳ-ນຳພາຂອງພັກ-ລັດຖະບານແລະອວຍພອນໄຊໃຫ້ບັນດາການນຳຂັ້ນແຂວງຕະຫຼອດຮອດປະຊາຊາຊົນບັນດາເຜົ່າແຂວຈຳປາສັກຈົ່ງມີຄວາມສຸກຄວາມຈະເລີນມີສຸຂະພາບເຂັ້ມແຂງມີຜົນສຳເລັດໃນໜ້າທີ່ທຸກໆດ້ານ.
ໂອກາດດຽວກັນນີ້, ທ່ານວິໄລວົງບຸດດາຄຳກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານກີໂມນີຣ໋ວດຊົມເຊີຍແລະຕີລາຄາສູງໃນຜົນງານການປະສານງານຮັດແໜ້ນຄວາມສາມັກຄີ, ຜັນຂະຫຍາຍການຮ່ວມມືມິດຕະພາບອັນເປັນມູນເຊື້ອລະຫວ່າງປະຊາຊົນສອງຊາດເວົ້າລວມ, ເວົ້າສະເພາະບັນດາແຂວງພາກໃຕ້ຂອງສປປລາວກັບບັນດາແຂວງທີ່ຮ່ວມມືຂອງຣາຊະອານາຈັກກຳປູເຈຍເປັນຕົ້ນແມ່ນເສີມສ້າງຊາຍແດນມິດຕະພາບລາວ-ກຳປູເຈຍ, ການຮ່ວມມືດ້ານເສດຖະກິດ-ສັງຄົມ, ສົ່ງເສີມການຄ້າ, ການລົງທຶນ, ພ້ອມທັງຊຸກຍູ້ໃຫ້ມີການຈັດກິດຈະກຳ, ການພົບປະສ້າງສັນລະຫວ່າງປະຊາຊົນໃນເຂດຊາຍແດນແລະພັດທະນາການທ່ອງທ່ຽວບັນດາແຂວງຊາຍແດນແລະຂໍໃຫ້ສືບຕໍ່ເພີ່ມທະວີປະສານງານຮັດແໜ້ນຄວາມສາມັກຄີ, ຜັນຂະຫຍາຍການຮ່ວມມືມິດຕະພາບອັນເປັນມູນເຊື້ອດັ່ງກ່າວນັ້ນໃຫ້ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ.
(ຂ່າວ: ທັດຊະນະ; ພາບ: ພູທິບສະຫັວນ)

ຄໍາເຫັນ